ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດເຊື່ອໝັ້ນວ່າ ຈະມີແນວໂຮມນາໆຊາດ ຮ່ວມກັນຕໍ່ສູ້ກັບ ພວກກຸ່ມອິສລາມ (ວີດີໂອ)


US Touts Coalition to Fight Islamic State Group
please wait

No media source currently available

0:00 0:02:38 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ລັດຖະບານໂອ​ບາ​ມາ ​ສະ​ແດງ​ຄວາມໝັ້ນ​ໃຈ ວ່າຈະ​ມີ​ການຈັດ
​ຕັ້ງ​ແນວ​ໂຮມ​ປະສົມ​ນາໆ​ຊາດຂຶ້ນ​ມາ ​ເພື່ອ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ
​ແຮງ​ຈັດ ລັດ​ອິສລາມ ທີ່​ໄດ້​ເຂົ້າ​ຄວບຄຸມດິນ​ແດນ​ອັນ​ກວ້າງ​ໃຫຍ່
ຢູ່​ໃນອີຣັກ ​ແລະ​ຊີ​ເຣຍນັ້ນ ​ແຕ່​ວ່າການ​ເຄື່ອນ​ໄຫວ​ຂອງ​ລັດຖະ
ສະພາ​ເພື່ອ​ສະໜັບ​ສະ​ໜຸນ​ຄວາມ​ພະຍາຍາມ​ດັ່ງກ່າວ ກຳລັງ
​ກາຍ​ມາ​ເປັນ​ເລື້ອງ​ທີ່​ໂຕ້​ຖຽງ​ກັນ​ຫລາຍ​ຂຶ້ນ​ເລື້ອຍໆ ອິງ​ຕາມ​
ລາຍ​ງານ​ຂອງ Michael Bowman ຜູ້​ສື່​ຂ່າວ​ວີ​ໂອ​ເອ ຊຶ່ງ​
ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ຫລັງ​ຈາກ​ໄດ້​ພົບ​ປະ​ກັບບັນດາ​ພັນທະ​ມິດ​ແລະ​ພາຄີ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ ລັດຖະມົນ
ຕີ​ວ່າການ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ມີ​ປະ​ເທດ​ຕ່າງໆ​ໃນ​ຈຳນວນ​ຫລາຍ​ຂຶ້ນ​ເລື້ອຍໆ ທີ່​ກຽມພ້ອມຈະ​ທຳ​ການ​ໂຈມ​ຕີພວກ​ຫົວ​ຮຸນ​ແຮງ​ຊຸນ​ນີ່ ລັດ​ອິສລາມ​ນັ້ນ ຊຶ່ງ​ເປັນຄວາມ​ເຫັນ​ທີ່​ໄດ້​ສະ​ແດງ​ອອກ​ເຊັ່ນ​ກັນ ​ໂດຍ​ຫົວໜ້າ​ຫ້ອງ​ວ່າ ການ​ທຳນຽບຂາວ ທ່ານ Denis McDonough ທີ່​ໃຊ້​ຄຳ​ຫຍໍ້ ISIL ເອີ້ນ​ພວກ​ກຸ່ມ​ດັ່ງກ່າວ. ທ່ານ McDonough ກ່າວຢູ່​ໃນ​ລາຍການ This Week ຂອງ​ໂທລະ​ພາບ ABC ​ວ່າ:

“ສິ່ງ​ທີ່​ພວກ​ເຮົາ​ຢາກເຮັດ​ໃຫ້​ແນ່​ໃຈ​ວ່າ ມັນ​ຈະ​ເກີດ​ຂຶ້ນ ກໍ​ຄືພວກ​ເຮົາ​ມີ​ພາຄີ​ ທີ່ໝຸ້ງໝັ້ນແລະ​ສາມາດເຂົ້າ​ໄປ​ຕໍ່ສູ້​ກັບພວກ ISIL ຢູ່​ພາກ​ພື້ນ​ດິນ ​ແລະ​ພວກ​
ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ ບໍ່​ພຽງ​ແຕ່​ການ​ສະໜັບສະໜຸນ​ທາງ​ອາກາດຈາກ​ພວກ​
ເຮົາ​ເທົ່າ​ນັ້ນ ​ແຕ່​ຈະ​ໄດ້​ຮັບ​ການ​ເຝິກ​ແອບ ​ແລະ​ອຸບປະກອນ​ນຳ.”

