ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວຽງຈັນ ຈະ​ບັນລຸ ​ເປົ້າໝາຍ ດ້ານ​ການສຶກສາ​ ສຳລັບ ພວກເດັກນ້ອຍ ໃນປີ 2015


ແຜນການ​ພັດ​ທະ​ນາ​ການ​ສຶກສາ​ໃນສົກ​ປີ 2013-2014 ນີ້ ກໍ​ຄື​ການ​ເພີ້​ມອັດຕາ​ການ​ສຶກສາ ກ່ອນ​ໄວ​ຮຽນ ​ໃຫ້​ໄດ້​ເຖິງ 81
​ເປີ​ເຊັນ ຂອງ​​ເດັກນ້ອຍ​ ອາຍຸ​ລະຫວ່າງ 3-5 ປີ.
ແຜນການ​ພັດ​ທະ​ນາ​ການ​ສຶກສາ​ໃນສົກ​ປີ 2013-2014 ນີ້ ກໍ​ຄື​ການ​ເພີ້​ມອັດຕາ​ການ​ສຶກສາ ກ່ອນ​ໄວ​ຮຽນ ​ໃຫ້​ໄດ້​ເຖິງ 81 ​ເປີ​ເຊັນ ຂອງ​​ເດັກນ້ອຍ​ ອາຍຸ​ລະຫວ່າງ 3-5 ປີ.

ນະຄອນຫລວງ​ວຽງຈັນ ຈະ​ບັນລຸ​ເປົ້າໝາຍ​ໃນ​ການ​ກະຈາຍ​
ໂອກາດດ້ານ​ການ​ສຶກສາ​ສຳລັບ​ເດັກນ້ອຍ​ທຸກ​ຄົນ​ໃນ​ປີ 2015
ຫາກ​ແຕ່​ຢູ່​ເຂດ​ຊົນນະບົດ​ຍັງ​ເປັນ​ການ​ຍາກ​ທີ່​ຈະ​ບັນລຸ​ເປົ້າໝາຍ
​ດັ່ງກ່າວ.

ທ່ານ​ຊົມ​ພູ ​ແກ້ວ​ປັນຍາ ຫົວໜ້າພະ​ແນກການ​ສຶກສາທິການ​ແລະ​ກິລາ ​ໃນ​ເຂດ​ນະຄອນ​ຫລວງ​ວຽງ​ຈັນ ຖະ​ແຫລ​ງວ່າ​ ເປົ້າໝາຍ​ສຳຄັນ​ ຂອງ​ແຜນການ​ພັດ​ທະ​ນາ​ການ​ສຶກສາ​

ໃນສົກ​ປີ 2013-2014 ນີ້ ກໍ​ຄື​ການ​ເພີ້​ມອັດຕາ​ການ​ສຶກສາກ່ອນ​ໄວ​ຮຽນ​ໃຫ້​ໄດ້​ເຖິງ 81
​ເປີ​ເຊັນ ຂອງເດັກນ້ອຍ​ອາຍຸ​ລະຫວ່າງ 3-5 ປີ ​ແລະ ​ເພີ້​ມອັດຕາ​ການ​ເຂົ້າຮຽນ​ຊັ້ນປະຖົມ
​ໃຫ້​ບັນລຸ​ເຖິງ 99.95 ​ເປີ​ເຊັນ ຂອງ​ເດັກນ້ອຍ​ອາຍຸລະຫວ່າງ 6-10 ປີ ພ້ອມ​ທັງ​ຮັບປະກັນ​
ໃຫ້​ມີ​ອັດຕາ​ການ​ຮຽນ​ຈົບຊັ້ນປະຖົມ​ໃຫ້​ໄດ້​ເຖິງ 95​.5 ​ເປີ​ເຊັນ ຂອງ​ເດັກນ້ອຍ​ໃນ​ໄວ​ຮຽນ​
ທັງ​ໝົດ.

​ໂດຍ​ຖ້າ​ຫາກ​ການຈັດຕັ້ງປະຕິບັດ​ ເປັນ​ໄປ​ຕາມແຜນການ​ທີ່​ວາງ​ໄວ້​ດັ່ງ​ກ່າວ ກໍ​ຈະ​ເປັນ
​ຫລັກ​ປະກັນ ​ທີ່​ດີ​ໃຫ້​ແກ່​ກາ​ນບັນລຸ​ເປົ້າໝາຍ​ສະຫັດ​ສະວັດ​ການ​ພັດທະນາ​ດ້ານ​ການ
​ສຶກສາ​ໃນ​ປີ 2015 ​ໃນ​ເຂ​ດນະຄອນຫລວງ​ວຽງ​ຈັນ​ໄດ້​ຢ່າງ​ຄັກ​ແນ່ ກໍ​ຄື​ການ​ເພີ້​ມອັດຕາ
​ການ​ເຂົ້າຮຽນ ​ແລະ ຈົບ​ຊັ້ນປະຖົມ​ໃຫ້​ໄດ້​ທັງ 100 ​ເປີ​ເຊັນ​ ໃນທົ່ວເຂດ​ນະຄອນ​ຫລວງ
​ວຽງ​ຈັນ ​ໃນ​ປີ 2015 ດັ່ງກ່າວ.

