ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລໍ້ເລື່ອນ ອອກແບບໃໝ່ ສຳຫລັບຄົນພິການ ໃຊ້ງ່າຍ ແລະ ເຄື່ອນຍ້າຍໄດ້ ຫຼາຍຂຶ້ນ


New Wheelchair Is Easier to Use, Increases Mobility
please wait

No media source currently available

0:00 0:02:52 0:00

ເບິ່ງວີດີໂອ ລາຍງານນີ້

ພວກລໍ້​ເລື່ອນສຳ​ຫລັບ​ຄົນ​ພິການ ແບບດັ່ງເດີມນັ້ນ ​ແມ່ນຍູ້
ຂອບ​ລໍ້ເອົາ ຊຶ່ງສ້າງຄວາມເຄັ່ງຕຶງໃຫ້ແກ່ແຂນ ບ່າໄຫລ່ ແລະ
ກ້າມເນື້ອຕ່າງໆ ຂອງຄໍ ແລະ ຂໍ້ຕໍ່ຕ່າງໆໃນຮ່າງກາຍ. ລໍ້​ເລື່ອນ
ທີ່ອອກແບບໃໝ່ ຢ່າງຮອບດ້ານນີ້ ອີງຕາມພື້ນຖານເທັກໂນໂລຈີ
ຂອງລົດຖີບ ທີ່ມີພຽບພ້ອມຢູ່ແລ້ວນັ້ນ ເພື່ອເພີ້ມສະມັດ​ຖະ​ພາບ​
ຂອງການເຄື່ອນໄຫວ ໃນຂະນະທີ່ ຫລຸດຜ່ອນການໃຊ້ພະລັງ
ຂອງຮ່າງກາຍ. ຜູ້ສື່ຂ່າວວີໂອເອ George Putic ອະທິບາຍ
ເຖິງລາຍລະອຽດກ່ຽວກັບການອອກແບບໃໝ່ນີ້ ຊຶ່ງ ໄຊຈະເລີນສຸກ
ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສຳຫລັບຄົນພິການ ຫຼາຍໆຄົນແລ້ວ ມີພຽງທາງດຽວເທົ່ານັ້ນ ທີ່ພວກ​ເຂົາຈະເຄື່ອນຍ້າຍ
ໄປມາໄດ້ ແມ່ນດ້ວຍການນຳໃຊ້ລໍ້​ເລື່ອນ ຫຼື wheelchair. ສ່ວນ​ພວກ​ທີ່​ບໍ່​ສາມາດ​ຊື້​
ລໍ້ເລື່ອນລະບົບໄຟຟ້າ​ໄດ້ນັ້ນ ​ແມ່ນຕ້ອງ​ໄດ້​ໃຊ້​ແຮງ​ແຂນ​ ຂອງ​ພວກ​ເຂົາ​ເຈົ້າ​ເອງ ຊຶ່ງ​
ສ່ວນຫຼາຍ​ແມ່ນ​ພາໃຫ້ເກີດ ​ການ​ອິດ​ເມື່ອຍ ການ​ເຈັບ​ປວດ ​ແລະ ​ແມ່ນ​ກະ​ທັງ ​ເຮັດ​ໃຫ້​
ແ​ຂນ ​ແລະ ບ່າ​ໄຫລ່ ​ເສຍ​ຫາຍ​ຢ່າງ​ຖາ​ວອນ​ໄດ້.

​ໃນ​ປີ 2007 ມີ​ກຸ່ມ​ນັກສຶກສາ ສາຂາ​ວິ​ຊະວະ​ກຳ​ກົນ​ຈັກ ຈຳນວນ​ນຶ່ງ ຈາກ ສະ​ຖາ​ບັນ
​ເທັກ​ໂນ​ໂລ​ຈີ ​ແມ​ສສະ​ຈູ​ແສັດສ໌ ຫຼື Massachusetts Institute of Technology
(MIT) ໄດ້​ຕັດສິນ​ໃຈ ວ່າ ລໍ້ເລື່ອນ​ສຳ​ຫລັບ​ຄົນ​ພິການ​ຕ້ອງ​ໄດ້​ຮັບ​ການອອກ​ແບບໃໝ່.

