ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດຫວຽດນາມ ຍຶດລົດຂົນສົ່ງໄມ້ 8 ຄັນຂອງລາວ ທີ່ສົງໄສວ່າ ເປັນໄມ້ຜິດກົດໝາຍ


ໜ່ວຍຕຳຫລວດສະເພາະກິດ ສາມາດຍຶດໄມ້ ທີ່ລັກລອບຕັດໄດ້ 8 ແສນກວ່າແມັດກ້ອນ ໃນຊ່ວງ 6 ເດືອນທ້າຍແຜນການປີ
2013-2014.
ໜ່ວຍຕຳຫລວດສະເພາະກິດ ສາມາດຍຶດໄມ້ ທີ່ລັກລອບຕັດໄດ້ 8 ແສນກວ່າແມັດກ້ອນ ໃນຊ່ວງ 6 ເດືອນທ້າຍແຜນການປີ 2013-2014.

ຕຳຫລວດ​ຫວຽດນາມ​ຍຶດລົດ​ບັນທຸກ 8 ຄັນ​ໃນ​ຂະນະ​ທີ່​ກຳລັງ​
ຂົນ​ໄມ້ ຈາກ​ລາວ​ໄປ​ສົ່ງ​ໃນ​ຫວຽດນາມ ​ໂດຍ​ຜິດ​ກົດໝາຍ ​ແລະ
​ໄມ້​ທີ່​ຍຶດ​ໄດ້​ທັງ​ໝົດ ​ໃນ​ຄັ້ງນີ້ ​ເປັນ​ໄມ້​ທີ່​ລັກລອບ​ຕັດ​ໂດຍ​ຜິດ
​ກົດໝາຍ​ໃນ​ລາວ.

ເຈົ້າໜ້າທີ່ຕຳຫຼວດຫວຽດນາມໄດ້ຈັບກຸມລົດບັນທຸກ ທີ່ຈົດທະບຽນໃນລາວຈຳນວນ 8 ຄັນ
ໃນຂະນະທີ່ກຳລັງຂົນໄມ້ຈາກລາວ ໄປສົ່ງໃນເຂດແຂວງເຫງ່ອານຂອງຫວຽດນາມ ເມື່ອ
ບໍ່ນານມານີ້ ເນື່ອງຈາກເຊື່ອວ່າ ເປັນໄມ້ທີ່ຖືກລັກລອບຕັດໃນລາວ ໂດຍຜິດກົດໝາຍ
ເພາະຄົນຂັບລົດບັນທຸກທັງ 8 ຄົນດັ່ງກ່າວບໍ່ມີເອກະສານໃດ ທີ່ສາມາດຢັ້ງຢືນໄດ້ວ່າ
ໄມ້ທີ່ພວກຕົນຂົນເຂົ້າໄປໃນຫວຽດນາມດັ່ງກ່າວ ເປັນໄມ້ທີ່ໄດ້ຮັບອະນຸຍາດ ຢ່າງຖືກຕ້ອງ
ຕາມກົດໝາຍ ຈາກທາງການລາວ.

ທາງດ້ານທ່ານຟານ ຮຸຍເຊືອງ ຮອງຫົວໜ້າພະແນກກວດກາປະຈຳແຂວງເຫງ່ອານ ໃຫ້
ການຢືນຢັນວ່າ ຍັງມີລົດບັນທຸກທີ່ລັກລອບຂົນໄມ້ຈາກລາວອີກ ຈຳນວນຫຼາຍສິບຄັນ ທີ່
ກຳລັງຫລົບໜີການກວດຈັບ ຂອງເຈົ້າໜ້າທີ່ຕຳຫລວດຫວຽດນາມ ຢູ່ຕາມເສັ້ນທາງຊອຍ
ຂອງຖະໜົນເລກ 7 ໃນເຂດແຂວງເຫງ່ອານ ແລະເຊື່ອວ່າ ການລັກລອບຂົນໄມ້ຈາກລາວ
ໂດຍຜິດກົດໝາຍດັ່ງກ່າວນີ້ ໄດ້ດຳເນີນກາານເປັນຂະບວນການ ທີ່ມີເຄືອຂ່າຍຢ່າງກວ້າງ
ຂວາງທັງໃນລາວ ແລະຫວຽດນາມ ທັງຍັງເຊື່ອວ່າ ມີພະນັກງານລັດຂອງທັງສອງຝ່າຍ
ທີ່ໃຫ້ການຮ່ວມມື ແລະອຳນວຍຄວາມສະດວກ ແກ່ຂະບວນການດັ່ງກ່າວນີ້ອີກດ້ວຍ.

ສະໜາມໄມ້ແຫ່ງນຶ່ງ ຂອງບໍລິສັດ ຫວຽດນາມ ຢູ່ແຂວງອັດຕະປື.
ສະໜາມໄມ້ແຫ່ງນຶ່ງ ຂອງບໍລິສັດ ຫວຽດນາມ ຢູ່ແຂວງອັດຕະປື.

ໂດຍອີງຕາມລາຍງານ ຂອງທາງການຕຳຫລວດລາວ ລະບຸວ່າ
ໃນປີ 2014 ທີ່ຜ່ານມາສາມາດ ຈັບກຸມຄະດີອາຊະຍາກຳທາງ
ເສດຖະກິດໄດ້ທັງໝົດ 391 ກໍລະນີ ຊຶ່ງໃນນີ້ ກໍມີເຖິງ 169 ຄະດີ
ທີ່ເປັນຄວາມຜິດກ່ຽວກັບການລັກລອບຄ້າໄມ້ ໂດຍຜິດກົດໝາຍ.

ກ່ອນໜ້ານີ້ ທ່ານດວງດີ ອຸດທະຈັກ ສະມາຊິກສະພາແຫ່ງຊາດ
ລາວ ຈາກເຂດນະຄອນວຽງຈັນ ໄດ້ຕັ້ງຂໍ້ສັງເກດວ່າ ການບໍລິ
ຫານງານ ແລະນະໂຍບາຍດ້ານປ່າໄມ້ ຂອງລັດຖະບານລາວ
ຍັງຂາດຄວາມຊັດເຈນ ແລະຂັດແຍ້ງກັບເປົ້າໝາຍ ທີ່ຈະເພີ້ມ
ຄວາມໜາແໜ້ນ ຂອງປ່າໄມ້ອີກດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ກະແມ່ນວ່າ ປະຊາຊົນຂັດຂ້ອງວ່າ ເປັນແນວໃດ ອັນລັດຖະບານນີ້ ຄືຈັ່ງວ່າ
ປ່ອຍ ໃຫ້ຂຸດຄົ້ນໄມ້ຫຼາຍແທ້ ຂົນໝົດມື້ໝົດຄືນ ຈັກໄປທາງເລກ 7 ໄປທາງນ້ຳກັນ
ໄປທາງເລກ 12 ໄປທາງເລກ 9 ແລະວ່າເລື້ອງນີ້ ຜູ້ແທນຫຼວງນ້ຳທາ ກະວ່າ
ໄປທາງພຸ້ນອີກ.”

ທາງດ້ານທ່ານທອງສິ ທຳມະວົງ ນາຍົກລັດຖະມົນຕີ ໄດ້ຖະແຫລງວ່າ ລັດຖະບານລາວ ມີ
ນະໂຍບາຍກ່ຽວກັບປ່າໄມ້ ທີ່ຊັດເຈນ ກໍຄືການເພີ້ມລະດັບ ຄວາມໜາແໜ້ນຂອງປ່າໄມ້
ພາຍໃນປະເທດໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຂອງພື້ນທີ່ທັງໝົດ ໃນປີ 2015
ແລະ ປີ 2020 ແຕ່ວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະ
ຕ້ອງໄດ້ຮັບການຮ່ວມມື ຈາກທັງພາກລັດຖະບານ ພາກເອກະຊົນ ແລະ ປະຊາຊົນລາວ
ບັນດາເຜົ່າໃນທົ່ວປະເທດ.

ທ່ານທອງສິງ ໄດ້ຍອມຮັບດ້ວຍວ່າ ຍັງມີການລັກລອບຕັດໄມ້ ໂດຍຜິດກົດໝາຍເກີດຂຶ້ນ
ຢ່າງກວ້າງຂວາງ ແລະເງື່ອນໄຂສຳຄັນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ ກໍຄືການປະ
ຕິບັດໜ້າທີ່ ຢ່າງບໍ່ຖືກຕ້ອງຕາມກົດໝາຍ ຂອງພະນັກງານລັດຖະບານ ໃນທຸກລະດັບ
ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ເລື້ອງການຕັດໄມ້ມີນະໂຍບາຍໃຫ້ຍຸດຕິການຕັດໄມ້ນີ້ ແມ່ນໄດ້ອອກມາດົນແລ້ວ
ຂ້າພະເຈົ້າເປັນກຳມະການສູນກາງນີ້ ກະຫ້າສະໄໝແລ້ວ ແລະກະໄດ້ຍິນ ສະໄໝ
ໃດກະເວົ້າກັນ ກໍໄດ້ປຶກສາຫາລື ເວົ້າເລື້ອງການຍຸດຕິການຖາງປ່າເຮັດໄຮ່ ຍຸດຕິ
ການຕັດໄມ້ ແຕ່ວ່າບໍ່ມີເວລາໃດຍຸດຕິໄດ້.”

ກ່ອນໜ້ານີ້ ກະຊວງກະສິກຳ-ປ່າໄມ້ລາຍງານວ່າ ໜ່ວຍຕຳຫລວດສະເພາະກິດ ສາມາດ
ຍຶດໄມ້ ທີ່ລັກລອບຕັດໄດ້ 8 ແສນກວ່າແມັດກ້ອນ ໃນຊ່ວງ 6 ເດືອນທ້າຍແຜນການປີ
2013-2014 ໂດຍໄມ້ທີ່ຍຶດໄດ້ນີ້ ຫຼາຍກວ່າໄມ້ທີ່ຖືກຕັດຢ່າງຖືກຕ້ອງຕາມກົດໝາຍ ໃນ
ລະຍະດຽວກັນເຖິງ 8 ເທົ່າຕົວ.

XS
SM
MD
LG