ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາ​ສະມາຊິກ ພັກຣີພັບ​ບລີ​ກັນ ສຫລ ສືບຕໍ່ ໂຈມຕີ ຂໍ້ຕົກລົງກັບອີຣ່ານ


ທ່ານ Mitt Romney
ທ່ານ Mitt Romney

ບັນດາ​ສະມາຊິກ ພັກຣີພັບ​ບລີ​ກັນ ​ໃນ​ສະຫະລັດ ສືບ​ຕໍ່​ຕຳ​ໜິ
ຕິ​ຕຽນ ຂໍ້​ຕົກລົງ​ຂັ້ນຕົ້ນ ກັບ​ອີຣ່ານ ຂອງປະທານາທິບໍດີ ບາຣັກ
​ໂອ​ບາ​ມາ​ ເພື່ອ​ຍັບ​ຍັ້ງໂຄງການ​ພັດທະນາ​ນິວ​ເຄລຍ ຂອງ
ອີຣ່ານນັ້ນ.

ທ່ານ Mitt Romney ຜູ້​ທີ່​ເສຍ​ໄຊ ​ໃນການ​ເລືອກ​ຕັ້ງ ປະທານາ
ທິບໍດີ ​ຄັ້ງ​ປີ 2012 ​ໃຫ້​ທ່ານ ​ໂອ​ບາ​ມາ ກ່າວ​ຖະ​ແຫລ​ງຕໍ່​ລາຍການ
​ໂທລະ​ພາບ Fox News Sunday ວ່າ ຂໍ້​ຕົກລົງ​ທີ່ ສະຫະລັດ
​ແລະ ບັນດາ 5 ​ປະ​ເທດມະຫາ​ອຳນາດ ໄດ້ເຈລະຈາ​ກັບ​ອີຣ່ານ
ໄປ​ແລ້ວນັ້ນ “ບໍ່​ແມ່ນຂໍ້​ຕົກລົງ ​ແບບ​ທີ່​ຈະ​ປົກ​ປ້ອງ​ພວກ​ເຮົາ ​
ແລະ ປະຊາກອນ​ໃນ​ທົ່ວ​ໂລກ.”

ທ່ານ Romney ​ໄດ້​ຮຽກຮ້ອງ​ໃຫ້​ໃຊ້​ ການ​ລົງ​ໂທດທາງ​ເສດຖະກິດ ທີ່ເຄັ່ງ​ຂັດກວ່າ ອັນ​ທີ່
ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ​ແລະ ສະຫະ​ປະຊາ​ຊາດ ​ໄດ້ປະກາດ​ໃຊ້ຕໍ່​ອີຣ່ານ​ໄປ​ແລ້ວນັ້ນ ​
ໃນ​ຄວາມ​ພະຍາຍາມ​ເພື່ອ ຍັບ​ຍັ້ງ Tehran ຈາກ​ການ​ພັດທະນາ​ອາ​ວຸດ​ນິວ​ເຄລຍ. ທ່ານ
Romney ​ເວົ້າວ່າ “ການ​ບໍ່​ມີ​ຂໍ້​ຕົກລົງ​ກັນ​ເລີຍ ຍັງ​ດີ​ກ່ວາ​ການ​ມີຂໍ້​ຕົກລົງ​ທີ່​ບໍ່​ດີ​.”

ສ່ວນຜູ້​ແທນ​ສະພາ​ສູງ ທ່ານ John McCain ຜູ້​ທີ່​ ທ່ານ ໂອ​ບາ​ມາ ​ໄດ້​ເອົາ​ຊະນະ ​ໃນ​
ການ​ເລືອກ​ຕັ້ງປີ 2008 ກໍ​ໄດ້​ໂຈມ​ຕີ ຂໍ້​ຕົກລົງ​ນັ້ນ​ເຊັ່ນ​ກັນ ​ຢູ່​ໃນ​ຄຳຖະ​ແຫລ​ງ​ສະບັບ​ນຶ່ງ
ໃນ​ວັນ​ເສົາ​ຜ່ານ​ມາວ່າ “ມັນ​ປະຕິ​ເສດ​ບໍ່​ໄດ້​ວ່າ ສຳ​ເນົາຂໍ້​ຕົກລົງ​ ທີ່ລັດຖະບານໂອ​ບາ
​ມາ ​ໄດ້​ອະທິບາຍ ​ໂດຍ​ສັງ​ເຂ​ບນັ້ນ ​ແມ່ນ​ຫ່າງ​ໄກ ​ແລະ​ ແຕກ​ຕ່າງ​ຫຼາຍ ຈາກອັນ​ທີ່
ໄດ້​ບັນ​ລະ​ຍາຍ​ ໂດຍ ຜູ້ນຳ​ສູງ​ສຸດທາງ​ສາສະໜາ ຂອງ​ອີຣ່ານ ທັງ​ໃນ​ເລື້ອງ ການ
ກວດສອບ​ ການ​ຜ່ອນຜັນ​ມາດ​ຕະການ​ລົງ​ໂທດ ​ແລະບັນຫາທີ່ສຳຄັນຫຼາຍອື່ນ​ໆ​ອີກ.”

​ໃນ​ການ​ຖະ​ແຫລ​ງຢູ່​ໃນ​ລາຍການ​ຂ່າວ​ໂທລະພາບ ​ເມື່ອ​ວັນ​ອາທິດ​ວານ​ນີ້ ລັດຖະມົນຕີ​
ຕ່າງປະ​ເທດ Kerry ​ກ່າວ​ວ່າ ​ຂໍ້​ຕົກ​ລົງເລື້ອງ​ໂຄງ​ຮ່າງ​ຂອງ​ສັນຍາ​ທີ່​ຈະ​ເຮັດ​ຂຶ້ນ​ກັບ​ອີຣ່ານ
ນັ້ນ ​ແມ່ນ​ອັນ​ທີ່​ສະຫະ​ລັດ​ໄດ້​ຊີ້​ແຈງ ໄປ​ແລ້ວນັ້ນ. ທ່ານ​ກ່າວ​ຕື່ມອີກວ່າ ຣັດ​ເຊຍ​ກໍ​ໄດ້​ອອກ
ຖະ​ແຫລ​ງການ​ ສະບັບ​ນຶ່ງ ທີ່​ກ່າວວ່າ ​ຂໍ້​ແທ້​ຈິງ​ຕ່າງໆ ກ່ຽວ​ກັບ​ຂໍ້​ຕົກລົງ​ຕາມ​ທີ່​ສະຫະລັດ
ໄດ້ກ່າວ​ໄປ​ນັ້ນ ​ແມ່ນ​ຖືກຕ້ອງ​ແລ້ວ.

Kerry to Push House, Senate for Iran Nuclear Support
please wait

No media source currently available

0:00 0:01:47 0:00


XS
SM
MD
LG