ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍໄດ້ຂອງປະຊາຊົນ ນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນ ເຖິງ 4,390 ໂດລາ ຕໍ່ຫົວຄົນໃນປີ 2015


ແມ່ຍິງ ແລະ ເດັກນ້ອຍທີ່ທຸກຍາກ ໃນເຂດຊົນນະບົດ
ແມ່ຍິງ ແລະ ເດັກນ້ອຍທີ່ທຸກຍາກ ໃນເຂດຊົນນະບົດ

ລາຍໄດ້ສະເລ່ຍຂອງປະຊາຊົນລາວ ໃນເຂດນະຄອນຫລວງ ວຽງຈັນເພີ່ມຂຶ້ນເປັນ 4,390 ໂດລາຕໍ່ຄົນໃນປີ 2015 ໂດຍຄິດ ເປັນສັດສ່ວນທີ່ເພີ່ມຂຶ້ນເຖິງ 2 ເທົ່າເມື່ອທຽບກັບລາຍໄດ້ ສະເລ່ຍໃນປີ 2010.

ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນວຽງຈັນ ຖະແຫລງລາຍງານວ່າ ການ ພັດທະນາເສດຖະກິດ ໃນເຂດນະຄອນວຽງຈັນ ໃນຊ່ວງປີ 2011-2015 ມີຍອດຜະລິດ ຕະພັນລວມພາຍໃນ (GDP) ຄິດເປັນມູນຄ່າຫລາຍກວ່າ 124,900 ຕື້ກີບ ຊຶ່ງຖົວສະເລ່ຍ ເປັນລາຍຮັບຂອງປະຊາຊົນລາວ ໃນເຂດນະຄອນວຽງຈັນໄດ້ເຖິງ 4,390 ໂດລາ ຕໍ່ຄົນຕໍ່ປີ ໂດຍເພີ່ມຂຶ້ນເຖິງ 2 ເທົ່າເມື່ອທຽບກັບລາຍໄດ້ສະເລ່ຍໃນປີ 2010 ທີ່ຜ່ານມາ.

ໂດຍລາຍໄດ້ສະເລ່ຍດັ່ງກ່າວນີ້ ຂອງປະຊາຊົນລາວໃນເຂດນະຄອນ ວຽງຈັນ ຖືເປັນລະດັບ ສູງສຸດໃນ ລາວ ທີ່ເຮັດໃຫ້ເຂດນະຄອນ ວຽງຈັນ ບັນລຸເປົ້າໝາຍສະຫັດສະວັດການ ພັດທະນາໃນ 5 ດ້ານ ຈຶ່ງຍັງເຫລືອອີກພຽງແຕ່ 2 ດ້ານທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ບັນລຸ ເປົ້າໝາຍຢ່າງເປັນຮູບປະທຳຕໍ່ໄປ ຄືການພັດທະນາເພື່ອເຮັດໃຫ້ເຍົາວະຊົນໄດ້ຮຽນຈົນ ຈົບຊັ້ນປະຖົມຢ່າງຄົບຖ້ວນ ແລະ ການພັດທະນາເພື່ອຄວາມສະເໝີພາບ ລະຫວ່າງ ຍິງ- ຊາຍ ທັງໃນທາງເສດຖະກິດ ການເມືອງແລະສັງຄົມໃຫ້ໄດ້ຢ່າງແທ້ຈິງ.

ການໃຊ້ຍານພາຫະນະໃນນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນຢ່າງໄວວາ ເນື່ອງຈາກປະຊາຊົນໃນເຂດຕົວເມືອງມີລາຍຮັບທີ່ດີຂຶ້ນ
ການໃຊ້ຍານພາຫະນະໃນນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນຢ່າງໄວວາ ເນື່ອງຈາກປະຊາຊົນໃນເຂດຕົວເມືອງມີລາຍຮັບທີ່ດີຂຶ້ນ

ທາງດ້ານຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມ ທຸກຍາກຂັ້ນສູນກາງ ລາຍງານ ວ່າ ເປັນການຍາກຢ່າງຍິ່ງທີ່ ລັດຖະບານ ລາວ ຈະຈັດຕັ້ງປະຕິບັດໃຫ້ສາມາດບັນລຸເປົ້າ ໝາຍສະຫັດສະວັດການພັດທະນາ ເພື່ອການລົບລ້າງບັນຫາ ຄວາມທຸກຍາກຂອງ ປະຊາຊົນໄດ້ຕາມແຜນການທີ່ວາງໄວ້ ພາຍໃນປີ 2015 ຊຶ່ງລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ ຈະຫຼຸດຄວາມຍາກຈົນລົງສູ່ລະດັບບໍ່ເກີນ 10 ເປີເຊັນຂອງ
ບ້ານທັງໝົດ.

