ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລັດອິສລາມ ອ້າງເອົາ ຄວາມຮັບຜິດຊອບ ໃນການວາງລະເບີດ ໃກ້ກົງສຸນ ສຫລ ທີ່ Irbil


ເຈົ້າໜ້າທີ່ກູ້ໄພສຸກເສີນ ເຕົ້າໂຮມກັນຢູ່ບ່ອນເກີດເຫດ ທີ່ເມືອງ Irbil ປະເທດອີຣັກ (17 ເມສາ 2015)
ເຈົ້າໜ້າທີ່ກູ້ໄພສຸກເສີນ ເຕົ້າໂຮມກັນຢູ່ບ່ອນເກີດເຫດ ທີ່ເມືອງ Irbil ປະເທດອີຣັກ (17 ເມສາ 2015)

ລະເບີດ ທີ່ຫ້າງໃສ່ລົດຄັນນຶ່ງ ໄດ້ແຕກຂຶ້ນໃນວັນສຸກວານນີ້ ຢູ່
ນອກກົງສຸນສະຫະລັດ ທີ່ເມືອງ Irbil ທາງພາກເໜືອຂອງອີຣັກ
ໃນການໂຈມຕີ ທີ່ອ້າງເອົາຄວາມຮັບຜິດຊອບ ໂດຍກຸ່ມລັດອິສ
ລາມ.

ກຸ່ມສືບລັບ SITE ທີ່ມີສຳນັກງານຢູ່ສະຫະລັດ ຊຶ່ງໄດ້ຕິດຕາມ
ເບິ່ງເວັບໄຊທ໌ຂອງຫົວຮຸນແຮງອິສລາມ ຫຼືຈີຮາດີ ໄດ້ສົ່ງຂ່າວ
ຜ່ານທາງ Twitter ໃນມື້ວັນສຸກວານນີ້ວ່າພວກຫົວຮຸນແຮງລັດ
ອິສລາມໃນແຂວງ Kirkuk ໄດ້ອ້າງເອົາຄວາມຮັບຜິດກ່ຽວກັບ
ການວາງລະເບີດດັ່ງກ່າວ.

ຢ່າງໜ້ອຍມີ 3 ຄົນໄດ້ເສຍຊີວິດໃນເຫດລະເບີດຄັ້ງນີ້ໃນຂະນະທີ່ອີກ 5 ຄົນໄດ້ຮັບບາດ
ເຈັບ ອີງຕາມເຈົ້າໜ້າທີ່ເຄີດ.

ກະຊວງການຕ່າງປະເທດສະຫະລັດ ໄດ້ປະນາມ ການໂຈມຕີດັ່ງກ່າວ ແລະ ໄດ້ສະແດງ ຄວາມເສົ້າສະຫລົດໃຈຕໍ່ບັນດາຄອບຄົວຂອງພວກເຄາະຮ້າຍ. ໂຄສົກກະຊວງການຕ່າງ ປະເທດ ທ່ານນາງ Marie Harf ກ່າວວ່າ ບໍ່ມີເຈົ້າໜ້າທີ່ສະຫະລັດໄດ້ຮັບບາດເຈັບ ແລະ ເວົ້າວ່າ ສະຫະລັດຂໍສະແດງຄວາມຊົມເຊີຍໃນການຕອບຮັບຢ່າງວ່ອງໄວຂອງເຈົ້າໜ້າທີ່ ລັດຖະບານພູມີພາກ Kurdistan ແລະຈະດຳເນີນງານຮ່ວມກັບພວກເຈົ້າໜ້າທີ່ເຫລົ່ານີ້ ເພື່ອສືບສວນເບິ່ງເຫດລະເບີດ.

ນອກຈາກເຫດລະເບີດແລ້ວ ຍັງມີລາຍງານວ່າ ໄດ້ຍິນສຽງປືນດັງຂຶ້ນ ຊຶ່ງບໍ່ຄ່ອຍໄດ້ຍິນ ກັນຢູ່ໃນເມືອງເອກ ຂອງເຂດ Kurdistan ຊຶ່ງສ່ວນໃຫຍ່ແລ້ວ ແມ່ນເປັນເມືອງທີ່ຂ້ອນ ຂ້າງງຽບສະຫງົບດີ.

ຫົວໜ້າບັນນາທິການ ຂອງອົງການຂ່າວ ABC ໄດ້ສົ່ງ Twitter ກ່ຽວກັບລາຍງານທີ່ວ່າ ລົດຄັນດັ່ງກ່າວ ໄດ້ຖືກຂັບໄປທີ່ກົງສຸນສະຫະລັດ ແລະຍາມກໍໄດ້ຍິງປືນເຂົ້າໃສ່ກ່ອນຜູ້ ໂຈມຕີສະຫຼະຊີບຈະບີບຄະນວນລະເບີດທີ່ຫ້າງໄວ້ໃນລົດໃຫ້ແຕກຂຶ້ນ.

ການໂຈມຕີດັ່ງກ່າວມີຂຶ້ນໃນຂະນະທີ່ລະເບີດຮ້າຍແຮງຫຼາຍລູກໄດ້ແຕກຂຶ້ນຢູ່ທີ່ນະຄອນ ຫຼວງຂອງອີຣັກ ໃນວັນສຸກວານນີ້.

Iraq
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG