ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ປະກາດ ໃຫ້ການຊ່ວຍເຫຼືອ ເພີ້ມເຕີມ ແກ່ເນປານ ອີກ 9 ລ້ານໂດລາ


ເດັກນ້ອຍເນປານຄົນນຶ່ງ ທີ່ໄດ້ຮັບບາດເຈັບ ໄດ້ຮັບການຊ່ວຍ ເຫລືອຈາກທະຫານ ອອກຈາກເຮືອບິນເຮລິຄອບເຕີ ອິນເດຍ.
ເດັກນ້ອຍເນປານຄົນນຶ່ງ ທີ່ໄດ້ຮັບບາດເຈັບ ໄດ້ຮັບການຊ່ວຍ ເຫລືອຈາກທະຫານ ອອກຈາກເຮືອບິນເຮລິຄອບເຕີ ອິນເດຍ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​
ໃນ​ວັນ​ຈັນ​ວານ​ນີ້ວ່າ ສະຫະລັດ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ເພີ້​ມ
​ເຕີມ​ອີກ 9 ລ້ານ​ໂດ​ລາ ​ແກ່ ເນ​ປານ ທີ່ຖືກທຳລາຍຈາກແຜ່​ນ
ດິນ​ໄຫວ.

ເງິນຊ່ວຍເຫລືອເພີ້ມເຕີມນີ້ ເຮັດໃຫ້ການ​ຊ່ວຍເຫລືອທັງ​ໝົດ
ຕົກເປັນເງິນ 10 ລ້ານ​ໂດ​ລາ ​ທີ່ສະຫະລັດ​ໄດ້​ປະກາດໄປແລ້ວ
​ນັບ​ແຕ່ໄດ້ເກີດ​ແຜ່ນດິນ​ໄຫວ​ໃນ ວັນ​ເສົາທີ່​ຜ່ານມາ ທີ່​ເຮັດ​ໃຫ້
ຫລາຍ​ກວ່າ 3,700 ຄົນ​ເສຍ​ຊີວິດ.

ຖະ​ແຫລງການ ຂອງ​ອົງການຢູ​ເສດສະຫະລັດ ກ່າວ​ວ່າ​ ​ເງິນ​ດັ່ງ
ກ່າວ​ຈະ​ນຳ​ໄປ​ໃຊ້ໃນ​ການ​ຊ່ວຍ​ເຫລືອ ​ບັນເທົາທຸກໂດຍ​ທັນທີ ຮວມທັງ​ການປະຕິບັດງານ​ຊອກ ຄົ້ນຫາແລະກູ້​ໄພແລະ​ສະໜອງ​ທີ່ຢູ່​ອາ​ໄສ​ສຸກ​ເສີນ ນຳ້​ສະອາດ ​ແລະ​ຄວາມ​ສະອາດ​ຕ່າງໆ.ອ້າງ​ອີງ​ຕາມຖະແຫລ​ງການ​ ຂອງອົງການ​ຢູ​ເສດແລ້ວ ການ​ຊ່ວຍ​ເຫ​ລື​ອນີ້ ຍັງ​ຈະ
ນຳໃຊ້ສຳຫລັບການ​ຟຶ້ນໂຕຄືນ​ຂອງ​ເນ​ປານ​ໃນ​ລະຍະ​ຍາວ ​ໂດ​ຍການ​ສ້າງ “​ຄູ່​ຮ່ວມງານ​ອັນ​ຍາວ​ນານ ​ແລະ​ການ​ຊ່ວຍເຫລື​ອດ້ານການພັດ ທະນາ.”

ການ​ຊ່ວຍເຫລືອ​ໃນທັນ​ທີແມ່ນ​ຮວມທັງ ການນຳ​ໃຊ້ໜ່ວຍ​ກູ້​ໄພ​ແຜ່ນດິນ​ໄຫວ​ຊັ້ນ​ແນວໜ້າ
ທີ່​ຕັ້ງ​ຢູ່ໃນລັດເວີ​ຈີ​ເນຍ. ໜ່ວຍ​ກູ້​ໄພນີ້ມີຊະ​ມາ​ຊິກ 56 ຄົນ ​ໄດ້​ຖືກ​ສົ່ງ​ໄປເນ​ປານ ໃນ​ວັນ​
ອາທິດ​ແລ້ວ​ນີ້ ພ້ອມ​ດ້ວຍ ບັນດາ​ເຈົ້າ​ໜ້າ​ທີ່ ອົງການ​ຢູ​ເສດ ຈຳນວນ​ນຶ່ງ.

ທ່ານ Chuck Ryan ຮອງ​ຫົວໜ້າໜ່ວຍດັບ​ເພີງ​ກ່າວ​ວ່າ “ໜ່ວຍກູ້​ໄພພິ​ເສດ​ ຈາກ​ເຂດ
ເມືອງ Fairfax ລັດ​ເວີ​ຈີ​ເນຍ ໃກ້​ກັບ​ນະຄອນຫລວງວໍ​ຊິງ​ຕັນ ​ໄດ້​ “ນຳ​ເອົາຄວາມສາມາດ​
ໃນການຊອກ​ຄົ້ນ ຄວາມສາມາດໃນການຂຸດຄົ້ນ ຄວາ​ມ ສາມາດໃນການເຂົ້າໄປຫາຜູ້ຄົນ
ທີ່ຖືກຖົມໄວ້ຢູ່່ຕາມຊາກ​ຫັກ​ພັງ ​ຊ່ວຍຜູ້ຄົນ​ອອກ​ມາຈາກ​ຊາກຫັກພັງ ​ແລະມອບເຂົາເຈົ້າ
ໃຫ້ແກ່ໜ່ວຍປິ່ນປົວພະຍາບານ​ທີ່​ມີ​ຄຸນ​ນະ​ວຸດ​ທິ.”

ໜ່ວຍ​ກູ້ໄພອີກກຸ່ມ​ນຶ່ງ ທີ່​ໄດ້​ຮັບການ​ເຝິກ​ແອ​ບ​ເປັນ​ພິ​ເສດ ຈາກ​ນະຄອນ Los Angeles
ກໍກໍາລັງ​ມຸ້ງ​ໜ້າ​ໄປ​ຊ່ວຍ ໃນ​ຄວາມ​ພະຍາ​ມຊອກຄົ້ນ​ຫາແລະ​ກູ້​ໄພ ​ຢູ່ທີ່ເນປານເຊັ່ນ​ດຽວ​ກັນ.

Nepal Cremates Victims, Coordinates Aid
please wait

No media source currently available

0:00 0:03:04 0:00

XS
SM
MD
LG