ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດເອກະຊົນລາວ 23 ແຫ່ງຖືກຍົກເລີກ ສິດສຳປະທານ ໃນການຂຸດຄົ້ນ ແຮ່ທາດ


ບໍ່ຄຳເຊໂປນ ແຂວງ ສະຫວັນນະເຂດ
ບໍ່ຄຳເຊໂປນ ແຂວງ ສະຫວັນນະເຂດ

ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄດ້ຍົກເລີກສິດ
ສຳປະທານ ໃນການຂຸດຄົ້ນແຮ່ທາດຂອງ 23 ບໍລິສັດເອກະຊົນ
ລາວ ເນື່ອງຈາກ ບໍ່ມີເງິນທຶນສຳລັບດຳເນີນການຂຸດຄົ້ນຢ່າງ
ແທ້ຈິງ.

ອຳນາດບໍລິຫານຂອງພະແນກພະລັງງານ ແລະ ບໍ່ແຮ່ໃນເຂດນະຄອນຫຼວງວຽງຈັນໄດ້ອອກ ຄຳສັ່ງຍົກເລີກໃບອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຂອງ 23 ບໍລິສັດເອກະຊົນ ໃນລາວ ແລະມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບຕັ້ງແຕ່ວັນທີ 25 ພຶດສະພາ 2015 ເປັນຕົ້ນມາຊຶ່ງກໍ ໄດ້ເປັນຜົນເຮັດໃຫ້ທັງ 23 ບໍລິສັດດັ່ງກ່າວບໍ່ສາມາດ ທີ່ຈະດຳເນີນການ
ຂຸດຄົ້ນແຮ່ທາດໄດ້ອີກ ຕໍ່ໄປ ຮວມທັງຍັງບໍ່ມີສິດທີ່ຈະດຳເນີນກິດຈະການໃດໆ ຢູ່ໃນເຂດ
ສຳປະທານໄດ້ອີກດ້ວຍ.

ໂດຍສາເຫດທີ່ເຮັດໃຫ້ທັງ 23 ບໍລິສັດດັ່ງກ່າວຕ້ອງຖືກຍົກເລີກໃບອະນຸຍາດໃນຄັ້ງນີ້
ກໍເນື່ອງ ຈາກວ່າທັງ 23 ບໍລິສັດບໍ່ມີເງິນທຶນສຳຫລັບດຳເນີນການຂຸດຄົ້ນຢ່າງແທ້ຈິງ
ຊຶ່ງເຫັນໄດ້ຈາກ ສະພາບການ ທີ່ບໍ່ມີຄວາມຄືບໜ້າໃນການດຳເນີນກິດຈະການ ແລະ
ໃນຂະນະດຽວກັນກໍຍັງ ປະກົດວ່າ ບໍລິສັດເຫຼົ່ານີ້ ໄດ້ພາກັນຫລົບລ້ຽງການຊຳລະພັນທະ
ພາສີ ແລະອາກອນຕ່າງໆ ຕາມກົດໝາຍໃຫ້ລັດຖະບານລາວອີກດ້ວຍ.

ລົດຈົກ ແລະ ລົດຖອກດິນກຳລັງປະຕິບັດການຂຸດຄົ້ນຄຳ ແລະ ທອງແດງຢູ່ພູຄຳທາງພາກເໜືອຂອງ ແຂວງວຽງຈັນ ສປປ ລາວ.
ລົດຈົກ ແລະ ລົດຖອກດິນກຳລັງປະຕິບັດການຂຸດຄົ້ນຄຳ ແລະ ທອງແດງຢູ່ພູຄຳທາງພາກເໜືອຂອງ ແຂວງວຽງຈັນ ສປປ ລາວ.

