ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ເລີ້ມຈັດຕັ້ງ ປະຕິບັດ ໂຄງການປັບປຸງ ໂພຊະນາການ ສຳຫຼັບ ເດັກນ້ອຍລາວ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານ Daniel Clune (ກາງ) ແລະ ບັນດາຜູ້ຕາງໜ້າ ອົງການພັດທະນາສາກົນ ຂອງສະຫະລັດ ຫຼື USAID.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານ Daniel Clune (ກາງ) ແລະ ບັນດາຜູ້ຕາງໜ້າ ອົງການພັດທະນາສາກົນ ຂອງສະຫະລັດ ຫຼື USAID.

ທາງ​ການ​ສະຫະລັດ​ອາ​ເມຣິກາ ​ເລີ້ມ​ການຈັດຕັ້ງປະຕິບັດ
​ໂຄງການ​ປັບປຸງ ​ໂພ​ຊະນາ​ການ ສຳ​ຫລັບ​ເດັກ​ນ້ອຍ ​ທີ່​ອາຍຸ​
ຕ່ຳ​ກວ່າ 5 ປີ​ໃນ​ລາວ ​ໂດຍ​ຈະ​ມີ​ເດັກນ້ອຍ​ລາວຫຼາຍກວ່າ
170,000 ຄົນ ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

ທາງ​ການ​ສະຖານທູດ​ສະຫະລັດ​ອະ​ເມຣິກາ ປະຈຳ​ສປປ ລາວ ລາຍ​ງານ​ວ່າ ການຈັດຕັ້ງ
ປະຕິບັດ​ໂຄງການ​ປັບ​ປຸງໂພຊະນາ​ການ ສຳ​ຫລັບ​ເດັກນ້ອຍ​ທີ່​ອາຍຸ​ຕ່ຳ​ກວ່າ 5 ປີ​ໃນ​ລາວ
​ໄດ້​ເລີ້ມ​ລົງມື​ດຳ​ເນີນ​ການ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 1 ມີ​ຖຸນາ 2015 ນີ້ ​ເປັນຕົ້ນ​ໄປ
​ໂດຍ​ມີ​ໄລຍະ​ຂອງ​ການຈັດ​ຕັ້ງ ປະຕິບັດ​ເປັນ​ເວລາ 3 ປີ ກໍ​ຄື​ຈົນ​ເຖິງ​ກາງ​ປີ 2018.

​ໂດຍ​ໂຄງການ​ດັ່ງກ່າວ ຈະ​ໃຊ້​ງົບປະມານ​ໃນ​ມູນ​ຄ່າ​ລວມ​ເຖິງ 27 ລ້ານ​ດອນ​ລາ ຊຶ່ງ​
ລັດຖະບານ​ສະຫະລັດ ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ລາວ ຜ່ານ​ທາງ​ອົງການ​
ອາຫານ​ໂລກ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ທີ່​ຮັບຜິດຊອບ​ ການຈັດຕັ້ງປະຕິບັດ​ພາກ​ຕົວ​ຈິງ​
ຢູ່​ໃນ​ລາວ ພາຍ​ໃຕ້​ແຜນການ​ຮ່ວມ​ມືຫຼາຍຝ່າຍ ລະຫວ່າງ​ລັດຖະບານ​ລາວ​ກັບ ນານາ​ຊາດ​
ທີ່​ມີ​ເປົ້າໝາຍ ຈະ​ພັດທະນາ​ການ​ຕອບ​ສະໜອງ​ດ້ານ​ໂພຊະ​ນາ​ການ ທີ່​ດີ​ສຳ​ຫລັບ​ການ​
ເຕີບ​ໂຕ​ຂອງ​ເດັກນ້ອຍ​ ອາຍຸ​ຕ່ຳ​ກວ່າ 5 ປີ ຈຳນວນຫຼາຍກວ່າ 170,000 ຄົນ​ ​ໃນ​ເຂດ
ຊົນ​ນະ​ບົດ​ຂອງ​ລາວ.

ບັນດາເຈົ້າໜ້າທີ່ ກະຊວງສາທາລະນະສຸກ ຂອງສະຫະລັດ ແລະ ລາວ ຮ່ວມກັນເຈລະຈາ ໃນກອງປະຊຸມ ຢູ່ທີ່ສະຫະລັດ.
ບັນດາເຈົ້າໜ້າທີ່ ກະຊວງສາທາລະນະສຸກ ຂອງສະຫະລັດ ແລະ ລາວ ຮ່ວມກັນເຈລະຈາ ໃນກອງປະຊຸມ ຢູ່ທີ່ສະຫະລັດ.

