ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຳພາດ ຍານາງສາຍສະໝອນ ສຸກສາວົງ ເຈົ້າຂອງຕະຫລາດ Top Asian ທີ່ລັດ ມິນີໂຊຕາ


ຍານາງສາຍສະໝອນ ແລະທ່ານບຸນຄົງ ສຸກສາວົງ ເຈົ້າຂອງຕະຫລາດລາວ Top Asian ທີ່ເມືອງ Worthington ລັດ
Minnesota.
ຍານາງສາຍສະໝອນ ແລະທ່ານບຸນຄົງ ສຸກສາວົງ ເຈົ້າຂອງຕະຫລາດລາວ Top Asian ທີ່ເມືອງ Worthington ລັດ Minnesota.

​ໃນລາຍການ​ຊີວິດ​ຊາວ​ລາວ ຂອງ ວີ​ໂອ​ເອ ແລງ ມື້​ນີ້ເຮົາຈະ​ນຳ
ພາ​ທ່ານ​ໄປຟັງ​ການ​ສົນທະນາ​ກັບ ຍານາງ​ສາຍສະໝອນ ສຸກ
​ສາ​ວົງ ​ເຈົ້າ​ຂອງ​ຕະຫລາດ​ເອ​ເຊຍ ຊື່ວ່າ Top Asian ຢູ່ທີ່​ເມືອງ
​ Worthington ເມືອງ​ນ້ອຍໆແຫ່ງໝຶ່ງທີ່ ຕັ້ງ​ຢູ່​ທາງ​ພາກ​ຕາເວັນ
​ຕົກ​ສຽງ​ໃຕ້ສຸດ​ຂອງ ລັດ Minnesota. ​ເມືອງ​ນີ້ມີໂຮງງານ​ປາດ
​ຊີ້ນ ທີ່ມີອາ​ເມຣິກັນ ເຊື້ອສາຍລາວ ຫວຽດນາມ ຊາວ​ອາ​ເມຣິກາ​
ໃຕ້ ​ແລະຊາວອາເມຣິກັນ ເຊື້ອສາຍ​ອາຟຣິກາ ​ເຮັດ​ວຽກ​ຢູ່​ ​ແລະ​ຕະຫລາດ​ໄດ້​ໃຫ້ການ​ບໍລິ ການ​ອາຫານການກິນ​ ​ແກ່​ຊາວເມືອງເຫລົ່າ​ນີ້.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍ​ການ​ຊີ​ວິດ​ຊາ​ວ​ລາວ​ມື້​ນີ້ ຂ້າ​ພະ​ເຈົ້າຈະ​ນຳ​ພາ​
ທ່ານ​ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ ຍາ​ນາງສາຍ​ສະໝອນ ສຸກ​ສາວົງ ​ເຈົ້າ​ຂອງ​ຕະ​ຫລາດ​ມີຊື່​
ວ່າ Top Asian ທີ່ເມືອງ Worthington ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງລັດ
Minnesota.​ ​ການ​ເປີດ​ຕະ​ຫລ​າດ​ເອ​ເຊຍ ແມ່ນ​ທຸ​ລະ​ກິດຢ່າງ​ໜຶ່ງ ທີ່ ​ຊາວ​ອາ​ເມຣິກັນ
​ເຊື້ອສາຍ​ລາວ​ ພາກັນຄ້າຂາຍ​ຢູ່ຕາມ​ເຂ​ດ​ທ້ອງ​ຖິ່ນທົ່ວ ​ສະ​ຫະ​ລັດ ​ບ່ອນທີ່ມີ ​ຊາວ​ອ​າ
ເມຣິກັນ​ເຊື້ອສາຍ​ລາວ ພາ​ກັນເຕົ້າ​ໂຮມ ທຳ​ມາ​ຫາ​ກິນ ແລະ​ພັກ​ພາອາ​ໄສຢູ່.

ເວ​ລາ​ໃດ​ຫາກທ່ານ​ຢ່າງ​ເຂົ້າ​ໄປ ​ຕະ​ຫລາດ​ເອ​ເຊ​ຍ ໂດຍ​ສະ​ເພາະ ​ຕະ​ຫລາດ​ທີ່ ​ຄົນ​ອາ​
ເມຣິກັນ​ເຊື້ອສາຍລາ​ວເປັນ​ເຈົ້າ​ຂອງນັ້ນ ​ທ່ານກໍອາດຈະ​ເກີດ​ມີ​ຄວາມອອນ​ຊອນ​ກັບ
ຜົນສຳ​ເລັດ ​ທີ່​ເຫັນ​ສິນ​ຄ້າເຕັມ​ຮ້ານ​ ແຕ່​ທ່ານອາດ​ບໍ່​ຄິດ​ເຖິງວ່າ ​ການຍຶດ​ຖື​ ວິ​ຊາ​ອາ​ຊີບ
ທີ່ມີ​ຄວາມ​ຮັບ​ຜິດ​ຊອບສູງ ຂອງການ​ເປັນເຈົ້າ​ຂອງ​ ​ແລະ​ບໍລິຫານຮ້ານ​ ມີ​ຄວາມຍາກ
ລຳບາກສໍ່າ​ໃດ.​ ​ຫລາຍໆ​ທ່ານຜູ້ມີ​ຄວາມ​ສົນ​ໃຈ​ຢາກ​ເຮັດ ທຸລະ​ກິດ​ການ​ຄ້າ​ເປີດ​ຕະ​
ຫລາດ ໄດ້ພາກັນ​ທົດ​ລອງ ​ສຶກ​ສາ​ຄົ້ນ​ຄ​ວ້າຢ່າງ​ຖີ່​ຖ້ວນ​ລ່ວງ​ໜ້າມາກ່ອນ ​ແຕ່ໄດ້ລົ້ມ​
ແຫລວ​ ຂາດ​ທຶນ​ໄປ​ຕາມໆ​ກັນ ​ແລະໃນ ຂະນະ​ດຽວ​ກັນ ຫ​ລາຍໆ​ຄົນກໍໄດ້​ປະ​ສົບ​ກັບ
ຜົນ​ສຳ​ເລັດຢ່າງ​ໜ້າ​ສັນ​ລະ​ເສີນ ໃນການ​ປະກອບ​ທຸລະ​ກິດ​ດັ່ງ​ກ່າວ.

ປະສົບ​ການ​ດັ່ງກ່າວເປັນ​ຂອງ​ທຳ​ມະ​ດາທີ່​ຈະ​ຕ້ອງ​ມີ​ການສ່ຽງ ​ມີ​ການ​ແຂ່ງ​ຂັນ​ກັນ ​ໂດ​ຍ
ສະ​ເພາະ ສະຖານ​ທີ່​ຕັ້ງ​ຕະ​ຫລາດ ທີ່ມີ​ຄວາມ​ສ​ະ​ດວກສະບາຍແກ່ບັນ​ດາ​ລູກ​ຄ້າສ້າງ
​ຄ​ວາມ​ເຊື່ອ​ຖື​ໄວ້​ວາງ​ໃຈ ພ້ອມ​ທັງມີ​ສິນ​ຄ້າ​ທີ່​ລູກ​ຄ້າ​ຕ້ອງ​ການ​.

ຍານາງສາຍສະໝອນ ​ມີ​ຄວາມ​ຊຳນິ​ຊຳນານ ອົດທົນ ​ແລະໄດ້​ປະກອບ​ວິຊາ​ອາຊີບ​
ບໍລິຫານ​ຕະຫລາດ​ມາ​ເປັນ​ເວລາ​ດົນກວ່າ 20 ປີ ​ແລ້ວ ຍາ​ນາງ​ໄດ້ເລົ່າຊີວິດ​ເບື້ອງຕົ້ນ
ກ່ຽວກັບ​ການເປີດ​ຕະຫລາດ Top Asian ສູ່ ວີ​ໂອ​ເອ ຟັງດັ່ງ​ນີ້ :