ທາງ​ນີ້​ໂດຍ​ການຈັດ​ຕັ້ງ​ປະຕິບັດ​ໃນ​ໄລ​ຍະ​ປີ 2011-2014 ທີ່​ຜ່ານ​ມາ ລັດຖະບານ ລາວ ສາມາດ​ລົບ​ລ້າງ​ບັນຫາ​ຄວາມ​ທຸກຍາກຂອງ​ປະຊາຊົນ​ໄດ້ໃນ 886 ບ້ານ​ຄິ​ດ​ເປັນ 9.97 ​ເປີ​ເຊັນ​ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ​ຢູ່ໃນ​ທົ່ວ​ປະ​ເທດ ​ແລະ ຄິ​ດສະ​ເລ່ຍ​ເປັນຄວາມ​ສາມາດ​ໃນ ການ​ລົບ​ລ້າງ​ບັນຫາ​ຄວາ​ມທຸກ​ຍາກ​ໄດ້​ພຽງ​ແຕ່ 3 ​ເປີ​ເຊັນ​ກວ່າ​ເທົ່າ​ນັ້ນ​ໃນແຕ່ລະ​ປີ​ຈຶ່ງ​ຍັງ​ເຫຼືອ​ບ້ານ​ທຸກ​ຍາກ​ຢູ່ 2,289 ບ້ານ​ຄິດ​ເປັນ 26.72 ​ເປີ​ເຊັນຂ​ອງບ້ານ​ທັງໝົດ.

ຍິ່ງ​ໄປ​ກວ່າ​ນັ້ນ​ການ​ພັດທະນາ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ກໍ​ຍັງ​ເຮັດ​ໃຫ້​ບັນຫາ​ກ່ຽວ​ກັບ​ການ​ແຕກ​ໂຕນ​ກັນ​ໃນ​ລະດັບ​ການ​ພັດທະນາ​ທາງ​ເສດຖະກິດ ​ລະຫວ່າງ​ເຂດ​ເມືອງ​ກັບ​ເຂດ​ຊົນນະບົດ​ເພີ່ມ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ ກໍ​ຄືໃນ​ຂະນະ​ທີ່​ເຂດ​ເມືອງ​ມີ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ຕ່າງໆ​ຫຼາຍ​ຂຶ້ນ​ນັ້ນ ​ເຂດ​ຊົນນະບົດ​ກັບ​ຍັງ​ຂາດ​ແຄນ​ໃນ​ທຸກ​ດ້ານ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມທຸກ​ຍາກ ​ໄດ້ໃຫ້ການ​ຢືນຢັນ​ວ່າ

“ຂໍ້​ຫຍຸ້ງຍາກ​ອັນ​ໜຶ່ງ​ນີ້​ແມ່ນ​ພື້ນຖານ​ໂຄງ​ຮ່າງ​ໄທ​ເຮົາ​ນີ້ ຖື​ວ່າ​ຍັງ​ບໍ່​ທັນ​ຮອງ​ຮັບ​ເນາະ ​ເຊັ່ນ​ວ່າ​ຫ້ອງການ​ບ່ອນ​ເຮັດ​ວຽກ ບ່ອນ​ພັກ​ເຊົາ​ຂອງ​ພະນັກງານ​ລັດຖະກອນ ທະຫານ ຕຳຫຼວດ​ນີ້​ຖື​ວ່າ​ຍັງ​ບໍ່​ທັນ​ພ້ອມ ສອງ​ທາ​ນີ້​ກະ​ເສັ້ນ​ທາງ​ເນາະ ກໍ​ບໍ່​ແມ່ນ​ທາງ​ປູ​ຢາງ​ເນາະ ລະດູຝົນ​ນີ້​ກໍ​ຍັງ​ໄປ​ຍາກ​ບໍ່​ສະ​ດວກ ບັນຫາ​ທີສາມ​ມາ​ນີ້​ກໍ​ພະນັກງານ​ນັກຮົບ​ຈຳນວນ​ໜຶ່ງ​ເນາະ​ຖື​ວ່າ​ບໍ່​ທັນ​ມີ​ແນວ​ຄິດ​ໂອນ​ອຽງ​ທຸ່ນ​ທ່ຽງ​ຫັ່ນ​ແຫຼ​ະ”

ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ມູນ​ຄ່າ GDP ​ໃນ​ເຂດ​ນະຄອນຫຼວງວຽງຈັນ ທີ່​ຖົວສະເລ່ຍເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ໄດ້​ເຖິງ 4,390 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ​ນັ້ນ ​ໃນ​ຂະນະ​ທີ່​ອັດ​ຕາ​ຄວາມທຸກ​ຍາກ​ກໍ​ຍັງ​ສູງ​ກວ່າ 45 ​ເປີ​ເຊັນ​ຂອງ​ປະຊາກອນ​ທັງ​ໝົດ​ຈຶ່ງ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່​ແຂວງ​ຜົ້ງ​ສາລີ ຈະ​ສາມາດ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ຕາມ​ເປົ້າ​ໝາຍ​ພາຍ​ໃນ​ປີ 2015 ​ເຊັນ​ດຽວ​ກັນ​ກັບ​ແຂວງ ຫົວ​ພັນ, ອຸດົມ​ໄຊ​, ຫຼວງ​ນ້ຳທາ, ບໍ່ແກ້ວ, ​ໄຊ​ສົມບູນ, ຄຳ​ມ່ວນ, ​ເຊ​ກອງ, ສາລະ​ວັນ ​ແລະ ອັດ​ຕະປືນັ້ນ ກໍ​ຍັງ​ຕົກ​ຢູ່​ພາຍ​ໃຕ້​ສະ​ພາບ​ການ​ດຽວ​ກັນ​ນີ້.

ທັງ​ນີ້​ໂດຍ​ມີ​ສາ​ເຫດ​ທີ່​ສຳຄັນ​ມາ​ຈາ​ກການ​ທີ່​ລັດຖະບານ​ ລາວ ບໍ່​ສາມາດ​ຕອບ​ສະໜອງ ງົບ ປະມານ​ໄດ້​ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້​ຫຼາຍ​ກວ່າ 25 ​ເປີ​ເຊັນ​ຂອງ​ບ້ານ​ທັງໝົ​ດ​ເຂົ້າ​ບໍ່​ເຖິງ​ການ​ບໍລິການ​ຕ່າງໆ​ຂອງ​ລັດຖະບານ ​ແລະ 2 ​ໃນ 3 ຂອງ​ບ້ານ​ທັງ​ໝົດ​ກໍ​ຍັງ​ບໍ່​ມີ​ການ​ຜະລິ​ດ ສິນຄ້າ​ເພື່ອ​ຕອບ​ສະໜອງ​ຕະຫຼາດ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ບຸນ​ເຮືອງ​ ດວງພະ​ຈັນ ຫົວໜ້າ​ຄະນະ​ພັດທະນາ​ຊົນ​ນະ​ບົດ ​ແລະ ລົບ​ລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ​ໄດ້​ຢືນ​ຢັນ​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ລັດຖະບານ ລາວ ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ ດ້ານ​ການ​ຫຼຸດ​ຈຳນວນ​ຄອບຄົວ​ທີ່​ທຸກ​ຍາກ​ໄດ້​ຕາມ​ແຜນ ການ​ທີ່​ວາງ​ໄວ້​ໃນ​ປີ 2015 ກໍ​ຄື​ການ​ເຮັດ​ໃຫ້​ຍັງ​ເຫຼືອ​ຄອບຄົວ​ທີ່​ທຸກ​ຍາກ​ບໍ່​ກາຍ 11 ​ເປີ​ເຊັນ​ໃນ​ທົ່ວ​ປະ​ເທດ ​ເພາະວ່າ​ໃນ​ປະຈຸ​ບັນຍັງ​ຄົງ​ເຫຼືອ​ຄອບຄົວ​ທຸກ​ຍາກ​ຢູ່​ປະມານ 14.8 ​ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ລາວ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG