ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະເຝິກແອບ ກອງ​ກຳລັງ​ ຊາວ​ຊີ​ເຣຍ ເພື່ອຕໍ່ສູ້ ກັບກຸ່ມລັດອິສລາມ


ພວກນັກຕໍ່ສູ້ ຂອງກອງທັບປົດປ່ອຍຊີເຣຍ ຕິດອາວຸດ ແຫລ່ນຫລົບລີ້ ໃນຂະນະທີ່ປະທະກັນກັບ ກອງກຳລັງພັກດີຕໍ່ປະທານາທິບໍດີ ຊີເຣຍ Bashar al-Assad ຢູ່ທີ່ເຂດແນວໜ້າ Karam Barre ໃນເມືອງ Aleppo, ວັນ 2 ພະຈິກ 2014.
ພວກນັກຕໍ່ສູ້ ຂອງກອງທັບປົດປ່ອຍຊີເຣຍ ຕິດອາວຸດ ແຫລ່ນຫລົບລີ້ ໃນຂະນະທີ່ປະທະກັນກັບ ກອງກຳລັງພັກດີຕໍ່ປະທານາທິບໍດີ ຊີເຣຍ Bashar al-Assad ຢູ່ທີ່ເຂດແນວໜ້າ Karam Barre ໃນເມືອງ Aleppo, ວັນ 2 ພະຈິກ 2014.

ສະຫະລັດ ມີ​ແຜນການ​ທີ່​ຈະສົ່ງ​ກອງ​ທະຫານ ຈຳນວນ 400 ຄົນ
ໄປ​ເຝິກ​ແອບ ກອງ​ກຳລັງ​ຊາວ​ຊີ​ເຣຍ ທີ່ນິຍົມແນວທາງປານກາງ ​
ເພື່ອ​ຕໍ່ສູ້​ກັບ​ພວກ​ກຸ່ມ​ລັດ​ອິສລາມ.

ການ​ເຝິກແອບ​ດັ່ງກ່າວ ຄາດວ່າ ​ຈະ​ເລີ້ມຕົ້ນ​ຂຶ້ນ​ໃນ​ເດືອນມີນາປີ​ນີ້.

​ເວັບ​ໄຊ ຂອງ Defense One ກ່າວ​ວ່າ ​ເທີ​ກີ ກາ​ຕ້າ ​ແລະ ຊາ​ອຸ​ດີ
ອາຣາ​ເບຍ ​ໄດ້​ຕົກລົງ​ທີ່​ຈະ​ເປັນ​ເຈົ້າພາບ​ ຮັບ​ເອົາ​ການ​ເຝິກ​ແອບ​
ຕ່າງໆ ​ໃນ​ປະ​ເທດ​ຕົນ.

ສະຫະລັດ ຍັງ​ບໍ່​ທັນ​ໄດ້​ລະ​ບຸເທື່ອວ່າ ຈະ​ສົ່ງ​ກຳລັງ​ທະຫານ​ຈາກ​ພາກສ່ວນ​ໃດຂອງຕົນ
ສຳ​ຫລັບ​ ພາລະກິດ​ໃຫ້ການເຝິກ​ແອບ​ທີ່ວ່ານີ້.

​ໂຄງການ​ເຝິກ​ແອບດັ່ງ​ກ່າວ ​ແມ່ນ​ເປັນ​ພາກສ່ວນ​ໜຶ່ງ​ ຂອງແຜນການ​ຫຼາຍໆ​ປີ ຂອງ
​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ທີ່​ຈະ​ໃຫ້ກອງ​ກຳລັງ​ທ້ອງຖິ່ນໃນ​ຊີ​ເຣຍ ຢຸດ​ຢັ້ງ ​ແລະ
​ໃນ​ທີ່​ສຸດ ຕີຕ້ານຄືນພວກ​ນັກ​ຕໍ່ສູ້​ລັດ​ອິສລາມ​ໃຫ້​ຖອຍ​ກັບ​ໄປ ໃນຂະນະທີ່ການໂຈມຕີ
ທາງອາກາດ ພາຍໃຕ້ ການນຳພາຂອງສະຫະລັດ ຖະລົ່ມພວກ​ເຂົານັ້ນ.

XS
SM
MD
LG