ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຳພາດ ທ່ານເສລີ ເທບທະພອນ ນັກເຄື່ອນໄຫວ ລາວ- ອາເມຣິກັນ ຜູ້ຫ້າວຫັນ


ທ່ານເສລີ ເທບທະພອນ ຕິດຫລຽນກາຄຳຊອບ ຢ່າງສະງ່າ
ຜ່າເຜີຍ ແລະໄດ້ຮັບຄຳສັນລະເສີນ ຈາກ ອະດີດ ພະນະທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສະຫະລັດ.
ທ່ານເສລີ ເທບທະພອນ ຕິດຫລຽນກາຄຳຊອບ ຢ່າງສະງ່າ ຜ່າເຜີຍ ແລະໄດ້ຮັບຄຳສັນລະເສີນ ຈາກ ອະດີດ ພະນະທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສະຫະລັດ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບທັງຫຼາຍ ​ໃນລາຍການ​ຊີ​ວິດ​ຊາວ​ລາວ ແລງ
​ວັນ​ພະຫັດ​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ ກັບທ່ານ​ເ​ສລີ ເທບ
ພະ​ພອນ ນັກ​ເຄື່ອນ​ໄຫວ ເພື່ອ​ຊີວິດການເປັນຢູ່ໃນ ສປປ ລາວ.
ທ່ານເສ​ລີ ເປັນ​ຄົນອາ​ເມຣິກັນ ເຊື້ອສາຍ​ລາວ ຄົນ​ສຳຄັນ ທີ່​ໄດ້
​ວາງ​ບົດບາດຮ້ອງ​ຂໍໃຫ້ລັດຖະບານສະຫະລັດເປີດ​ຄືນ​ໃໝ່ການ
ແລກ​ປ່ຽນ​ການ​ຄ້າ ກັບ ສປປ ລາວ ​ຊຶ່ງໄດ້​ຖືກ​ຮັບ​ຮູ້ ​ແລະເລີ້ມ​ເກີດ​ຄືນ​ມາຕັ້ງ​ແຕ່ປີ 2002. ​ປັດຈຸບັນ​ນີ້ ທ່ານ​ເສລີ ຍັງມີຄວາມ​ເປັນ​ຫ່ວງ ກ່ຽວ​ກັບສະພາບ​ການ​ເປັນ​ຢູ່ ​ໃນ ສປປ ລາວ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ປັດ​ຈຸ​ບັນ ທ່ານເສລີ ເທບພະພອນ​ ຕັ້ງ​ຖິ່ນ​ຖານ ຢູ່ເຂດ Bay area ຂົງ​ເຂດນະຄອນ San
Francisco ລັດ California ທາງ​ພາກ​ຕາ​ເວັນ​ຕົກ​ສະຫະລັດ. ​ໃນ​ຕົ້ນ​ປີ 2000 ທ່ານເສລີ ໄດ້​ເລີ້ມເຄື່ອນ​ໄຫວ​ໜັກ ​ຮັບ​ໃຊ້​ປະຊາ​ຄົມ​ລາວ-ອາ​ເມຣິກັນ ​ແລະ ລັດຖບານ ສປປ ລາວ ເພື່ອສ້າງ​ສາຍສຳພັນ​ຄືນ​ໃໝ່ ​ເພື່ອແລກ​ປ່ຽນ​ການ​ຄ້າ​ ແບບ​ປົກ​ກະຕິ ຫລື Normal Trade Relations (NTR)​ ທີ່ຂາດ​ສະບັ້ນ​ໄປ ​ໃນ​ຊົ່ວ​ໄລຍະ​ນຶ່ງ ​ແລະໄດ້​ອອກນຳ​ໃຊ້ຄືນ ມາ​ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນ​ນີ້.

​ແຕ່ກ່ອນ​ອຶ່ນ​ເຮົາ​ມາ​ເຂົ້າ​ໃ​ຈ​ກັນ ເຖິງຄວາມ​ເປັນ​ມາ​ຂອງ ສຸພາບ​ບູຣຸດ ຜູ້​ເສຍ​ສະລະຄົນ​ນີ້
​ກ່ອນ​ເໜາະວ່າ ຜູ້ກ່ຽວແມ່ນ​ໃຜ ມາຈາກ​ໃສ ​ແລະເປັນ​ຫຍັງ​ ຈຶ່ງ​ໄດ້​ກາຍ​ມາ​ເປັນ ຜູ້​ສຳຄັນ
​ຄົນ​ນຶ່ງ​. ທ່ານ​ເສລີ ​ເທບທະພອນ ​ແມ່ນ​ລູກບ້ານ​ຫລາ​ນ​ເມືອ​ງແຂວງ​ໄຊຍະບູລີ ​ອະດີດທະ ຫານ​ກອງ​ທັບ​ພາກ​ນຶ່ງ ຝ່າຍ​ຂ່າວ​ແລະສື່ສານ ຈາກ​ປີ 1972-1975. ​

