ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ສະໜັບສະໜູນ ຄວາມ​ປອດ​ໄພ ແລະ​ບໍ່​ແຜ່​ຂະຫຍາຍ​ ດ້ານນິວ​ເຄລຍ


ຮອງເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ Michael Kleine ຢືນຖ່າຍຮູບ ກັບບັນດາຜູ້ເຂົ້າຮ່ວມສຳມະນາ ນິວເຄລຍ.
ຮອງເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ Michael Kleine ຢືນຖ່າຍຮູບ ກັບບັນດາຜູ້ເຂົ້າຮ່ວມສຳມະນາ ນິວເຄລຍ.

ທ່ານ Micheal Kleine ຮອງ​ເອກ​ອັກຄະ​ລັດຖະທູດສະຫະ​ລັດ
ປະຈຳ ສ​ປປ ລາວ ​ໄດ້​ກ່າວ​ເປີດສຳມະ​ນາ​ກ່ຽວ​ກັບຄວາມ​ຮູ້ພື້ນ
​ຖານ​ໃນ​ການ​ຄຸ້ມຄອງນິວ​ເຄຼຍ ແລະ​ອະ​ນຸສັນຍາ​ເພີ້​ມ​ເຕີມ​ຂອງ
ອົງການ​ພະລັງງານປະ​ລະມານູ​ສາກົນ ທີ່​ໄດ້​ຈັດຂຶ້ນ​ຢູ່​ໂຮງ​ແຮມ
ລາວ​ພລາຊາໃນນະຄອນຫຼວງ​ວຽງ​ຈັນ ແຕ່ວັນ​ທີ 5 ຫາ 8 ຕຸລາ
2015. ການ​ສຳ​ມະ​ນາ​ຄັ້ງໃນ​ນີ້ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ
ຈາກ​ລັດ​ຖະບານສະຫະລັດ ​ໂດຍ​ຜ່ານ​ກະ​ຊວງພະລັງງານ​ແລະສະຖານທູດສະຫະ​ລັດ ປະ​
ຈຳ ສປປ ລາວ ​ແລະ​ເປັນ​ເຈົ້າພາບ​ຮ່ວມ ​ໂດຍ​ກົມອົງການ​ຈັດ​ຕັ້ງ​ສາກົນ ກະຊວງ​ການ​ຕ່າງ
ປະ​ເທດ. ​ໃນ​ການ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ມີ​ນັກ​ສຳ​ມະ​ນາກ​ອນ​ເຂົ້າ​ຮ່ວມ 30 ທ່ານຊຶ່ງ​ມາ​ຈາກ​ຂະ
​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ລັດ​ຖະບານ ສ​ປປ ລາວ ​ແລະສະ​ຖາ​ບັນ​ທີ່​ກ່ຽວຂ້ອງ​ເພື່ອ​
ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ປອດ​ໄພ​ ດ້ານ​ນິວ​ເຄລຍ.

ບັນດາ​ຜູ້​ຊ່ຽວຊານ​ທີ່​ມາ​ຈາກ​ອົງການ​ຈັດ​ຕັ້ງສາກົນຕ່າງໆ ​ລວມມີ ກະຊວງ​ພະລັງ ງານ​ຂອງ
ສະຫະລັດ ຫ້ອງ​ວິ​ເຄາະ​ວິໄຈ​ທົດ​ລອງ​ແຫ່ງ​ຊາດ Argonne ຫ້ອງ​ວິ​ເຄາະ​ວິ​ໄຈ​ທົດ​ລອງ​ແຫ່ງ​ຊາດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປາຊິ​ຟິກ ຫ້ອງ​ວິ​ເຄາະ​ວິ​ໄຈ​ທົດ​ລອງ​ແຫ່ງ​ຊາດ Lawence
Livermore ​ແລະ​ອົງການ​ພະລັງງານ​ປະ​ລະມາ​ນູສາກົນ ​ໄດ້​ນຳ​ສະ​ເໜີ​ບົດ ​ແລະ​ໄດ້​ດຳ
​ເນີນ​ການ​ສຳ​ມະ​ນາ ທີ່​ເນັ້ນ​ໃສ່​ການ​ຖາມ​ຕອບ ​ເພື່ອ​ນຳ​ສ​ະ​ເໜີ​ໃຫ້​ນັກ​ສຳມະ​ນາກ​ອນຮັບ​ຮູ້​
ກ່ຽວ​ກັບຄວາມ​ປອດ​ໄພ​ດ້ານ​ນິວ​ເຄລຍ​ໃນ​ລະດັບ​ສາກົນ. ການ​ປືກສາ​ຫາລືໃນ​ໄລຍະ​ການ
ສຳມະ​ນາ​ນີ້ ຍັງ​ໄດ້​ກວມ​ເອົາ​ ການຈັດ​ຕັ້ງ​ປະ​ຕິ​ບັດ ອະນຸ​ສັນຍາ​ເພີ່ມ​ເຕີມ ​ຂອງອົງການພະ
ລັງ​ງານປະ​ລະມານູສາກົນ ຊື່​ງ​ແມ່ນ​ສັນຍາ​ເພີ່ມ​ເຕີມ ​ຂອງ​ສັນຍາດ້ານ​ຄວາມ​ປອດ​ໄພ​ທີ່​ມີ​
ຢູ່​ແລ້ວ.

