ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຈະສົ່ງ ທະຫານ 3,000 ຄົນ ໄປໄລບີເຣຍ ເພື່ອຊ່ວຍຄວບຄຸມ ອີໂອລາ (ວີດີໂອ)


Obama Unveils Plan to Contain Ebola
please wait

No media source currently available

0:00 0:01:56 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ປະທານາທິບໍດີ Barack Obama ​ໄດ້​ປະກາດ ​ແຜນຄວບ​ຄຸມ
ການ​ແຜ່ລະບາດຂອງເຊື້​ອ​ໄວຣັສ ອີ​ໂບລາ ​ໃນ​ອາຟຣິກາ​ຕາເວັນ
ຕົກທີ່​ສະ​ແດງໃຫ້ເຫັນວ່າ ​ໂລກກຳລັງ​ເພິ່ງພາ ສະຫະລັດ​ໃນ​ການ
​ປະ​ເຊີນ​ໜ້າ​ກັບການລະບາດຂອງ ອີໂບລາ ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ​ໄປ​ແລ້ວ​ກວ່າ 2,000 ຄົນ. Luis Ramirez ຜູ້ສື່ຂ່າວ ວີໂອ
ເອ ມີລາຍ​ງານຈາກ​ທຳ ນຽບຂາວ ຊຶ່ງ ກິ່ງ​ສະຫວັນ ຈະນຳເອົາ
ລາຍລະອຽດ ມາສະ​ເໜີ​ທ່ານ.

ປະທານ​າທິບໍດີ Barack Obama ​ໄດ້ໄປ​ຢ້ຽມຢາມ ສູນ​ກາງຄວບ​ຄຸມ ແລະປ້ອງກັນພະ
ຍາດ ທີ່​ນະຄອນ​ອັດ​ແ​ລນ​ຕາ ໃນ​ວັນ​ອັງຄານ​ອາທິດແລ້ວນີ້ ​ເພື່ອ​ພົບ​ປະກັບ ບັນດາ​ເຈົ້າ​
ໜ້າ​ທີ່​ການ​ແພດ ບ່ອນ​ທີີ່ທ່ານ​ໄດ້ປະກາດ​ວ່າ ສະຫະລັດ ກຳລັງ​ປະ​ຕິ​ບັດ​ພາກສ່ວນຂອງ
​ຕົນ ​ເພື່ອຮັບມືກັບ​ການ​ລະບາດ ​ທີ່​ທ່ານ​ກ່າວວ່າ ພວມຜັນຂະຫຍາຍໄປສູ່​ການ​ຄວບ​ຄຸມ​
ບໍ່​ໄດ້ ​ແລະອາດ​ຈະ​ເປັນ​ໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງຂອງ​ໂລ​ກ.

ປະທານາທິບໍດີ Obama ກ່າວ​ວ່າ “​ໂລກ​ ກຳລັງ​ມອງ​ເບິ່ງພວກ​ເຮົາ ສະຫະລັດ ​ແລະ​ມັນ​
ເປັນຄວາມ​ຮັບຜິດຊອບທີ່​ພວກ​ເຮົາຮັບ​ເອົາ. ພວກ​ເຮົາ​ກຳລັງ​ກະກຽມ​ການ​ເປັນ​ຜູ້ນຳ​ພາ
ກ່ຽວ​ກັບ​ເລຶ່ອງນີ້ ​ເພື່ອ​ໃຫ້ການ​ສະໜອງ ຄວາມອາດ​ສາມາດທີ່ມີແຕ່ ສະຫະລັດ ເທົ່າ​ນັ້ນ
ສາມາດໃຫ້ໄດ້​ ແລະ​ລະດົມກຳລັງຂອງ​ໂລກ ໃນ​ທາງ​ທີ່ມີແຕ່ ສະຫະລັດ ເທົ່ານັ້ນ​ສາມາດ
ດຳເນີນການໄດ້.”

ສະຫະລັດ ໄດ້ໃຫ້ຄວາມໝາຍໝັ້ນໄປແລ້ວ ຫຼາຍກວ່າ 100 ລ້ານໂດລາ ໂດຍໄດ້ຈັດສົ່ງ
ອຸບປະກອນການແພດ ແລະພວກນັກຊ່ຽວຊານໄປຊ່ວຍ ນັບຕັ້ງແຕ່ການລະບາດໄດ້ເລີ້ມ
ຂຶ້ນໃນເດືອນມີນາຜ່ານມາ. ປັດຈຸບັນ​ນີ້ ການ​ຊ່ວຍ​ເຫລືອ​ເພີ້ມຕື່ມ​ກຳລັງ​ຈະ​ໄປເຖິງ ຊຶ່ງໃນ
ນັ້ນ ຈະ​ຮວມ​ທັງທະຫານສະຫະລັດ 3,000 ພັນ​ຄົນ ​ທີ່​ຈະ​ຊ່ວຍ​ຈັດ​ຕັ້ງ ​ແລະ​ບໍລິຫານ​ງານ
ສູນບັນຊາ​ການ​ທະຫານ ຢູ່​ທີ່​ໄລ​ບີ​ເລຍ ​ແລະ​ສູນພະລາທິການ ໃນເຊ​ເນ​ການ ​ເພື່ອ​ອຳ
ນວຍຄວາມສະດວກໃນການ​ຂົນ​ສົ່ງ​ພວກ ນັກຊ່ຽວຊານ ​ແລະ​ເຄຶ່ອງອຸບປະກອນ​ຕ່າງ​ໆ.
ສະຫະລັດຈະ​ສ້າງ​ໂຮ​ງໝໍ ​ແລະ​ເຝິກອົບຮົມຊາວ​ອາ​ຟຣິກາ ​ເພື່ອຮັບມື ກັບການ​ລະບາດ
ຂອງອີໂບລາ.

