ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະ​ຜູ້ຊ່ຽວຊານ​ ທະນາ​ຄານໂລກ ຄາດໝາຍວ່າ ເສດຖະກິດລາວ ຈະຫຼຸດລົງ ໃນປີ 2015


ທ່ານນາງ Keiko Miwa ຜູ້ຕາງໜ້າ ຄະນະຜູ້ຊ່ຽວຊານ ຂອງ​ທະນາຄານ​ໂລກ (World Bank) ປະຈຳ ສປປ ລາວ
ທ່ານນາງ Keiko Miwa ຜູ້ຕາງໜ້າ ຄະນະຜູ້ຊ່ຽວຊານ ຂອງ​ທະນາຄານ​ໂລກ (World Bank) ປະຈຳ ສປປ ລາວ

ຄະນະ​ຜູ້ຊ່ຽວຊານ​ຂອງ​ທະນາຄານ​ໂລກ (World Bank) ຄາດ
ໝາຍວ່າ ເສດຖະກິດຂອງລາວຈະຂະຫຍາຍໂຕ ໃນອັດຕາສະ
ເລ່ຍ 6.4 ເປີເຊັນ ໃນປີ 2015 ໂດຍຫລຸດລົງໃນອັດຕາສະເລ່ຍ
1.1 ເປີເຊັນ ເມື່ອທຽບກັບປີ 2014 ທີ່ຜ່ານມາ.

ຄະນະຜູ້ຊ່ຽວຊານຂອງທະນາຄານໂລກ (World Bank) ປະຈຳ ສປປ ລາວ ໄດ້ຖະແຫລງ
ຕໍ່ສື່ມວນຊົນ ໃນລາວຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ນານມານີ້ ວ່າ ການຂະຫຍາຍໂຕ
ທາງເສດຖະກິດຂອງລາວໃນປີ 2015 ຈະຫລຸດລົງຈາກປີ 2014 ໃນອັດຕາສະເລ່ຍ 1.1
ເປີເຊັນ ກໍຄືຫລຸດລົງຈາກອັດຕາສະເລ່ຍ 7.5 ເປີເຊັນ ໃນປີ 2014 ເຫຼືອພຽງ 6.4 ເປີເຊັນ
ເທົ່ານັ້ນ ໃນປີ 2015 ນີ້.

ໂດຍປັດໄຈສຳຄັນ ທີ່ເຮັດໃຫ້ເສດຖະກິດ ຂອງລາວຂະຫຍາຍໂຕຫລຸດລົງນັ້ນ ກໍຕຄືການ
ຜະລິດແຮ່ທາດໂດຍລວມ ຍັງຢູ່ໃນລະດັບເກົ່າ ເມື່ອທຽບກັບປີ 2014 ໃນຂະນະທີ່ການ
ເຕີບໂຕ ຂອງສິນເຊື່ອໃນລະບົບທະນາຄານຂອງລາວ ກໍມີທ່າອຽງຫລຸດລົງ ສ່ວນລາຍຈ່າຍ
ຂອງພາກລັດ ກໍຍັງບໍ່ທັນມີການຂະຫຍາຍໂຕ ເທົ່າທີ່ຄວນ ແລະ ການຈັດເກັບລາຍຮັບຈາກ
ພາສີອາກອນ ຂອງລັດຖະບານລາວ ກໍຍັງບໍ່ໄດ້ຕາມເປົ້າໝາຍ.

ໂຮງງານຜະລິດທອງແດງ ແລະຄຳ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ
ໂຮງງານຜະລິດທອງແດງ ແລະຄຳ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ

ແຕ່ຢ່າງໃດກໍຕາມ ຄະນະຜູ້ຊ່ຽວຊານຂອງທະນາຄານໂລກ ກໍໃຫ້
ການຄາດໝາຍວ່າ ເສດຖະກິດຂອງລາວຈະຂະຫຍາຍໂຕເພີ້ມ
ຂຶ້ນເປັນ 7.3 ເປີເຊັນ ໃນປີ 2016 ຊຶ່ງກໍຖືວ່າສອດຄ້ອງກັບຄະນະ
ຜູ້ຊ່ຽວຊານ ຂອງທະນາຄານພັດທະນາເອເຊຍ (ADB) ປະຈຳ
ສປປ ລາວ ທີ່ຄາດໝາຍວ່າ ເສດຖະກິດຂອງລາວໃນປີ 2015
ຈະຂະຫຍາຍໂຕເພີ້ມຂຶ້ນ ໃນອັດຕາສະເລ່ຍ 7 ເປີເຊັນ ຊຶ່ງຫລຸດ
ລົງຈາກ 7.4 ເປີເຊັນ ໃນປີ 2014 ແຕ່ຈະເພີ້ມຂຶ້ນເປັນ 7.3
ເປີເຊັນ ໃນປີ 2016.

ທັງນີ້ໂດຍເປັນຜົນຈາກການທີ່ລາວ ເປັນສະມາຊິກປະຊາຄົມ ເສດຖະກິດອາຊ່ຽນ ທີ່ຈະມີ
ຜົນປະຕິບັດນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປ ຊຶ່ງຈະມີສ່ວນຢ່າງສຳຄັນ ໃນການ
ດຶງດູດເອົາການລົງທຶນຈາກຕ່າງປະເທດ ໃຫ້ເຂົ້າມາໃນລາວຫຼາຍຂຶ້ນນັບມື້ ໂດຍໃນນີ້
ກໍລວມເຖິງພາກບໍລິການ ການທ່ອງທ່ຽວ ແລະພາກພະລັງງານທີ່ຈະມີການລົງທຶນ ເພື່ອກໍ່
ສ້າງເຂື່ອນຜະລິດໄຟຟ້າຫຼາຍຂຶ້ນ ຢ່າງຕໍ່ເນື່ອງອີກດ້ວຍ.

ກ່ອນໜ້ານີ້ ກະຊວງແຜນການ ແລະການລົງທຶນລາຍງານວ່າ ໃນແຜນການປະຈຳປີ 2014-2015 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍ ການພັດທະນາເສດຖະກິດໃຫ້ຂະ
ຫຍາຍໂຕເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ການທີ່ຈະຮັບປະກັນໄດ້ ຢ່າງຄັກແນ່
ວ່າ ເສດຖະກິດຂອງລາວຈະຂະຫຍາຍໂຕ ໃນອັດຕາດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈຳເປັນ
ຈະຕ້ອງລະດົມການລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດໃຫ້ໄດ້ ຫຼາຍກວ່າ 39,690
ຕື້ກີບ ຫຼື 32 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ໃນຕະຫລອດ ແຜນ
ການປີນີ້.

ແຕ່ຢ່າງໃດກໍຕາມ ລັດຖະບານລາວຄາດວ່າ ຈະສາມາດປະກອບສ່ວນ ດ້ວຍການລົງທຶນ
ໃນພາກລັດຖະບານໄດ້ ໃນມູນຄ່າລວມພຽງ 3,300 ຕື້ກີບ ຫຼືບໍ່ເຖິງ 10 ເປີເຊັນ ເທົ່ານັ້ນ
ສ່ວນທີ່ເຫຼືອ ກໍຈະຕ້ອງລະດົມ ຈາກການລົງທຶນຂອງເອກະຊົນລາວ ແລະ ຕ່າງຊາດໃຫ້ໄດ້
ບໍ່ນ້ອຍກວ່າ 18,200 ຕື້ກີບ ຮວມກັບການຂໍຄວາມຊ່ອຍເຫຼືອ ຈາກຕ່າງປະເທດ ແລະ ເພີ້ມ
ວົງເງິນສິນເຊື່ອໃນປະເທດໃຫ້ໄດ້ເຖິງ 18,190 ຕື້ກີບອີກດ້ວຍ.

ການຈັດຕັ້ງປະຕິບັດດັ່ງກ່າວ ຢູ່ພາຍໃຕ້ແຜນການ ພັດທະນາເສດຖະກິດ ສັງຄົມແຫ່ງຊາດ
ໄລຍະ 5 ປີຄັ້ງທີ 7 ໂດຍໃນໄລຍະເຄິ່ງ ແຜນການທີ່ຜ່ານມາ ກໍປາກົດວ່າ ເສດຖະກິດລາວ
ໄດ້ຂະຫຍາຍໂຕເພີ້ມຂຶ້ນ ໃນອັດຕາສະເລ່ຍເຖິງ 8.2 ເປີເຊັນຕໍ່ປີ ແລະ ຖົວສະເລ່ຍເປັນ
ລາຍຮັບຂອງປະຊາກອນລາວໄດ້ເຖິງ 1,500 ດອນລາຕໍ່ຄົນ ໃນປີ 2013 ສ່ວນໃນແຜນ
ການປີ 2015 ນີ້ ກໍຄາດວ່າ ຈະເພີ້ມຂຶ້ນເປັນບໍ່ນ້ອຍກວ່າ 1,700 ດອນລາຕໍ່ຄົນຕໍ່ປີ.

ທາງດ້ານທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ຈາກເຂດແຂວງຈຳປາສັກ
ໄດ້ໃຫ້ທັດສະນະວ່າ ການພັດທະນາໃນໄລຍະທີ່ຜ່ານມາ ເຮັດໃຫ້ສະພາບຊີວິດການເປັນຢູ່
ຂອງປະຊາຊົນລາວຢູ່ໃນເຂດຕົວເມືອງ ກັບເຂດຊົນນະບົດມີຄວາມແຕກໂຕນກັນ ຫຼາຍຂຶ້ນ
ນັບມື້ ດັ່ງທີ່ທ່ານໄດ້ໃຫ້ການອະທິບາຍວ່າ:

“ຄວາມທຸກຍາກຂອງປະຊາຊົນຢູ່ໃນເຂດຊົນນະບົດ ຫ່າງໄກຊອກຫລີກ ຖ້າທຽບ
ໃສ່ຢູ່ຕົວເມືອງເຫັນວ່າ ຍັງມີຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ
ພວກເຮົາເຫັນວ່າ ລູກຫຼານຂອງປະຊາຊົນທີ່ທຸກຍາກ ແມ່ນຂາດການສຶກສາຮ່ຳ
ຮຽນ ໝາຍຄວາມວ່າ ລູກຫຼານທີ່ຢູ່ໃນໄວອາຍຸຮ່ຳຮຽນ ກໍໄດ້ອອກຈາກໂຮງຮຽນ.”

ໂດຍຈະເຫັນໄດ້ຈາກເຂດນະຄອນຫລວງວຽງຈັນ ທີ່ປະຊາຊົນມີລາຍໄດ້ສະເລ່ຍເຖິງ 27
ລ້ານກີບ ຫຼື 3,346 ດອນລາຕໍ່ຄົນ ແຕ່ປະຊາຊົນໃນແຂວງຜົ້ງສາລີ ກັບມີລາຍໄດ້ສະເລ່ຍ
6 ລ້ານກີບ ຫຼື 745 ດອນລາຕໍ່ຄົນເທົ່ານັ້ນ.

XS
SM
MD
LG