ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຳພາດ ທ່ານ ຕູ ດົວ ກື ຜູ້ບໍລິຫານ ສູນກາງຜູ້ສູງອາຍຸ ທີ່ ນະຄອນ Minneapolis ລັດ Minnesota


ທ່ານ Tue Dua Keu ພ້ອມດ້ວຍພັນລະຍາ
ທ່ານ Tue Dua Keu ພ້ອມດ້ວຍພັນລະຍາ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ເຮົາ​ຈະ​
ນຳ​ສະ​ເໜີ​ດ້ວຍ​ການ​ສຳພາດ ທ່ານ​ຕູ ດົວ ກື ​ເຈົ້າ​ຂອງ ສູນບໍລິ
ການ​ຜູ້ສູງອາຍຸ ຢູ່​ທີ່​ນະຄອນ Minneapolis ລັດ Minnesota
ທາງ​ພາກ​ກາງ​ເໜືອ​ສຸດ​ຂອງ ສະຫະລັດ. ສູນ​ບໍລິການ​ຜູ້​ສູງ​ອາຍຸ
ແຫ່ງ​ນີ້ແມ່ນ​ບ່ອນເຕົ້າ​ໂຮມນຳ​ພາ​ບັນດາ​ຜູ້​ອາວຸ​ໂສ ປະ​ກອບກິດ​
ຈະ​ກຳຕ່າງໆ​ຊຶ່​ງ ກິ່ງ​ສະຫວັນ ຈະ​ນຳ​ເອົາລາຍ​ລະອຽດ​ມາສະ​ເໜີ
​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ ຂ້າພະ​ເຈົ້າ ຈະຂໍ​ແນະນຳ​ໃຫ້​ທ່ານ​ພົບກັບ ທ່ານ Tue
Doua Kue ​ເຊື້ອສາຍ​ລາວ-​ມົ້ງ-ອາ​ເມຣິກັນ ​ເຈົ້າຂອງ ແລະຜູ້​ບໍລິຫານ​ທຸລະ​ກິດ ສູນ​ກາງ
ດູ​ແລ​ເບິ່ງ​ແຍງ​ຜູ້​ສູງ​ອາຍຸ ທີ່ນະຄອນ Minneapolis ລັດ Minnesota. ສູນ​ກາງແຫ່ງນີ້
​ບໍ​ລິ​ການ​ກິດຈະກຳ​ຕ່າງໆ​ໃນແຕ່​ລະ​ວັນເຊັ່ນ​ຝຶກ​ຫັດດ້ານສະໝອງ​ໃຫ້​ມີ​ຄວາມຈື່​ຈຳ ຊ່ວຍ
ຈິດ​ໃຈ​ໃຫ້​ປອດ​ໂປ່ງ ຫັດ​ກາຍ​ຍະ​ບໍ​ລິ​ຫານ​ໃຫ້​ແຂງ​ແຮງ​ ຟັງ​ຂ່າວ ເບິ່ງ​ໂທລະພາບ ​ແລະ​
ຮັບ​ປະທານ​ອາຫານ​ເບົາ​ຮ່ວມກັນ​.