ເປົ້າໝາຍ​ໃນ​ການ​ກະຈາຍ​ ໂອກາດດ້ານ​ການ​ສຶກສາ​ສຳລັບ​ເດັກນ້ອຍ​ທຸກ​ຄົນໃນ​ທົ່ວປະເທດ ຈະ​ບໍ່​ສາມາດ ​ເກີດ​ຂຶ້ນ​ໃນ​ເຂ​ດຊົນນະບົດ​ຂອງ​ລາວ​.
ເປົ້າໝາຍ​ໃນ​ການ​ກະຈາຍ​ ໂອກາດດ້ານ​ການ​ສຶກສາ​ສຳລັບ​ເດັກນ້ອຍ​ທຸກ​ຄົນໃນ​ທົ່ວປະເທດ ຈະ​ບໍ່​ສາມາດ ​ເກີດ​ຂຶ້ນ​ໃນ​ເຂ​ດຊົນນະບົດ​ຂອງ​ລາວ​.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ຈະ​ບໍ່​ສາມາດ
​ເກີດ​ຂຶ້ນ​ໃນ​ເຂ​ດຊົນນະບົດ​ຂອງ​ລາວ​ໄດ້​ຢ່າງ​ແນ່ນອນ​ ເນື່ອງ
ຈາກ​ວ່າການ​ຈັດຕັ້ງປະຕິບັດແຜນການ​ ໃນ​ການ​ກະຈາຍ​ໂອ
ກາດດ້ານ​ການ​ສຶກສາສຳ​ລັບ​ເດັກນ້ອຍ​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ
​ໂດຍ​ສະ​ເພາະ ​ແມ່ນ​ຢູ່​ໃນ​ເຂດຊົນນະບົດ​ ທີ່​ໄດ້​ເລີ້ມ​ຈັດຕັ້ງ
ປະຕິບັດ ນັບ​ແຕ່​ສົກ​ຮຽນ​ປີ 2011-2012 ເປັນຕົ້ນມານັ້ນ
ສາມາດ​ຈັດຕັ້ງປະຕິບັດ​ໄດ້​ຕ່ຳ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້.

ກໍ​ຄື​ໃນ​ຂະນະ​ທີ່ແຜນການ​ ໄດ້​ວາງ​ໄວ້​ວ່າ​ ຈະ​ຕ້ອງ​ກະຈາຍ
​ໂອກາດດ້ານ​ການ​ສຶກສາສຳ​ລັບ​ເດັກນ້ອຍ​ທຸກ​ຄົນ​ໃຫ້​ໄດ້​ເຖິງ
98 ​ເປີ​ເຊັນ ຂອງ​ເດັກນ້ອຍ​ອາຍຸ​ລະຫວ່າງ 6-10 ປີໃນ​ທົ່ວ
​ປະ​ເທດ​ໃນ​ປີ 2015 ນັ້ນ ຫາກ​ແຕ່​ວ່າ​ໃນ​ຕົວ​ຈິງ​ກັບ​ສາມາດ​
ປະຕິບັດ​ໄດ້​ພຽງ 95​.2 ​ເປີ​ເຊັນ ​ໂດຍ​ເພີ້​ມຂຶ້ນພຽງ 1.2 ​ເປີ​ເຊັນ ​ເທົ່າ​ນັ້ນ​ເມື່ອ​ທຽບ​ໃສ່
ລະຫວ່າງ​ສົກຮຽນ​ປີ 2012-2013 ກັບ​ສົກຮຽນ​ປີ 2013-2014 ນີ້.

​ໂດຍສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດ​ໄດ້​ຕ່ຳ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້ ກໍ​ຍ້ອນ
​ວ່າ ລັດຖະບານ​ບໍ່​ສາມາດ​ຕອບ​ສະໜອງ​ງົບປະມານ​ໃຫ້​ກັບ​ການ​ຂະຫຍາຍ​ໂອກາດ​ດ້ານ
​ການ​ສຶກສາ​ໄດ້​ຢ່າງ​ພຽງພໍ ​ແລະ ​ໃນ​ຂະນະ​ດຽວ​ກັນ ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ
​ໃນ​ຊົນນະບົດ ກໍ​ຍັງ​ໄດ້​ເຮັດ​ໃຫ້​ຈຳນວນ​ເດັກນ້ອຍ ​ທີ່​ບໍ່​ຈົບ​ຊັ້ນປະຖົມ​ມີ​ຈຳນວນ​ເພີ້​ມຂຶ້ນ
ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ມັນ​ມີ​ປັດ​ໄຈຫຼາຍດ້ານ​ເນາະ ໜຶ່ງ​ຫລະ​ແມ່ນ​ຍ້ອນ​ສະພາບ​ຄອບຄົວ ມີ​ຄວາມ​ຫຍຸ້ງຍາກ ສອງ​ມາ​ຫລະ​ແມ່ນ​ບ້ານ​ຢູ່​ຫ່າງ​ໄກ​ຈາກ​ໂຮງຮຽນ ອັນ​ສາມ​ມາ​ກະ​ແມ່ນ​
ຍ້ອນ​ບັນຫາ​ເລື້ອງ​ສະພາບ​ເສດຖະກິດ​ຂອງ​ຄອບຄົວ ບໍ່ເອື້ອ​ອຳ​ນວຍ ​ແລ້ວ​ກະ​
ສີ່​ມາ ກໍ​ຍ້ອນ​ຕົວ​ຜູ້ກ່ຽວ​ ທີ່​ບໍ່​ທັນ​ໄດ້​ສຸມ​ໃສ່​ເລື້ອງ​ການ​ຮຽນ.”

ດ້ວຍ​ສະພາບ​ການ​ດັ່ງ​ກ່າວ ຍັງ​ເຮັດ​ໃຫ້​ຄາດໝາຍ​ໄດ້​ວ່າ ລັດຖະບານ​ລາວ​ຈະ​ສາມາດ
​ກະຈາຍ​ໂອກາດ​ດ້ານ​ການ​ສຶກສາ​ສຳລັບ​ເດັກນ້ອຍ​ໄດ້​ບໍ່​ເຖິງ 96 ​ເປີ​ເຊັນ ​ແລະ ​ໃນ​ນີ້​
ກໍ​ຈະ​ມີ​ພຽງ 74 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ຈະ​ມີໂອກາດ​ໄດ້​ຮຽນ​ຈົນ​ຈົບ​ຊັ້ນປະຖົມ​ໃນ​ສົກຮຽນ​ປີ
2014-2015 ​ແລະ ​ແນ່ນອນ​ວ່າ​ ໂອກາ​ດ​ໃນ​ດ້ານ​ການ​ສຶກສາ​ຊັ້ນສູງ​ ກໍ​ຍ່ອມ​ທີ່​ຈະ​ມີ​
ອັດຕາ​ສະເລ່ຍທີ່​ຕ່ຳ​ກວ່າ​ໃນ​ລະດັບ​ປະຖົມ​ດ້ວຍ​ເຊັ່ນ​ກັນ.

ດັ່ງ​ຈະ​ເຫັນ​ໄດ້​ຈາກ​ສົກຮຽນ​ປີ 2012-2013 ທີ່​ມີ​ນັກຮຽນ​ຈົບ​ຊັ້ນມັດທະຍົມ​ປາຍ
44,490 ຄົນ ​ໃນ​ທົ່ວ​ປະ​ເທດ ຫາກ​ແຕ່​ກໍ​ມີ​ພຽງ 9,950 ຄົນ​ເທົ່າ​ນັ້ນ ທີ່​ມີ​ໂອກາດ
​ໄດ້​ສຶກສາ​ຕໍ່​ໃນ​ມະຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ​ທັງ 4 ​ແຫ່ງ​ໃນ​ລາວ​ໃນ​ສົກຮຽນ 2013
-2014 ສ່ວນ​ນັກຮຽນ​ທີ່​ຈົບ​ຊັ້ນມັດທະຍົມ​ປາຍ​ອີກ 31,800 ກວ່າ​ຄົນ​ກໍ​ຕ້ອງ​ສຶກສາ​ຕໍ່​
ໃນ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນສູງ​ທັງ​ຂອງ​ລັດຖະບານ ​ແລະ ​ເອກະ​ຊົນ ​ແຕ່​ກໍ​ປະກົດ​ວ່າ
​ໃນ​ສົກຮຽນ 2013-2014 ສ່ວນ​ນັກຮຽນ​ທີ່​ຈົບ​ຊັ້ນມັດທະຍົມ​ປາຍ​ອີກ 8,000 ກວ່າ​ຄົນ
​ເທົ່າ​ນັ້ນ ທີ່​ສະມັກ​ເຂົ້າຮຽນ​ຕໍ່​ໃນ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນສູງ ​ໃນ​ຂະນະ​ທີ່​ກະຊວງ​ສຶກສາ
​ໄດ້​ວາງ​ເປົ້າໝາຍ​ເອົາ​ໄວ້ຫຼາຍກວ່າ 16,000 ຄົນ.

XS
SM
MD
LG