ຊຶ່ງ​ຕໍ່​ບັນຫາ​ດັ່ງກ່າວ​ນີ້ ກະຊວງ​ສາທາລະນະ​ສຸກ​ຂອງ​ລາວ ກໍ​ໄດ້​
ສະ​ເໜີ​ລາຍ​ງານ​ວ່າ ບັນຫາ​ການ​ຂາດ​ສານ​ອາຫານ ​ຂອງ​ເດັກນ້ອຍ
​ອາຍຸ​ຕ່ຳ​ກວ່າ 5 ປີ ​ໄດ້​ເປັນສາ​ເຫດ​ທີ່​ເຮັດ​ໃຫ້ການ ​ຫລຸດ​ຈຳນວນ
ເດັກນ້ອຍ ທີ່​ຕົວເຕ້ຍ​ສາມາດ​ດຳ​ເນີນ​ການໄດ້ ​ຢ່າງ​ຊັກ​ຊ້າ ຄື​
ສາມາດ​ຫລຸດ​ໄດ້​ຈາກ​ອັດຕາ​ສະ​ເລ່ຍ 4​0 ​ເປີ​ເຊັນ ​ໃນ​ປີ 2006
ລົງ​ມາ​ເປັນ 38 ​ເປີ​ເຊັນ ​ໃນ​ປັດຈຸບັນ​ນີ້ ໝາຍ​ຄວາມ​ວ່າ​ຫລຸດ​ລົງ ​
ໄດ້​ພຽງ 2 ​ເປີ​ເຊັນ ​ເທົ່າ​ນັ້ນ ​ໃນ​ໄລຍະ​ກວ່າ 8 ປີ​ທີ່​ຜ່ານ​ມາ ສ່ວນ
ເດັກ​ນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ ທີ່​ມີນ້ຳໜັກ​ຕ່ຳ​ກວ່າ​ກຳນົດ ກໍ​ຍັງ​ສູງ
​ເຖິງ 32 ​ເປີ​ເຊັນ ​ໃນ​ຂະນະ ​ທີ່​ເປົ້າໝາຍ​ສະ​ຫັດ​ສະຫວັດ ​ໄດ້​ວາງ
​ເອົາ​ໄວ້​ທີ່​ອັດຕາ​ສະ​ເລ່ຍບໍ່​ເກີນ 22 ​ເປີ​ເຊັນ ຂອງ​ຈຳນວນ​ເດັກນ້ອຍອາຍຸ​ຕ່ຳ​ກວ່າ 5 ປີ ​ໃນ
​ທົ່ວ​ປະ​ເທດ ດັ່ງ​ນັ້ນ ຈຶ່ງ​ເປັນ​ອີກ​ບັນຫາ​ໜຶ່ງ ທີ່​ຍາກ​ຈະ​ບັນ​ລຸ​ເປົ້າໝາຍ​ ທີ່​ລັດຖະບານ​ລາວ
​ໄດ້​ວາງ​ເອົາ​ໄວ້​ພາຍ​ໃນ​ປີ 2015.

ຍິ່ງ​ໄປ​ກວ່າ​ນັ້ນ ​ເດັກນ້ອຍ​ລາວ ທີ່​ມີ​ໂອກາດ​ໄດ້​ຮັບ​ການ​ລ້ຽງ​ດູ​ດ້ວຍ​ນ້ຳນົມ​ແມ່ ນັບ​ຕັ້ງ​ແຕ່
​ມື້​ເກີດ​ຈົນ​ຮອດ​ອາຍຸ 6 ​ເດືອນ​ນັ້ນ ກໍ​ຍັງ​ຄິດ​ເປັນ​ອັດຕາ​ສະ​ເລ່ຍພຽງ 40 ​ເປີ​ເຊັນ ​ເທົ່າ​ນັ້ນ
ອີກ​ດ້ວຍ ດັ່ງ​ທີ່ ທ່ານ​ນາງ​ຄຳ​ແສງ ພິລາ​ວົງ ຮອງ​ຫົວໜ້າ​ສູນ​ໂພຊະ​ນາ​ການ ກະຊວງ​
ສາທາລະນະ​ສຸກ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ຢ່າງ​ດຽວ​ນີ້​ນ່ະ ​ແຕ່ມື້​ເກີດ​ຮອດ​ຫົກ​ເດືອນ​ນີ້ ດຽວ​ນີ້​ໄດ້ 40 ​ເປີ​ເຊັນນີ້ ​ແມ່ນ​ຍັງ​ຕ່ຳໂພດ ​ເຮົາ​ຕ້ອງ​ໄດ້​ບືນ​ຕື່ມ ​ເພິ່ນ​ໄດ້​ເຮັດ​ການຄົ້ນຄວ້າ ​ແລະ​ສົມ​ທຽບ​ກັນ​ແລ້ວ ​ເຫັນ​ວ່າ​ເດັກນ້ອຍ ທີ່​ບໍ່​ໄດ້​ຖືກ​ລ້ຽງ​ລູກ​ດ້ວຍ​ນ້ຳນົມ​ແມ່ຫັ້ນນ່ະ ຫລະ​ແມ່ນ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕາຍ​ຍ້ອນ​ພະຍາດ​ຖອກທ້ອງ 7 ​ເທົ່າ​ແລ້ວ ກະ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕາຍ​ຍ້ອນ​ພະຍາດ​ອັກ​ເສບ​ປອດ 5 ​ເທົ່າ.”