ທາງ​ດ້ານທ່ານ ສຸ​ລິ​ວົງ ດາລາ​ວົງ ລັດ​ຖະ​ມົນຕີ​ວ່າການ​ ກະຊວງ​
ພະລັງງານ ​ແລະ ບໍ່​ແຮ່ ​ຖະແຫຼ​ງ ຢືນຢັນ​ວ່າ​ເພື່ອ​ເ​ປັນການ​ຮັບ
ປະກັນ​ວ່າ​ ບັນດາ​ບໍລິສັດ​ເອກະ​ຊົນ​ລາວ ​ແລະ ຕ່າງ​ຊາດ​ທີ່​ໄດ້​
ຮັບ​ການ​ອະ​ນຸມັດ​ສຳ​ປະທານ ​ການ​ຂຸດ​ຄົ້ນ​ແຮ່​ທາດ​ ຈາກ​ລັດ
ຖະ​ບານ​ ລາວ​ ໄປ​ແລ້ວ​ນັ້ນ​ໄດ້​ປະຕິບັດ​ຕາມ​ເງື່ອນ​ໄຂ​ ທີ່​ໄດ້​
ກຳນົດ​ໄວ້​ໃນ​ສັນຍາ ​ຢ່າງ​ຄົບ​ຖ້ວນ ກະຊວງ​ພະລັງງານ ​ໄດ້
​ກວດກາ​ການ​ດຳ​ເນີນ​ກິດຈະການ ​ຂອງ​ບັນດາ​ບໍລິສັດ​ເອກະ​ຊົນ
​ສຳ​ເລັດ​ແລ້ວ​ ໃນ​ບາງ​ເຂດ​ແຂວງເຊັ່ນ ​ແຂວງຜົ້ງ​ສາລີ, ຫົວພັນ,
ຊຽງຂວາງ ​ແລະ ຄຳ​ມ່ວນ ​ເປັນ​ຕົ້ນ.

​ໂດຍ​ຈາ​ການ​ກວດກາ ພົບ​ວ່າການ​ດຳ​ເນີນ​ກິດຈະການ ​ຂອງ​ບໍລິສັດ​ສ່ວນ​ໃຫຍ່​ຍັງ​ບໍ່​ໄດ້​ມາດຕະຖານ​ສາກົນ ​ແລະ ບໍ່​ເປັນຕາມ​ເງື່ອນ​ໄຂ​ໃນ​ສັນຍາ ​ເຊັ່ນ​ກາ​ນຄຸ້ມ​ຄອງ​ສິ່ງແວດ​ລ້ອມ​ໃນ​ຫຼາຍໂຄ​ງການ​ຍັງ​ຂາດ​ປະສິດທິພາບ ຈິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບແວດ​ລ້ອມ​ທຳ​ມະ​ຊາດ ລະບົບ​ນິ​ເວດ​ວິທະຍາ ​ແລະ ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ຢ່າງ​ກວ້າງຂວາງ​ອີກ​ດ້ວຍ.

ສ່ວນ​ການ​ຊົດ​ເຊີຍ​ຕໍ່​ຜົນ​ເສຍຫາຍ​ ຂອງ​ປະຊາຊົນ​ນັ້ນ​ກໍ​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ ​ໃນ​ຂະນະ​ດຽວ​ກັນ​ກໍ​ຍັງ​ມີ​ການ​ນຳ​ໃຊ້​ນິຕິກຳ​ໃນ​ການ​ແຈ້ງ​ຊຳລະ​ພາສີ​ອາກອນ​ ທີ່​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ແຮ່​ທາດ​ທີ່​ບໍ່ ໂປ່​ງ​ໃສ ​ແລະ ການ​ປະຕິບັດ​ໜ້າ​ທີ່​ຂອງ​ພະນັກ​ງານ​ລັດ ກໍ​ຍັງ​ບໍ່​ລວມສູນ ​ແລະ ບໍ່​ເປັນ​ເອກະ​ພາບ​ກັນ​ໃນ​ທົ່ວ​ປະ​ເທດ ຈິ່ງ​ເຮັດ​ໃຫ້​ເກີດ​ການ​ສັບສົນ​ໃນ​ການ​ຄຸ້ມ​ຄອງ​ ​ແລະ ການຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ຂອງ​ລັດຖະບານ​ໂດຍ​ຜົນ​ທີ່​ຕິດຕາ​ມມາ ກໍ​ຄື​ເກີດ​ການ​ຮົ່ວ​ໄຫຼ​ຂອງ​ລາຍ​ຮັບ​ງົບປະມານ​ຢ່າງ​ຫຼວງ​ຫຼາ​ຍ ດັ່ງ​ທີ່ທ່ານ ສຸ​ລິ​ວົງ ​ໄດ້​ຍົກ​ຕົວຢ່າງເຖິງ​ກໍລະນີ 2 ບໍລິ​ສັດ​ເອກະ​ຊົນ ​ທີ່​ໄດ້​ຮັບ​ສຳ​ປະທານ​ຂຸດ​ຄົ້ນແຮ່​ຊາຍ​ ໃນ​ແຂວງຊຽງຂວາງ
ຫາກ​ແຕ່​ໃນ​ການ​ປະຕິບັດ​ຕົວ​ຈິງ ​ກັບ​ເປັນ​ການ​ລັກລອບ​ຂຸດ​ຄົ້ນ​ແຮ່​ຄຳ.