​ການ​ມີແນວ​ໂຮມ​ປະສົມ​ນາໆ​ຊາດ​ແມ່ນ​ຈຳ​ເປັນ ຖ້າ​ຈະ​ເອົາ​ຊະນະ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໃຫ້​ໄດ້ ​ໂດຍ​ບໍ່​ໃຊ້​ກອງກຳລັງ​ພາກ​ພື້ນ​ດິນ​ຂອງ​ສະຫະລັດ ​ໃນ​ບົດບາດການ​ຕໍ່ສູ້
ໃດໆ. ຮ່ອງຮອຍ​ທີ່​ໃຫ້​ກຳລັງ​ໃຈ​ອີກ​ອັນ​ນຶ່ງ​ກໍ​ຄື ການ​ຈັດ​ຕັ້ງລັດຖະບານ​ອີຣັກ ທີ່​ມີ​ພື້ນຖານ
ກວ້າງຂວາງຂຶ້ນ​ມາ ອິງ​ຕາມ​ທ່າ​ນ McDonough​ ທີ່​ກ່າວ​ວ່າ:

“ບັດ​ນີ້ ​ໄດ້​ມີ​ລັດຖະບານ​ຊຸດ​ໃໝ່ ​ທີ່​ປະກອບ​ດ້ວຍ​ຫລາຍ​ຊົນ​ເຜົ່າ ຢູ່​ໃນນະຄອນ
ຫລວງແບກ​ແດດ​ແລ້ວ ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ແກ່​ກອງ​ກຳລັງອີຣັກ ທີ່​
ປະກອບ​ດ້ວຍຫລາຍ​ຊົນ​ເຜົ່າ ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ​ແລະ​ມີ​ຄວາມ​ສາມາດ ​
ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ນຳເອົາ​ການ​ຕໍ່ສູ້​ນີ້ ​ໄປ​ຍັງ​ພວກ ISIL​.”

ບົດບາດການ​ເປັນ​ພຽງ​ຜູ້​ສະໜັບ​ສະ​ໜຸນ​ຂອງ​ສະຫະລັດ​ນັ້ນ ​ແມ່ນ​ໄດ້​ຮັບ​ຄວາມ​ເຫັນ​ດີ
ຈາກ​ສະມາ​ຊິກສະພາ​ສູງ Angus King ທີ່​ບໍ່​ສັງກັດ​ພັກ​ໃດ.

ທ່ານ​ຄິງກ່າວ​ວ່າ “ການ​ຕໍ່​ສູ້​ນີ້ ຈະ​ເປັນ​ສົງຄາມ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ຕ້ານ​ສາສະໜາອິສລາມບໍ່​ໄດ້. ມັນ​ຕ້ອງ​ເປັນ​ຂົງ​ເຂດ​ນຶ່ງ​ຂອງ​ໂລກ ທີ່​ເຕັມ​ໃຈ
ຈະ​ເປັນ​ຕຳຫລວດ​ຄຸ້ມ​ຄອງ​ຕົນ​ເອງ.”

ແຕ່​ວ່າ ​ດ້ວຍ​ການ​ທີ່​ບັນດາ​ຜູ້​ແທນ​ສະພາ​ຕ່າງ​ກໍ​ມີ​ຄວາມ​ກະຕືລື​ລົ້ນ​ທີ່ຈະ​ຢຸດ​ພັກເປັນ​ເວລາ
ດົນ​ໆ ​ກ່ອນ​ວັນ​ເລືອກ​ຕັ້ງ​ກາງ​ສະ​ໄໝໃນ​ເດືອນ​ພະຈິກ​ນັ້ນ ຈຶ່ງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ຈະ​ມີ
ການ​ລົງມະຕິ​ກັນ​ຫລື​ບໍ່ ຫລື​ວ່າ​ເວລາ​ໃດ​ຈະ​ລົງມະຕິ​ກັນ ກ່ຽວ​ກັບ​ການ​ອະນຸມັດສ່ວນ​ໃດໆ
ກໍຕາມຂອງແຜນ​ຍຸ​ທະ​ສາດ​ທີ່​ປະທານາທິບໍ​ດີ​ ບາຣັກ ໂອ​ບາ​ມາ ​ໄດ້​ວາງ​ອອກໂດຍ​ສັງ​ເຂບ
ໃນ​ອາທິດ​ແລ້ວ​ນັ້ນ.

