ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ເຖິງເວລາແລ້ວ ທີ່ລັດຖະສະພາ ຈະຕ້ອງຮັບຜ່ານ ງົບປະມານ


 ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ໃນຄຳປາໄສປະຈຳສັບປະດາ ໃນວັນເສົາມື້ນີ້ ປະທານາທິບໍດີ
ສະຫະລັດທ່ານ ບາຣັກ ໂອບາມາ ກ່າວວ່າ ມັນເຖິງເວລາແລ້ວ ທີ່ລັດຖະສະພາຈະຮັບຮອງເອົາ ງົບປະມານທີ່ມີຄວາມຮັບຜິດ
ຊອບ.

ປະທານາທິບໍດີໂອບາມາ ໄດ້ກ່າວເຖິງຄວາມກ້າວໜ້າ ທາງ
ດ້ານເສດຖະກິດ ທີ່ສະຫະລັດໄດ້ບັນລຸ ນັບແຕ່ການສ້າງວຽກເຮັດງານທຳໃໝ່ 13 ລ້ານ
ໜ້າວຽກ ໃນໄລຍະ 5 ປີເຄີ່ງທີ່ຜ່ານມານີ້ ຕະຫຼອດຈົນ 17 ລັດ ໄດ້ຂຶ້ນຄ່າຈ້າງເງິນເດືອນ ຂັ້ນຕ່ຳສຸດ.

ທ່ານເວົ້າວ່າ ລັດຖະສະພາຕ້ອງໄດ້ເຮັດໃນພາກສ່ວນຂອງເຂົາເຈົ້າ ເພື່ອສືບຕໍ່ຊ່ອຍໃຫ້ ເສດຖະກິດເຕີບໂຕ ແຕ່ແທນທີ່ ຈະເຮັດຈັ່ງຊັ້ນ ກັບພາກັນອອກຈາກ ວໍຊິງຕັນໄປ ເມື່ອ
ເດືອນແລ້ວນີ້ ທັງໆທີ່ວຽກງານສ່ວນໃຫຍ່ຍັງບໍ່ສຳເລັດລຸລ່ວງ.

ທ່ານເວົ້າວ່າ ສະພາບໍ່ສາມາດຕໍ່ອາຍຸທະນາຂາເຂົ້າ-ຂ້າອອກຊຶ່ງໄດ້ຮັບການສະໜັບສະ ໜຸນຈາກທັງສອງພັກການເມືອງ ແລະມີໜ້າທີ່ແຕ່ພຽງອັນດຽວກໍຄືສ້າງວຽກເຮັດງານທຳ ໃຫ້ແກ່ຊາວອາເມຣິກັນ ໂດຍຂະຫຍາຍການສົ່ງອອກ ຂອງປະເທດຊາດ ແລະ ສິ່ງທີ່ຮີບ ດ່ວນສຸດສະມາຊິກສະພາຂອງພັກຣີພັບບລີກັນບໍ່ສາມາດເຮັດໜ້າທີ່ພື້ນຖານທີ່ສຸດເພື່ອ ອະນຸມັດເງິນສະໜັບສະໜຸນລັດຖະບານຊຶ່ງຈະເຮັດ ໃຫ້ພວກເຂົາເຈົ້າມີເວລາພຽງບໍ່ເທົ່າ ໃດອາທິດຫຼັງຈາກກັບມາແລ້ວເພື່ອຮັບຜ່ານຮ່າງງົບປະມານຫລືອັດລັດຖະບານເປັນຄັ້ງ ທີສອງພາຍໃນໄລຍະເວລາສອງປີ.

ປະທານາທິບໍດີ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລັດຖະສະພາ ຈຳເປັນຕ້ອງໄດ້ເຮັດ ວຽກເຮັດການໃນນາມປະຊາຊົນອາເມຣິກັນ ແລະບັນລຸການຕົກລົງໃນດ້ານງົບປະມານ ທີ່ຊ່ອຍບັນເທົາໃນການຕັດການໃຊ້ຈ່າຍລົງຢ່າງເປັນອັນຕະລາຍແລະ ເຮັດໃຫ້ເສດຖະ ກິດຂອງພວກເຮົາສືບຕໍ່ຂະຫຍາຍໂຕ.

Weekly Address: It's Time for Congress To Pass a Responsible Budget

WASHINGTON, DC — In this week's address, the President spoke to the economic progress that our country has made, from 13 million new jobs created over the past five and a half years, to 17 states raising the minimum wage.Congress needs to do its part to continue to help grow the economy, but instead left town last month with a great deal undone.Congress failed to reauthorize the Ex-Im Bank, which enjoys bipartisan support and is tasked solely with creating American jobs by growing exports.And most pressingly, the Republican Congress failed to uphold their most basic responsibility to fund the government, leaving them only a few weeks once they return to pass a budget, or shut down the government for the second time in two years.The President made clear that Congress needs to get to work on behalf of the American people and reach a budget agreement that relieves the harmful sequester cuts and keeps our economy growing.

XS
SM
MD
LG