ຄລິກເພື່ອຂະຫຍາຍໃຫ້ໃຫຍ່
ຄລິກເພື່ອຂະຫຍາຍໃຫ້ໃຫຍ່

ນອກ​ນັ້ນ ​ຍັງ​ຈະ​ສະໜອງ​ເທັກ​ໂນ​ໂລ​ຈີ ​ແລະການເຝິກ​ອົບ​ຮົມ
​ໃນ​ສິ່ງ​ທີ່​ຕ້ອງການ ​ເພື່ອ​ຍຸດຕິການລະບາດຂອງເຊື້ອໄວຣັສ
ດັ່ງກ່າວ. ​ໃນ​ຂະນະ​ທີ່ມີ​ຄວາມສ່ຽງຢູ່ວ່າ ເຊື້ອໄວຣັສທີ່ວ່ານີ້
ອາດ​ຈະ​ແຜ່ລະບາດມາຍັງ ສະຫະລັດນັ້ນ ແມ່ນ​ມີຢູ່​ຕໍ່າ ທ່ານ
Obama ກ່າວວ່າ ອີ​ໂບລາ ສາມາດທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ
​ບໍ່ທຸນທ່ຽງ ​ຢູ່ໃນ​ຂົງ​ເຂດ ​ແລະໃນທົ່ວໂລກໄດ້.

ປະທານາທິບໍດີ ໂອບາມາ ເວົ້າວ່າ “ຖ້າ​ຫາກ​ການ​ແຜ່​ລະບາດ
ຫາກ​ບໍ່​ຢຸດໄດ້​ດຽວ​ນີ້ ​ເຮົາສາມາດ​ເບິ່ງ​ເຫັນໄດ້​ວ່າ ອາດມີຫລາຍ
ຮ້ອຍພັນ​ຄົນ​ໄດ້ຕິດ​ເຊື້ອ ໂດຍຈະມີກະທົບ​ຢ່າງເລິກເຊິ່ງ ທາງດ້ານເສດຖະກິດ ການ​ເມືອງ
​ແລະ​ຄວາມ​ໝັ້ນຄົງ ຕໍ່​ພວກ​ເຮົາ​ທຸກ​ຄົນ.” ນ​ອກຈາ​ກຄວບ​ຄຸມ ການແຜ່​ລະບາດຂອງເຊື້ອ
ໄວຣັສ ດັ່ງກ່າວນີ້ແລ້ວ ຍຸດ​ທະ​ສາດ​ຂອງປະທານາທິບໍດີ Obama ຍັງ​ແນ່ໃສ່ ເພື່ອຊ່ວຍ
ບັນເທົາຕໍ່ຄວາມເສຍຫາຍທາງດ້ານເສດຖະກິດ ແລະກາ​ນ​ເມືອງ​ຢູ່​ໃນ​ຂົງ​ເຂດນຳດ້ວຍ. ​
ໄລ​ບີ​ເລຍ ແລະ​ເຊ​ແອຣາ ລີ​ອອນກຳລັງຟື້ນ​ໂຕຄືນມາຈາກ​ສົງຄາມ​ກາງ​ເມືອງ ​ທີ່ໄດ້ສ້າງ
ຄວາມເສຍຫາຍ​ຮ້າຍ​ແຮ​ງ​.

​ ໃນ​ວັນ​ອັງຄານ​ແລ້ວນີ້ ປະທານາທິບໍດີສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້ບັນດາປະ​ເທດ​ຕ່າງໆ
​ປະຕິບັດຕາມຄຳໝັ້ນສັນຍາຂອງ​ເຂົາ​ເຈົ້າ ທີ່ຈະສົ່ງ​ພະນັກງານ​ ອຸ​ບປະກອນ ​ແລະ​ເງິນໃນ
ຈຳນວນເພີ້ມຕື່ມ ​ແລະ​ຖືໂອເອົາກາດນີ້ ເພື່ອຊ່ວຍຊີວິດຜູ້ຄົນໃນຈຳນວນທີ່​ນັບ​ບໍ່​ໄດ້ນັ້ນ.

ວີດີໂອ: ປ. ໂອບາມາຖະແຫລງ ຢູ່ສູນ​ກາງຄວບ​ຄຸມແລະປ້ອງກັນພະຍາດ:

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

XS
SM
MD
LG