ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຮືອລົບ ສຫລ ຈະຊ່ວຍ ສະໜັບສະໜູນ ນະໂຍບາຍໃໝ່ ຂອງນາຍົກຍີ່ປຸ່ນ


ເຮືອກຳປັ່ນບັນທຸກເຮືອບິນ USS Ronald Reagan ຖືກສົ່ງໄປຍັງ ຍີ່ປຸ່ນ ຫຼັງຈາກແຜ່ນດິນໄຫວ ຄວາມແຮງ 8.9 ຣິກເຕີ້ ແລະ ເກີດຄື້ນຍັກຊູນາມິ ເພື່ອຊ່ວຍເຫຼືອ ທາງດ້ານ ມະນຸດສະທຳ ແລະ ດ້ານການບັນເທົ່າທຸກ ຕາມຄຳບັນຊາ ເມື່ອວັນທີ 12 ມີນາ 2011.
ເຮືອກຳປັ່ນບັນທຸກເຮືອບິນ USS Ronald Reagan ຖືກສົ່ງໄປຍັງ ຍີ່ປຸ່ນ ຫຼັງຈາກແຜ່ນດິນໄຫວ ຄວາມແຮງ 8.9 ຣິກເຕີ້ ແລະ ເກີດຄື້ນຍັກຊູນາມິ ເພື່ອຊ່ວຍເຫຼືອ ທາງດ້ານ ມະນຸດສະທຳ ແລະ ດ້ານການບັນເທົ່າທຸກ ຕາມຄຳບັນຊາ ເມື່ອວັນທີ 12 ມີນາ 2011.

ສະຫະລັດ ໄດ້ປະຕິບັດ ພາກສ່ວນສຳຄັນ ຂອງຍຸດທະສາດ
ການຫັນໄປສູ່ເອເຊຍ ໃນວັນພະຫັດ ຜ່ານມາ ດ້ວຍການເດີນ
ທາງໄປເຖິງຍີ່ປຸ່ນ ຂອງກຳປັ່ນບັນທຸກເຮືອບິນ ພະລັງນິວເຄລຍ
USS Ronald Reagan ຂອງກອງທັບເຮືອສະຫະລັດ. ນອກ
ເໜືອຈາກການຂະຫຍາຍອຳນາດ ຂອງອາເມຣິກາ ຢູ່ໃນເອເຊຍ
ແລ້ວ ຜູ້ສື່ຂ່າວວີໂອເອ Brian Padden ລາຍງານວ່າ ການປະ
ຈຳການ ຂອງເຮືອລົບສະຫະລັດນັ້ນ ຍັງສະແດງໃຫ້ເຫັນ ເຖິງ
ການສະໜັບສະໜູນ ຄວາມພະຍາຍາມ ທີ່ຈະຂະຫຍາຍບົດບາດ
ກອງທັບຍີ່ປຸນ ໃນຂົງເຂດ ຂອງນາຍົກລັດຖະມົນຕີ ຍີ່ປຸ່ນ
ທ່ານ Shinzo Abe ອັນເປັນເລື້ອງ ທີ່ຖືກຖົກຖຽງກັນນັ້ນ ຊຶ່ງ
ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ
ໃນອັດດັບຕໍ່ໄປ.

ກຳປັ່ນ USS Ronald Reagan ໄດ້ເດີນທາງໄປເຖິງ ຖານທັບເຮືອສະຫະລັດ ຢູ່ທີ່
ນະຄອນ Yokosuka ໃນວັນພະຫັດຜ່ານມາ.

ການປ່ຽນ​ໄປແທນກຳປັ່ນ USS George Washington ທີ່ກາຍມາເປັນສ່ວນສຳຄັນ
ໃນການຫັນສູ່ເອເຊຍຂອງວໍຊິງຕັນ ​ແມ່ນ​ເປັນ​ການເພັ່ງເລັງ​ໃສ່ສົມບັດຕ່າງໆ ດ້ານການ
ທະຫານ ແລະ ການທູດ ໃສ່ຂົງເຂດທີ່ມີຄວາມສຳຄັນ ທາງດ້ານຍຸດທະສາດ ເພີ້ມຂຶ້ນ
ເລື້ອຍໆ.

ຮອງພົນເຮືອເອກ Joseph Aucoin ຜູ້ບັນຊາການ ກອງທັບເຮືອທີ 7 ຂອງສະຫະລັດ
ເວົ້າວ່າ “ພວກເຮົາມີເຮືອຈຳນວນນຶ່ງ ທີ່ມີຄວາມອາດສາມາດທີ່ສຸດ ໃນການປ້ອງ
ກັນຂີປະນາວຸດ ໂດຍສະເພາະ ຢູ່ໃນ ຂົງເຂດນີ້ ຂອງໂລກ ທີ່​ຂ້າມ​ມະຫາ​ສະມຸດ
ມາຈາກ​ເກົາຫຼີ​ເໜືອ.”

​ເຮືອຫຼາຍໆ​ລຳ ທີ່​ມີ​ລູກ​ເຮືອ 5,000 ຄົນ ​ໄດ້​ປະຈຳການ​ຢູ່​ໃນ​ທະ​ເລ ​ເປັນ​ເວລາຫຼາຍ​ເດືອນ.
ຫຼັງຈາກ​ທີ່​ໄດ້​ໄປ​ເຖິງ​ທ່າ​ເຮືອ​ແລ້ວ ພົນທະຫານ​ເຮືອ Emanuel Taylor ​ກໍໄດ້​ພົບ​ກັບ​ລູກ​
ສາວ​ເກີດ​ໃໝ່ຂອງ​ລາວ ​ເປັນຄັ້ງທຳ​ອິດ.

ພົນທະຫານ​ເຮືອ Taylor ​ເວົ້າວ່າ “ຂ້າພະ​ເຈົ້າດີ​ໃຈຫຼາຍ. ບໍ່​ມີຄຳ​ເວົ້າ​ໃດໆ ທີ່​ຈະ​ສາ
ມາດ​ພັນ​ລະນາ​ໄດ້ ​ໃນ​ເວລາ​ນີ້.”

ການ​ເດີນທາງ​ໄປ​ເຖິງ​ຍີ່ປຸ່ນ​ ຂອງ​ກຳ​ປັ່ນ USS Ronald Reagan ນັ້ນ ​ເກີດ​ຂຶ້ນພ້ອມ​ກັນ​
ກັບການ​ຮັບ​ຜ່ານ​ມາດ​ຕະການ​ ຄວາມ​ໝັ້ນຄົງ​ໃໝ່​ຂອງ​ຍີ່ປຸ່ນ ທີ່​ຄວນ​ຈະ​ເຮັດ​ໃຫ້ງ່າຍ​ຂຶ້ນ
ຕື່ມ ສຳ​ຫລັບ ການປະຕິບັດໜ້າ​ທີ່ ໃນ​ການ​ປ້ອງ​ກັນຜົນ​ປະ​ໂຫຍ​ດຕ່າງໆ ​ແລະ ບັນດາ​
ພັນທະ​ມິດ​ຂອງ​ຕົນ ​ໂດຍ​ກອງທັບ​ຍີ່ປຸ່ນ​.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ມັນ​ກໍໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ ການ​ຄັດ​ຄ້ານຢ່າງ​ແຂງ​ຂັນ ​ໂດຍ​ພວກ​ທີ່​ຮັກ
ຫອມ​ຄວາມ​ສະຫງົບຂອງ​ປະ​ເທດ ພ້ອມ​ກັນ​ກັບ ຄວາມຢ້ານ​ກົວ ​ຈາກບັນດາ​ປະ​ເທດ​ເພື່ອນ
ບ້ານ​ຂອງ​ຍີ່ປຸ່ນ ທີ່​ວ່າ ​ໂຕ​ກຽວ ຈະ​ກັບ​ຄືນ​ໄ​ປ​ນິຍົມ​ການທະຫານ​ຄືນ​ໃໝ່ ດັ່ງ​ເມື່ອກ່ອນ.

ລັດຖະມົນຕີທະຫານເຮືອ ສະຫະລັດ ທ່ານ Ray Mabus ​ໄດ້​ເດີນ​ທາງໄປຍັງ​ຍີ່ປຸຸ່ນ ພ້ອມດ້ວຍ​ກຳ​ປັ່ນບັນທຸກ​ເຮືອບິນ USS Ronald Reagan ອັນ​ເປັນ​ສ່ວນ​ນຶ່ງ ​ໃນ​ການສະ​ແດງ​ໃຫ້​ເຫັນ​ວ່າ ສະຫະລັດ ສະໜັບ​ສະ​ໜູນ ​ໃຫ້​ຍີ່ປຸ່ນສະ​ແດງ​ທ່າ​ທີ​ແບບ​ມີ​ຄວາມ​ໝັ້ນ​ໃຈ​ ​ແລະ​ກົງ​ໄປ​ກົງ​ມາ ​ຫຼາຍຂຶ້ນ ​ເພື່ອ​ຊ່ວຍ​ຢັບຢັ້ງ ຄູ່​ປໍ​ລະ​ປັກ​ຮ່ວມ​ກັນ ​ເຊັ່ນ ຈີນ ​ແລະ ​ເກົາຫຼີ​ເໜືອນັ້ນ.

ລັດຖະມົນຕີກອງທັບ​ເຮືອ ສະຫະລັດ ທ່ານ Mabus ເວົ້າວ່າ “ສະນັ້ນ ພວກ​ເຮົາ​ຈຶ່ງຄິດ​
ວ່າ ມາດ​ຕະການໃໝ່​ເຫຼົ່ານີ້ ຈະ​ເລິກ​ເ​ຊິ່ງ​ຂຶ້ນອີກ ຈະ​ສ້າງ​ຄວາມ​ແຂງ​ແກ່ນຂຶ້ນ ​ແລະ
ຈະ​ເຮັດ​ໃຫ້​ພວກ​ເຮົາ ດີ​ຂຶ້ນຕື່ມ​ອີກ ພ້ອມ​ກັນ.”

ບັນດາ​ນັກວິ​ເຄາະ ກ່າວ​ວ່າ ສຳ​ຫລັບ​ຍີ່ປຸ່ນ​ແລ້ວ ການເປັນ​ພາຄີລຸ້ນນ້ອງ ກັບສະຫະລັດ
ຫຼາຍກວ່ານັ້ນ ມັນ​ຕ້ອງໄດ້ໝາຍ​ໝັ້ນ ທີ່​ຈະ​ທຳການ​ເຝິກ​ແອບທາງ​ດ້ານ​ທະຫານ ຢ່າງ​
ເຂັ້ມງວດ, ​ເພີ້​ມງົບປະມານ ດ້ານການ​ປ້ອງ​ກັນ​ຂອງ​ຕົນ ​ໃຫ້ຫຼາຍຂຶ້ນຢ່າງ​ມີ​ຄວາມ​ໝາຍ
​ແລະເອົາ​ບົດບາດ​ເປັນ​ຜູ້ນຳ ຕໍ່​ພາລະກິດ​ຕ່າງໆ ທີ່​ອາດສາມາດເປັນ​ອັນຕະລາຍ​ໄດ້.

Japan US Military
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG