ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຕໍ່ຕ້ານ ພວກຫົວຮຸນແຮງຈັດ


ລມຕ ກະຊວງຍຸຕິທຳສະຫະລັດ ທ່ານ Eric Holder
ລມຕ ກະຊວງຍຸຕິທຳສະຫະລັດ ທ່ານ Eric Holder

​ຫລັງຈາກໄດ້ເກີດການໂຈມຕີ 2 ຄັ້ງ ທີ່ນະຄອນປາຣີ ທຳນຽບຂາວ
ກໍປະກາດວ່າ ຕົນຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດຕໍ່ຕ້ານ
ພວກຫົວຮຸນແຮງຈັດ ໂດຍເພັ່ງເລັງໃສ່ ການດຳເນີນຄວາມພະຍາ
ຍາມທັງຈາກພາຍໃນແລະຕ່າງປະເທດ ເພື່ອຫລຸດຜ່ອນຄວາມຮຸນ
ແຮງ ກ່ອນທີ່ມັນຈະເກີດຂຶ້ນ. ຜູ້ສື່ຂ່າວວີໂອເອ Victor Beattie ມີ
ລາຍງານວ່າ ລັດຖະມົນຕີຍຸຕິທຳສະຫະລັດ ທ່ານ Eric Holder ທີ່
ໄດ້ພົບປະກັບພວກເຈົ້າໜ້າທີ່ຄວາມໝັ້ນຄົງຂອງຢູໂຣບ ທີ່ປາຣີໃນ
ວັນອາທິດແລ້ວນີ້ ກ່າວວ່າ ມີຄວາມຈຳເປັນຫລາຍຂຶ້ນສຳຫລັບປະ
ເທດຕ່າງໆຕ້ອງໄດ້ແບ່ງປັນຂໍ້ມູນກັນເພື່ອຮັບມືກັບໄພຂົ່ມຂູ່ເຫຼົ່ານີ້
ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່
ໄປ.

ທຳນຽບຂາວກ່າວວ່າ ກອງປະຊຸມສຸດຍອດໃນວັນທີ 18 ກຸມພາຈະມານີ້ ຈະເນັ້ນໜັກກ່ຽວ ກັບການດຳເນີນຄວາມພະຍາຍາມ ທັງຈາກພາຍໃນແລະຈາກຕ່າງປະເທດ ເພື່ອປ້ອງກັນ ບໍ່ໃຫ້ພວກຫົວຮຸນແຮງຈັດ ແລະພວກສະໜັບສະໜຸນ ທຳການເກ້ຍກ້ອມ ເກັບເກນຫຼືສ້າງ ຄວາມດົນໃຈຕໍ່ສ່ວນບຸກຄົນ ຫລືກຸ່ມຕ່າງໆ ໃຫ້ທຳການກໍ່ຄວາມຮຸນແຮງຂຶ້ນ. ທ່ານ Josh Earnest ໂຄສົກຂອງທຳນຽບຂາວກ່າວວ່າ ການດຳເນີນຄວາມພຍາຍາມເຫລົ່ານີ້ແມ່ນມີ ຄວາມຈຳເປັນຫລາຍຂຶ້ນ ເມື່ອເວົ້າເຖິງການໂຈມຕີ ຫວ່າງໄວໆມານີ້ ທີ່ນະຄອນ Ottawa, Sydney ແລະ ເວລານີ້ແມ່ນປາຣີ.

ການນຳສະເໜີຕໍ່ກອງປະຊຸມສຸດຍອດ ການຫາລືກັນເປັນກຸ່ມໆ ແລະການໂອ້ລົມເປັນກຸ່ມ
ນ້ອຍໆ ຈະເປັນຈຸດເດັ່ນ ກ່ຽວກັບໂຄງການຕ່າງໆ ທີ່ນະຄອນ Boston, Los Angeles
ແລະ Minnapolis-St. Paul ເພື່ອຮວບຮວມເຂົ້າກັນການດຳເນີນຄວາມພະຍາຍາຂອງ ພວກນັກວິຊາການສຶກສາ ພວກເຈົ້າໜ້າທີ່ຮັບມືກັບໂຣກຈິດ ພວກຜູ້ນຳສາສະໜາ ເຈົ້າ ໜ້າທີ່ປະຕິບັດກົດໝາຍ ພາກສ່ວນເອກກະຊົນ ປະຊາຄົມເທັກໂລໂລຈີ ເພື່ອຫາທາງປ້ອງ
ກັນ ບໍ່ໃຫ້ພວກຫົວຮຸນແຮງຈັດກໍ່ການຂຶ້ນ. ການນຳສະເໜີຕໍ່ກອງປະຊຸມສຸດຍອດແມ່ນຍັງ ຈະໄດ້ຖອດຖອນບົດຮຽນຈາກປະສົບພະການຂອງປະເທດຕ່າງໆ ທີ່ພວມພະຍາຍາມຫາ ທາງປ້ອງກັນ ບໍ່ໃຫ້ມີການໂຈມຕີເກີດຂຶ້ນ ແລະການເກັບເກນພວກນັກລົບຕ່າງປະເທດ.

