ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພທຳມະຊາດຮ້າຍແຮງ ປະທະ ພາກຕາເວັນຕົກ ຂອງສະຫະລັດ


ບັນດາລົດຂົນສົ່ງ ກຳລັງຜ່ານຜ່າ ກັບຫິມະຕົກ ແລະ ພະຍຸຝົນຕົກ ໜັກທີ່ຮ້າຍແຮງໃນລັດ ຄາລິຟໍເນຍ.
ບັນດາລົດຂົນສົ່ງ ກຳລັງຜ່ານຜ່າ ກັບຫິມະຕົກ ແລະ ພະຍຸຝົນຕົກ ໜັກທີ່ຮ້າຍແຮງໃນລັດ ຄາລິຟໍເນຍ.

ຫລັງ​ຈາກ​ໄດ້​ປະສົບກັບຄວາ​ມ​ແຫ້ງ​ແລ້ງ​ ຢ່າງ​ເປັນ​ປະຫວັດ
​ການ ​ມາເປັນ​ເວລາ ຫລາຍ​ເດືອນ​ ບັນດາ​ລັດ​ຕ່າງໆ​ຢູ່ທາງ​
ພາກ​ຕາ​ເວັນ​ຕົກ ຂອງສະຫະລັດ ໄດ້​ຖືກ​ຖະຫລົ່ມ​ ​ໂດຍພະ
ຍຸ​ຮ້າຍ​ແຮງ ທີ່​ມາ​ພ້ອມ​ກັບຝົນຕົກ​ໜັກ ລົມ​ແຮງ ​ແລະ​ແມ່ນ
ແຕ່​ຫິມະ.

ຂົງ​ເຂດອ່າວ ຂອງນະຄອນ San Francisco ​ຂອງ​ລັດ
California ​ແລະ​ເຂດ​ເໜືອຂຶ້ນ​ໄປ​ນັ້ນ ​ໄດ້​ປະ​ເຊີນ​ກັບ​ຝົນ
ຕົກ​ໜັກ ​ ​ນຳ້ຖ້ວມ ແລະ​ດິນ​ເຈື່ອນໃນ​ວັນ​ພະຫັດ ​ແລະ​ໃນ​
ຕອນ​ເຊົ້າວັນ​ສຸກ​ວານ​ນີ້.

ຢູ່​ໃນ​ບາງ​ເຂ​ດ ທາງ​ການ​ໄດ້​ເຕືອນພວກ​ຊາວ​ບ້ານ​ວ່າ ​ເຂົາ​ເຈົ້າ​ອາດ​ຈະຕ້ອງໄດ້ຍົກຍ້າຍ
​ອອກ​ຈາກ​ບ້ານ​ເຮືອນຂອງ​ເຂົາ​ເຈົ້າ.

ຢູ່ເຂດ​ເໜືອຂຶ້ນ​ໄປ ທີ່​ລັດ Washington ນັ້ນ ຝົນຕົກໜັກ ​ແລະ​ຟອງ​ທະ​ເລ​ໄດ້​ສ້າງ​ຄວາມ
​ເສຍ​ຫາຍ​ຢູ່ຕາມຊາຍ​ຝັ່ງ. ມີ​ຄົນ​ບັນທຶກ​ພາບ ເຮືອນ​ຫລັງ​ນຶ່ງໄຫລລົງໄປສູ່ມະຫາ​ສະມຸດ​
ປາຊິ​ຟິກ ທີ່​ຫາດ​ຊາຍ Washaway.

​ເຂດ​ອ່າວ San Francisco ​ໄດ້​ຖືກ​ຖະຫລົ່ມ​ໜັກ​ທີ່​ສຸດ. ​ຖະໜົນ​ຫົນທາງຖືກນຳ້ຖ້ວມ ຕົ້ນ
​ໄມ້ຖືກ​ໂກ່ນ​ລົ້ມ ​ແລະຫລາຍ​ພັນ​ຄົນ​ ​ບໍ່​ໄດ້​ໄປ​ການ ​ແລະ​ໂຮງຮຽນ.

ຫິມະ​ຕົກ​ໜັກ ຍັງ​ໄດ້​ຖະຫລົ່ມຢູ່ເຂດ​ພູຜາ​ທາງ​ພາກ​ເໜືອ​ຂອງ​ລັດ California.

ບ່ອນ​ຫລີ້ນ ski ຢູ່​ຕອນ​ເໜືອ​ຂອງສາຍພູ Sierra Nevada ຊຶ່ງບ່ອນ​ທີ່​ບັນດາ​ໂຮງຮຽນ​
​ແລະ​ຖະໜົນ​ຫົນທາງ​ປິດໝົດ ຍ້ອນຫິມະ​ຕົກ​ໜັກ ​ແລະ​ໄຟຟ້າ​ມອດ ​ ​ຄາດ​ວ່າ ຈະ​ມີ​ຫິມະ
​ຕົກ​ເຖິງ 3 ຟິດ ຫລື ນຶ່ງ​ແມດ ຫລັງ​ຈາກ​ຫິມະ​ເຊົາ​ຕົກ.

US WEATHER VO
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG