ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວບ້ານກໍາປູເຈຍ ຮຽກຮ້ອງໃຫ້ ລັດຖະບານລາວ ເລື່ອນ ການສ້າງເຂື່ອນ ດອນສະຫົງ (ວີດີໂອ ພາສາລາວ)


ຊາວປະມົງກໍາປູເຈຍຄົນນຶ່ງ ກໍາລັງກູ້ມອງຫາປາ.
ຊາວປະມົງກໍາປູເຈຍຄົນນຶ່ງ ກໍາລັງກູ້ມອງຫາປາ.
ພວກຊາວບ້ານ ຈາກປະຊາ​ຄົມຫາ​ປາທີ່ຢູ່​ຕາມ​ລໍາ​ແມ່​ນໍ້າຂອງ
​ໃນ​ວັນ​ພະຫັດ​ວາ​ນນີ້ ​ໄດ້​ພາກັນ​ຮຽກຮ້ອງ ໃຫ້ລັດຖະບານກໍາ
ປູ​ເຈຍ​ເຈ​ລະ​ຈາ​ກັບລາວ ເພື່ອໃຫ້ເລື່ອນ ​ໂຄງການ​ສ້າງ​ເຂື່ອນ
ທີ່​ຈະ​ເລີ້ມ​ຂຶ້ນໃນ​ທ້າຍ​ປີ​ນີ້.

ບັນດາ​ນັກ​ອະນຸລັກສະພາບແວດລ້ອມກ່າວ​ວ່າ ​ໂຄງການສ້າງ
ເຂື່ອນ​ດອນ​ສະ​ຫົງອາດ​ຈະ​ສ້າງຄວາມເສຍຫາຍ​ຕໍ່ການ​ຫາ​ປາ​
ຢູ່ເຂດ​ຫຼັງເຂື່ອນ ​ແລະ​ເປັນ​ໄພອັນຕະລາຍ​ ຕໍ່​ການເປັນຢູ່ ຂອງ
​ປາຂ່າຫລືປາ dolphin ນໍ້າຂອງ ທີ່​ໃກ້ຈະສູນພັນແລ້ວນັ້ນ ຊຶ່ງ
ເປັນແຫຼ່ງທີ່ມາຂອງ​ລາຍ​ໄດ້​ ຈາກການ​ທ່ອງ​ທ່ຽວ​ ຕາມທໍາ​ມະ
​ຊາດ ສຳລັບພວກຊາວບ້ານກໍາປູ​ເຈຍ ຈໍານວນ​ນຶ່ງ ທີ່​ອາໄສຢູ່
ຕາມແຄມ​ລໍາ​ແມ່​ນໍ້າຂອງນັ້ນ.

ທ່ານ Pory Vanna ຜູ້ຕາງໜ້າ​ຄົນ​ນຶ່ງ​ຈາກ Koh Pdao ບ່ອນ​ທ່ອງ​ທ່ຽວ​ທໍາ​ມະ​ຊາດ​ເບິ່ງ
ປາຂ່າ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ວີ​ໂອ​ເອ ທີ່​ກຸງ​ພະນົມ​ເປັນ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານມີ​
ຄວາມ​ເປັນ​ຫ່ວງວ່າ ​ເຂື່ອນດັ່ງກ່າວນີ້ຈະ​ທໍາ​ລາຍການທ່ອງທ່ຽວ ຖ້າ​ຫາກ​ນໍ້າ​ຂອງແຫ້ງ​ລົງ
ແລະ ເຮັດ​ໃຫ້ປາ​ຂ່າ ຫາຍ​ສາບ​ສູນ​ໄປ.

