ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຢາກເຫັນ ການສະໜອງຕອບ ແບບສ້າງສັນ ຈາກ ຣັດເຊຍ


ສະຫະລັດ ກ່າວ​ວ່າ ສະຫລັດບໍ່ຕ້ອງການ​ຢາກ​ເຫັນ ຣັດ​ເຊຍ ສົ່ງ “ຫລັກສູດ” ​ໃນ​ຊີ​ເຣຍ​ເຂົ້າໄປໃຊ້ໃນອີຣັກ.
ສະຫະລັດ ກ່າວ​ວ່າ ສະຫລັດບໍ່ຕ້ອງການ​ຢາກ​ເຫັນ ຣັດ​ເຊຍ ສົ່ງ “ຫລັກສູດ” ​ໃນ​ຊີ​ເຣຍ​ເຂົ້າໄປໃຊ້ໃນອີຣັກ.

ໂຄສົກ​ກະຊວງ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ສະຫລັດ
ບໍ່ຕ້ອງການ​ຢາກ​ເຫັນ ຣັດ​ເຊຍ ສົ່ງ “ຫລັກສູດ” ​ໃນ​ຊີ​ເຣຍ​
ເຂົ້າໄປໃຊ້ໃນອີຣັກ.

ທ່ານ Mark Toner ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ຫລັງ​ຈາກ
ສະມາ​ຊິກ​ສະພາ ຣັດ​ເຊຍທ່ານນຶ່ງ ກ່າວ​ວ່າ ມົສກູຈະ​ພິຈາ​
ລະນາ ​ຂະຫຍາຍ​ການ​ໂຈມ​ຕີ​ທາງ​ອາ ກາດ​ເຂົ້າໄປໃນອີຣັກ
ຖ້າ​ຫາກ​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ຢ່າງ​ເປັນ​ທາງ​ການ ​ຈາກລັດຖະ
ບານ​ອີຣັກ.

​ອີງ​ຕາມ​ອົງການຂ່າວ Interfax ຂອງຣັດ​ເຊຍ ​ປະທານສະ
ພາສະຫະພັນຣັດ​ເຊຍ ທ່ານນາງ Valentina Matviyenko ກ່າວ​ວ່າ ມົສກູ ຈະ​ພິຈາລະນາ “​ກ່ຽວກັບຄວາມເໝາະສົມທາງດ້ານ​ການ​ເມືອງ ​ແລະ​ການທະຫານ” ​ໃນ​ການເຂົ້າ​ຮ່ວມ
ການປະຕິບັດ​ງານໂຈມຕີທາງ​ອາກາດ ​ໃນອີຣັກ.

ທ່ານນາງ Matviyenko ​ໄດ້​ກ່າວ​ໃນ​ຂະນະ​ທີ່​ພົບ​ປະ​ກັບບັນດາ​ເຈົ້າ​ໜ້າ​ທີ່ ຈໍ​ແດນ ​ໃນ​
ວັນ​ອັງຄານ​ວານນີ້. ທ່ານ​ນາງກ່າວເພີ້​ມ​ເຕີມ​ວ່າ ຣັດ​ເຊຍ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຮ້ອງຂໍ​
ຈາກອີຣັກເທື່ອ.

ທ່ານ Hakim al-Zamili ຫົວໜ້າຄະນະກໍາມະການປ້ອງກັນປະເທດ ແລະ ຄວາມໝັ້ນ
ຄົງ ຢູ່ໃນສະພາແຫ່ງຊາດອີຣັກ ກ່າວຕໍ່ອົງການຂ່າວຣອຍເຕີ້ໃນວັນພຸດມື້ນີ້ວ່າ ອີຣັກ
ອາດຈະຮ້ອງຂໍໃຫ້ຣັດເຊຍຊ່ວຍ ໃນໄລຍະສອງສາມມື້ຫຼືສອງສາມອາທິດຂ້າງໜ້ານີ້ ຂຶ້ນຢູ່ກັບຄວາມສຳເລັດຂອງຣັດເຊຍໃນຊີເຣຍ.

ໃນອາທິດ​ແລ້ວ​ນີ້ ນາຍົກລັດຖະມົນ​ຕີ​ອີຣັກ ທ່ານ Haider al-Abadi ກ່າວ​ວ່າ ທ່ານ​ພໍ​
ໃຈ ​ທີ່​ຈະ​ພິຈາລະນາ ອະນຸຍາດ​ໃຫ້ຣັດ​ເຊຍ ປະຕິບັດງານທາງອາກາດໂຈມ​ຕີເປົ້າ​ໝາຍ​ຂອງກຸ່ມລັດ​ອິສລາມ ຢູ່​ໃນ​ປ​ະ​ເທດ​ຂອງ​ທ່ານ.

ຢູ່​ໃນ​ກາ​ນ​ໃຫ້​ສຳພາດ​ແກ່​ໂທລະ​ພາບ ຝຣັ່ງ 24 ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຄາດວ່າ ກຳລັງ​ແນວໂຮມນາໆຊາດ ທີ່​ນຳພາ​ໂດຍອາ​ເມຣິກັນ ຈະ​ນຳ​ເອົາກຳລັງທາງອາກາດ​ອັນ​ຍິ່ງ​
ໃຫຍ່ເພື່ອມາປົກ​ປ້ອງກຳລັງ​ຂອງ​ພວກ​ເຮົາ.

ທ່ານ​ໄດ້​ກ່າວຢູ່​ນອກ​ກອງ​ປະຊຸມສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດວ່າ “ພວກ​ເຮົາ​ຍັງ​ບໍ່​
ທັນໄດ້ຮັບການປົກປ້ອງເທື່ອ”. ​

ທ່ານ Toner ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ຕ້ອງການ​ຢາກ​ເຫັນຣັດ​ເຊຍ ຫລີ້ນ​ບົດ
​ບາດ “ທີ່​ສ້າງ​ສັນ” ​ໃນ​ການ​ໂຈມຕີ​ເປົ້າໝາຍກຸ່ມລັດ​ອິສລາມ​ ​ໃນ​ຊີ​ເຣຍ. ທ່ານ​ກ່າວ​ເພີ້​ມວ່າ
“​ໃນ​ຂອບເຂດທີ່ກວ້າງຂວາງແລ້ວພວກ​ເຮົາ​ຍັງ​ບໍ່ໄດ້ເຫັນຫຍັງ ​ເທື່ອ.”

Russia Syria
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG