ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງ​ການ​ລາວ ຄາດໝາຍ​ວ່າ ​ເສດຖະກິດ​ ໃນວຽງຈັນ ຈະ​ຂະຫຍາຍຕົວ ​ເພີ້​ມຂຶ້ນ


​ນະຄອນ​ຫຼວງວຽງ​ຈັນ ຖື​ເປັນ​ເຂດ​ທີ່​ມີ​ລະດັບ​ການ​ພັດທະນາ ທາ​ງດ້ານ​ເສດຖະກິດ ​ດີ​ທີ່​ສຸດ​ໃນ​ລາວ ໂດຍສະເພາະ ຢູ່ໃນເຂດຕົວເມືອງຕ່າງໆ ອ້ອມນະຄອນຫຼວງ.
​ນະຄອນ​ຫຼວງວຽງ​ຈັນ ຖື​ເປັນ​ເຂດ​ທີ່​ມີ​ລະດັບ​ການ​ພັດທະນາ ທາ​ງດ້ານ​ເສດຖະກິດ ​ດີ​ທີ່​ສຸດ​ໃນ​ລາວ ໂດຍສະເພາະ ຢູ່ໃນເຂດຕົວເມືອງຕ່າງໆ ອ້ອມນະຄອນຫຼວງ.

ທາງ​ການ​ລາວ ຄາດໝາຍ​ວ່າ ​ເສດຖະກິດ​ໃນ​ເຂດ​ນະຄອນຫຼວງ
ວຽງ​ຈັນ ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍບໍ່​ຫລຸດ 11
​ເປີ​ເຊັນ ຕໍ່​ປີ ​ໃນ​ຕະຫຼອດລະຍະ​ແຜນການ​ພັດທະນາ​ເສດຖະກິດ-
ສັງ​ຄົມ ​ແຕ່​ປີ 2016 ​ເຖິງ​ປີ 2020.

ທ່ານ​ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າຄອງ​ເຂດ​ນະ​ຄອນຫຼວງວຽງ​ຈັນ ຖະ​ແຫລ​ງວ່າ ​ເປົ້າໝາຍ​
ສຳຄັນ​ໃນ​ການຈັດຕັ້ງປະຕິ​ບັດ ​ແຜນການພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ລະຍະ​ຈາກ​ປີ
2016 ​ເຖິງ​ປີ 2020 ​ໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ ກໍ​ຄື​ການ​ຊຸກຍູ້​ໃຫ້​ເສດຖະກິດຂະຫຍາຍ
ຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍບໍ່​ຫລຸດ 11 ​ເປີ​ເຊັນ ຕໍ່​ປີ ​ແລະເພື່ອ​ຮັບປະກັນ​ວ່າ ຈະສາມາດ ​
ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ໄດ້ ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈຳ​ເປັນ​ຢ່າງ​ຍິ່ງ ທີ່​ຈະ​ຕ້ອງ​ເຮັດ​ໃຫ້​ພາກ​ກະສິກຳ ​ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 7 ​ເປີ​ເຊັນ ສ່ວນ​ພາກ​ອຸດສາຫະກຳ ​ແລະ​ພາກ
​ບໍລິການ​ນັ້ນ ຈະ​ຕ້ອງ​ຂະຫຍາຍຕົວ​ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 16 ​ເປີ​ເຊັນ ​ແລະ 11 ​ເປີເຊັນ
ຕໍ່​ປີ​ຕາມ​ລຳດັບ.

