ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການປີນຮົ້ວ ຂ້າມເຂົ້າໄປ ໃນເດີ່ນທຳນຽບຂາວ ເທື່ອໃໝ່


ທຳນຽບຂາວ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ
ທຳນຽບຂາວ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ

ຜູ້​ຊາຍ​ອາຍຸ 23 ປີ​ໄດ້​ຖືກ​ຕຳຫລວດ​ຈັບ​ໄວ້​ໃນ​ວັນ​ພະຫັດ​ມື້​ນີ້
ຫລັງ​ຈາກ​ລາວ​ໄດ້​ປີນ​ຮົ້ວເຂົ້າໄປໃນ​ເດີ່ນທຳ​ນຽບຂາວ ຊຶ່ງພາ
ໃຫ້​ມີ​ການ​ປິດ ຫ້າມ​ເຂົ້າ​ອອກ​ຢູ່​ບໍລິ​ເວນ ທຳນຽບປະທານາທິ
ບໍດີສະຫະລັດ ​ເປັນ​ຄັ້ງ​ທີ​ສອງ​ ທີ່​ເກີດການຜິດພາດ ໃນ​ການ
​ຮັກສາ​ຄວາມ​ປອດ​ໄພ ນັບ​ແຕ່​ເດືອນ​ກັນຍາ​ ເປັນ​ຕົ້ນ​ມາ.

​ໂຄສົກ​ຕຳຫລວດ​ລັບ​ອາລັກຂາປະທານາທິບໍດີຄົນ​ນຶ່ງ ​ກ່າວ
​ວ່າ ທ້າວ Dominic Adesanya ທີ່ມາຈາກ ລັດແມຣິ​ແລນ ​
ໃກ້​ກັບ​ນະຄອນ​ຫລວງ​ສະຫະລັດ ​ໄດ້​ຖືກ​ຈັບ ຫລັງ​ຈາກ​ເຈົ້າ​
ໜ້າ​ທີ່​ແລະໝາ​ໄລ່ທັນຜູ້ກ່ຽວ ປະມານ 7 ​ໂມງ​ແລງຕາມ​ເວລາ​
ທ້ອງ​ຖິ່ນ.

ອີງຕາມໂຄສົກແລ້ວ ຜູ້​ລຸກ​ລໍ້າ​ຄົນນີ້ມີລາຍງານວ່າ ໄດ້ເຕະ​ໝາ ​ແລະ​ໝາ​ສອງ​ໂຕ​ໄດ້​ຖືກ​
ນຳໄປ​ຫາໝໍ​ປົວ​ສັດ ​ເພື່ອ​ປິ່ນປົວ​ບາດ​ເຈັບ​ທີ່​ໄດ້​ຮັບ ​ໃນ​ລະຫວ່າງເກີດ​ເຫດການດັ່ງກ່າວ.

ພໍ່​ຂອງ ທ້າວ Adesanya ກ່າວ​ຕໍ່​ໂທລະ​ພາບ​ທ້ອງ​ຖິ່ນ​ວ່າ ລູກ​ຊາຍ​ຂອງລາວ ​ເປັນໂຣກ
ຈິດລະແວງສົງໄສ ​ແລະ​ເຊື່ອ​ວ່າ ຕົນພວມຢູ່​ພາຍ​ໃຕ້​ການ​ຖືກຕິດຕາມສິ້ງຊອມເບິ່ງ.

ຍັງ​ບໍ່​ທັນ​ມີ​ການປະກາດ​ ກ່ຽວກັບການຕັ້ງຂໍ້ຫາເທື່ອ ໃນ​ຄະດີນີ້.

WHITE HOUSE SECURITY VO
please wait

No media source currently available

0:00 0:00:54 0:00

ເຫດການໃນທຳນອງດຽວກັນ​ເມື່ອ​ເດືອນ​ແລ້ວ​ນີ້ ກໍຄືທ້າວ Omar Gonzalez ອາຍຸ 42
ປີ ນັກລົບເກົ່າທີ່ມີມີດເປັນອາວຸດ ໄດ້ແລ່ນ​ຂ້າມ​ເດີ່ນຫຍ້າ ​ແລະ​ເຂົ້າ​ໄປ​ໃນ​ທຳນຽບຂາວ
ກ່ອນ​ທີ່​ລາ​ວຖືກ​ຈັບ​ໄດ້.

ລາວ​ຍັງ​ມີ​ລູກປືນ​ຫລາຍ​ກວ່າ 800 ລູກ ຂວັນ​ສອງ​ອັນ ​ແລະມີດ​ຍາວ​ອັນນຶ່ງ ​ຢູ່​ໃນ​ລົດ​ຂອງ
​ລ​າວ. ທ້າວ Gonzalez ປະ​ເຊີນ​ໜ້າ​ກັບ​ການຖືກກ່າວ​ຫາວ່າ “ທໍາຮ້າຍ ຂັດຂືນ​ ຫລື​ຕ້ານ
ຢັນ” ​ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ລັບສະຫະລັດ.

ການ​ຂາດຕົກບົກຜ່ອງ ໃນການຮັກສາຄວາມ​ປອດ​ໄພ ແບບທີ່​ບໍ່ເຄີຍ​ມີ​ມາ​ກ່ອນ ​ໄດ້​ນຳພາ
​ໄປ​ສູ່ ​ການ​ຮັບ​ຟັງຄຳໃຫ້ການ ຂອງ​ຄະນະ​ກຳ​ມະ​ການລັດຖະສະພາ ​ແລະ​ການ​ລາ​ອອກ
​ຂອງທ່ານນາງ Julia Pierson ​ຈາກ​ຫົວໜ້າ​ຕຳຫລວດ​ລັບ.

ວີດີໂອພາສາລາວ ກ່ຽວກັບການລ່ວງລ້ຳ ເຂົ້າໄປໃນທຳນຽບຂາວ ເມື່ອເດືອນກັນຍາ:

XS
SM
MD
LG