ຢູ່​ໃນ​ບັນດາ​ປະ​ເທດອຸດສາຫະກຳ ​ເຂົາ​ເຈົ້າ​ມີ​ການ​ຈັດ​ຕັ້ງ​ລະບົບຮັກສາ​ສຸຂະ​ພາບ ແລະ
​ເບິ່ງ​ແຍງບັນດາ​ຜູ້​ສູງ​ອາຍຸ ຊຶ່ງ​ການ​ບໍ​ລິ​ການ​ດັ່ງ​ກ່າວ​ນີ້ ຂຶ້ນ​ຢູ່​ກັບ​ຄວາມ​ສາ​ມາດ​ທາງດ້ານ
​ການ​ເງິນ ແລະ​ປະ​ກັນ​ໄພສຸ​ຂະ​ພາບຂອງ​ແຕ່ລະຄົນ. ​ບັດ​ນີ້​ເຮົາ​ມາ​ຮຽນ​ຮູ້​ເຖິງ ຊີວິດການ
​ເປັນ​ຢູ່​ຂອງ​ສັງ​ຄົມອາ​ເມຣິກັນ​ໂດຍ​ທົ່ວໄປ​ວ່າ ​ເຂົາ​ເຈົ້າ​ພາ​ກັນດູ​ແລ​ບົວລະບັດ ບັນດາຜູ້
ສູງ​ອາຍຸ​ແບບໃດ. ຫລັງ​ຈາກ ທີ່ໄດ້​ເຮັດ​ວຽການ​ ລ້ຽງ​ລູກ​ເຕົ້າລູກ​ເຕົ້າໃຫ້ໃຫຍ່ ສຳ​ເລັດ​ການ
​ສຶກສາ ​ເປັນ​ຄອບ​ຄົວ ຈົນ​ອອກ​ກິນເບ້ຍ​ບຳ​ນານ. ບັດ​ນີ້ບັນ​ດາ​ພໍ່ແມ່ໄດ້ເຖົ້າ​ແກ່​ຊະຣາ​ລົງ
ຫລາຍໆ​ຄົນຕ້ອງໄດ້ຍົກຍ້າຍ​ໄປ​ຢູ່​ບ່ອນ​ພັກ​ພາ​ອາ​ໄສຂອງ​ຜູ້ເຖົ້າ ທີ່ມີ​ຢູ່​ຫລາຍ​ລະ​ດັບ
ແລະຢູ່​ໃນກໍ​ລະ​ນີ​ຕ່າງໆເຊັນ​ວ່າ ຢູ່​ເຮືອນຮ່ວມກັ​ນ ຍິງ​ແລະ​ຊາຍ​ ມີ​ຫ້ອງ​ສ່ວນ​ຕົວຂອງ​ໃ​ຜ
ລາວ​ ​ຊຶ່ງ​ເປັນ​ຜູ້​ທີ່​ຍັງສາມາດ​ຊ່ວຍ​ເຫຼືອ​ຕົນ​ເອງ​ເຄຶ່ອນ​ໄຫວ​ໄປມາໄດ້ ທີ່ມີ​ກິດຈະການ
ຕ່າງໆໃຫ້​ເຮັດ. ສ່ວນ​ບັນ​ດາຜູ້​ມີ​ບັນຫາ​ດ້ານ​ສຸຂະ​ພາບ ບໍ່​ສາ​ມາດ​ຊ່ວຍ​ຕົນ​ເອງ​ໄດ້ນັ້ນ
ຕ້ອງ​ໄດ້ນຳ​ໄປ​ໄວ້​ເຮືອນ​ທີ່ຮ້ອງ​ວ່າ Nursing Home ​ຊຶ່ງ​ເປັນ​ບ່ອນມີນາຍ​ແພດ ແລະ
ພະ​ຍາ​ບານເບິ່ງ​ແຍງ​ຢູ່​ເປັນ​ປະ​ຈຳ.

​ຊາວ​ອາ​ເມຣິກັນ ຜູ້ສູງ​ອາ​ຍຸ​ທີ່ຮັ່ງມີ​ຈະ​ພະຍາຍາມໃຊ້​ຊີ​ວິດ​ຢູ່​ເຮືອນ​ຂອງ​ຕົນ​ເອງ ໂດຍ​ຈ້າງ
ນາງ​ພະ​ຍາ​ບານ ແລະຄົນ​ມາບົວລະ​ບັດ ທີ່​ມີການ​ໃຊ້​ຈ່າຍ​ແພງ ​ແລະ​ຫລີກ​ລ່ຽງ​ບໍ່​ໃຫ້​ຫຍຸ້ງ​
ຍາກແກ່​ພວກລູກ​ເຕົ້າ. ນອກ​ຈາກ​ນັ້ນ​ແລ້ວ ປະ​ເພ​ນີອາ​ເມ​ຣິ​ກັນ ພໍ່​ແມ່​ຜູ້​ສູງ​ອາ​ຍຸ​ ເຂົາ​ເຈົ້າ
​ຈະ​ບໍ່​ໃຊ້​ຊີ​ວິດ​ບັ້ນ​ທ້າຍ​ຢູ່​ກັບ​ຄອບ​ຄົວ​ຂອງ​ລູກ​ເຕົ້າ.

