ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ ຈັດເປັນອັນດັບ 3 ໃນການລົງທຶນ ຕ່າງປະເທດ ໃນ ລາວ


ຮູບຈຳລອງ ເມືອງໃໝ່ ເຂດໜອງທາ ຢູ່ໃນນະຄອນຫຼວງ ວຽງຈັນ ຊຶ່ງກຸ່ມທຸລະກິດ ຈາກຫວຽດນາມ ໄດ້ຮັບສຳປະທານທີ່ດິນ ຈາກລັດຖະບານລາວ ເພື່ອພັດທະນາໃຫ້ເປັນ ພື້ນທີ່ ທີ່ຢູ່ອາໄສ.
ຮູບຈຳລອງ ເມືອງໃໝ່ ເຂດໜອງທາ ຢູ່ໃນນະຄອນຫຼວງ ວຽງຈັນ ຊຶ່ງກຸ່ມທຸລະກິດ ຈາກຫວຽດນາມ ໄດ້ຮັບສຳປະທານທີ່ດິນ ຈາກລັດຖະບານລາວ ເພື່ອພັດທະນາໃຫ້ເປັນ ພື້ນທີ່ ທີ່ຢູ່ອາໄສ.

ການລົງທຶນຂອງບັນດາບໍລິສັດທຸລະກິດ ຫວຽດນາມ ຈັດເປັນອັນ ດັບທີ 3 ຂອງການລົງທຶນຈາກຕ່າງປະເທດທັງໝົດໃນ ລາວ ໂດຍ ມີມູນຄ່າການລົງທຶນເກີນກວ່າ 5,100 ລ້ານໂດລາໃນ 258 ໂຄງ ການ.

ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າບັນດາວິ ສາຫະກິດຂອງ ລັດຖະບານ ແລະ ເອກະຊົນຈາກ ຫວຽດນາມ ທີ່ເຂົ້າມາລົງທຶນໃນ ລາວ ໃນປະຈຸບັນນີ້ມີຈຳນວນທັງໝົດ 258 ໂຄງການທີ່ຄິດເປັນມູນຄ່າການລົງທຶນລວມກັນຫຼາຍກວ່າ 5,100 ລ້ານໂດລາໂດຍຈັດເປັນອັນ ດັບທີ 3 ທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດໃນ ລາວ ກໍຄືຮອງຈາກ ຈີນ ແລະ ໄທ ຕາມລຳດັບ.

ການລົງທຶນຂອງ ຫວຽດນາມ ໃນ ລາວ ດັ່ງກ່າວນີ້ແບ່ງເປັນການລົງທຶນໃນພາກພະລັງງານໄຟ ຟ້າ 26 ເປີເຊັນ, ພາກກະສິກຳ ແລະ ປ່າໄມ້ 23 ເປີເຊັນ, ການບໍລິການພື້ນຖານໂຄງລ່າງ 20 ເປີເຊັນ, ການຂຸດຄົ້ນບໍ່ແຮ່ 19 ເປີດຊັນ, ພາກບໍລິການ ແລະ ທ່ອງທ່ຽວ 9 ເປີເຊັນ ແລະ ການ ເງິນ-ການທະນາຄານ 3 ເປີເຊັນ ໂດຍສະເພາະແມ່ນພາກພະລັງງານໄຟຟ້ານັ້ນກຸ່ມທຸລະກິດ ຫວຽດນາມ ໄດ້ລົງທຶນກໍ່ສ້າງເຂື່ອນໄຟຟ້າໃນ ລາວ ເຖິງ 10 ໂຄງການທີ່ຄິດເປັນມູນຄ່າການ ລົງທຶນລວມຫຼາຍກວ່າ 2,300 ລ້ານໂດລາ.

ກຸ່ມບໍລິສັດ Hoang Anh Gia Lai ຊຶ່ງລົງທຶນຢູ່ໃນລາວ ທັງໃນພາກ ພະລັງງານໄຟຟ້າ ການບໍລິການພື້ນຖານໂຄງລ່າງ ການຂຸດຄົ້ນແຮ່ທາດ ແລະ ພາກກະສິກຳ ເຊັ່ນສວນປູກຢາງພາລາ ຢູ່ແຂວງອັດຕະປື ທີ່ເຫັນ ຢູ່ໃນພາບນີ້ ແລະ ສາລີ ອ້ອຍ ເປັນຕົ້ນ.
ກຸ່ມບໍລິສັດ Hoang Anh Gia Lai ຊຶ່ງລົງທຶນຢູ່ໃນລາວ ທັງໃນພາກ ພະລັງງານໄຟຟ້າ ການບໍລິການພື້ນຖານໂຄງລ່າງ ການຂຸດຄົ້ນແຮ່ທາດ ແລະ ພາກກະສິກຳ ເຊັ່ນສວນປູກຢາງພາລາ ຢູ່ແຂວງອັດຕະປື ທີ່ເຫັນ ຢູ່ໃນພາບນີ້ ແລະ ສາລີ ອ້ອຍ ເປັນຕົ້ນ.

ສຳລັບກຸ່ມທຸລະກິດ ຫວຽດນາມ ທີ່ມີມູນຄ່າການລົງທຶນໃນ ລາວ ຫຼາຍທີ່ສຸດກໍຄືກຸ່ມບໍລິສັດ Hoang Anh Gia Lai ຊຶ່ງລົງທຶນຢູ່ໃນ ລາວ ທັງໃນພາກພະລັງງານໄຟຟ້າ, ການບໍລິການພື້ນຖານໂຄງ ລ່າງ, ການຂຸດຄົ້ນແຮ່ທາດ ແລະ ພາກກະສິກຳເຊັ່ນການປູກຢາງ ພາລາ,​ ສາລີ ແລະ ອ້ອຍເປັນຕົ້ນ ໂດຍມີມູນຄ່າການລົງທຶນລວມ ເກີນກວ່າ 1,200 ລ້ານໂດລາຈຶ່ງເປັນກຸ່ມລົງທຶນຕ່າງຊາດຂະ ໜາດໃຫຍ່ໃນ ລາວ ນັ້ນເອງ.

