ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກະຊວງຕ່າງປະເທດ ສຫລ ຈະເຜີຍແຜ່ອີແມລ ທ່ານນາງ ຄລິນຕັນ ໃນເດືອນມັງກອນ ປີໜ້ານີ້


ຜູ້ສະມັກເປັນປະທານາທິບໍດີ ທ່ານນາງ Hillary Rodham Clinton ກ່າວຢູ່ທີ່ ມັດທະຍົມ Rancho.
ຜູ້ສະມັກເປັນປະທານາທິບໍດີ ທ່ານນາງ Hillary Rodham Clinton ກ່າວຢູ່ທີ່ ມັດທະຍົມ Rancho.

​ກະຊວງ​ຕ່າງປະ​ເທດ ສະຫະລັດ ​ໄດ້​ສະ​ເໜີ​ທີ່ຈະນຳອອກເຜີຍ
ແຜ່ອີ​ແມລສ່ວນໂຕ ຂອງທ່ານ​ນາງ Hillary Clinton ​ທີ່ໄດ້ລົງ
ສະໝັກແຂ່ງຂັນເອົາຕຳແໜ່ງປະທາ ນາທິບໍດີສະຫະລັດ ໃນ​
ຕົ້ນ​ປີ 2016.

ກະຊວງ​ຕ່າງປະ​ເທດໄດ້​ໃຫ້ການສະ​ເໜີ​ດັ່ງກ່າວໃນ​ຕອນ​ແລງ
​ວັນ​ຈັນ​ວານ​ນີ້ ​ເພື່ອ ​ການ​ຕອບ​ໂຕ້​ຕໍ່ການຟ້ອງ​ຮ້ອງ ພາຍ​ໃຕ້​ກົດໝາຍເສລີພາບດ້ານຂໍ້ມູນຂ່າວສານ.

ອີ​ແມລຂອງ​ທ່ານ​ນາງ Clinton ​ໄດ້​ກາຍ​ມາ​ເປັນ​ເລື້ອງ​ທີ່ມີການ
ໂຕ້ຖຽງກັນຢ່າງ ຮຸນແຮງ​ໃນ​ຕົ້ນ​ປີ​ນີ້ ​ເວລາ​ມີການເປີດ​ເຜີ​ຍວ່າ
​ໃນລະຫວ່າງທີ່ທ່ານ​ນາງ​ ຍັງ​ຢູ່​ໃນຕຳແໜ່ງເປັນ ລັດຖະມົນຕີ ກະຊວງ​ຕ່າງປະ​ເທດ ສະຫະ
ລັດທີ່​ໄດ້​ເລີ້ມ​ໃນ​ປີ 2009 ຫາປີ 2013 ນັ້ນ ທ່ານ​ນາງສ່ວນໃຫຍ່ແລ້ວແມ່ນ​ໄດ້​ທຳການຕິດ
ຕໍ່​ສື່ສານ​ ຜ່ານ​ທາງບັນ​ຊີ​ອີ​ແມລ​ສ່ວນ​ໂຕ ​ແທນ​ທີ່​ຈະ​ໃຊ້​ບັນຊີ​ຂອງກະ​ຊວງ​ຕ່າງປະ​ເທດ.

ກະຊວງ​ຕ່າງປະ​ເທດ ກ່າວ​ວ່າ ຕົນ​ມີ​ປະມານ 55,000 ໜ້າ ​ຂອງບັນຊີ​ອີ​ແມລ​ສ່ວນ​ໂຕທ່ານ
​ນາງ Clinton ທີ່​ກະກຽມນຳອອກເຜີຍ​ແຜ່​ຢູ່​ໃນ​ໜ້າເວັ​ບ​ໄຊ​ຕ໌ຂອງ ຕົນ ​ແລະ​ເວົ້າວ່າ ການ
​ທົບ​ທວນ​ຂອງອີ​ແມລດັ່ງກ່າວ ຈະ​ດຳ​ເນີນໄປຈົນ​ຮອດ​ທ້າຍປີ​ນີ້. ວັນເວລາທີ່ໄດ້ສະເໜີຈະ
ນຳອີແມລ ອອກເຜີຍ​ແຜ່​ແມ່ນ ວັນ​ທີ 15 ​ເດືອ​ນມັງ​ກອນ ປີ 2016.

ທ່ານ​ນາງ Clinton ທີ່​ຖືກ​ພິຈາລະນາ​ວ່່າ ​ເປັນ​ຜູ້​ສະມັກ​ທີ່ມີຄະແນນສຽງນຳ​ໜ້າ ໝູ່ ທີ່ຈະ
ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຜູ້ສະໝັກປະທານາທິບໍດີ ຂອງພັກເດໂມ ແຄຣັດ​ໃນ​ປີໜ້ານັ້ນ
​ໄດ້​ກ່າວ​ວ່າ ທ່ານ​ນາງ​ ຕ້ອງການຢາກ​ໃຫ້​ນຳອີແມລເຫຼົ່ານີ້ ອອກເຜີຍ​ແຜ່ ໂດຍໄວ​ເທົ່າ​ທີ່​
ຈ​ະ​ໄວ​ໃດ້.

​ການນຳອີແມລອອກເປີດເຜີຍໃນເດືອນ​ມັງກອນ ປີ 2016 ຈະມີຂຶ້ນບໍ່ດົນກ່ອນ ກ່ອນກອງ​ປະຊຸມຂອງພັກ ເພື່ອແຕ່ງຕັ້ງຕົວແທນລົງສະໝັກແຂ່ງຂັນ ທີ່ລັດ Iowa ແລະການເລືອກ
ຕັ້ງຂັ້ນຕົ້ນທີ່ລັດ New Hampshire ຊຶ່ງທັງສອງຕ່າງ ກໍມີຄວາມສຳຄັນໃນການ​ແຂ່ງຂັນ ຂອງບັນດາ​ຜູ້​ສະໝັກ​ເປັນປະທານາທິບໍດີສະຫະລັດ.

XS
SM
MD
LG