ຢູ່​ໃນ​ສະ​ໄໝ​ສົງຄາມ​ລັບ​ໃນ​ລາວ​ນັ້ນ ທ່ານ​ເສລີ ​ໄດ້​ປະສານ​ງານ​ການ​ສູ້​ລົບ​ກັບ​ໜ່ວຍ​ກອງ​
ໂຈນ​ພິ​ເສດຫລື Special Guerilla Unit (SGU) ທີ່​ຮູ້​ກັນອີກ​ວ່າ ທະຫານ​ຮັບຈ້າງສະຫະ ລັດ. ຫລັງ​ຈາກຄະນະ​ປະ​ເທດ​ລາວ ​ໄດ້​ເຂົ້າກຳ​ອຳນາດ​ໃນ​ປີ 1975 ​ແລ້ວ ທ່ານ​ເສລີ​ກໍໄດ້
ຫລົບໜີ​ອອກ​ຈາກ​ເມືອງ​ລາວ ມາ​ຢູ່​ສູນ​ອົບ​ພະຍົບປະ​ເທ​ດ​ໄທ ໄດ້ໃຊ້​ຊີວິດ​ຢູ່​ແຫ່ງ​ດັ່ງກ່າວ
​ເປັນ​ເວລາ​ສີ່​ປີ ​ແລະຕໍ່​ມາ ຈຶ່ງໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ເຂດປາກ​ອ່າວ ຫລື Bay Area ​ໃນ​
ລັດ California ​ໃນ​ປີ 1979.

ທ່ານ​ເສລີ ​ເປັນ​ຜູ້ທີ່​ຮູ້​ກັນ​ດີ​ໃນ​ວົງ​ສັງຄົມ​ລາວ ​ເພາະວ່າ ທ່ານ​ໄດ້ເປັນ​ເຈົ້າ​ໜ້າ​ທີ່ສັງຄົມ​ສົງ
​ເຄາະ ທີ່​ໄດ້ນຳ​ພາການ​ຕັ້ງ​ຖິ່ນ​ຖານຂອງ​ຊາວ​ອົບ​ພະ​ຍົບ​ ​ໂດຍ​ສະ​ເພາະບັນດາ​ເຜົ່າລາວ​
ຕ່າງໆ ນອກ​ນັ້ນ ທ່ານຍັງ​ໄດ້​ປະສານ​ງານ​ກັບ ອົງການ​ຕັ້ງ​ຖິ່ນ​ຖານ​ທ້ອງ​ຖິ່ນ ອົງການ​ລະ
ດັບລັດ ​ແລະ​ລັດຖະບານ​ກາງນຳ. ​

ເນື່ອງ​ຈາກວ່າ ຍັງ​ມີຄວາມ​ເປັນຫ່ວງບ້ານ​ເກີດ​ເມືອງ​ນອນຂອງ​ຕົນ ທີ່​ເຄີຍ​ໄດ້ຖືກ​ປົກ​ປິດ
ຊຶ່ງ​ຕໍ່​ມາ​ຄ່ອຍໆ​ໄຂ​ປະຕູອອກສູ່​ໂລກ​ພາຍ​ນອກພາຍ​ໃຕ້ນະ​ໂຍບາຍ​ “ຈີນ​ຕະນາ​ການ​ໃໝ່”
ຈຶ່ງ​ເປັນ​ການເປີດ​ໂອກາດ ​ໃຫ້ ທ່ານ​ເສລີ ​ໄດ້​ອາສາ​ສະມັກ ​ເຂົ້າ​ພົວພັນ ​ກັບສະຖານທູດ
ສປປລາວ ທີ່​ນະຄອນຫລວງວໍ​ຊິງ​ຕັນ ​ຊຶ່ງ​ເວລາ​ນັ້ນ​ແມ່ນ ພະນະ​ທ່ານ ​ເອກ​ອັກຄະລັດຖະ ທູດຫວ່າງ ຣັດຕະນະ​ວົງ ​ເປັນ​ຜູ້​ປະສານ​ງານ.

​ໃນ​ປີ 1989 ທ່ານເສລີ ​ໄດ້​ກັບ​ຄືນ​ເມືອ​ປະ​ເທດ​ລາວ ​ເປັນ​ເທື່ອ​ທຳ​ອິດ ແລ້ວຫລັງ​ຈາກ​ນັ້ນ
ກໍໄດ້​ທ່ຽວ​ໄປມາຢູ່​ຕະຫລອດ ​ເພື່ອພົບ​ປະ​ກັບ ​ເຈົ້າ​ໜ້າທີ່ຂັ້ນ​ສູງຂອງ ​ສປປ ລາວ. ທ່ານ
​ເສລີ ​ໄດ້ສົນທະນາ​ວາງ​ແຜນ​ຂໍຮ້ອງ​ ໃຫ້​ມີ​ການ​ແລກປ່ຽນ ​ການ​ຄ້າ ລະຫວ່າງ ສປປ ລາວ ​
ກັບ ສະຫະລັດ. ໃນ​ປີ 2001 ເອກ​ອັກຄະ​ລັດຖະທູດ ສະຫະລັດ ທ່ານ Douglas A. Hardwick ​ໄດ້​ເລີ້ມ​ມາ​ປະຈຳການ​ຢູ່​ ສປປ ລາວ ​ແລະ​ທ່ານແມ່ນ​ຜູ້​ນຶ່ງທີ່​ໄດ້ປະສານ​ງານ
ລິ​ເລີ້ມ ກ່ຽວ​ກັບ​ວຽກການດັ່ງກ່າວ​. ທ່ານ​ເສລີ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ຂັ້ນ​ເລີ້ິມຕົ້ນ​ນີ້​ວ່າ:

