ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງປະທານາທິບໍດີ ສະຫະລັດ ທ່ານ Biden ຈະຢ້ຽມຢາມ ຢູເຄຣນ


ຮອງ​ປະທານາທິບໍດີ ສະຫະລັດ ທ່ານ Joe Biden ​ໄດ້ເດີນ
ທາງອອກ​ຈາກ ນະຄອນຫລວງ ວໍ​ຊິງ​ຕັນ ​ເພື່ອ​ຢ້ຽມຢາມຕ່າງ
ປະເທດ​ເປັນ​ເວລາ​ຫ້າ​ມື້ ທີ່​ຈະ​ຮວມທັງ​ການ​ສົນທະນາຫາລື
ກັບ​ຜູ້ນຳຢູ​ເຄຣນ ​ໃນ​ທ້າຍ​ອາທິດ​ນີ້.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ປະຈຳທຳນຽບຂາວ​ຄົນນຶ່ງ ກ່າວ​ວ່າ ທ່ານ
Biden ​ໃນວັນ​ສຸກ​ຈະ​ມາ​ເຖິງ​ນີ້ ຈະ​ກ່າວ​ເຖິງ​ຄວາມ​ເປັນ​ຫ່ວງ
​ຂອງສະຫະລັດ ກ່ຽວ​ກັບ “ການລະ ເມີດທີ່ຍັງດຳເນີນຢູ່ຕໍ່ມາ
​ຂອງຣັດ​ເຊ​ຍ ​ໃນ​ຂໍ້​ຕົກລົງ ທີ່​ນະຄອນ Minsk ເມື່ອ​ວັນ​ທີ 5
​ເດືອນ​ກັນຍາຜ່ານມາ ກັບຢູ​ເຄຣນ.” ການ​ຕົກລົງ​ດັ່ງກ່າວໄດ້​
ຮ້ອງ​ໃຫ້ມີ​ການ​ຢຸດ​ຍິງ ລະ​ຫວ່າງ Kyivແລະ​ພວກ​ກະບົດແບ່ງແຍກ​ດິນ​ແດນ​ນິຍົມຣັດ​ເຊຍ.

Can Minsk Cease-fire Agreement Hold?
please wait

No media source currently available

0:00 0:02:34 0:00

ທຳນຽບຂາວ ກ່າວ​ວ່າ ຣັດ​ເຊ​ຍ ບໍ່​ໄດ້​ເອົາ​ບາດ​ກ້າວ​ທີ່​ມີ​ຄວາມ​ໝາຍ​ໃດໆ ​ເພື່ອ​ຈັດຕັ້ງປະຕິ
ບັດ ຂໍ້​ຜູກ​ມັດຂອງຕົນ ພາຍໃຕ້ຂໍ້ຕົກລົງນະຄອນ Minsk ​ເຊັນ​ວ່າ ຍ້າຍ​ກອງ​ທະຫານ​ທັງ​ໝົດອອກ​ຈາກ ຢູ​ເຄຣນ ​ແລະ​ຢຸດ​ເຊົາການ​ລັ່ງ​ໄຫລຂອງ​ທະຫານຮັບ​ຈ້າງ ອາວຸດ​ຕ່າງໆ
​ແລະ​ອຸບປະກອນ ​ຂ້າມ​ຊາຍ​ແດນ​ເຂົ້າໄປໃນຢູ ເຄຣນ ​. ສະຫະລັດ ກ່າວ​ວ່າ ມົສກູ ​ຍັງ​ບໍ່​
ອະນຸຍາດ​ໃຫ້ຜູ້​ສັງ​ເກດ​ການ​ນາໆ​ຊາດ ເຂົ້າໄປຕິດຕາມເບິ່ງບໍລິເວນຊາຍແດນ​ນາໆ​ຊາດ
ລະຫວ່າງຣັດ​ເຊຍ​ແລະ​ຢູ​ເຄຣນ.ໃນ​ຂະນະ​ທີ່ຢູ່ໃນຢູ​ເຄຣນນັ້ນ ທ່ານ Biden ຈະ​ເປັນ​ ປະ
ທານ​ກອງປະຊຸມ​ໂຕະ ມົນ ​ເພື່ອ​ສົນທະນາຫາລືກ່ຽວ​ກັບ​ການຕໍ່ຕ້ານສໍ້​ລາດ​ບັງ​ຫລວງ ​ແລະ​ການປົກຄອງດ້ວຍຕົວບົດກົດໝາຍ.

ການ​ເດີນທາງ​ຂອງ ທ່ານ Biden ຍັງ​ຈະ​ຮວມທັງ​ການ​ຢຸດແວ​ທີ່ Morocco ​ແລະ Turkey ນຳດ້ວຍ.

UKRAINE SOTVO
please wait
Embed

No media source currently available

0:00 0:06:38 0:00

XS
SM
MD
LG