ທັງ​ນີ້ ​ໂດຍ​ນະຄອນ​ຫຼວງວຽງ​ຈັນ ຖື​ເປັນ​ເຂດ​ທີ່​ມີ​ລະດັບ​ການ​ພັດທະນາ ທາ​ງດ້ານ​ເສດຖະກິດ
​ດີ​ທີ່​ສຸດ​ໃນ​ລາວ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ໃນ​ຊ່ວງ​ປີ 2011-2015 ນີ້ ກໍ​ປາກົດ​ວ່າ ​ເຂດນະຄອນ
ຫຼວງວຽງ​ຈັນ ມີ​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ (GDP) ຄິດ​ເປັນ​ມູນ​ຄ່າຫຼາຍກວ່າ 124,900
ຕື້​ກີບ ຊຶ່ງ​ສາມາດ​ຖົວ​ສະ​ເລ່ຍ​ເປັນ​ລາຍ​ຮັບ ຂອງ​ປະຊາຊົນ​ລາວ ​ໃນ​ເຂດ​ນະຄອນຫຼວງວຽງ​ຈັນ
ໄດ້​ເຖິງ 4,390 ​ໂດ​ລາ ຕໍ່​ຄົນ​ຕໍ່​ປີ ​ໂດຍ​ເພີ້​ມຂຶ້ນ​ເຖິງ 2 ​ເທົ່າ ​ເມື່ອ​ທຽບ​ກັບ​ລາຍ​ໄດ້​ສະ​ເລ່ຍ​ໃນ​ປີ 2010 ທີ່​ຜ່ານ​ມາ.

​ເປົ້າໝາຍ​ສະຫັດສະຫວັດ ການ​ພັດທະນາ ​ໃນ ອີກດ້ານໜຶ່ງ ທີ່​ຈະ​ຕ້ອງ​ຈັດຕັ້ງປະຕິ​ບັດ​ໃຫ້​ບັນລຸ ຢ່າງ​ເປັນ​ຮູບ ​ປະ​ທຳ​ຕໍ່​ໄປ ຄືກ​ານພັດທະນາ ​ເພື່ອ​ເຮັດ​ໃຫ້​ເຍົາວະ​ຊົນ ​ໄດ້ຮຽນ​ຈົນ​ຈົບ​ ຊັ້ນປະຖົມຢ່າງ​ຄົບ​ຖ້ວນ.
​ເປົ້າໝາຍ​ສະຫັດສະຫວັດ ການ​ພັດທະນາ ​ໃນ ອີກດ້ານໜຶ່ງ ທີ່​ຈະ​ຕ້ອງ​ຈັດຕັ້ງປະຕິ​ບັດ​ໃຫ້​ບັນລຸ ຢ່າງ​ເປັນ​ຮູບ ​ປະ​ທຳ​ຕໍ່​ໄປ ຄືກ​ານພັດທະນາ ​ເພື່ອ​ເຮັດ​ໃຫ້​ເຍົາວະ​ຊົນ ​ໄດ້ຮຽນ​ຈົນ​ຈົບ​ ຊັ້ນປະຖົມຢ່າງ​ຄົບ​ຖ້ວນ.

