ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ພົບປະກັບ ບັນດາເຈົ້າໜ້າທີ່ ຈີບູຕີ


ທ່ານ John Kerry ເດິນທາງອອກຈາກ ນະຄອນ Nairobi ໄປສູ່ ສະໜາມບິນນາໆຊາດ Djibouti-Ambouli.
ທ່ານ John Kerry ເດິນທາງອອກຈາກ ນະຄອນ Nairobi ໄປສູ່ ສະໜາມບິນນາໆຊາດ Djibouti-Ambouli.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກຳລັງ​
ຢູ່​ທີ່​ປະ​ເທດ Djibouti ​ໃນ​ແຫລ​ມກ້ຳ​ຕາ​ເວັນ​ອອກ​ຂອງ​ອາ​ຟຣິກາ
ຫລື Horn of Africa ເພື່ອ​ພົບ​ປະ​ກັບ ​ບັນ​ດາ​ເຈົ້າ​ໜ້າ​ທີ່ລັດຖະ
ບານ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ທະຫານ​ສະຫະລັດ ທີ່ປະຈຳການ​ຢູ່ໃນ​
ປະ​ເທດ ທີ່​ເປັນອະດີດ​ຫົວ​ເມືອງ​ຂື້ນ​ຂອງຝຣັ່ງ​ແຫ່ງ​ນັ້ນ.

ນຶ່ງ​ມື້ ​ຫລັງ​ຈາກ​ໄດ້​ເປັນ ລັດຖະທົນ​ຕີຕ່າງປະ​ເທດ ສະຫະລັດ ຄົນ
​ທຳ​ອິດ ທີ່ໄປຢ້ຽມຢາມ Somalia ທ່າ​ນ Kerry ​ໄດ້ເປັນ​ຄົນ​ທຳ​ອິດ
ທີ່​ໄປ​ຢ້ຽມຢາມ Djibouti ​ເຊັ່ນ​ກັນ.

ທ່ານ Kerry ​ໄດ້​ພົບປະ​ກັບ ປະທານາທິບໍດີ Ismail Omar Guelleh ​ແລະ ລັດຖະມົນຕີ
ຕ່າງປະ​ເທດ Mahamoud Ali Youssouf ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ທ່ານ​ໄດ້ກ່າວ​
ຂອບໃຈພວກ​ທ່ານ ທີ່​ໄດ້​ໃຫ້ການ​ຊ່ວ​ເຫລືອແກ່ ຊາວ​ອາ​ເມຣິກັນ ຫລາຍ​ຮ້ອຍຄົນທີ່ໄດ້
ຫລົບໜີ​ໄປ​ລີ້​ໄພຄວາ​ມຮຸນ​ແຮງ ຢູ່​ໃນເຢ​ເມັນ ທີ່​ຕັ້ງຢູ່່ຄົນ​ລະຟາກ​ອ່າວ Aden ກັບ Djibouti ນັ້ນ.

Secretary of State Kerry Meets With Djibouti President, FM
please wait

No media source currently available

0:00 0:01:29 0:00
ລິງໂດຍກົງ

ທ່ານ Kerry ຍັງ​ມີ​ນັດ​ໝາຍໃນ​ເວລາ​ຕໍ່​ມາ ​ພົບ​ປະ​ກັບບັນດາ​ເຈົ້າ​ໜ້າ​ທີ່ທະຫານສະຫະລັດ ຢູ່​ທີ່​ຄ້າຍ Lemmonier. ຖານ​ທັບ​ແຫ່ງ​ນີ້​ຂອງສະຫະລັດ ​ໃນ Djibouti ອະດີດ​ຫົວ​ເມືອງ​ຂື້ນ​ຂອງຝຣັ່ງ ​ໄດ້​ກາຍ​ມາ​ເປັນ​ພາກສ່ວນ​ອັນ​ສຳຄັນ ​ຂອງ​ການ​ມີ​ໜ້າ​ຂອງທະຫານ​ສະຫະ
ລັດ ຢູ່ພາກ​ຕາ​ເວັນ​ອອກ​ກາງ ​ແລະພາກ​ຕາ​ເວັນ​ອອກ ຂອງອາ​ຟຣິກາ.

ຈາກ Djibouti ທ່ານ Kerry ຈະເດີນທາງ​ຕໍ່ໄປ​ຍັງ ຊາ​ອຸ​ດີ ອາ​ເຣ​ເບຍ ​ໃນ​ວັນ​ພຸດ​ມື້​ນີ້. ​ໃນ​
ທ້າຍ​ອາ​ທິດ​ນີ້ ທ່ານຈະ​ເດີນທາງ​ໄປປະ​ເທດ​ຝຣັ່ງ ​ເພື່ອ​ສົນທະນາ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​
ຂອງ​ຂົງ​ເຂດ ​ແລະ​ປະກອບສ່ວນ​ໃນພິທີຂີດ​ໝາຍການສີ້​ນສຸດລົງ​ຂອງ​ສົງຄາມ​ໂລກ ຄັ້ງ​ທີ
2 ຢູ່​ໃນ​ຢູໂຣບ. ​

U.S. Kerry Somalia Visit
please wait

No media source currently available

0:00 0:04:11 0:00

XS
SM
MD
LG