​ໃນ​ລ​ະຫວ່າງ​ການ​ກ່າວເປີດ​ກອງ​ປະຊຸມ ທ່ານ Micheal Kleine ຮອງ​ເອກ​ອັກຄະ​ລັດຖະ​
ທູດສະຫະລັດ ປະຈຳ ສປປ ລາວ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ທີ່ ສປປ ລາວ ​ໄດ້​ເຊັນ​ອະນຸ​
ສັນຍາ​ເພີ່ມ​ເຕີມ ​ຂອງອົງການ​ພະລັງງານ​ປະ​ລະມານູ​ສາກົນ ໃນ​ເດືອນ​ພະຈິກ ປີ 2014
ຊຶ່ງ​ສະ​ແດງໃຫ້ເຫັນຢ່າງ​ຈະ​ແຈ້ງ ​ເຖິງ​ຄວາມ​ມຸ້ງ​ໝັ້ນ​ຂອງ ສປປ ລາວ ​ໃນ​ການ​ບໍ່​ແຜ່ຜາຍ
​ນິວ​ເຄລຍ. ການ​ສຳ​ມະ​ນາ​ໃນ​ລັກ​ສະ​ນະ​ນີ້ ຊ່ວຍຮັບປະກັນ​ການ​ພັດ​ທະ​ນາ​ພື້ນຖານ​ໂຄງ​ລ່າງອັນ​ຈຳ​ເປັນ​ແລະຄວາມ​ປອດ​ໄພຂອງ​ລັດ​ເພື່ອ​ຄຸ້ມຄອງແລະປ້ອງ​ກັນ ​ບໍ່ໃຫ້ເກີດ​ອຸບັດ​
ຕິ​ເຫດ​ດ້ານ ນິວ​ເຄລຍ ຫລື ການ​ແຜ່​ຂະຫຍາຍ.

U.S. Embassy Deputy Chief of Mission, Michael Kleine opened the Fundamentals of Nuclear Safeguards and the Additional Protocol of the International Atomic Energy Agency Workshop held at the Lao Plaza Hotel October 5-8, 2015. This workshop was sponsored by the U.S. government through the U.S. Department of Energy and co-hosted by the Department of International Organizations, Ministry of Foreign Affairs of the Lao PDR. During the workshop, thirty participants from the Ministry of Foreign Affairs, Ministry of Science and Technology, and other concerned government sectors as well as the National University of Laos learned about nuclear safety.

Experts from a number of organizations including: the U.S. Department of Energy, Argonne National Laboratory, Pacific Northwest National Laboratory, Lawrence Livermore National Laboratory, and the International Atomic Energy Agency delivered presentations and conducted interactive exercises designed to introduce participants to international nuclear safeguards. Discussions during the event also covered implementation of the Additional Protocol (AP), which is a supplement to existing safeguards agreements.

During his welcoming remarks, U.S. Deputy Chief of Mission Michael Kleine congratulated the Lao PDR on signing the AP in November 2014 as it is a clear demonstration of its commitment to nuclear nonproliferation. This workshop helps ensure that states develop the necessary infrastructure and safeguards to protect against nuclear accidents or proliferation.

XS
SM
MD
LG