ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ໂຈມຕີເປົ້າໝາຍ ກຸ່ມຫົວຮຸນແຮງ Khorasan ໃນຊີເຣຍ


ນາຍພົນ Lloyd J. Austin III ຜູ້ບັນຊາ​ການ ທະຫານສະຫະລັດ ໃນເຂດພາກຕາເວັນອອກກາງ ຫລື CENTCOM.
ນາຍພົນ Lloyd J. Austin III ຜູ້ບັນຊາ​ການ ທະຫານສະຫະລັດ ໃນເຂດພາກຕາເວັນອອກກາງ ຫລື CENTCOM.

ທຳນຽບຫ້າ​ແຈ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ ສະຫະ
ລັດ ​ໄດ້​ມີຂຶ້ນຕໍ່ກຸ່ມ ຫົວ​ຮຸນ​ແຮງ​ອິສລາມໃນ​ຊີ​ເຣຍ ທີ່​ວາງ​ແຜນ​
ໂຈມ​ຕີສະຫະລັດ ຫລື​ບໍ່ກໍຢູ​ໂຣບ.

ກອງ​ບັນຊາ​ການ ສະຫະລັດໃນເຂດພາກຕາເວັນອອກກາງ
ຫລື CENTCOM ກ່າວ​ວ່າ ເປົ້າໝາຍ 5 ບ່ອນຂອງ ກຸ່ມ Kho-
rasan ​ໄດ້​ຖືກ​ໂຈມຕີ​ ໃນ​ຕອນ​ກາງຄືນ​ວັນ​ພຸດ​ຜ່ານມາ​ນີ້ ​ໃກ້​
ກັບເມືອງ Sarmada ທີ່ໃກ້​ກັບ​ຊາຍ​ແດນເທີ​ກີ. ​ເຮືອບິນ​ລົບ
ສະຫະລັດ ​ໄດ້ໂຈມ​ຕີ​ພວກ​ກໍ່​ການ​ຮ້າ​ຍ ​ພ້ອມທັງ​ທໍາ ລາ​ຍລົດ
ຕຶກ​ອາຄານຕ່າງໆ ​ແລະ​ບ່ອນ​ເຮັດ​ລະ​ເບີດ.

​ເຈົ້າ​ໜ້າ​ທີ່ທຳນຽບຫ້າ​ແຈຄົນ​ນຶ່ງ ຜູ້​ທີ່​ບໍ່​ປະສົງ​ບອກ​ຊື່ ກ່າວ​ວ່າ ນຶ່ງ​ໃນຈຳນວນ​ເປົ້າ​ໝາຍ
ທີ່ຖືກໂຈມຕີ ກໍແມ່ນທ້າວ David Drugeon ຊຶ່ງເປັນຄົນຝຣັ່ງທີ່​ໄດ້​ປ່ຽນ​ໄປຖືສາສະໜາ​
ອິສລາມ ​ແລະ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ ໃນການເຮັດ​ລະ​ເບີດ​ໃຫ້​ແກ່ກຸ່ມກໍ່ການຮ້າຍ al-Qaida.

ຍັງ​ບໍ່ມີ​ໃຜ​ສາມາດໃຫ້ການຢືນຢັນໄດ້​ເທື່ອວ່າ ທ້າວ Drugeon ຫລືຜູ້​ຕ້ອງ​ສົງ​ໄສ​ຄົນ​ອື່ນໆ​
ໄດ້​ຖືກ​ສັງຫານໃນການໂຈມຕີດັ່ງກ່າວ.

ທໍານຽບຫ້າ​ແຈ ກ່າວ​ວ່າ ມັນ​ເປັນ​ບາດ​ກ້າວອັນ​ເດັດຂາດ ​ເພື່ອ​ປົກປ້ອງຜົນ​ປະ​ໂຫຍ​ດຂອງ
ສະຫະລັດ ​ແລະ​ກຳ​ຈັດຄວາ​ມສາມາດ ​ໃນ​ການ​ປະ​ຕິບັດງານ ຂອງ ພວກ​ກໍ່​ການ​ຮ້າຍ.

ກຸ່ມ Khorasan ປະກອບ​ດ້ວຍກຸ່ມ Nusra ​ແລະກຸ່ມຫົວຮຸນແຮງ al-Qaida ທີ່ທໍາ ນຽບ
ຫ້າ​ແຈ ກ່າວ​ວ່າ ພວມສວຍໂອກາດໃຊ້​ຄວາມ​ວຸ້ນວາຍ​ໃນຊີ​ເຣຍ ​ເພື່ອ​ວາງ​ແຜນ​ໂຈມຕີ​ປະເທດຕາ​ເວັນ​ຕົກ.

ລາຍ​ງານ​ກ່າວ​ວ່າ ກຸ່​ມດັ່ງກ່າວ ບໍ່​ໄດ້​ພົວພັນ​ກັບ​ການ​ສູ້​ລົບເພື່ອ​ໂຄ່ນ​ລົ້ມ​ປະທາ ນາທິບໍດີ
ຊີ​ເຣຍ ທ່ານ Bashar al-Assad ຫລື​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ປະຊາຊົນຊາວ​ຊີເຣຍ
ແຕ່ຢ່າງໃດເລີຍ.

SYRIA US AIR STRIKES VO
please wait

No media source currently available

0:00 0:00:53 0:00

XS
SM
MD
LG