ກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ນັກໂທດຊາວອັຟ
ການິສຖານ 4 ຄົນ ທີ່ຖືກກັກຂັງຢູ່ໃນຄຸກທະຫານຂອງສະຫະ
ລັດ ທີ່ອ່າວກວານຕານາໂມ ມາສິບກວ່າປີ ໄດ້ຖືກສົ່ງກັບຄືນ
ເມືອບ້ານເກີດເມືອງນອນຂອງເຂົາເຈົ້າແລ້ວ.
ບັນດາເຈົ້າໜ້າທີ່ກ່າວວ່າ ພວກທີ່ຖືກກັກຂັງ ທີ່ມີຊື່ວ່າ Shawa
li Khan, Khi Ali Gul, Abdul Ghani ແລະ Mohammed
Zahir ໄດ້ຖືກປ່ອຍໂຕ ຕາມຄຳຮ້ອງຂໍຂອງປະທານາທິບໍດີ
Ashraf Ghani ແຫ່ງອັຟການິສຖານ ຫຼັງຈາກການທົບທວນ
ເບິ່ງຄະດີຂອງພວກເຂົາເຈົ້າ ຮວມທັງປັດໄຈທາງດ້ານຄວາມ
ປອດໄພແລ້ວ.
ພວກເຈົ້າໜ້າທີ່ກ່າວວ່າ ການປ່ອຍໂຕດັ່ງກ່າວ ແມ່ນເປັນຮ່ອງຮອຍແຫ່ງຄວາມເຊື່ອໝັ້ນ ນຳທ່ານ Ghani ທີ່ຂຶ້ນດຳລົງຕຳແໜ່ງມາໄດ້ພຽງບໍ່ເທົ່າໃດເດືອນເທົ່ານັ້ນ.
ພວກທະຫານສະຫະລັດສ່ວນຫຼາຍ ມີໝາຍກຳນົດທີ່ຈະອອກຈາກອັຟການິສຖານໄປ ພາຍໃນທ້າຍປີນີ້.
ສະຫະລັດໄດ້ປ່ອຍໂຕ ນັກໂທດທັງໝົດ 23 ຄົນ ອອກຈາກຄຸກ Guantanamo ໃນປີນີ້ ຮວມທັງຜູ້ຊາຍ 6 ຄົນທີ່ສົ່ງໄປຍັງປະເທດ Uruguay ໃນເດືອນນີ້ ເພື່ອໄປຕັ້ງຖິ່ນຖານໃໝ່
ໃນຖານະເປັນຄົນອົບພະຍົບ. ພວກນັກໂທດ 6 ຄົນດັ່ງກ່າວ ໄດ້ຖືກກັກຂັງໃນຖານຕ້ອງ
ສົງໄສວ່າເປັນພວກຫົວຮຸນແຮງ ທີ່ມີສາຍພົວພັນກັບເຄືອຂ່າຍອາລກາອິດາ ແຕ່ບໍ່ເຄີຍຖືກກ່າວຫາ ຢ່າງເປັນທາງການຈັກເທື່ອ.
ພວກທີ່ຖືກກັກຂັງຢູ່ໃນຄຸກອ່າວ Guantanamo ຊຶ່ງມີຈຳນວນທັງໝົດ 242 ຄົນ ເວລາປະທານາທິບໍດີບາຣັກ ໂອບາມາ ຂຶ້ນດຳລົງຕຳແໜ່ ໃນປີ 2009 ນັ້ນ ແລະໄດ້ຄ່ອຍໆຫລຸດນ້ອຍລົງເທື່ອລະຂັ້ນ ໂດຍ ມີຈຳນວນທັງໝົດ 132 ຄົນ ໃນປັດຈຸບັນນີ້.
ທ່ານນາງ Marie Hart ໂຄສົກປະຈຳກະຊວງການຕ່າງປະເທດສະ ຫະລັດ ກ່າວວ່າ 64 ຄົນໃນຈຳນວນທີ່ຍັງຖືກກັກຂັງຢູ່ໃນເວລານີ້ ໄດ້ ຮັບການອະນຸມັດໃຫ້ໂອນໄປຢູ່ບ່ອນອື່ນແລ້ວ. ທ່ານນາງກ່າວຕື່ມວ່າ ສະຫະລັດສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານອັຟການິສ
ຖານ ສຳລັບການຊ່ອຍເຫຼືອເພື່ອຮວມເອົາ ພວກອະດີດນັກໂທດເຫລົ່ານີ້ ກັບຄືນເຂົ້າໃນສັງຄົມອັຟການິສຖານ ອັນເປັນບາດກ້າວນຶ່ງອີກ ໄປສູ່ເປົ້າໝາຍຂອງປະທານາທິບໍດີ
ໂອບາມາ ທີ່ຈະອັດຄຸກໃນອ່າວ Guantanamo ລົງນັ້ນ.