ທ່ານ Amos Winter ດຽວ​ນີ້ ​ເປັນ​ອາຈານ​ສອນ ທີ່ MIT ​ໄດ້​ມີ​ແນວ​ຄິດ​ປະດິດສ້າງ ຫຼື
ນະວັດຕະກຳໃໝ່ ສຳ​ຫລັບ ລໍ້​ເລື່ອນທີ່​ເຄື່ອນ​ໄຫວ​ໄດ້​ ​ໂດຍຊຸກຄັນຈັບ. ກຸ່ມ​ດັ່ງກ່າວ​ນັ້ນ
​ໄດ້​ສ້າງຕັ້ງບໍລິສັດ​ນຶ່ງ​ຂຶ້ນມາ ​ເອີ້ນ​ວ່າ ອົງການ​ຄົ້ນຄວ້າ ​ແລະ ນະວັດຕະກຳ​ເທັກ​ໂນໂລຈີ
ໂລກ ຫຼື Global Research and Innovation Technology ທີ່​ເອີ້ນ​ຫຍໍ້​ ວ່າ GRIT​
ແລະ ​ໄດ້​ເລີ້ມ​ຜະລິດ ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ລໍ້ເລື່ອນເສລີພາບທີ່ ໃຊ້ໄມ້ຍູ້ ຫລື
Leveraged Freedom Chair ນັ້ນ.

ຫົວໜ້າ​ອຳນວຍ​ການ​ດ້ານ​ເທັກ​ໂນ​ໂລ​ຈີ ຂອງ​ບໍລິສັດ GRIT ທ່ານ Mario Bollini ກ່າວ
ອະທິບາຍ​ແນວ​ຄິດ​ດັ່ງກ່າວ ຜ່ານ​ທາງ Skype ວ່າ “ແທນທີ່ ຈະຈັບລໍ້ທັງສອງຂ້າງ
ຄືກັບເຈົ້າເຮັດ ຕາມປົກກະຕິ ກັບລໍ້ເລື່ອນນັ້ນ ແຕ່ເຈົ້າປ່ຽນມາຈັບຄັນຈັບສອງອັນ
ທີ່ເຈົ້າສາມາດຍູ້ມັນ ດ້ວຍມືເບື້ອງໃດກະໄດ້. ມັນຄືກັນກັບເຈົ້າ ອອກກຳລັງກາຍ
ແບບນັ່ງຢູ່ຕັ່ງ ແລ້ວຍູ້ນ້ຳໜັກອອກໄປ ຈາກໜ້າເອິກ. ແລະມັນໃຊ້ລະບົບຂັບເຄື່ອນ
ຂອງລົດຖີບ ຄ້າຍຄືກັນກັບ ອັນທີ່ເຈົ້າມີ ຢູ່ໃນລົດຖີບນັ້ນ ເພື່ອນຳສົ່ງພະລັງ ຈາກ
ພວກຄັນຈັບ ໄປຍັງລໍ້ທັງສອງຂ້າງ.”

ພວກລໍ້ເລື່ອນອື່ນໆ ແມ່ນຍັງອີງຕາມລະບົບພື້ນຖານເທັກໂນໂລຈີ ຂອງຍູ້ຄັນຈັບ ແຕ່
ທ່ານ Bollini ກ່າວວ່າ ການອອກແບບ ຂອງບໍລິສັດ GRIT ນັ້ນ ແມ່ນມີຈຸດພິເສດຢ່າງນ້ອຍ
ໃນສອງດ້ານ ທີ່ສຳຄັນ.

ທ່ານ Bollini ເວົ້າວ່າ “ແກນຫຼັກເທັກໂນໂລຈີ ຂອງພວກເຮົາ ແມ່ນການຂັບເຄື່ອນ
ຄັນຈັບນີ້ ທີ່ເຮັດໃຫ້ເຈົ້າ ສາມາດຜະລິດຂຶ້ນມາທັງໝົດ​ໄດ້ ດ້ວຍຊິ້ນສ່ວນຕ່າງໆ
ຈາກລົດຖີບ. ແລະດັ່ງນັ້ນ ມັນອຳນວຍໃຫ້ພວກເຮົາອອກແບບລໍ້ເລື່ອນ ທີ່ມີລາຄາ ຕ່ຳທີ່ສຸດແທ້ໆ ໂດຍພິເສດ ເມື່ອປຽບທຽບໃສ່ກັບ ຄູ່ແຂ່ງອື່ນໆ ຢູ່ໃນສະຫະລັດແລ້ວ
ແມ່ນວ່າ ​ໃນລາຄາເຄິ່ງນຶ່ງ ຂອງລໍ້ເລື່ອນທີ່ຄ້າຍຄຽງກັນ ຢູ່ໃນທ້ອງຕະຫລາດນັ້ນ
ຂ້າພະເຈົ້າຄິດວ່າ ການປະຕິບັດງານ ຂອງລະບົບການຂັບເຄື່ອນ ຂອງພວກເຮົານັ້ນ ແມ່ນດີກວ່າອີກຊ້ຳ. ໃນອີກປະການນຶ່ງ ຕໍ່ຈາກນັ້ນ ພວກເຮົາມີລະບົບຂັບເຄື່ອນ ພຽງຜູ້ດຽວ ທີ່ໃຫ້ເຈົ້າປັບປ່ຽນ ບ່ອນຈັບຂອງຄັນຈັບ ທີ່ມີກົນໄກເຮັດໃຫ້ໄດ້ຜົນປະໂຫຍດ​ເໜືອກ​ວ່າ.”