“ຜູ້​ໄດ້​ຮັບ​ອະນຸຍາດ​ນີ້ມີ 2 ບໍ​ລິ​ສັດ ​ແມ່ນ​ໄດ້​ຮັບ​ອະນຸຍາດ​ກາ​ນຂຸດ​ຄົ້ນ​ຫີນ​ຊາຍ ​ເພື່ອ​ຈະ​ເອົາ​ໄປ​ກໍ່​ສ້າງ ​ແຕ່ໃນ​ຕົວ​ຈິງຕັ້ງ​ແມ່ນ​ການ​ລັກລອບ ສວຍ​ໃຊ້​ໃບ​ອະນຸຍາດ​ຂຸດ​ຄົ້ນ​ຫີນ​ຊາຍ ​ເພື່ອ​ຈະເອົາ​ໄປ​ຂຸດ​ຄົ້ນ​ຄຳ​ຕົກຂ່ອນ ຜິດ​ຕໍ່​ລະບຽບການ ​ເມື່ອ​ພວກ​ຂ້າພະ​ເຈົ້າ​ຮູ້ຈັກ​ແລ້ວ ພວກ​ຂ້າພະ​ເຈົ້າ​ກະໄດ້​ເຕືອນ ​ເຕືອນ​ແລ້ວບໍລິສັດ​ໜຶ່ງ​ຫັ້ນ​ປະ​ເຄື່ອງ​ປະ​ຂອງ​ໜີ​ເລີຍ ສ່ວນ​ບໍລິສັດ​ທີ​ສອງ​ນັ້ນ​ຍັງ​ສືບຕໍ່ຂຸດ​ຄົ້ນ​ຢູ່.”

ທັງ​ນີ້ໂດຍ​ສຳ​ປະ​ທານ​ທີ່ຢູ່​ໃນ​ຄວາ​ມຮັບຜິດຊອບ​ ຂອງ​ກະຊວງ​ພະລັງງານ​ກໍ​ມີ​ຢູ່​ເຖິງ 226 ບໍລິສັດ ​ແລະ ມີ​ພື້ນ​ທີ່​ຂຸດ​ຄົ້ນ​ລວ​ມ 58,​569.​54 ກິ​ໂລ​ແມັດ​ມົນທົນ ຫຼື ຄິດ​ເປັນ​ກວ່າ 24 ​ເປີ​ເຊັນຂອງ​ພື້ນ​ທີ່​ທັງ​ໝົດ​ໃນ​ປະ​ເທດ​ລາວ.

ການ​ກວດກາ​ດັ່ງກ່າວ​ນີ້​ເປັນ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ຄຳ​ສັ່ງ​ເລກທີ 13 ຂອງ​ນາຍົກລັດຖະມົນ​ຕີ​ລາວ ລົງ​ວັນ​ທີ 11 ມິ​ຖຸນາ 2012 ທີ່​ໄດ້​ກຳນົດ​ໃຫ້​ດຳ​ເນີນ​ການ​ກວດ​ກາ​ໂຄງ​ການ​ໃຫ້​ແລ້ວ​ສຳ​ເລັດ​ທັງໝົດ​ໃນ​ທົ່ວ​ປະ​ເທດ​ພາຍ​ໃນ​ປີ 2015​ ​ເປັນ​ຢ່າງ​ຊ້າ.

XS
SM
MD
LG