ໂດຍ​ລາຍ​ໄດ້​ສະ​ເລ່ຍດັ່ງກ່າວນີ້ ຂອງ​ປະຊາຊົນລາ​ວ​ ​ໃນ​ເຂດ​
ນະຄອນຫຼວງວຽງ​ຈັນ ຖື​ເປັນ​ລະດັບ​ສູງ​ສຸດ​ໃນ​ລາວ ທີ່​ເຮັດ​ໃຫ້​
ເຂດ​ນະຄອນຫຼວງວຽງ​ຈັນ ບັນລຸ​ເປົ້າໝາຍ​ສະຫັດສະຫວັດ
ການ​ພັດທະນາ ​ໃນ 5 ດ້ານ ຈຶ່ງ​ຍັງ​ເຫຼືອອີກ​ພຽງ​ແຕ່ 2 ດ້ານ
ທີ່​ຈະ​ຕ້ອງ​ຈັດຕັ້ງປະຕິ​ບັດ​ໃຫ້​ບັນລຸ​ເປົ້າໝາຍ ຢ່າງ​ເປັນ​ຮູບ
​ປະ​ທຳ​ຕໍ່​ໄປ ຄືກ​ານພັດທະນາ ​ເພື່ອ​ເຮັດ​ໃຫ້​ເຍົາວະ​ຊົນ ​ໄດ້
​ຮຽນ​ຈົນ​ຈົບ​ ຊັ້ນປະຖົມຢ່າງ​ຄົບ​ຖ້ວນ ​ແລະ​ການ​ພັດທະນາ
​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​-ຊາຍ ທັງ​ໃນ​ທາງ
​ເສດຖະກິດ ການ​ເມືອງ ​ແລະ​ສັງຄົມ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ທາງ​ດ້ານ​ຄະນະ​ພັດທະນາ​ຊົນນະບົດ ​ແລະ​ລົບ​ລ້າງ​ຄວາມ
ທຸກ​ຍາກ ຂັ້ນສຸນ​ກາງ ລາຍ​ງານ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່​ລັດຖະບານ​ລາວ ຈະ​ຈັດຕັ້ງ
ປະຕິ​ບັດ​ໃຫ້​ສາມາດ​ບັນລຸເປົ້າໝາຍ​ ສະຫັດ​ສະຫວັດ ການພັດທະນາ ​ເພື່ອ​ການ​ລົບ​ລ້າງ​
ບັນຫາ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໄດ້ ຕາມແຜນການ ທີ່​ວາງ​ໄວ້​ພາຍ​ໃນ​ປີ 2015 ຊຶ່ງ​
ລັດຖະບານ​ລາວ​ໄດ້​ວາງ​ເປົ້າໝາຍ ທີ່​ຈະ​ລົດ​ຄວາມ​ຍາກຈົນ​ລົງ​ສູ່​ລະດັບ​ບໍ່​ເກີນ 10 ​ເປີ​ເຊັນ
ຂອງ​ບ້ານ​ທັງ​ໝົດ.

ທັງ​ນີ້ ​ໂດຍ​ການຈັດຕັ້ງປະຕິບັດ ​ໃນ​ຊ່ວງ​ປີ 2011-2014 ທີ່​ຜ່ານ​ມາ ລັດຖະບານ​ລາວ​ສາມາດ​ ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ ​ຂອງ​ປະຊາຊົນ ​ໄດ້ ​ໃນ 886 ບ້ານ ຄິດ​ເປັນ 9.97 ​ເປີ​ເຊັນ ຂອງ​ຈຳນວນບ້ານ​ທັງ​ໝົດ ຢູ່​ໃນ​ທົ່ວ​ປະ​ເທດ ​ແລະຄິດສະ​ເລ່ຍ​ເປັນຄວາມ​ສາມາດ ​ໃນ​ການ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ ​ໄດ້ພຽງ​ແຕ່ 3 ​ເປີ​ເຊັນ ກວ່າ​ເທົ່າ​ນັ້ນ ​ໃນ​ແຕ່ລະ​ປີ ຈຶ່ງ​ຍັງ​ເຫຼືອບ້ານ​ຍາກຈົນ​ຢູ່ 2,289 ບ້ານ​ຄິດ​ເປັນ 26.72 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ.

