ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳຄົນໃໝ່ ຂອງ ກຸ່ມທາລິບານ ກ່າວວ່າ ສົງຄາມສັກສິດ ຍັງຈະດຳເນີນຕໍ່ໄປ


ພວກນັກລົບທາລິບານ ຈັບອາວຸດໜັກ ແລະເບົາ ກ່ອນຈະມອບໂຕໃຫ້ແກ່ ພວກເຈົ້າໜ້າທີ່ອັຟການິສຖານ.
ພວກນັກລົບທາລິບານ ຈັບອາວຸດໜັກ ແລະເບົາ ກ່ອນຈະມອບໂຕໃຫ້ແກ່ ພວກເຈົ້າໜ້າທີ່ອັຟການິສຖານ.

ກຸ່ມທາ​ລິ​ບານ​ ໄດ້ນຳອອກ​ເຜີ​ຍ​ແຜ່ ​ຄຳຖະແຫຼງຂອງ​ຜູ້ນຳ​ຄົນ
​ໃໝ່ Mullah Akhtar Mansoor ທີ່​ມີ​ຈຸດປະສົງ​ແນໃສ່ເພື່ອ
ໃຫ້ການ​ຄຳ້ປະກັນ ແກ່ບັນດາ​ຜູ້ນຳ​ທາ​ລິ​ບານ ຜູ້​ອະ​ວຸ​ໂສ ນັກ
ສອນ​ສາສະໜາ ​ແລະ​ນັກ​ປາດ ວ່າ ການເຮັດ ສົງຄາມສັກສິດ
ຂອງກຸ່ມ Taliban ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ ຈົນ​ກວ່າ​ວ່າ ລະບົບ​ປົກ
ຄອງແບບອິສລາມ ​ໄດ້​ມີການສ້າງຕັ້ງຢູ່ໃນອັ​ຟກາສິ​ນຖານ.

ລາວກ່າວ​ວ່າ ການ​ຕັດ​ສິນ​ໃຈ​ທັງ​ໝົດແມ່ນຈະປະ​ຕິ​ບັດຕາມ
ກົດໝາຍ​ອິສລາມ ບໍ່ ວ່າຈະເປັນການເຮັດ​ສົງຄາມ ຫລືການ
​ເຈລະ​ຈາ​ສັນຕິພາບ ​ແລະແນະນຳໃຫ້ບັນ​ດາ​ຜູ້​ຕິດຕາມ ບໍ່ໃຫ້
​ພາກັນ​ເຊື່ອ​ຂ່າວຊ່າ​ລື ທີ່​ກຳລັງ​ແຜ່​ຂະຫຍາຍ ກ່ຽວ​ກັບ​ການ​
ໂຈມຕີ​ຂອງທາ​ລິ​ບານ.

​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້ ກຸ່ມທາ​ລິ​ບານ ​ໄດ້​ປະ​ຕິ​ເສດ​ຕໍ່ລາຍ​ງານການ​ເສຍຊີວິດຂອງທ້າວ
Jalaluddin Haqqani ຜູ້​ກໍ່​ຕັ້ງ​ຕາໜ່າງ Haqqani.

​ໃນ​ວັນ​ສຸກ​ວານນີ້ ກຸ່ມທາ​ລິ​ບານ​ ປະກາດ​ວ່າ ລູກ​ຊາຍ​ຂອງທ້າວ Jalaluddin Haqqani
ທ້າວ Sirajuddin Haqqani ​ໄດ້​ຖືກ​ແຕ່ງຕັ້ງ ໃຫ້​ເປັນນຶ່ງ​ ໃນ​ສອງ​ຜູ້​ຮອງ ຂອງ Mullah
Mansoor ຜູ້ນຳ​ຄົນ​ໃໝ່ ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວ.

ໃນຖະ​ແຫລ​ງການ​ເປັນພາສາ Poshto ທີ່​ສົ່ງ​ມາ​ຫາ ວີ​ໂອ​ເອ ​ແລະ​ສື່​ມວນ​ຊົນ​ຕ່າງໆ​ໃນ​ວັນ
​ເສົາ​ມື້​ນີ້ ​ໂຄສົກ​ກຸ່ມທາ​ລິ​ບານ ທ້າວ Zabihullah Mujahid ກ່າວ​ວ່າ ທ້າວ Jalaluddin
Haqqani ​ໄດ້​ເຈັບ​ປ່ວຍ ​ແຕ່ບັດ​ນີ້​ໄດ້​ຫາຍດີ​ແລ້ວ.

ທ້າວ Mansoor ເຂົ້າກຳ​ຕຳ​ແໜ່​ງ ​ແທນ Mullah Mohammed Omar ຜູ້​ກໍ່​ຕັ້ງກຸ່ມທາ​ລິ
​ບານ ທີ່ການ​ຕາຍຂອງ​ລາວ ​ໄດ້​ຮັບການຢັ້ງຢືນ​ ໂດຍກຸ່ມທາ​ລິ​ບານ ​ເຖິງ​ແມ່ນ​ວ່າ ວັນ​ເວລາ
ໃນການ​ຕາຍຂອງ​ລາວ ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວ.

ກຸ່ມ Fidai Mahaz ທີ່ແຍກໂຕອອກຈາກ ກຸ່ມທາ​ລິ​ບານ ຊຶ່ງເປັນຜູ້ເປີດເຜີຍ ​ຂ່າວເທຶ່ອທຳ​
ອິດກ່ຽວກັບການ​ຕາຍຂອງ Mullah Omar ຫວ່າງ​ສອງ​ສາມ​ມື້​ທີ່​ຜ່າ​ນມາ​ ກ່າວອ້າງ​ໃນ​ວັນ
​ເສົາ​ມື້​ນີ້​ວ່າ ຜູ້ນຳທີ່​ກໍ່​ຕັ້ງກຸ່ມທາ​ລິ​ບານ ຄວາມ​ຈິງ​ແລ້ວ​ໄດ້​ຖືກຢາ​ເບືອ​.

ກຸ່ມທາ​ລິ​ບານ ຍັງ​ບໍ່​ທັນໃຫ້ຄວາມເຫັນໃດໆ ກ່ຽວກັບການກ່າວ​ອ້າງດັ່ງ​ກ່າວ

Afghanistan Taliban Omar
please wait

No media source currently available

0:00 0:00:38 0:00

XS
SM
MD
LG