ກະຊວງແຜນການ ແລະ ການລົງທຶນ ລາຍງານດ້ວຍວ່າບັນດາ ບໍລິສັດຕ່າງຊາດທີ່ເຂົ້າມາລົງ ທຶນໃນ ລາວ ປະຈຸບັນມາຈາກ 60 ປະເທດ ໂດຍມີມູນຄ່າການລົງທຶນລວມກັນເກີນກວ່າ 25,000 ລ້ານໂດລາ ແລະ ປະກົດວ່າບັນດາບໍລິສັດ ຈີນ ໄດ້ເຂົ້າມາລົງທຶນໃນ ລາວ ເປັນອັນ ດັບ 1 ນັບເປັນປີທີ 5 ຕິດຕໍ່ກັນແລ້ວ.

ທັງນີ້ໂດຍຄະນະກຳມະທິການຮ່ວມມືດ້ານເສດຖະກິດການຄ້າ ແລະ ເທັກນິກ ລາວ-ຈີນ ໄດ້ ອະທິບາຍວ່າສາເຫດສຳຄັນທີ່ເຮັດໃຫ້ການລົງທຶນຂອງ ຈີນ ໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງກໍ ເພາະວ່າ ທັງສອງຝ່າຍໄດ້ຕົກລົງເສີມຂະຫຍາຍການຮ່ວມມືທາງເສດຖະກິດ ລະວຫ່າງກັນ ຢ່າງໃກ້ຊິດ ແລະ ຮອບດ້ານ ໂດຍໄດ້ຮ່ວມກັນສ້າງແຜນແມ່ບົດວ່າດ້ວຍການຮ່ວມມືໃນດ້ານ ເສດຖະກິດ ແລະ ເທັກນິກສະບັບໃໝ່ ເພື່ອນຳໃຊ້ເປັນແຜນປະຕິບັດການຮ່ວມມືລະຫວ່າງກັນ ໃນຊ່ວງປີ 2016-2020 ຢ່າງເປັນທາງການແລ້ວ.

ໂດຍການລົງທຶນຂອງບັນດາບໍລິສັດ ເອກະຊົນ ຈີນ ໃນ ລາວ ທັງໃນສ່ວນເປັນການລົງທຶນຂອງ ຈີນ ທັງ 100 ເປີເຊັນ ແລະ ຮ່ວມທຶນກັບເອກະຊົນ ລາວ ນັ້ນກໍມີຢູ່ເຖິງ 761 ໂຄງການ ໂດຍມີ ມູນຄ່າການລົງທຶນລວມກັນເກີນກວ່າ 7,000 ລ້ານໂດລາໃນປີ 2015 ນີ້ເນື່ອງຈາກວ່າການລົງ ທຶນຂອງບັນດາບໍລິສັດ ຈີນ ຢູ່ໃນ ລາວ ນັ້ນໄດ້ເນັ້ນໜັກໃນພາກພະລັງງານ ແລະ ການຂຸດຄົ້ນ ແຮ່ທາດເປັນດ້ານຫຼັກນັ້ນເອງ.

ແຕ່ຢ່າງໃດກໍຕາມ ການລົງທຶນຂອງຕ່າງຊາດໃນ ລາວ ຍັງຕ້ອງປະເຊີນກັບບັນຫາທີ່ເປັນອຸປະ ສັກຕໍ່ການຂະຫຍາຍການລົງທຶນໃນຫຼາຍດ້ານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການ ຊີ້ແຈງວ່າ.

"ສະພາບແວດລ້ອມຂອງການດຳເນີນທຸລະກິດໃນການລົງທຶນຢູ່ໃນ ລາວ ນີ້ຍັງ ຢູ່ໃນລະ ດັບຕ່ຳ ຖ້າທຽບໃສ່ບັນດາປະເທດໃຫຍ່ໂຕ ໃນບັນຫາທີ່ເປັນຕົ້ນຕໍທີ່ໄດ້ ສະແດງຈາກນັກ ທຸລະກິດ ອັນທີໜຶ່ງກະແມ່ນບັນຫາໃນການເລີ່ມຕົ້ນທຸລະກິດ ມີຄວາມຫຍຸ້ງຍາກໃນການ ຊອກຫາແຫຼ່ງທຶນ ຫຼືຄວາມຫຍຸ້ງຍາກໃນການອະນຸ ຍາດກໍ່ສ້າງໂຮງງານ ການຈັດຫາແຮງ ງານທີ່ມີຝີມື ແລະ ການຕອບສະໜອງ ພະລັງງານໄຟຟ້າໃນເຂດອຸດສາຫະກຳ."

ສ່ວນໃນດ້ານການຄ້າ ກໍມີລາຍງານວ່າໃນປີ 2015 ການຄ້າລະຫວ່າງ ລາວ ກັບ ຈີນ ມີມູນຄ່າ ການຄ້າລວມເກີນກວ່າ 4,000 ລ້ານໂດລາໂດຍ ລາວ ເປັນຝ່າຍ ຂາດດຸນການຄ້າຕໍ່ ຈີນ ໃນ ມູນຄ່າລວມເກີນກວ່າ 300 ລ້ານໂດລາ.

XS
SM
MD
LG