ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນຳ ອາຟຣິກາຕາເວັນຕົກ ກັບຫົວໜ້າ WHO ຫາລືກັນ ຮັບມືກັບ ອີໂບລາ (ວີດີໂອ/ສະໄລດ໌)


ບັນດາ​ປະ​ທາ​ນາ​ທິບໍດີ ຂອງ​ຫລາຍປະ​ເທດ​ອາຟຣິກາ​ຕາ​ເວັນ
​ຕົກທີ່​ໄດ້​ຖຶກຄຸກ​ຄາມ​ໂດຍການ​ລະບາດ​ຂອງ​ເຊື້ອໄວຣັສ ອີ​ໂບ
ລາ ນັ້ນ​ກຳລັງ​ປະຊຸມ​ກັບ ຫົວໜ້າ​ອົງການ​ອາ​ນະ​ໄມ​ໂລກ
(WHO) ​ເພື່​ອຈະ​ເລີ້ມ​ແຜນ​ຕອບ​ໂຕ້ການ​ແຜ່​ລະບາດ ມູນ​ຄ່າ
100 ລ້ານ​ໂດ​ລາ.

ບັນດາ​ຜູ​ນຳຂອງ​ປະ​ເທດ​ ກີ​ນີ ຊິ​ແອຣາ ​ລີອອນ ​ແລະ​ໄລ​ບີ​ເຣຍ
ກຳລັງ​ປະ​ຊຸມ​ກັບ ຜູ້​ອຳ​ນວຍ​ການ​ໃຫຍ່ຂອງ​ອົງການ​ອານາ​ໄມ
ໄລ​ກ ທ່ານນາງ ດຣ Margaret Chan ທີ່ Conakry ເມືອງ​
ຫລວງ​ຂອງກີ​ເນຍ ​ເພື່ອ​ຈັດແຈງ​ເລື້ອງ​ການຈັດສົ່ງ​ ​ພະນັກງານ
​ການ​ແພດ​ຫລາຍ​ຮ້ອຍ​ຄົນ ​ໄປ​ຍັງ​ປະ​ເທດ​ເຫລົ່າ​ນັ້ນ. ​ແຜນ
​ການ​ດັ່ງກ່າວ ຍັງ​ຮວມທັງການເພີ້​ມທະວີ ລະບົບການຕຽມພ້ອມ
ຢູ່​ໃນ​ບັນດາ​ປະ​ເທດ​ເພື່ອນ​ບ້ານ ນຳ.

West Africa Ebola Deaths Top 725, US Issues Travel Warning
please wait

No media source currently available

0:00 0:02:24 0:00

​ທ່ານ​ນາງ Chan ກ່າວ​ວ່າ ລະດັບ​ຂອງ​ການ​ແຜ່​ລະບາດ ​ແລະ “​ໄພ​ຂົ່ມຂູ່ທີ່​ມີ​ຢູ່ຢ່າງ​ບໍ່​ລົດ​ລະ” ​ເຮັດໃຫ້ WHO ​ແລະ​ບັນດາ​ປະ​ເທດ​ທີ່​ຖຖືກ​ກະທົບ “ຕ້ອງ​ຍົກການ​ຕອບ​ໂຕ້​ຂື້ນ ຂຶ້ນ​ສູ່​ລະດັບ​ໃໝ່.”

​ໃນ​ຂະນະ​ດຽວ​ກັນ ພະນັກງານ​ຊ່ວ​ເຫລືອອາ​ເມຣິກັນຄົນ​ນຶ່ງ ​ທີ່ເກີດ​ເຈັບ​ປ່ວຍ ຈາ​ກເຊື້ອໄວຣັສ ອີ​ໂບລາ ຢູ່ອາ​ຟຣິກາ​ຕາ​ເວັນ​ຕົກ ກໍ​ຈະເດີນທາງກັບຄືນ​ມາ ສະຫະລັດ ​ໃນ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້ ​ເພື່ອຮັບ​ການ​ປີ່​ນປົວ.

WEST AFRICA EBOLA CNPK
please wait

No media source currently available

0:00 0:01:06 0:00

XS
SM
MD
LG