ຍິ່ງໄປ​ກວ່າ​ນັ້ນ ການ​ພັດທະນາ​ໃນ​ລະຍະ ທີ່​ຜ່ານ​ມາ ກໍ​ຍັງ​ເຮັດ​ໃຫ້​ເກີດ​ບັນຫາ​ກ່ຽວ​ກັບການ​
ແຕກ​ໂຕນ​ກັນ ​ໃນ​ລະດັບ​ການ​ພັດທະນາ​ທາງ​ເສ​ດຖະ​ກິດ ລະຫວ່າງ​ເມືອງ​ກັບ​ເຂດ​ຊົນນະບົດ
​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ ກໍ​ຄື​ຂະນະ​ທີ່​ເຂດ​ເມືອງ​ມີ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ຕ່າງໆ ຫຼາຍຂຶ້ນນັ້ນ
​ເຂດ​ຊົນນະບົດ​ກັບ​ຍັງ​ຂາດ​ແຄນ​ໃນ​ທຸກ​ດ້ານ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ຄະນະ​ພັດທະນາ​
ຊົນນະບົດ ​ແລະ​ລົບ​ລ້າງ​ຄວາມທຸກ​ຍາກ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ພວກ​ເຮົາ​ກະ​ງົບປະມານ​ມີ​ຈຳກັດ ບໍ່​ພຽງພໍ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ​ກໍ​ບໍ່​
ມີ​ຍານພາຫະ​ນະ ທີ່​ຈະ​ລົງ​ໄປ ​ແລ້ວ​ກະ​ເສັ້ນທາງ​ການ​ໄປ-ມານິ ກະ​ທຸລະກັນດານ​ເນາະ
ຕ້ອງ​ໄດ້​ອາ​ໄສ​ຍ່າງ​ພຸ້ນນີ້​ແຫລະຫຼາຍກວ່າ ​ເພາະວ່າ​ເສັ້ນທາ​ງລົດ​ເຂົ້າ​ໄປ​ບາງ​ບ້ານ​ກະ
​ບໍ່​ມີ​ເນາະ ​ແຕ່ວ່າ​ໄປ​ໄດ້ ນີ້​ກະ​ບ່ອນ​ໃດ​ມີ​ເສັ້ນທາງ​ລົດ ກໍ​ໄປ​ໄດ້​ພຽງ​ລະດູ​ແລ້ງ ລະດູ​
ຝົນ​ນີ້ ກະ​ໄປ​ບໍ່​ໄດ້.”

ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ມູນ​ຄ່າ GDP ​ໃນ​ເຂດ​ນະຄອນຫຼວງວຽງຈັນ ທີ່​ຖົວ​ສະ​ເ​ລ່ຍ ​ເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ໄດ້​ເຖິງ 4,390 ຕໍ່​ຄົນ​ຕໍ່​ປີນັ້ນ ຫາກ​ແຕ່​ສຳ​ຫລັບ​ປະຊາຊົນ​ລາວ​ຢູ່​ແຂວງ​ຜົ້ງສາລີ ກັບ​ຍັງ​ມີ​ລາຍ​ໄດ້​ສະ​ເລ່ຍພຽງ 978 ​ໂດ​ລາ​ຕໍ່​ຄົນ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ອັດຕາ​ຄວາມ​ຍາກຈົນ ຍັງ​ສູງ​ກວ່າ 45 ​ເປີ​ເຊັນ ຂອງ​ປະຊາກອນ​ທັງ​ໝົດ ຈຶ່ງ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ແຂວງ​ຜົ້ງສາລີ ຈະ​ລົບ​ລ້າງ​ຄວາມ​ຍາກຈົນ​ໄດ້​ໃນ​ປີ 2015 ​ເຊັ່ນ​ດຽວ​ກັນ​ກັບ​ຢູ່​ທີ່​ແຂວງ​ຫົວພັນ ອຸດົມ​ໄຊ ຫຼວງນ້ຳທາ ບໍ່​ແກ້ວ ​ໄຊ​ສົມ​ບູນ ຄຳ​ມ່ວນ ​ເຊ​ກອງ ສາລະ​ວັນ ​ແລະອັດ​ຕະປື ກໍ​ຕົກ​ຢູ່​ພາຍໃຕ້​ສະພາບ​ການ​ດຽວ​ກັນ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ທີ່​ລັດຖະບານ​ລາວ ບໍ່​ສາມາດ​ຕອບ​ສະໜອງ​ງົບປະມານ​ໄດ້​ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້​ກວ່າ 25 ​ເປີ​ເຊັນ​ຂອງ​ບ້ານ​ທັງ​ໝົດ ບໍ່​ໄດ້​ຮັບ​ບໍລິການ​ໃນ​ດ້ານ​ຕ່າງໆ ຂອງ​ລັດຖະບານ ​ແລະ 2 ​ໃນ 3 ຂອງ​ບ້ານ​ທັງ​ໝົດ ກໍ​ຍັງ​ບໍ່​ມີ​ການ​ຜະລິດ​ສິນຄ້າ​ ເພື່ອ​ຕອບ​ສະໜອງ​ຕະຫຼາດອີກ​ດ້ວຍ.

XS
SM
MD
LG