ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ຫວນລະນຶກເຖິງ ຄວາມກ້າວໜ້າ ໃນດ້ານ ສິດທິພົນລະເມືອງ (ວີດີໂອ ພາສາລາວ)


US Reflects on Civil Rights
please wait

No media source currently available

0:00 0:02:28 0:00

​ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະອະດີດ
ປະທານາທິບໍດີ George W. Bush ໄດ້ເຂົ້າຮ່ວມພິທີ ລະນຶກ
ເຖິງວັນຄົບຮອບ 50 ປີທີ່ຕຳຫຼວດໄດ້ທຸບຕີພວກເດີນຂະບວນ ຮຽກຮ້ອງເອົາສິດທິພົນລະເມືອງຢ່າງສັນຕິທີ່ເມືອງ Selma ລັດ
Alabama. ເຫດການດັ່ງກ່າວ ໄດ້ກາຍມາເປັນທີ່ຮູ້ກັນວ່າ ວັນ
ອາທິດທີ່ນອງເລືອດ. ວັນຄົບຮອບນີ້ ແມ່ນຖືເປັນໂອກາດ ລະ
ນຶກເຖິງຄວາມກ້າວໜ້າດ້ານສິດທິພົນລະເມືອງທີ່​ໄດ້​ຮັບມາໃນ
ໄລຍະ 50 ປີ. ດັ່ງທີ່ Marcus Harton ຜູ້ສື່ຂ່າວວີໂອເອ ລາຍ
ງານມາກໍ​ແມ່ນ​ວ່າມັນຍັງເປັນໂອກາດເພື່ອທົບທວນເບິ່ງຄວາມ
ບໍ່ສະເໝີພາບທີ່ຍັງມີຢູ່ຕໍ່ມາ ໃນເວລານີ້ ດັ່ງໄພສານຈະນຳເອົາ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ:

ພວກເດີນຂະບວນໃນປີ 1965 ແມ່ນພາກັນຮຽກຮ້ອງໃຫ້ຍຸດຕິໃນການຈຳແນກກີດກັນຕໍ່ ບັນດາຜູ້ມີສິດປ່ອນບັດ ຊາວເມຣິກັນ ເຊື້ອສາຍອາຟຣິກາ. ພາບການໃຊ້ຄວາມຮຸນແຮງ ຂອງຕຳຫຼວດໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ຊາວອາເມຣິກັນແລະສ້າງ​ຄວາມສະໜັບ
ສະ ໜຸນຕໍ່ກົດໝາຍຕ່າງໆ ທີ່ຫ້າມບໍ່ໃຫ້ມີການຈຳແນກກີດກັນຕໍ່ຜູ້ມີສິດປ່ອນບັດ.

ທ່ານໂອບາມາ ໄດ້ສະແດງຄວາມຄຳນັບ ຕໍ່ພວກນັກເຄື່ອນໄຫວ ທີ່ຊ່ອຍແຜ້ວທາງທີ່ທ່ານ ໄດ້ເດີນຕາມໄປຍັງທຳນຽບຂາວ ແລະຮັບຮູ້ເຖິງການຈຳແນກກີດກັນ ທີ່ຍັງມີຢູ່ຕໍ່ມາ ຢູ່ໃນ ສະຫະລັດ.

ປະທານາທິບໍດີໂອບາມາ ກ່າວວ່າ “ພວກເຮົາຮູ້ດີວ່າການເດີນຂະບວນຍັງບໍ່ທັນແລ້ວ ເສັດເທື່ອ ການແຂ່ງຂັນຍັງບໍ່ທັນຊະນະເທື່ອ ແລະການໄປ​ໃຫ້ເຖິງປາຍທາງທີ່ໄດ້
ຕັ້ງໄວ້ ບ່ອນທີ່ພວກເຮົາຈະ​ຖືກຕີລາຄາ ໂດຍລັກສະນະນິໄສໃຈຄໍຂອງພວກເຮົາ
ນັ້ນ ບັງຄັບໃຫ້ພວກ​ເຮົາ​ຕ້ອງຍອມຮັບ​ໃນ​ເລື້ອງ​ນີ້.”

ທ່ານໂອບາມາ ໄດ້ຊີ້ໃຫ້ເຫັນເຖິງລາຍງານຂອງກະຊວງຍຸຕິທຳເມື່ອອາທິດ​ແລ້ວ​ນີ້ກ່ຽວກັບ ການປະຕິບັດຂອງຕຳຫລວດທີ່ເມືອງ Ferguson ລັດ Missouri ບ່ອນທີ່ໄດ້ມີການໂຮມ ຊຸມນຸມປະທ້ວງເປັນເວລາຫຼາຍໆອາທິດ ລຸນຫລັງການສັງຫານໜຸ່ມນ້ອຍຜິວດຳຄົນນຶ່ງ ທີ່ ບໍ່ມີອາວຸດໂດຍຕຳຫຼວດຜິວຂາວ ໃນລະຫວ່າງການປະເຊີນໜ້າກັນນັ້ນ. ລາຍງານພົບວ່າ ຕຳຫຼວດໃນເມືອງ Ferguson ໄດ້ລ່ວງລະເມີດສິດທິຂອງພົນລະເມືອງຊາວຜິວດຳຢູ່ເປັນ ປະຈຳ.

ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Colin Powell ກ່າວວ່າ ທ່ານບໍ່ໄດ້ ແປກໃຈເລີຍກ່ຽວກັບການກ່າວຫາທີ່ວ່າມີການຈຳແນກກີດກັນໃນການປະຕິບັດງານຂອງ ຕຳຫຼວດນັ້ນ.

Highlights From President Obama's Speech in Selma
please wait

No media source currently available

0:00 0:02:01 0:00

ທ່ານ Powell ກ່າວວ່າ “ຂ້າພະເຈົ້າຮູ້ດີວ່າ ເລື້ອງເຫລົ່ານີ້ຍັງມີຢູ່ ໃນຫຼາຍເຂດຂອງ ປະເທດ. ມັນບໍ່ຄວນເປັນເລື້ອງທີ່ແປກເລີຍ ສຳຫລັບພວກເຮົາທຸກຄົນ.”

ທ່ານ Powell ເວົ້າວ່າ ຜູ້ບັນຊາການຕຳຫຼວດຢູ່ໃນທົ່ວສະຫະລັດຄວນຈະກວດສອບເບິ່ງ ຂັ້ນຕອນແລະພາກປະຕິບັດຕ່າງໆຂອງ​ກົມ​ກອງຂອງ​ຕົນ ເພື່ອກຳຈັດການປະຕິບັດຕໍ່ປະ ຊາຊົນກຸ່ມນ້ອຍ ແບບບໍ່ຍຸດຕິທຳ. ທ່ານ James Knowles ເຈົ້າຄອງກຳແພງເມືອງ Fer-
guson ກ່າວວ່າ ທ່ານໄດ້ດຳເນີນການດັ່ງກ່າວນັ້ນໄປແລ້ວໃນຂະນະທີ່ທ່ານຕັດສິນໃຈວ່າ ຈະຮັບມືກັບການຕຳໜິຕິຕຽນຕໍ່ກຳລັງຕຳຫຼວດຂອງທ່ານແບບໃດ.

ທ່ານ Knowles ກ່າວວ່າ “ຂ້າພະເຈົ້າຄິດວ່າ ສິ່ງສຳຄັນທີ່ສຸດໃນເວລານີ້ ກໍຄື ອ່ານ ລາຍງານນັ້ນ ຊອກເບິ່ງບ່ອນໃດ ທີ່ໄດ້ມີການປະຕິບັດ​ຢ່າງຜິ​ດພາດ ແລະລັກສະ ນະຕະຫຼອດທັງການກະທຳ ແລະການຄຸ້ມຄອງທີ່ພວກເຮົາຄວນ​ໄດ້​ຈັດ​ຕັ້ງ​ຂຶ້ນ​ມາ ແລະຕ້ອງມີໄວ້ເພື່ອຄ້ຳປະກັນວ່າພວກເຮົາຈະປົກປ້ອງຄວາມປອດໄພແລະສິດທິ
ພົນລະເມືອງຂອງທຸກໆຄົນທີ່​ເຂົ້າ​ມາ​ຍັງເມືອງ Ferguso ແລະອາໄສຢູ່ໃນເມືອງ
Ferguson.”

ທີ່ເມືອງ Selma ປະທານາທິບໍດີ ໂອບາມາ ກ່າວວ່າ ມັນເປັນຮ່ອງຮອຍ ຂອງຄວາມກ້າວ
ໜ້າ ທີ່ວ່າການຈຳແນກກີດກັນຂອງຕຳຫຼວດ ທີ່ເມືອງ Ferguson ບໍ່ໄດ້ຮັບການສະໜັບ ສະໜຸນໂດຍກົດໝາຍ ຫຼືປະເພນີດັ່ງທີ່ເຄີຍເປັນມາ ເມື່ອ 50 ປີກ່ອນພຸ້ນ. ທ່ານຮຽກຮ້ອງ ໃຫ້ປະຊາຊົນຊາວອາເມຣິກັນທຸກໆຄົນດຳເນີນງານໄປສູ່ການກຳຈັດຄວາມບໍ່ສະເໝີພາບ ທາງດ້ານເຊື້ອຊາດຜິວພັນ.

XS
SM
MD
LG