ທ່ານ Eric Holder ກ່າວໃນມື້ວັນອາທິດແລ້ວຕໍ່ລາຍການ This Week ຂອງໂທລະພາບ ABC ວ່າ ທ່ານໄດ້ທຳການຮ້ອງຂໍ ຕໍ່ບັນດາລັດຖະມົນຕີກະຊວງພາຍໃນ ຂອງຢູໂຣບ ໃຫ້ ເຂົ້າຮ່ວມໃນກອງປະຊຸມສຸດຍອດນີ້.

“ດັ່ງນັ້ນ ພວກເຮົາຈຶ່ງຈະສາມາດ ພົບຊ່ອງທາງ ທີ່ພວກເຮົາສາມາດຮັບມື ກັບສາ ເຫດພື້ນຖານ ໃນອັນທີ່ມັນສາມາດດຶງດູດເອົາພວກຊາຍໜຸ່ມເຫຼົ່ານີ້ ເຂົ້າຮ່ວມກັບ ບັນດາກຸ່ມທີ່ມີແນວຄິດໄປໃນທາງລົບເຫຼົ່ານີ້.”

ລັດຖະມົນຕີກະຊວງຍຸຕິທຳສະຫະລັດກ່າວວ່າການແບ່ງປັນຂໍ້ມູນລະຫວ່າງປະເທດຕ່າງໆ ແມ່ນມີຄວາມສຳຄັນຫຼາຍ ໃນການຕໍ່ສູ້ຕ້ານພວກຫົວຮຸນແຮງຈັດ.

“ນຶ່ງໃນສິ່ງຕ່າງໆທີ່ພວກເຮົາແນ່ນອນໄດ້ຮັບຈາກການຫາລືກັນທີ່ປາຣີກໍຄືວ່າ ມັນ ມີຄວາມຈຳເປັນບໍ ສຳຫລັບພວກເຮົາ ຈະຕ້ອງແບ່ງປັນຂໍ້ມູນກັນ ເພື່ອທັບມ້າງກຳ ແພງກີດກັນການແບ່ງປັນຂໍ້ມູນ ເພື່ອໃຫ້ພວກເຮົາສາມາດຮູ້ໄດ້ສະເໝີກ່ຽວກັບໄພ ຂົ່ມຂູ່ເຫລົ່ານີ້. ປະເທດໃດນຶ່ງ ບໍ່ສາມາດ ແຕ່ພຽງລຳພັງຜູ້ດຽວ ຫວັງທີ່ຈະປ້ອງກັນ ຄວາມເປັນໄປໄດ້ໃນການໂຈມຕີກໍ່ການຮ້າຍແມ່ນແຕ່ຢູ່ພາຍໃນປະເທດຂອງຕົນ."

ທ່ານ Jonathan Schanzer ອະດີດນັກວິເຄາະດ້ານການເງິນກ່ຽວກັບການກໍ່ການຮ້າຍ ທີ່ກະຊວງການເງິນສະຫະລັດ ແລະເວລານີ້ ເປັນຮອງປະທານດ້ານຄົ້ນຄວ້າຂອງມູນນິທິ ປົກປ້ອງປະຊາທິປະໄຕ ທີ່ມີສຳນັກງານຢູ່ວໍຊິງຕັນ ກ່າວວ່າ ຫຼາຍໆຢ່າງ ໃນການດຳເນີນ ຄວາມພະຍາຍາມເຫຼົ່ານີ້ ແມ່ນໄດ້ເລີ້ມຂຶ້ນຫລັງຈາກການໂຈມຕີກໍ່ການຮ້າຍ ໃນວັນທີ 11 ກັນຍາປີ 2001. ທ່ານເວົ້າວ່າເຫດຮ້າຍທີ່ນະຄອນປາຣີປາກົດວ່າໄດ້ເຮັດໃຫ້ລັດຖະບານ ທ່ານໂອບາມາ ເພັ່ງເລັງໃສ່ການຂົ່ມຂູ່ແບບໃໝ່ ຈາກພວກກໍ່ການຮ້າຍ.

“ບັນຫາກໍແມ່ນວ່າ ພວກເຮົາອາດໄດ້ສູນເສຍເວລາທີ່ມີຄຸນຄ່າຢ່າງຫລວງຫລາຍ ແລະຂ້າ ພະເຈົ້າຄິດວ່າ ບາງທີຈຸດສຳຄັນອີກອັນນຶ່ງ ທີ່ຄວນໃຫ້ຂໍ້ສັງເກດໃນທີ່ນີ້ ຕະຫລອດທັງວິທີທາງ ທີ່ຫົວຂໍ້ຕ່າງໆ ໄດ້ກຳນົດໄວ້ນັ້ນ ແມ່ນເປັນບັນຫາແບບໃດ
ແບບນຶ່ງ. ຖ້າເວົ້າອີີກຢ່າງນຶ່ງແລ້ວ ການເອີ້ນວ່າພວກຫົວຮຸນແຮງຈັດ ໂດຍບໍ່ໄດ້ ເວົ້າເຖິງແນວຄິດ ທີ່ກໍ່ໃຫ້ເກີດຄວາມຮຸນແຮງນີ້ແລ້ວ ຂ້າພະເຈົ້າຄິດວ່າ ມັນບໍ່ໄດ້ ເປັນປະໂຫຍດໃຫ້ພວກເຮົາເລີຍ ແລະໃນທີ່ສຸດຂ້າພະເຈົ້າຄິດວ່າຈະເຮັດໃຫ້ເຮົາ ຕົກຢູ່ໃນທ່າທີ ບ່ອນທີ່ພວກເຮົາຈະບໍ່ສາມາດເອົາຊະນະໄດ້.”