ບັດ​ນີ້​ເຮົາມາ​ສັງ​ເກດ​ເບິ່ງ​ ຮີດຄອງປະ​ເພນີການ​ເປັນ​ຢູ່​ຂອງຜູ້​ສູງ​ອາຍຸ​ເຊື້ອສາຍ​ລາວ ​ແລະ​
ເອ​ເຊຍ​ອຶ່ນໆວ່າ ​ເຂົາ​ເຈົ້າພາ​ກັນ​ດູ​ແລ​ເບິ່ງ​ແຍງ ບັນ​ດາ​ພໍ່​ແມ່ຢ່າງໃດຢູ່​ໃນ ສະ​ຫະ​ລັດ ບັນ
ດາ​ພໍ່​ແມ່​ຜູ້​ສູງ​ອາຍຸຫລາຍໆ​ຄົນຍັງ​ສືບ​ຕໍ່​ຢູ່​ຮວມ​ເຮືອນດຽວ​ກັນ​ກັບພວກ​ລູກ​ເຕົ້າທີ່​ມີ​ຄອບ
ຄົວ ​ອັນ​ຍັງເປັນ​ຮີດ​ຄອງ​ປະ​ເພ​ນີ ສືບ​ຕໍ່​ຂອງ​ຊາວເອ​ເຊຍ​ ທີ່​ໄດ້​ປະ​ຕິ​ບັດ​ກັນ​ມາ ​ແລະການ​
ທີ່ຈະ​ສົ່ງ​ບັນ​ດາ​ພໍ່ແມ່​ໄປ​ຢູ່ເຮືອນຜູ້ສູງ​ອາ​ຍຸ​ນັ້ນ ສ່ວນ​ຫ​ລາຍຍັງ​ເປັນ​ທີ່​ຮັບ​ເອົາ​ບໍ່​ທັນ​ໄດ້
​ເທຶ່ອ. ເພາະສະ​ນັ້ນ ບໍ່ແປກ​ປະ​ຫລາດທີ່​ເຮົາ​ຈະສັງ​ເກດ​ເຫັນ ຫລາຍໆ​ຄອບຄົວໃນ ສະ​ຫະ
​ລັດ ຍັງພາ​ກັນ​ໃຊ້​ຊີວິດຢູ່ເຮືອນ​ຫລັງ​ດຽວ​ກັນ​ເຖິງສາມ​ຊົ່ວ​ຄົນ. ​

ເພື່ອປະ​ສານ​ງານ ຊົດ​ຊ່ວຍບັນ​ດາ​ຄອບ​ຄົວລູກ​ເຕົ້າ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ​ທຳ​ມາ
​ຫາ​ກິນ​ປະ​ຈຳ​ວັນ​ຢູ່​ນັ້ນ ທ່ານ Tue Doua Kue ຈຶ່ງໄດ້​ຕັ້ງ​ສູນ​ກາງ​ບໍ​ລິ​ການ​ຜູ້​ສູງ​ອາ​ຍຸ ໂດຍ
ນຳ​ພາ​ເຂົາ​ເຈົ້າ​ອອກຈາກ​ບ້ານ​ເຮືອນ ມາ​ເຕົ້າ​ໂຮມ​ຊຸມ​ນຸມ ເຮັດ​ກິດ​ຈະ​ການ​ຕ່າງໆຮ່ວມກັນ.

ທ່ານ Tue ໄດ້ເລົ່າເຖິງຊີວິດເບື້ອງຕົນຊອງທ່ານ ກ່ອນຈະໄດ້ເດີນທາງເຂົ້າມາ ສະຫະລັດ ສູ່ຟັງດັ່ງນີ້ :

ລິງໂດຍກົງ

ທ່ານ Yue Doua Kue ໄດ້ອະທິບາຍເຖິງລາຍລະອຽດ ກ່ຽວກັບກິດຈະກຳຂອງ ສູນກາງ
ຕໍ່ໄປອີກວ່າ

ລິງໂດຍກົງ

ຈຸດປະສົງຂອງສູນກາງຜູ້ສູງອາຍຸ ກຳຄືນຳພາບັຍດາຜູ້ອາວຸໂສເຫຼົ່ານີ້ ອອກຈາກບ້ານ
ເຮືອນໃຫ້ມີແນວເຮັດ ແລະພົບພໍ້ກັບໝູ່ເພື່ອນ ໃນຂະນະທີ່ບັນດາລູກເຕົ້າໄປເຮັດວຽກ
ເຮັດການ. ເຖິງຢ່າງໃດກໍດີ ໃນລະດູໜາວຢູ່ທີ່ລັດ Minnesota ມີຫິມະຕົກໜັກ ທັງອາ ກາດກໍໜາວຈັດ ທ່ານ Tue ໄດ້ອະທິບາຍເຖິງ ສະພາບການຂອງການບໍລິຫານ ສູ່ຟັງ
ດັ່ງນີ້.

ລິງໂດຍກົງ

ທ່ານ Tue Doua Kue ໄດ້ກ່າວສະຫລຸບ ອະທິບາຍເຖິງລະອຽບກ່ຽວກັບ ກົດລະບຽບ ຂອງ ລັດ ແລະ ລັດຖະບານກາງ ປະກັນສຸຂະພາບ ແລະການບໍລິຫານທຸລະກິດທັງ
ໝົດດັ່ງນີ້ :

ລິງໂດຍກົງ

ທ່ານ Tue Doua Kue ໄດປະກອບອາຊີບ ຮັບໃຊ້ສັງຄົມ ໂດຍການບໍລິການສູນກາງ
ຜູ້ສູງອາຍຸມາໄດ້ 10 ກວ່າປີແລ້ວ ແລະຍັງຈະດຳເນີນຢູ່ອີກຕໍ່ໄປ.

XS
SM
MD
LG