ສະມາຊິກ​ສະພາ​ສູງ​ສັງກັດ​ພັກຣີພັບ​ບລິ​ກັນ ທ່ານ​ນາງ Susan Collins ​ເຊື່ອ​ວ່າ ຜູ້​ບັນຊາ
ການ​ທະຫານ​ສູງ​ສຸດ ກໍ​ຄື ທ່ານ​ໂອ​ບາ​ມາ​ນັ້ນ ຄວນ​ໄດ້​ເຄື່ອນ​ໄຫວ​ໄວ​ກ່ວາ​ນີ້. ທ່ານ​ນາງ
Collins ​ເວົ້າ​ວ່າ:

“ທ່ານ​ປະທານາທິບໍດີລຳ​ຖ້າ​ດົນ​ໂພ​ດ ກ່ວາ ຈະ​ສະ​ເໜີ​ແຜນ​ຍຸ​ທະ​ສາດ​ຕໍ່​
ປະ​ຊາ​ຊົນ​ອ​າ​ເມຣິກັນ ​ແລະ​ລັດຖະສະພາ. ​ແລ​ະມາ​ບັດ​ນີ້ ພວກ​ເຮົາ​ຖືກ​ຮ້ອງ​
ຂໍ​ໃຫ້​ເຄື່ອນ​ໄຫວ​ໂດຍ​ໄວ ​ໃນ​ໄລຍະ​ເວລາ​ອັນ​ສັ້ນໆ ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້.”

ປະທາ​ນາ​ທິບໍດີ​ໂອ​ບາ​ມາ ບໍ່​ໄດ້ຮ້ອງ​ຂໍ​ໃຫ້​ລັດຖະສະພາ ​ໃຫ້ການ​ອະນຸ ມັດຢ່າງ​ເປັນ​ທາງ
ການ ​ແກ່​ການ​ໂຈມ​ຕີ​ພວກ​ກຸ່ມ​ອິສລາມ​ນັ້ນ ຊຶ່ງ​ສະມາ​ຊິກ​ສະພາ​ສູງ Bob Corker ສັງກັດ
ພັກຣີພັບ​ບລິ​ກັນ ​ເຫັນ​ວ່າ​ບໍ່​ເປັນ ການ​ຖືກຕ້ອງ ​ແລະ​ລັດຖະບານ​ຄວນ​ຈະ​ຮ້ອງຂໍ​ ເອົາ​ການ
ອະນຸມັດ​ຈາກ​ສະພາ​ກ່ອນ ​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ສະໜັບສະໜຸນ​ການ​ເອົາ​ບາດກ້າວ
ທາງ​ທະຫານ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ການ​ກະທຳ​ອັນ​ໂຫດຮ້າຍ​ປ່າ​ເຖື່ອນອັນ​ຫລ້າ​ສຸດ​ຂອງ​ກຸ່ມ​ລັດ​ອິສລາມ
ກໍ​ຄື​ການ​ຕັດ​ຄໍ​ພະນັກງາ​ນຊ່ວຍ​ເຫລືອຊາວ​ອັງກິດ​ David Haines ນັ້ນ ກໍ​ໄດ້​ກະ​ຕຸ້ນ​ໃຫ້
ເກີດ​ປະຕິກິລິຍາ​ຕອບ ​ຢ່າງ​ຮຸນ​ແຮງ ​ໃນ​ທັງ​ສອງ​ຟາກ​ຝັ່ງ​ຂອງ​ມ​ະຫາ​ສະມຸດ​ແອັດ​ແລນ​ຕິກ. ທາງ​ທຳ ນຽບຂາວ​ໄດ້​ປະນາມ​ການ​ສັງຫານ​ດັ່ງກ່າວວ່າ ຊົ່ວ​ຮ້າຍ​ປ່າ​ເຖື່ອນ ​ໃນ​ຂະນະ​ທີ່​ທາງ​ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງຈັດ ລັດ​ອິສລາມ IS ກໍ​ຄື ​ISIL ວ່າເປັນ “ສູນ​ລວມຂອງຜີ​ມານ.”

XS
SM
MD
LG