ທ່ານ Schanzer ເວົ້າວ່າ ສະຫະລັດ ມີຄວາມສຳພັນທີ່ສຳຄັນ ໃນການແບ່ງປັນຂໍ້ມູນສືບ ລັບສອງຝ່າຍແລະທະວິພາຄີຢູ່ແລ້ວ. ນອກນັ້ນທ່ານຍັງເວົ້າວ່າພວກຜູ້ນຳສາສະໜາໂດຍ ສະເພາະແມ່ນສາສະໜາອິສລາມ ໄດ້ມີການພົວພັນ ມາຫລາຍໆປີແລ້ວ ໃສການດຳເນີນ ຄວາມພະຍາຍາມ ເພື່ອເຮັດໃຫ້ໄພຂົ່ມຂູ່ຂອງພວກກໍ່ການຮ້າຍຫລຸດນ້ອຍຖອຍລົງ.

ທ່ານ Schanzer ກ່າວວ່າ ຢູໂຣບໄດ້ຖືກໂຈມຕີ ໂດຍພວກກໍ່ການຮ້າຍ ທີ່ສຳຄັນມາແລ້ວ ໂດຍໃຫ້ຂໍ້ສັງເກດວ່າ ການໂຈມຕີລົດໄຟທີ່ນະຄອນ Madrid ໃນປີ 2004 ແລະການວາງ ລະເບີດ ໃສ່ລົດໄຟໃຕ້ດິນ ທີ່ນະຄອນລອນດອນ ໃນປີ 2007. ທ່ານຍັງບໍ່ແນໃຈວ່າ ການ
ໂຈມ ຕີຢູ່ຝຣັ່ງໃນອາທິດແລ້ວນີ້ ຈະພາໃຫ້ມີການປ່ຽນແປງໂດຍພື້ນຖານກ່ຽວກັບວິທີການ ຮັບມືກັບພວກກໍ່ການຮ້າຍຂອງຢູໂຣບ.

ລັດຖະມົນຕີກະຊວງຍຸຕິທຳ Eric Holder ກ່າວວ່າ ຍັງບໍ່ມີຂໍ້ມູນທີ່ໜ້າເຊື່ອຖືໄດ້ທີ່ວ່າພວກ ກໍ່ການຮ້າຍອາລກາອີດາ ຢູ່ເບື້ອງຫລັງການໂຈມຕີທີ່ປາຣີ ໃນອາທິດແລ້ວນີ້. ທ່ານເວົ້າວ່າ ຄະນະນຳພາຂອງອາລກາອີດາໄດ້ຖືກທຳລາຍຢ່າງສິ້ນເຊີງຈາກການຕອບໂຕ້ທີ່ມີມາເປັນ ເວລານຶ່ງທົດສະວັດກວ່າໆ.

“ເວລານີ້ການຂົ່ມຂູ່ ຂ້າພະເຈົ້າຄິດວ່າ ທີ່ຈິງແລ້ວແມ່ນມາຈາກເຄືອຂ່າຍຂອງກຸ່ມ ອາລກາອີດາ ແລະທີ່ສຳຄັນໃນນັ້ນກໍອາດຈະແມ່ນກຸ່ມອາລກາອີດາໃນແຫລມອາ ຣາເບຍຫລື AQAP.”

ທ່ານເວົ້າວ່າ ພວກເຂົາມີຄວາມສາມາດ ໃນການກະຕຸ້ນຈິດໃຈຜູ້ຄົນ ພວກເຂົາມີນັກຊ່ຽວ ຊ້ານໃນການເຮັດລະເບີດ ແລະຄວາມສາມາດທີ່ກຸ່ມກໍ່ການຮ້າຍອື່ນໆບໍ່ສາມາດສົມທຽບ
ໄດ້.

ໃນຂະນະທີ່ຝຣັ່ງ ພວມພິຈາລະນາກກ່ຽວກັບການນຳໃຊ້ມາດຕະການໃໝ່ໃນດ້ານຄວາມ ໝັ້ນຄົງຢູ່ນັ້ນ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ກໍຈະເດີນທາງ ໄປເຖິງປະເທດດັ່ງກ່າວໃນອາທິດນີ້ ເພື່ອເຈລະຈາຫາລື ກ່ຽວກັບການເອົາມາຕະການຮັບ ມືກັບພວກຫົວຮຸນແຮງຈັດ.

French Police Kill 3 Gunmen to End Hostage Crises
please wait

No media source currently available

0:00 0:03:06 0:00

XS
SM
MD
LG