ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ແລະ ຄອບຄົວ ຢືນຢັນ ການເສຍຊີວິດ ຂອງ ໂຕປະກັນ ສະຫະລັດ


ຮູບພາບຂອງນາງ Kayla Jean Mueller, ໄວ 26 ປີ ໂຕປະກັນສະຫະລັດ ທີ່ເສຍຊີວິດ .
ຮູບພາບຂອງນາງ Kayla Jean Mueller, ໄວ 26 ປີ ໂຕປະກັນສະຫະລັດ ທີ່ເສຍຊີວິດ .

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ​ຄອບຄົວ​ຂອງ​ນາງ ​ໄດ້​ຢືນຢັນ
​ວ່າ ​ແມ່ຍິງ​ຄົນ​ນຶ່ງ​ຈາກ​ສະຫະລັດ ທີ່​ຖືກ​ກັກເປັນ​ໂຕ​ປະກັນ​ໃນ
​ຊີ​ເຣຍ ​ໄດ້ເສຍ​ຊີວິດ​ແລ້ວ 4 ມື້​ ຫຼັງ​ຈາກ​ພວກຫົວ​ຮຸນ​ແຮງ​ລັດ​
ອິສລາມ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຝ່າຍ​ແນວໂຮມ
​ໄດ້​ສັງຫານ​ພະນັກງານ​ຊ່ອຍ​ເຫຼືອ​ອາ​ເມຣິກັນ​ຄົນ​ນີ້.

ທ່ານ Josh Earnest ​ໂຄສົກ​ປະຈຳ​ທຳນຽບຂາວ ກ່າວ​ວ່າ ບັນ
ດາ​ນັກວິ​ເຄາະ​ດ້ານ​ສືບ​ລັບ​ຂອງ​ສະຫະລັດ​ ຍັງ​ບໍ່​ທັນ​ໄດ້ລົງຄວາມ
ເຫັນ​ເທື່ອ​ວ່າ ​ເວລາ​ໃດ ແລະດ້ວຍ​ວິທີ​ໃດ ນາງ Kayla Mueller
​ໄວ 26 ປີ​ເສຍ​ຊີວິດ ຫຼັງ​ຈາກ​ຖືກ​ລັກພາ​ໂຕ​ໄປ​ໃນ​ເດືອນ​ສິງຫາ​ປີ
2013 ນັ້ນ.

America Mourns US Aid Worker's Death in Syria
please wait

No media source currently available

0:00 0:02:34 0:00

ພວກ​ກໍ່​ການ​ຮ້າຍ ອ້າງ​ຢູ່​ໃນ​ອິນ​ເຕີ​ແນັດ ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ​ນີ້​ວ່າການ​ໂຈມ​ຕີ​ທາງ​ອາກາດຂອງ​ຈໍ​ແດນ ​ໄດ້​ຕົກ​ຖືກ​ອາຄານ​ຫຼັງ​ນຶ່ງ​ບ່ອນ​ທີ່​ນາງ Mueller ຖືກ​ກັກ​ໂຕ​ໄວ້​ນັ້ນ ​ໃນ​ເມືອງ Raqqaຂອງ​ຊີ​ເຣຍ. ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່ຈໍ​ແດນ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຂອງ​ສະຫະ
ລັດ ​ແລະ​ຄົນ​ອື່ນໆ​ໄດ້​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ​ກ່ຽວ​ກັບ​ລາຍ​ງານຂອງ​ກຸ່ມ​ກໍ່​ການ​ຮ້າຍ​ນີ້.

ທ່ານ Eernest ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຈໍ​ແດນ ​ໃນ​ວັນ​ທີ 6 ກຸມພາ​ນີ້ ​ໄດ້
​ດຳ​ເນີນ​ໄປ​ໂດຍ​ໄດ້​ຮັບການ​ປະສານ​ງານ​ກັນ​ກັບ​ສະຫະລັດ​ ໃກ້​ກັບ​ເມືອງ Raqqa ນັ້ນ ​
ແຕ່ “ບໍ່​ມີ​ຫຼັກ​ຖານ​ໃດໆ​ທີ່​ວ່າ​ມີພວກ​ພົນລະ​ເຮືອນ​ຢູ່​ໃນ​ເຂດ​ເປົ້າ​ໝາຍ​ດັ່ງກ່າວ.
ອັນ​ນີ້​ເປັນ​ທີ່​ແນ່ນອນ ພາ​ໃຫ້​ມີ​ການ​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ ກ່ຽວ​ກັບ​ການ​ກ່າວ​ອ້າງ​
ທີ່​ພວກກຸ່ມລັດ ອິສລາມຫຼື ISIL ໄດ້​ປະກາດ​ອອກ​ມາ​ນີ້.”

ທ່ານ Earnest ກ່າວ​ຕື່ມ​ວ່າ” ອັນ​ທີ່​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ ກໍ​ແມ່ນ​ວ່າ
ກຸ່ມ ISIL ​ໂດຍບໍ່​ເວົ້າ​ເລື້ອ​ງສາຍ​ເຫດ​ຂອງ​ການ​ເສຍ​ຊີວິດ​ຂອງ​ນາງ​ນີ້​ແບບ​ໃດ​ກໍ​
ຕາມ ຈະ​ເປັນ​ຜູ້​ຮັບຜິດຊອບໃນເລື້ອງ​ນີ້.”


syriaushostagedeath11february15
please wait

No media source currently available

0:00 0:00:58 0:00

XS
SM
MD
LG