ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບ ສຫລ ເຂັ້ມງວດ ດ້ານຄວາມປອດໄພ ຢູ່ຖານທັບຕ່າງໆ ໃນທົ່ວປະເທດ


ພະນັກງານຮັກສາຄວາມປອດໄພ ເປີດປະຕູ ໃຫ້ບັນດາຜູ້ຂັບຂີ່ລົດ ເຂົ້າໄປໃນຄ້າຍທະຫານບົກ Fort Lee ຢູ່ລັດ Virginia.
ພະນັກງານຮັກສາຄວາມປອດໄພ ເປີດປະຕູ ໃຫ້ບັນດາຜູ້ຂັບຂີ່ລົດ ເຂົ້າໄປໃນຄ້າຍທະຫານບົກ Fort Lee ຢູ່ລັດ Virginia.

ກອງ​ທັບສະຫະລັດ ​ໄດ້ຍົກ​ລະດັບ​ຄວາມ​ປອດ​ໄພຂຶ້ນ ຢູ່​ຖານ
​ທັບ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ ຫຼັງຈາກອົງການ​ສັນຕິ​ບານ​ກາງ ຫຼື
FBI ​ໄດ້​ສະ​ແດງ​ຄວາມ​ກັງວົນອອກ​ມາ ວ່າ​ພວກ​ຫົວ​ຮຸນ​ແຮງ​
ອິສລາມ ອາດ​ແນ​ເປົ້າໝາຍໃສ່​ບັນດາພະນັກງານ ທະຫານ
​ແລະ ຕຳຫລວດ.

ສູນ​ບັນຊາ​ການພາກ​ເໜືອ​ຂອງ​ສະຫະລັດ ກ່າວ​ວ່າ ການ​ເຄື່ອ​ນ
​ໄຫວ​ດັ່ງກ່າວ ​ແມ່ນ​ເປັນ​ຍ້ອນ “​ເຫດການ​ຕ່າງໆທີ່​ເກີດ​ຂຶ້ນ​
ເມື່ອບໍ່​ດົນ​ມາ​ນີ້ ແຕ່​ໄດ້​ເນັ້ນວ່າ ການ​ປ່ຽນ​ແປງ​ນັ້ນ ບໍ່​ໄດ້​
ພົວພັນ​ກັບການ​ຂົ່ມຂູ່ ທີ່​ເຊື່ອ​ຖືສະ​ເພາະໃດ​ນຶ່ງ.”
ສູນ​ບັນຊາ
​ການ​ດັ່ງກ່າວ ຍັງເວົ້າອີກ​ວ່າ ຕົນ​ມີ​ຄວາມ​ກັງວົນຄື​ກັນ​ກັບ FBI
ກ່ຽວ​ກັບ “​ໄພ​ຂົ່ມຂູ່​ທີ່​ອາດ​ມີ​ຂຶ້ນ​ໄປ​ໄດ້ ຈາກ​ພວກ​ຫົວ​ຮຸນ​ແຮງ​ຈັດ ພາຍ​ໃນ​ປະ​ເທດ.”

ລະດັບການຂົ່ມຂູ່ຕ່າງໆ ຂອງກະຊວງປ້ອງກັນປະເທດ
ລະດັບການຂົ່ມຂູ່ຕ່າງໆ ຂອງກະຊວງປ້ອງກັນປະເທດ

​ໃນ​ວັນ​ພະຫັດ​ມື້ກ່ອນ​ນີ້ ຫົວໜ້າ ອົງການ FBI ທ່ານ James
Comey ກ່າວ​ວ່າ ອາດ​ມີພວກທີ່​ຕິດຕາມ​ເບິ່ງ ​ແລະ​ສະໜັບ
ສະໜຸນ ກຸ່ມລັດ​ອິສລາມ​ໃນທາງ​ອິນ​ເຕີ​ເນັດ ຫຼາຍພັນ​ຄົນ
ຢູ່​ໃນ​ສະຫະລັດ.

