ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຮັດເຄັ່ງ ການຮັກສາຄວາມປອດໄພ ຢູ່ສະໜາມບິນບາງແຫ່ງ ໃນຕ່າງປະເທດ (ວີດີໂອ)


ຄົນໂດຍສານຄົນນຶ່ງ ຍ່າງຜ່ານດ່ານກວດກາ ຄວາມປອດໄພ ທີ່ສະໜາມບິນເມືອງ Frankfurt, ເຢຍຣະມັນ, ວັນທີ 3 ກໍລະກົດ 2014
ຄົນໂດຍສານຄົນນຶ່ງ ຍ່າງຜ່ານດ່ານກວດກາ ຄວາມປອດໄພ ທີ່ສະໜາມບິນເມືອງ Frankfurt, ເຢຍຣະມັນ, ວັນທີ 3 ກໍລະກົດ 2014

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ພວກ​ຄົນ​ເດີນທາງ​ທີ່​ມຸ້ງ​ໜ້າ​
ມາ​ຍັງ ສະຫະລັດ ຈາກ​ສະໜາມ​ບິນ​ບາງ​ແຫ່ງ​ໃນ​ຕ່າງປະ​ເທດ
ຈະຖືກ​ບັງຄັບ​ໃຫ້​ເປີດໄຟ ​ພວກ​ໂທລະສັບ​ມື​ຖື ​ເຄື່ອງ​ຄອມ​ພີ​ວ​ເຕີ
laptop ແລະ​ເຄື່ອງ​ເອ​ເລັກ​ໂຕຣນິກອື່ນໆໄວ້ ​ໃນ​ຖານະ​ເປັນ​ພາກ
ສ່ວນ​ນຶ່ງຂອງ​ການ​ເອົາ​ ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ໃໝ່.

​ໃນ​ຖະ​ແຫຼ​ງການ​ສັ້ນໆສະບັບ​ນຶ່ງ​ ​ໃນ​ວັນ​ອາທິດ​ວານ​ນີ້ ອົງການ​
ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ຂົນ​ສົ່ງ​ຂອງ​ສະຫະລັດ ກ່າວ​ວ່າ
ພວກ​ເຄື່ອງ​ເຫຼົ່າ​ນີ້ ຖ້າ​ບໍ່​ມີ​ພະລັງ​ໄຟຟ້າ ​ແມ່ນຈະ​ບໍ່​ໄດ້​ຮັບ​ອະນຸ
ຍາດ​ໃຫ້​ເອົາ​ຂຶ້ນ​ໄປ​ໃນ​ຖ້ຽວ​ບິນ​ ​ແລະ​ວ່າພວກ​ຄົນ​ເດີນທາງ​ທີ່​ຈະ​
ຖື​ເຄື່ອງ​ເຫຼົ່າ​ນີ້​ຕິດ​ໂຕ​ໄປ​ນຳ ອາດ​ຈະ​ໄດ້​ຮັບ​ການ​ກວດກາ​ພິ​ເສດ
​ຕື່ມ​ອີກ​ເຊັ່ນ​ກັນ.

ຖະ​ແຫຼ​ງການ​ຂອງ​ສະຫະລັດ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້​ມ​ເຕີມ​ກ່ຽວ​ກັບ​ການ​ຊອກ​ຄົ້ນ​
ດັ່ງກ່າວ ​ແລະ​ກໍ​ບໍ່​ໄດ້​ເປີດ​ເຜີຍ​ຊື່​ຂອງ​ສະໜາມ​ບິນ​ໃດ​ໃນ​ຕ່າງປະ​ເທດ​ ທີ່​ຈະ​ໄດ້​ຮັບ​
ການ​ກວດກາ​ຕື່ມ​ອີກ​ນັ້ນ.

​ໃນ​ສັບປະດາ​ແລ້ວ​ນີ້ ທ່ານ Jeh Johnson ລັດຖະມົນຕີ​ກະຊວງ​ຮັກສາ​ຄວາມ​ປອດ​
ໄພ​ພາຍ​ໃນຂອງ​ສະຫະລັດ ​ໄດ້​ສັ່ງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​
ຂົນ​ສົ່ງຫຼື TSA ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ໃໝ່​ເຫຼົ່າ​ນີ້ ຢູ່​ສະໜາມ​ບິນ​ແຫ່ງ​ຕ່າງໆ ທີ່
ມີ​ຖ້ຽວບິນໂດຍ​ກົງໄປ​ຍັງ​ສະຫະລັດ ແຕ່​ບໍ່​ໄດ້​ເປີດ​ເຜີຍ​ລາຍລະອຽດໃຫ້​ຊາບ​ໃນ​ເບື້ອງ​
ຕົ້ນ​.

ຄຳ​ສັ່ງ​ດັ່ງກ່າວ ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ຄົນ​ເດີນທາງທີ່​ບິນມາ​ຍັງສະຫະລັດຈາກ​ຢູ​ໂຣບ
​ແລະ​ພາກ​ຕາ​ເວັນ​ອອກ​ກາງ ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ຂັ້ນ​ຕອນ​ເອົາ​ມາດ​ຕະການ​ທີ່​ເຂັ້ມ​
ງວດ​ຂຶ້ນ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ນັ້ນ.

ບັນດາ​ນັກວິ​ເຄາະ​ໄດ້​ເອົາ​ເລື້ອງ​ການ​ເອົາ​ມາດ​ຕະການ​ໃໝ່​ນີ້ ​ໄປ​ພົວພັນ​ກັບ​ຂ່າວ​ລັບ
​ທີ່ສະ​ເໜີ​ແນະ​ວ່າ ພວກ​ຫົວ​ຮຸນ​ແຮງ​ທີ່​ມີ​ສາຍ​ພົວພັນ​ກັບ​ເຄືອ​ຂ່າຍ ອາລກາ​ອິດາ ກຳ
ລັງ​ພັດທະນາ​ວັດຖຸ​ລະ​ເບີດ​ແບບ​ໃໝ່ ທີ່​ສາມາດ​ນຳ​ເຂົ້າ​ໃນ​ເຮືອບິນ ​ໂດຍ​ທີ່​ເຄື່ອງ​ກວດ​
ຈັບ​ບໍ່​ໄດ້​ນັ້ນ.

usairlinesecurity7july14
please wait

No media source currently available

0:00 0:01:14 0:00

XS
SM
MD
LG