ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດ ຫວຽດນາມ ສຳເລັດການສ້າງ ແລະ ເປີດໃຊ້ ສະໜາມບິນ ອັດຕະປື


ພິທີ ມອບ-ຮັບ ແລະ ເປີດນຳໃຊ້ ສະໜາມບິນສາກົນ ອັດຕະປື
ພິທີ ມອບ-ຮັບ ແລະ ເປີດນຳໃຊ້ ສະໜາມບິນສາກົນ ອັດຕະປື

ບໍລິສັດເອກະຊົນຫວຽດນາມໄດ້ດຳເນີນການກໍ່ສ້າງສະໜາມບິນ
ສາກົນ ຢູ່ແຂວງອັດຕະປື ສຳເລັດສົມບູນ ແລະ ໄດ້ເປີດໃຊ້ຢ່າງ
ເປັນທາງການແລ້ວ ໂດຍໃຊ້ເງິນລົງທຶນໄປຫຼາຍກວ່າ 36 ລ້ານ
ໂດລາ.

ພິທີການເປີດໃຊ້ສະໜາມບິນສາກົນ ທີ່ແຂວງອັດຕະປືໄດ້ມີຂຶ້ນ ຢ່າງເປັນທາງການໃນ
ທ້າຍເດືອນພຶດສະພາ ທີ່ຜ່ານມາໂດຍມີທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ລາວ
ກັບ ທ່ານ ເຈືອງ ເຕິນ ຊາງ ປະທານປະເທດຫວຽດນາມ ເປັນປະທານໃນພິທີຮ່ວມກັນ.

ໂດຍສະໜາມບິນໃໝ່ນີ້ ຕັ້ງຢູ່ຫ່າງຈາກເຂດເທດສະບານແຂວງ ອັດຕະປື 5 ກິໂລແມັດ
ມີທາງແລ່ນຂຶ້ນ ແລະ ລົງຍາວ 1,850 ແມັດ ກວ້າງ 30 ແມັດ ສາມາດຮອງຮັບເຮືອບິນ
ຂະໜາດ 70 ຫາ 100 ບ່ອນນັ່ງ ຊຶ່ງຖືເປັນໂຄງການໄລຍະທີ 1 ສ່ວນໄລຍະທີ 2 ນັ້ນ ຈະ
ຂະຫຍາຍທາງແລ່ນ ໃຫ້ກວ້າງຂຶ້ນເປັນ 45 ແມັດ ຍາວ 3,000 ແມັດ ເພື່ອໃຫ້ສາມາດ
ຮອງຮັບເຮືອບິນຂະໜາດ 150 ຫາ 250 ບ່ອນນັ່ງ ໂດຍມີກຳນົດກໍ່ສ້າງແລ້ວສຳເລັດ ໃນ
ປີ 2020.

ພິທີວາງສີລາລືກ ການກໍ່ສ້າງສະໜາມບິນ ສາກົນ ແຂວງອັດຕະປື
ພິທີວາງສີລາລືກ ການກໍ່ສ້າງສະໜາມບິນ ສາກົນ ແຂວງອັດຕະປື

ສະໜາມບິນ ຢູ່ແຂວງອັດຕະປື ດຳເນີນການກໍ່ສ້າງໂດຍ
ກຸ່ມບໍລິສັດ Hoang Anh Gia Lai ຈາກຫວຽດນາມ ທັງ
ເປັນຝ່າຍອອກທຶນກໍ່ສ້າງໃນມູນຄ່າ​ 36.19 ລ້ານໂດລາ
ໃຫ້ກ່ອນດ້ວຍ ໂດຍລັດຖະບານລາວ ຈະຕ້ອງຊຳລະຄືນ
ໃນໄລຍະຕໍ່ໄປ ໂດຍສາມາດ ທີ່ຈະຫັກຈາກສ່ວນຜົນປະ
ໂຫຍດທີ່ ລັດຖະບານລາວ ຈະໄດ້ຮັບຈາກກິດຈະການ
ລົງທຶນໃນ ລາວ ຂອງກຸ່ມບໍລິສັດດັ່ງກ່າວນີ້ໄດ້ດ້ວຍ.

ກຸ່ມບໍລິສັດ Hoang Anh Gia Lai ນັບເປັນກຸ່ມຜູ້ລົງທຶນ
ລາຍໃຫຍ່ທີ່ສຸດ ໃນແຂວງອັດຕະປື ໂດຍໄດ້ຮັບສຳປະທານ ທີ່ດິນກວ້າງກວ່າ 25,000 ເຮັດຕາ ເພື່ອປູກຢາງພາລາ ອ້ອຍ ແລະ ລ້ຽງສັດ ທັງຍັງໄດ້ລົງທຶນສ້າງ ໂຮງງານແປຮູບ ຢາງພາລາ ແລະ ໂຮງງານນ້ຳຕານ ຂະໜາດໃຫຍ່ອີກດ້ວຍ.