ທ່ານ Pory ເວົ້າວ່າ “ພວກ​ເຮົາຈະ​ບໍ່​ສາມາດ​ສ້າງ​ລາຍ​ໄດ້​ຫຍັງ​ໝົດ. ການ​ຫາປາກໍ​ຈະ​ສີ້ນ
ສຸດ​ລົງ. ຂ້າພະ​ເຈົ້າໄດ້ຂໍ​ຮ້ອງ​ ໄປຍັງລັດຖະບານ​ລາວ ຈົ່ງ​ສົນທະນາ​ເຖິງຜົນ​ກະທົບ​ຂອງ​
ການ​ສ້າງ​ເຂື່ອນ ຕໍ່​ບັນດາ​ປະຊາ​ຄົມ​ທີ່ຕັ້ງຢູ່​ໃນເຂດລຸ່ມຂອງ​ເຂື່ອ​ນ ຊຶ່ງເປັນການ​ສົນທະນາ
ຂ້າມຊາຍ​ແດນ. ຂ້າພະ​ເຈົ້າຂໍ​ຮ້ອງ ​ຕໍ່ລັດຖະບານກໍ​າປູ​ເຈຍ ໃຫ້​ຮວມ​ເອົາ​ ບັນຫາ​ດັ່ງກ່າວ ເຂົ້າໃນ​ລາຍການປະຊຸມ​ ທີ່​ຈະ​ມີ​ຂື້ນກັບລາວ ຄັ້ງຈະມານີ້.”

ທ່ານ Gerry Ryan ທີ່​ປຶກສາ​ດ້ານ​ເທັກ​ນິກ​ໃຫ້​ແ​ກ່ອົງການກອງ​ທືນສັດປ່າ​ໂລກຫຼື WWF
ກ່າວ​ວ່າ ​ແມ່ນ​ແຕ່​ການ​ສ້າງ​ເຂື່ອນ ອາດ​ຈະ​ເປັນ​ໄພ​ແກ່​ປາ​ຂ່າ ​ທີ່​ອາ​ໄສບ່ອນຢູ່ຕາມ​ທໍາ​ມະ​
ຊາດ ​ແລະສຽງເພື່ອຊອກຫາທິດທາງ​ແທນ​ທີ່ຈະ​ແມ່ນດ້ວຍ ການແນມ​ເຫັນ ຊຶ່ງທ່ານກ່າວ​
ວ່າ: “ບັນດາ​ປາ​ຂ່າ ຫລື dolphins ມີ​ລະບົບການຟັງ​ສຽງ​ ທີ່ຫຼໍ່ແຫຼມສຳຄັນ​ ​ແລະ​ສຽງ​ດັງ​
ນອງ​ນັນ ​ແລະ​ສຽງດັງ​ແຮງ ທີ່​ມາຈາກລະ​ເບີດ ສາມາດ​ທໍາ​ລາຍ ລະບົບການ​ຟັງສຽງ ຂອງ​
ປາ​ຂ່າ ​ແລະ​ອາດຈະເຮັດໃຫ້ປາຂ່າຕາຍໃນ​ທັນ​ທີ ຫລືນໍາພາ​ໄປ​ສູ່​ໄພອັນຕະລາຍທີ່​ໝາຍ
​ເຖິງ​ວ່າ ພວກ​ປາຂ່າ ຈະ​ບໍ່​ສາມາດ​ລອຍ​ໄປມາ​ຢູ່​ໃຕ້​ພື້ນ​ນໍ້າ​ໄດ້​.

ການລົງມືສ້າງໂຄງການເຂື່ອນດອນສະຫົງ ມີແຜນຈະເລີ້ມ ໃນທ້າຍປີນີ້ ທັງໆທີ່ໄດ້ມີການ
ທ້າທາຍຈາກບັນດາກຸ່ມປົກປ້ອງສະພາບແວດລ້ອມພ້ອມໆກັບຈາກລັດຖະບານກຳປູເຈຍ
ແລະຫວຽດນາມ.

ວີດີໂອ ພາສາລາວ: ຊາວກໍາປູເຈຍວ່າ ການສ້າງເຂື່ອນເທິງແມ່ນໍ້າຂອງ ຈະສ້າງຄວາມເດືອດຮ້ອນ ໃຫ້ເຂົາເຈົ້າ:

XS
SM
MD
LG