ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ນາງ Susan Rice ​​ເດີນທາງ ​ໄປ​ປັກ​ກິ່ງ ກ່ອນໜ້າ ກອງປະຊຸມ APEC (ວີດີໂອ)


US CHINA CNPK
please wait
Embed

No media source currently available

0:00 0:01:29 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ ທ່ານ​ນາງ
Susan Rice ໄດ້ເດີນທາງ​ໄປ​ເຖິງ​ປັກ​ກິ່ງ ບ່ອນ​ທີ່​ທ່ານ​ນາງ​
ຈະ​ພົບປະ​ກັບ ນັກ​ການ​ທູດ​ຂັ້ນສູງ​ ຊຶ່ງ​ເປັນ​ທີ່​ປຶກສາ​ຂອງ​
ລັດຖະບານຈີນ ທ່ານ Yang Jiechi ​ໃນ​ວັນ​ຈັນມື້​ນີ້ ​ເປັນ​ການ
​ລິ​ເລີ້ມການ​ເດີນທາງລະຍະ​ 3 ມື້ ​ເພື່ອ​ແຜ້ວທາງ​ໃຫ້​ແກ່​ ປະທາ
ນາທິບໍດີ ບາຣັກ ​ໂອບາ​ມາ ຊຶ່ງ​ຈະ​ເດີນທາງ​ໄປຢ້ຽມຢາມ​ໃນ
​ເດືອນ​ພະຈິກ​ນີ້.

ທ່ານ​ນາງ Rice ກ່າວ​ວ່າ​ບັນຫາ​ຕ່າງໆ​ທັງ​ໝົດ ​ທີ່​ສະຫະລັດ
ກຳລັງປະ​ເຊີນ​ໜ້າຢູ່ ​ໃນ​ຂະນະ​ນີ້ ທ່ານໂອ​ບາ​ມາ ​ເຫັນ​ວ່າ ຈີນ
​ເປັນ​ບຸລິມະສິດ ​ແລະ ​ເປັນເຫດຜົນ​ເບື້ອງ​ຕົ້ນ ສຳຫລັບການ​
ໄປຢ້ຽມ​ຢາມ​ຂອງ​ທ່ານ​ນາງ ​Rice ໃນ​ການຖາກ​ຖາງ ລາຍການປະຊຸມ ສຳ​ຫລັບ​ການ​ພົບ
​ປະລະຫວ່າງ ທ່ານ​ໂອ​ບາ​ມາ ​ແລະ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນປິງ ​ໃນ​ລະຫວ່າງ
​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມມື​ເສດຖະກິດ​ເອ​ເຊຍ​ປາ​ຊີຟິກ ຫຼື APEC.

ທ່ານ​ນາງ Susan Rice ​ເວົ້າວ່າ “ຄື​ກັບທ່ານ​ຮູ້ຈັກ​ຢູ່​ແລ້ວວ່າ ສາຍ​ພົວພັນ​ລະຫວ່າງ
ສະຫະລັດ ກັບ​ຈີນ ​ແມ່ນ​ມີ​ຄວາມ​ສຳຄັນ​ສູງ ຕໍ່​ສະຫະລັດ ​ແລະ ​ເມື່ອ​ມີ​ການພົບ​
ປະ​ກັນໃນ​ລະດັບ​ຂັ້ນ​ສູງ ​ແລະ​ສືບ​ຕໍ່​ການ​ເຈລະຈາ​ກັນນັ້ນ ​ແມ່ນ​ຈະ​ຊ່ວຍສະ
ໜອງໃຫ້​ພວກ​ເຮົາ​ສືບ​ຕໍ່​ຄວາມ​ສຳພັນ​ ທີ່​ມີ​ໝາກຜົນ​ແບບ​ເລິກເຊິ່ງ ​ແລະ ການ​
ປະສານ​ງານທີ່​ດີ​ ຊຶ່ງຈຳ​ເປັນ​ສຳ​ຫລັບ​ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ ​ແລະຂອງຈີນ
​ແລະສຳ​ຫລັບ​ຜົນ​ປະ​ໂຫຍ​ດ ຂອງປະຊາ​ຄົມ​ໂລກທັງ​ມວນ.”

ທ່ານນາງ Rice ​ແມ່ນ​ມີ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ ແລະ
ລັດຖະມົນຕີ​ຕ່າງປະ​ເທດຂອງ​ຈີນ ​ໃນ​ວັນ​ອັງຄານ​ມື້​ອື່​ນນີ້ ກ່ອນ​ທີ່​ຈະ​ເດີນທາງ​ກັບ​
ຄືນ​ປະ​ເທດ​ໃນ​ວັນ​ພຸດ.

ຈີນ​ຈະ​ເປັນ​ເຈົ້າພາບ​ຈັດ​ ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມມື​ເສດຖະກິດ​ເອ​ເຊຍ​ປາ​ຊີຟິກ
ຫຼື APEC ​ໃນ​ວັນ​ທີ 10 ​ແລະ 11 ເດືອນ​ພະຈິກ ຢູ່​ນະຄອນຫລວງ​ປັກ​ກິ່ງ. ບັນດາຜູ້ນຳ ລັດຖະບານ​ ຈາກ 21 ປະ​ເທດ ຈະ​ເຂົ້າຮ່ວມ ​ໃນກອງ​ປະຊຸມ​ດັ່ງກ່າວ​ນີ້. ປັກ​ກິ່ງ​ຍັງ​ໄດ້​ເຊື້ອ​
ເຊີນ​ຜູ້ນຳ​ຈາກ​ອິນ​ເດຍ ​ແລະ ມົງ​ໂກ​ເລຍ ອີກ​ດ້ວຍ.

XS
SM
MD
LG