ຫາກແຕ່ວ່າທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ
ຂົນສົ່ງ ກໍໄດ້ຖະແຫຼງຍອມຮັບກ່ອນໜ້ານີ້ວ່າ ທ່ານໄດ້ມີຄຳສັ່ງໄປເຖິງກຸ່ມບໍລິສັດ Hoang
Anh Gia Lai ເພື່ອໃຫ້ໂຈະ ການກໍ່ສ້າງສະໜາມບິນແຫ່ງໜຶ່ງ ຢູ່ໃນເຂດເມືອງ ຊຳເໜືອ
ແຂວງຫົວພັນ ໄວ້ເປັນການຊົ່ວຄາວ ເພາະໄດ້ຮັບຂໍ້ມູນ ທີ່ໜ້າເຊື່ອຖືໄດ້ວ່າ ການກໍ່ສ້າງ
ສະໜາມບິນ ທີ່ ດຳເນີນການ ໂດຍກຸ່ມບໍລິສັດດັ່ງກ່າວ ນັບແຕ່ກາງປີ 2013 ເປັນຕົ້ນມາ
ຍັງບໍ່ໄດ້ມາດຕະຖານ ຕາມແບບແຜນການກໍ່ສ້າງທີ່ກຳນົດ ຈຶ່ງຕ້ອງມີການກວດສອບ
ຢ່າງລະອຽດວ່າ ມີບັນຫາດັ່ງກ່າວ ເກີດຂຶ້ນແທ້ ຫຼື ບໍ່ ດັ່ງທີ່ທ່ານ ບຸນຈັນ ໄດ້ຢືນຢັນວ່າ:

“ໂຄງການກໍ່ສ້າງເດີ່ນບິນ ໜອງຄ່າງ ອັນນີ້ນິ ເປັນບັນຫາທີ່ສຳຄັນ ຂ້າພະເຈົ້າ
ກໍໄດ້ມາເບິ່ງ ກໍໄດ້ເຫັນສະພາບຕົວຈິງ ຈະຕ້ອງໄດ້ເບິ່ງ ເພາະວ່າ ການກໍ່ສ້າງ
ບໍ່ໄປຕາມ ມາດຕະຖານເທັກນິກ ເພາະວ່າ ມາດຕະຖານເທັກນິກ ການກໍ່ສ້າງ ສະໜາມບິນ ເປັນມາດຕະຖານເທັກນິກ ທີ່ຕ້ອງການຄວາມແໜ້ນສູງ.”

ທັງນີ້ໂດຍລັດຖະບານ ລາວ ໄດ້ຕົກລົງໃຫ້ສັນຍາລົງທຶນເພື່ອກໍ່ສ້າງສະໜາມບິນໃໝ່ 2 ແຫ່ງຢູ່ໃນແຂວງ ຫົວພັນ ແລະ ອັດຕະປື ເມື່ອປີ 2013 ທີ່ຜ່ານມາໂດຍກຸ່ມບໍລິສັດ Hoang Anh Gia Lai ໄດ້ຕົກລົງເປັນຝ່າຍອອກທຶນໃຫ້ກ່ອນທັງ 2 ແຫ່ງ ໃນມູນຄ່າລວມຫຼາຍກວ່າ 110 ລ້ານໂດລາ ໂດຍແບ່ງເປັນການລົງທຶນສ້າງສະໜາມບິນ ຢູ່ແຂວງ ອັດຕະປືໃນມູນຄ່າ 36.19 ລ້ານໂດລາ ແລະ ສະໜາມບິນຢູ່ແຂວງ ຫົວພັນໃນມູນຄ່າ 74 ລ້ານໂດລາ ທີ່ທາງ
ການລາວ ໄດ້ມີຄຳສັ່ງໃຫ້ໂຈະການກໍ່ສ້າງດັ່ງກ່າວ.

ໂດຍສະໜາມບິນແຫ່ງໃໝ່ຂອງ ອັດຕະປື ທີ່ຕັ້ງຢູ່ເທິງເນື້ອທີ່ 165 ເຮັກຕາ ໃນເຂດເມືອງ
ໄຊເສດຖານີ້ເປັນໂຄງການສຳຄັນທີ່ຢູ່ໃນແຜນການພັດທະນາຊາຍແດນ ລະຫວ່າງ ລາວ
ກັບ ກຳປູເຈຍ ແລະ ຫວຽດນາມ ໃຫ້ເປັນເຂດພັດທະນາເສດຖະກິດ ຢ່າງຮອບດ້ານ ຊຶ່ງ
ລວມເຖິງພັດທະນາການທ່ອງທ່ຽວ ແລະ ພາກບໍລິການຮ່ວມກັນດ້ວຍນັ້ນ ຫາກແຕ່ເນືື່ອງ
ຈາກວ່າ ລັດຖະບານ ລາວ ຍັງຂາດແຄນງົບປະມານຢ່າງຫຼວງຫຼາຍ ຈຶ່ງຕ້ອງກູ້ຢືມຈາກ
ຫວຽດນາມ ເປັນຫຼັກ.

ກຸ່ມບໍລິສັດ Hoang Anh Gia Lai ເປັນບໍລິສັດໃຫຍ່ອັນດັບທີ 2 ໃນຕະຫຼາດຫຸ້ນ ຫວຽດນາມ
ທີ່ມີການລົງທຶນທັງໃນ ແລະ ຕ່າງປະເທດ ໂດຍສຳຫລັບໃນ ລາວ ນັ້ນກໍໄດ້ເນັ້ນໜັກ ການ
ລົງທຶນ ໃນດ້ານການປູກຢາງພາລາ ການຂຸດຄົ້ນແຮ່ທາດ ການກໍ່ສ້າງເຂື່ອນຜະລິດ ໄຟຟ້າ
ແລະ ອຸດສາຫະກຳ ການແປຮູບໄມ້ ເຊິ່ງຄິດເປັນມູນຄ່າ ການລົງທຶນ ໃນລາວ ລວມກັນ
ຫຼາຍກວ່າ 1,000 ລ້ານໂດລາ.

XS
SM
MD
LG