ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ ອະນາໄມໂລກ ຮຽກຮ້ອງ ໃຫ້ວາງ ຂໍ້ຈຳກັດ ກ່ຽວກັບ ກອກຢາ ອີເລັກໂຕຣນິກ (ວີດີໂອ)


ແມ່ຍິງຄົນນຶ່ງ ພວມສູບຢາອີເລັກໂຕຣນິກ ທີ່ວໍຊິງຕັນ.
ແມ່ຍິງຄົນນຶ່ງ ພວມສູບຢາອີເລັກໂຕຣນິກ ທີ່ວໍຊິງຕັນ.

ອົງການ​ອະນາ​ໄມ​ໂລກຫລື WHO ສະ​ເໜີ​ແນະ ກ່ຽວກັບຂໍ້ຈຳກັດ
ຮັດແຄບຕ່າງໆ ​ຕໍ່ກອກຢາ​ທຽມ ​ອີ​ເລັກ​ໂຕຣນິກ​ໃໝ່ ຫລື e-ciga-
rettes ຊຶ່ງ​ພວກ​ຜູ້​ຜະລິດໂຄສະນາວ່າເປັນ​ທາງ​ເລືອກ​ທີ່​ປອດ​ໄພ
ກວ່າການ​ສູບຢາ​ແບບ​ດັ້ງ​ເດີມນັ້ນ.

ລາຍ​ງານ​ສະບັບໃໝ່ ​ຂອງ WHO ​ເອີ້ນ e-cigarettes ​ວ່າ ເປັນ
​ສ່ວນນຶ່ງ ​ຂອງ “ການ​ຫັນປ່ຽນຂອບ​ເຂ ດທີ່​ເຕັມ​ດ້ວຍຄວາມ​ຫວັງ
​ທີ່ດີ” ​ແຕ່ລາຍ​ງານ​ກ່າວ​ວ່າ ສິນ​ຄ້າໃໝ່ນີ້ ແມ່ນຕິດ​ຕາ​ມມາ​ ດ້ວຍ​
ຄວາມ​ກັງວົນ​ຕໍ່​ສຸຂະພາບ​ອື່ນໆ​ຂອງ​ມັນ.

ອົງການ​ດັ່ງ​ກ່າວ ສະເໜີແນະ ຕ້ານ​ການ​ສົ່ງ​ເສີມ​ໃຫ້​ພວກ​ຄົນ​ທີ່​ບໍ່​
ສູບ​ຢາແລະພວກ​ຄົນ​ໜຸ່ມ​ນ້ອຍຊົມໃຊ້ ​ແລະຫ້າມ​ໃຊ້ລົດຊາດ​ຕ່າງໆເຊັ່ນໝາກ​ໄມ້ແລະຂະ ໜົມ. ອົງການ WHO ຍັງຫ້າມ​ພວກ​ຜູ້​ຜະລິດ ບໍ່ໃຫ້​ໂຄສະນາ ໃນການກ່າວອ້າງ​ ກ່ຽວກັບ ເລື່ອງສຸຂະພາບ​ທີ່ຍັງ​ບໍ່​ໄດ້​ຮັບ​ການພິສູດຂອງ e-cigarettes.

​ອົງການ WHO ກ່າວ​ວ່າ ​ໃນ​ຂະນະ​ທີ່ມີທ່າທາງວ່າ ​ມັນ​ອາດ​ຈະບໍ່​ເປັນພິດເປັນໄພເທົ່າ​ກັບ​ຢາສູບ​ແທ້ ແຕ່ຄວັນ​ຈາກ e-cigarettes ກໍ​ຍັງ​ຈະ​ມີ​ທ່າ​ທາງ ຈະເປັນໄພ​ຂົ່ມຂູ່​ ຕໍ່ພວກ​ທີ່ບໍ່​ສູບຢາ ພວກເດັກນ້ອຍ ​ແລະພວກ​ເດັກນ້ອຍທີ່ຍັງຢູ່​ໃນ​ຄັນ.

ການແນະນຳຕ່າງໆຂອງອົງການ WHO ຈະມີການອະພິປາຍ​ກັນໃນ​ກອງ​ປະຊຸມກ່ຽວກັບ ການຄວບຄຸມຢາສູບທີ່ມົສກູ ໃນເດືອນຕຸລາຈະມານີ້.

ແທນທີ່ ຈະໃຊ້​ຢາສູບ e-cigarettes ໄດ້​ໃຊ້​ຖ່ານ​ໄຟສາຍ ເພື່ອເຮັດໃຫ້ ທາດນິໂກຕີນ ທີ່ ເປັນຂອງແຫຼວນັ້ນມີຄວາມຮ້ອນຂຶ້ນ. ພວກສູບຢາພາກັນສູບເອົາອາຍນ້ຳທີ່ອອກມາແທນ ທີ່ຈະເປັນຄວັນພິດຮ້າຍແຮງແລະກໍໄດ້ຮັບນີໂກຕີນມາສະໜອງຄວາມຕ້ອງການຂອງເຂົາ ເຈົ້າ.

ບັນດາຜູ້ຜະລິດກ່າວວ່າ ກອກຢາທຽມອີເລັກໂຕຣນິກນີ້ສາມາດຊ່ວຍໃຫ້ພວກສູບຢາ ເຊົາ ສູບຢາໄດ້. ແຕ່ພວກນັກວິທະຍາສາດກ່າວວ່າ ອຸ ປະກອນດັ່ງກ່າວ ແມ່ນຍັງໃໝ່ໂພດ ພໍທີ່ ຈະລົງຄວາມເຫັນໄດ້ຢ່າງຄັກແນ່ ກ່ຽວກັບຄວາມສ່ຽງຕໍ່ສຸຂະພາບນັ້ນ.

WHO E-CIGARETTES VOSOT
please wait

No media source currently available

0:00 0:01:36 0:00

XS
SM
MD
LG