ທ່ານ​ກ່າວຕໍ່​ໄປ​ວ່າ “ຫຼາຍຮ້ອຍ​ຄົນ ຫຼືບາງທີ ຫຼາຍພັນ​ຄົນ
ທົ່ວ​ປະ​ເທດ ອາດ​ໄດ້​ຮັບການ​ຕິດ​ຕໍ່​ຊັກ​ຊວນ ​ໃຫ້ເຂົ້າ​ເປັນ
​ສະມາຊິກ ຫຼື​ໄດ້​ຮັບຄຳ​ສັ່ງ​ ໃຫ້​ໂຈມ​ຕີ​ສະຫະລັດ ຈາກ​ກຸ່ມ​
ກໍ່​ການ​ຮ້າຍນັ້ນ. ແນ່ນອນ ພວກ​ເຮົາມີ​ຄວາມ​ກັງວົນ​ໂດຍ​
ທົ່ວ​ໄປ ​ວ່າ ພວກ IS ​ແມ່ນເພັ່ງ​ເລັງ​ໃສ່ ບັນດາ​ພະນັກງານ ທະຫານ ​ແລະ ຜູ້​ພິທັກ
​ກົດໝາຍ.”

ເຈົ້າໜ້າທີ່ພິສູດຫລັກຖານຄົນນຶ່ງ ກຳລັງເກັບກຳ ບັນຖຶກຂໍ້ມູນ ຢູ່ຈຸດເກີດເຫດ ການໂຈມຕີໃນເມືອງ Garland ຂອງລັດ Texas, ເມື່ອວັນທີ 4 ພຶດສະພາ 2015.
ເຈົ້າໜ້າທີ່ພິສູດຫລັກຖານຄົນນຶ່ງ ກຳລັງເກັບກຳ ບັນຖຶກຂໍ້ມູນ ຢູ່ຈຸດເກີດເຫດ ການໂຈມຕີໃນເມືອງ Garland ຂອງລັດ Texas, ເມື່ອວັນທີ 4 ພຶດສະພາ 2015.

ເມື່ອ​ວັນອາ​ທິດ​ແລ້ວ​ນີ້ ມື​ປືນ​ສອງ​ຄົນ ​ໄດ້​ໂຈມ​ຕີ ບ່ອນ​ຈັດງານ
​ແຂ່ງຂັນ​ ຮູບແຕ້ມກາ​ຕູນ​ລໍ້​ລຽນ ພະ​ສາ​ສະ​ດາ​ມູຮຳ​ມັດ ແຫ່ງ​ນຶ່ງ
ໃກ້ໆກັບນະຄອນ Dallas ຂອງ​ລັດ​ເທັກ​ຊັສ.

ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ​ເຫດ
ການ​ດັ່ງກ່າວ ​ແຕ່​ບັນດາ​ເຈົ້າໜ້າ​ທີ່ ສະຫະລັດ ກ່າວ​ວ່າ ບໍ່​ມີ​ຫລັກ
ຖານ​ພຽງພໍ​ທີ່​ຈະ​ຕັດສິນ​ໄດ້​ວ່າ ກຸ່ມ​ດັ່ງກ່າວນັ້ນ ເປັນ​ຜູ້​ທຳ​ການ​
ໂຈມ​ຕີ​ແທ້​ ຫຼືບໍ່.

US Security Levels
please wait
Embed

No media source currently available

0:00 0:00:58 0:00

The U.S. military has increased security at bases across the country, after the FBI expressed concern that Islamist militants could target troops or police officers.

The U.S. Northern Command said the move was due to "recent events" but stressed that the"change is not tied to a specific, credible threat." The command also said it shares FBI concerns about "potential threat posed by homegrown violent extremists."

On Thursday, FBI Director James Comey said there might be thousands of Islamic State followers online in the U.S.

"Hundreds, maybe thousands of people across the country who are receiving recruitment overtures from the terrorist group or directives to attack the United States," Comey said. "We have a general concern, obviously, that ISIL is focusing on the uniformed military and law enforcement."

Last Sunday, two gunmen attacked an event near Dallas, Texas, where cartoons lampooning Islam's Prophet Muhammad were being judged in a "contest."

The Islamic State group claimed responsibility for the incident, but U.S. officials said there was insufficient evidence to decide whether the group actually carried out the attack.

XS
SM
MD
LG