ນອກຈາກ​ການ​ຊ່ວຍ​ເຫຼືອດັ່ງ​ກ່າວ​ແລ້ວ ທາງ​ການ​ສະຫະລັດ​ກັບ​ລາວ ຍັງ​ໄດ້​ຕົກລົງ​ຮ່ວມ​ມື​
ເຂົ້າ​ໃນ​ໂຄງການ​ພັດທະນາ​ດ້ານ​ສາທາລະນະ​ສຸກ ​ແລະ​ບໍລິການ ​ເພື່ອ​ສຸກຂະພາບ​ທີ່​ດີ
ສຳ​ຫລັບ​ປະຊາຊົນ​ລາວ ​ໂດຍ​ໄດ້​ຕົກລົງ​ກັນ​ໃນ​ໂອກາດ​ທີ່ ທ່ານ​ເອກ​ສະຫວ່າງ ວົງ​ວິຈິດ
ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ເດີນທາງ​ໄປ​ຢ້ຽມຢາມ​ສະຫະລັດ ຢ່າງ​ເປັນ​
ທາງ​ການ ​ເມື່ອກາງ​ເດືອນ​ກັນຍາ 2014 ທີ່​ຜ່ານ​ມາ.

ທັງ​ນີ້ ​ໂດຍ​ທາງ​ການ​ສະຫະລັດ ​ໄດ້​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ຈະ​ຍັງຄົງ​ໃຫ້ການ​ຊ່ວຍ​ເຫຼືອ ​ເພື່ອ​ພັດທະນາ​ລະບົບ ​ໃຫ້​ບໍລິການ​ດ້ານ​ສາທາລະນະ​ສຸກ​ໃນ​ລາວ​ຕໍ່​ໄປ ຢ່າງ​ບໍ່​ຢຸດ​ຢັ້ງ ທັງ​ທີ່​ເປັນ​ໂຄງການ​ທີ່​ດຳ​ເນີນ​ການ​ຢູ່​ແລ້ວ ​ແລະ ​ໂຄງການ​ທີ່​ຈະ​ລິ​ເລີ້ມ​ຂຶ້ນ​ໃໝ່ ​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ອາຫານ​ເສີມ​ເພື່ອ​ແມ່ ​ແລະ​ເດັກນ້ອຍ​ລາວ ການ​ສັກ​ຢາ​ວັກ​ຊີ​ນ ​ແລະ​ການ​ຄວບ​ຄຸມພະ​ຍາດຕິ​ດຕໍ່​ນັ້ນ ຖື​ເປັນ​ໂຄງການ​ທີ່​ສະຫະລັດ ​ໃຫ້​ຄວາມ​ສຳຄັນ​ເປັນ​ບຸລິມະສິດ​ໃນ​ລາວ.

ຊຶ່ງ​ກ່ອນ​ໜ້າ​ນີ້ ສະຖານທູດ​ສະຫະລັດ ​ໃນ​ລາວ​ກັບ​ອົງການ​ອະນາ​ໄມ​ໂລກ (WHO) ກໍ​ໄດ້​
ຮ່ວມ​ກັນ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ ​ໃນ​ການ​ເປີດ​ນຳ​ໃຊ້​ລະບົບ​ໂທລະສັບ​ສາຍ​ດ່ວນ ຫຼື
ສູນ Hotline 166 ​ເພື່ອ​ຄວບ​ຄຸມ ພະຍາດ​ຕິດ​ຕໍ່​ໃນ​ລາວ ຢູ່​ນະຄອນຫຼວງວຽງ​ຈັນ.

​ໂດຍ​ເປົ້າໝາຍ​ສຳຄັນ​ຂອງ​ການ​ສ້າງຕັ້ງສູນ Hotline ດັ່ງກ່າວ​ນີ້ ​ກໍ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ
ສະ​ເພາະ​ໜ້າ ​ແກ່​ປະຊາຊົນ​ລາວ ທີ່​ສົງ​ໄສ​ວ່າ ພວກ​ຕົນ​ໄດ້​ຕິດ​ເຊື້ອ​ໂຣກຊະນິດ​ໃດຫຼືບໍ່
​ໂດຍ​ບັນດາ​ພະນັກງານ​ທີ່​ປະຈຳ​ຢູ່​ສູນ Hotline ຈະ​ໃຫ້​ຄຳ​ປຶກສາ ​ແລະ​ແນະນຳ​ວິທີ​ການ​
ປະຕິບັດ​ໃນ​ເບື້ອງ​ຕົ້ນ ທັງ​ຍັງ​ຈະ​ເປັນ​ຕົວ​ກາງ ​ໃນ​ການ​ຕິດ​ຕໍ່ ​ແລະ​ປະສານ​ຂໍ້​ມູນ​ ກັບ​ໜ່ວຍ
​ງານ​ຂອງ​ລັດຖະບານ​ລາວ ທີ່​ກ່ຽວຂ້ອງອີກ​ດ້ວຍ.

XS
SM
MD
LG