ລິງໂດຍກົງ

ທ່ານ​ເສລີ ​ໄດ້​ເລົ່າເຖິງອຸບປະສັກຕ່າງໆ​ນາໆ ​ການ​ຂັດ​ແຍ້​ງກັນ ການຂັດ​ຂວາງ​ຈາກຝ່າ​ຍ
ຄ້ານທີ່​ບໍ່​ຢາກໃຫ້ສະພາຮັບ​ຮູ້ ໃຫ້ມີ​ການແລກປ່ຽນ​ການ​ຄ້າ​ກັບ ສປປ ລາວ ​ແລະ​ຫົນທາງ
​ອັນ​ຍາວ​ນານກ່ຽວ​ກັບ​ເລື້ອງ​ນີ້ ທ່ານເສລີ ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ຕອນ​ນີ້​ວ່າ :

ລິງໂດຍກົງ

ທ່ານ​ເສລີ ໄດ້ອາສາ​ສະມັກ ​ເພື່ອ​ປະຊາ​ຄົມ ທຽວ​ໄປມາ​ລະຫວ່າງ ​ສະຫະລັດ ​ກັບ ປະ​ເທດ​
ລາວ ປະສານ​ງານ​ກັບ ບັນດາ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທຸກ​ລະດັບ ​ແລະໃນ​ທີ່​ສຸດ​ກໍ​ໄດ້​ນຳ​ມາ​ຊຶ່ງ​
ຜົນສຳ​ເລັດ. ທ່ານ​ເສລີ ​ໄດ້ຖືກ​ຍົກ​ຍ້ອງ​ເປັນ​ຢ່າງ​ດີ ພ້ອມ​ທັງ​ໄດ້​ຮັບ ຫລຽນ​ກາ​ຄຳ​ຊອບ ຈາກ ລັດຖບານ ສປປ ລາວ ຈາກ​ຜົນ​ງານ​ ທີ່ທ່ານ​ໄດ້ວາງ​ບົດບາ​ດ​ເອົາ​ໄວ້. ທ່ານ​ໄດ້​ເລົ່າ​
ເຖິງ​ຄວາມຮູ້ສຶກ​ ​ແລະ​ປະສົບການ​ຂອງການ​ໄດ້​ມາ​ ຊຶ່ງ​ການ​ແລກປ່ຽນ​ການ​ຄ້າ​ ລະຫວ່າງ
​ລາວ ​ກັບສະຫະລັດ ​ໃນ​ລະຍະ 13 ປີທີ່​ຜ່ານ​ມາວ່າ :

ລິງໂດຍກົງ

ເຖິງ​ແມ່ນ​ວ່າ ການ​ເປີດ​ຄືນແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ສປປ ລາວ ​ກັບ ສະຫະລັດ ໄດ້​
ບັນລຸ​ຜ່ານ​ພົ້ນ​ໄປ​ແລ້ວ​ກໍ​ຕາມ ແຕ່ມາບັດ​ນີ້ ທ່ານ​ເສລີ ​ກໍໄດ້ສັງ​ເກດ​ເຫັນ​ບັນຫາ​ຊຳເຮື້ອ
ນອງ​ນັນ ກ່ຽວກັບການ​ຕັດ​ປ່າ​ໄມ້​ດົງ​ດິບຢູ່ໃນ​ເມືອງ​ລາວ ຢ່າງ​ບໍ່ລົດ​ລະ ຊຶ່ງ ທ່ານ​ເສລີ​ໄດ້​
ກ່າວສະຫລຸບ​ມ້ວນທ້າ​ຍ​ດັ່ງ​ນີ້​ :

ລິງໂດຍກົງ

ນັ້ນ​ແມ່ນ​ການ​ສຳພາດກັບ ທ່ານ​ເສລີ ​ເທບ​ທະ​ພອນ ນັກ​ເຄື່ອນ​ໄຫວ ທີ່​ຫ້າວຫັນ ເພື່ອ ປະຊາຄົມ ໃນ ສປປ ລາວ ແລະ ສະຫະລັດ.

XS
SM
MD
LG