ຮູບພາບດ້ານໜ້າ ຕະຫລາດ Top Asian
ຮູບພາບດ້ານໜ້າ ຕະຫລາດ Top Asian

ລິງໂດຍກົງ

​ເມືອງ Worthington ​ເປັນ​ເມືອງ​ນ້ອຍໆຕັ້ງ​ຢູ່​ແຈສຸດ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ລັດ
Minnesota ທີ່​ຕັ້ງ​ຢູ່​ເໜືອ​ສຸດ​ພາກ​ກາງຂອງ ສະຫະລັດ. ​ເມືອງນີ້ ມີ​ໂຮ​ງງານອຸດສາຫະ
ກຳຫລາຍ​ຢ່າງ ​ໂດຍ​ສະ​ເພາະ ​ໂຮງງານປາດ​ຊີ້ນ ບ່ອ​ນທີ່​ມີ ​ຊາວ​ອາ​ເມ​ຣິກັນ​ເຊື້ອສາຍ​ລາວ
ຫວຽດນາມ ​ອາ​ເມຣິກາ​ໃຕ້​ ແລະຊາວອາ​ເມຣິກັນເຊື້ອສາຍອາຟຣິກາ ພາ​ກັນ​ມາຕັ້ງ​ຊີວິດ ປະກອບອາຊີບ​ຢູ່​. ​ເພາະສະ​ນັ້ນ​ເພື່ອ​ເປັນ​ການບໍລິການ​ແກ່​ບັນ​ດາ​ລູກຄ້າ​ເຫລົ່າ​ນີ້ຕະຫຼາດ Top Asian ​ຈຶ່ງໄດ້​ຈັດ​ໃຫ້​ມີ​ອາຫານ​ການ​ກິນຕ່າ​ງໆ​ໄວ້​ຂາຍໃຫ້ ຊົນຊາດ​ເຫລົ່າ​ນີ້​ ຊຶ່ງທ່ານ​ນາງ​ໄດ້​ເລົ່າ​ຕໍ່​ໄປ​ວ່າ :

ຍານາງສາຍສະໝອນ ເຈົ້າຂອງ ແລະຜູ້ບໍລິຫານຕະຫລາດ Top Asian
ຍານາງສາຍສະໝອນ ເຈົ້າຂອງ ແລະຜູ້ບໍລິຫານຕະຫລາດ Top Asian

ເພື່ອ​ໃຫ້​ເປັນ​ທີ່​ໄວ້​ວາງ​ໃຈ ​ເຊື່ອ​ຖື ​ແລະສະດວກ​ສະບາຍ​ແກ່​ພວກ​ລູກ​ຄ້າດັ່ງກ່າວ ​ໃນ​ຍາມ
​ຕ້ອງການ ຕະຫລາດ​ນີ້ຕ້ອງ​ເປີດ​ເຈັດ​ວັນ ຍົກ​ເວັ້ນ​ແຕ່​ຢູ່​ໃນ​ກໍ​ລະ​ນີທີ່​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ
​ເຊັນ​ວ່າ ​ດິນ​ຟ້າ​ອາກາດ​ບໍ່​ດີ​ ເຫຼົ່າ​ນີ້​ເປັນ​ຕົ້ນ ຊຶ່ງ ຍາ​ນາງ​ສາຍສະໝອນ​ ໄດ້​ເລົ່າຄວາມ​ຮັບ
ຜິດຊອບ​ຕອນ​ນີ້​ສູ່​ຟັງ​ວ່າ:

ຍານາງສາຍສະໝອນ ແລະຍາແມ່ແພງ ຜູ້ຊ່່ຽວຊານດ້ານອາຫານ ແລະຄ້າຂາຍ
ຍານາງສາຍສະໝອນ ແລະຍາແມ່ແພງ ຜູ້ຊ່່ຽວຊານດ້ານອາຫານ ແລະຄ້າຂາຍ

ລິງໂດຍກົງ

ເຖິງແມ່ນຈະຕ້ອງໄດ້​ດຸ​ໝັ່ນ ອົດທົນ​ຂະຫຍັນ​ຂັນ​ແຂງ ໃນການ​ທຳ​ມາ​ຫາ​ກິນ ກໍຕາມ ແຕ່
ຍາ​ນາງ​ສາຍສະໝອນ ກໍບໍ່​ໄດ້​ລົດ​ລະ ​ແລະ​ເຫັນ​ຄວາມ​ສຳຄັນໃນດ້ານ​ການ​ສຶກສາ​ຂອງ
ພວກ​ລູກ​ເຕົ້າ ​ຍານາງໄດ້​ເລົ່າ​ເຖິງ​ຜົນສຳ​ເລັດຂອງ​ເຂົາ​ເຈົ້າ​ແຕ່ລະຄົນ​ວ່າ:

ລິງໂດຍກົງ

ຕະຫລາດ Top Asian ທີ່​ ຍານາງ​ສາຍສະໝອນ ສຸກ​ສາ​ວົງ ຊາວ​ອາ​ເມຣິກັນ​ເຊື້ອສາຍ​
ລາວ ​ເປັນ​ເຈົ້າ​ຂອງ​ ໄດ້​ບໍລິການ​ມາ​ໄດ້ 20 ກວ່າ​ປີ​ແລ້ວ ​ແລະເປັນສູນກາງຂອງ​ສັງຄົມ
ບ່ອນ​ນັດ​ພົບ​ໂອ້ລົມກັນ ​ແລະເປັນບ່ອນ​ທີ່ຮູ້ຈັກ​ກັນ​ດີ​ແກ່​ຊາວເມືອງ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ.

XS
SM
MD
LG