ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ແລະ ສະມາຊິກ ສະພາ ພັກຣີພັບບລີກັນ ຖົກຖຽງກັນ ເລື່ອງຟ້ອງຮ້ອງ


ປະທານສະພາຕ່ຳສະຫະລັດ ທ່ານ John Boehner
ປະທານສະພາຕ່ຳສະຫະລັດ ທ່ານ John Boehner

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະສະມາ
ຊິກສະພາພັກຣີພັບບລີກັນຕ່າງກໍໄດ້ກ່າວໂຈມຕີກັນໃນວັນພະ
ຫັດວານນີ້ຂະນະທີ່ແຜນການຟ້ອງຮ້ອງຕໍ່ປະທານາທິບໍດີເພີ້ມ
ທະວີຄວາມເຂັ້ມຂຸ້ນຂຶ້ນ.

ທຳນຽບຂາວ ໄດ້ອອກຖະແຫຼງຂ່າວສະບັບນຶ່ງ ໃນຕອນແລງ
ຂອງວັນພະຫັດວານນີ້ ກ່າວວ່າ ສະມາຊິກຂອງພັກຣີພັບບລີ
ກັນທີ່ໃຫ້ການສະໜັບສະໜຸນ ຕໍ່ການຟ້ອງຮ້ອງໃນທຳນອງນີ້ ແມ່ນປະກອບສ່ວນເຂົ້າຮ່ວມໃນການສະແດງແບບໂລດໂຜນ
ທາງການເມືອງ ແທນທີ່ຈະເຮັດວຽກຮ່ວມກັບປະທານາທິບໍດີ
ເພື່ອຂະຫຍາຍໂອ ກາດທາງດ້ານເສດຖະກິດ ໃຫ້ແກ່ພວກຄົນຊັ້ນກາງ.

ຖະແຫຼງຂ່າວດັ່ງກ່າວ ແມ່ນເພື່ອເປັນການຕອບໂຕ້ຕໍ່ຮ່າງກົດໝາຍທີ່ມີການເປີດເຜີຍໂດຍ ສະມາຊິກພັກຣີພັບບລີກັນໃນສະພາຕ່ຳ ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ຊຶ່ງຖ້າຫາກມີການ ຮັບຮອງເອົາກໍຈະອະນຸມັດໃຫ້ສະພາຟ້ອງຮ້ອງປະທານາທິບໍດີໄດ້. ຮ່າງກົດໝາຍສະບັບນີ້ ກ່າວຫາປະທານາທິບໍດີວ່າລະເມີດລັດຖະທຳມະນູນໃນປີ 2013 ຊຶ່ງໄດ້ປ່ຽນແປງກົດໝາຍ
ຮັກສາສຸພາບທີ່ທ່ານເຊັນເອງນັ້ນໂດຍ ບໍ່ໄດ້ຮັບການອະນຸມັດຈາກສະພາ.

ຮ່າງກົດໝາຍສະບັບນີ້ ໄດ້ອ້າງເຖິງການຕັດສິນໃຈຂ ອງລັດຖະບານທ່ານໂອບາມາ ທີ່ຈະ ໂຈະຂໍ້ບັງຄັບໃຫ້ພວກນາຍຈ້າງສະໜອງປະກັນໄພສຸຂະພາບສຳລັບພວກຄົນງານເຂົາເຈົ້າ. ປະທານສະພາຕ່ຳສະຫະລັດ ທ່ານ John Boehner ກ່າວວ່າ ປະທານາທິບໍດີລະເມີດລັດ ຖະທຳມະນູນ ທີ່ໄດ້ປ່ຽນແປງຂໍ້ບັງຄັບດັ່ງກ່າວໂດຍບໍ່ໄດ້ຮັບອະນຸຍາດຈາກສະພາ.

XS
SM
MD
LG