ທ່ານ Bollini ກ່າວວ່າ ລໍ້ເລື່ອນທີ່ມີຄວາມທຸ່ນທ່ຽງ ​ແມ່ນ​ມີ​ຄຸນ​ປະ​ໂຫຍ​ດ ອັນ​ພິ​ເສດ ສຳ​ຫລັບ ການ​ເຄື່ອນ​ຍ້າຍ​ເທິງ​ພື້ນ​ທີ່​ ລຸບ​ໂນນ​ຕ່າງໆ ​ໂດຍສ່ວນຫຼາຍ ຈະ​ພົບ​ເຫັນ​ຢູ່​ໃນ​ບັນດາ​ປະ​ເທດ ທີ່​ກຳລັງ​ພັດທະນາ.

ທ່ານ Bollini ​ເວົ້າວ່າ “ພວກ​ເຮົາ​ມີ​ລໍ້ເລື່ອນຂອງ​ເຮົາ ​ໃນ​ອິນ​ເດຍ ຜ່ານມາ​ ເປັນ​ເວລາ
ຫຼາຍໆ​ປີ ມາ​ແລ້ວ ​ແລະ​ມັນ​ຍັງ​ປະຕິບັດ​ງານ​ໄດ້ເປັນຢ່າງ​ດີ​ຢູ່ ​ແລະ ລໍ້​ເລື່ອນ ຢູ່​ໃນ
​ເຂດ​ໃຕ້​ທະ​ເລຊາຍ Sahara ຂອງ​ອາ​ຟຣິກາ ທີ່​ຍັງ​ທຳ​ງານ​ໄດ້​ເປັນ​ຢ່າງ​ດີ ຢູ່​ນອກ​
ສະໜາມ. ​ແລະ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ພວກ​ເຮົາ​ໄດ້​ອອກ​ແບບ ລໍ້​ເລື່ອນ ​ເພື່ອ​ວ່າ ທຸກ​
ຊິ້ນສ່ວນ​ຂອງ​ລໍ້​ນັ້ນ ​ແມ່ນ​ສາມາດ​ຊອກ​ຫາໄດ້​ຢ່າງ​ງ່າຍດາຍ ຢູ່​ໃນ​ຕະຫລາດ​ທ້ອງ​
ຖິ່ນຕ່າງໆ.”

ຖ້າວ່າ ລໍ້​ອັນ​ນຶ່ງ ຫຼື ​ໂສ້ຂອງມັນເພ ກໍ​ສາມາດ​ປ່ຽນ​ໄດ້​ ດ້ວຍ​ລໍ້ ແລະ ​ໂສ້ ​ຂອງ​ລົດຖີບ
ທຳ​ມະ​ດາ.

ການ​ຜະລິດລໍ້​ເລື່ອນ ​ໄດ້​ເລີ້ມ​ຕົ້ນຂຶ້ນ ​ໃນ​ປີ 2011 ​ແລະ ທ່ານ Bollini ກ່າວ​ວ່າ ​ໃນ​ປີ​ກາຍ​ນີ້
ບໍລິສັດ GRIT ​ໄດ້​ຈັດ​ສົ່ງ ​ເກືອບ 1,200 ລໍ້​ເລື່ອນ​ໄມ້ຍູ້ ​ໄປ​ຍັງ 17 ປະ​ເທດ ​ແລ້ວ.

​ໂດຍສ່ວນຫຼາຍ ພວກ​ເຮົາ ຂາຍ​ລໍ້​ເລື່ອນ ​ໃຫ້​ແກ່​ອົງການ​ຊ່ວຍ​ເຫຼືອ ​ແລະ ອົງການ ທີ່​ບໍ່​ຂຶ້ນ
ກັບ​ລັດຖະບານ ຫຼື NGO ຕ່າງໆ ຊຶ່ງ​ໄດ້​ນຳ​ໄປແຈກ​ຢາຍ​ໃຫ້ຟຣີ.

ບໍລິສັດ​ດັ່ງກ່າວ ບັດ​ນີ້ ມີ​ແຜນ​ທີ່​ຈະ​ອອກ​ແບບ ລໍ້​ເລື່ອນພັບ​ໄດ້ ທີ່​ສາມາດ​ຊື້​ມາໃຊ້ໄດ້ ໃນ
​ລາຄາເທົ່າ​ທຽມ​ກັບ​ລໍ້ດັ່ງກ່າວ​ນັ້ນ.

XS
SM
MD
LG