ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຊ່ວຍເຫຼືອລາວ ໃນມູນຄ່າ $1.5 ລ້ານ ສຳຫລັບ ໂຄງການພັດທະນາ ເພື່ອທົດແທນ ການປູກຝິ່ນ


ພິທີການລົງນາມໃນຂໍ້ຕົກລົງ ເພື່ອໃຫ້ການຊ່ວຍເຫຼືອແກ່ລາວ ໃນໂຄງການພັດທະນາທາງເລືອກອື່ນ ເພື່ອທົດແທນ ການປູກຝິ່ນ ຢູ່ໃນເຂດແຂວງຫົວພັນ ໂດຍມີທ່ານ Daniel A. Clune ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳລາວ ລົງນາມຮ່ວມກັບ ທ່ານກຸ ຈັນສີນາ ປະທານຄະນະ
ກຳມະການກວດກາ ແລະຄວບຄຸມຢາເສບຕິດ ແຫ່ງຊາດລາວ.
ພິທີການລົງນາມໃນຂໍ້ຕົກລົງ ເພື່ອໃຫ້ການຊ່ວຍເຫຼືອແກ່ລາວ ໃນໂຄງການພັດທະນາທາງເລືອກອື່ນ ເພື່ອທົດແທນ ການປູກຝິ່ນ ຢູ່ໃນເຂດແຂວງຫົວພັນ ໂດຍມີທ່ານ Daniel A. Clune ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳລາວ ລົງນາມຮ່ວມກັບ ທ່ານກຸ ຈັນສີນາ ປະທານຄະນະ ກຳມະການກວດກາ ແລະຄວບຄຸມຢາເສບຕິດ ແຫ່ງຊາດລາວ.

ທາງການສະຫະລັດ ໃຫ້ການຊ່ວຍເຫຼືອທາງການລາວ ໃນມູນຄ່າ
1 ລ້ານ 5 ແສນດອນລາສຳຫລັບໂຄງການພັດທະນາ ທາງເລືອກ
ເພື່ອທົດແທນ ການປູກຝິ່ນ ຢູ່ໃນເຂດ ແຂວງຫົວພັນ ເປັນເວລາ
3 ປີຕິດຕໍ່ກັນ.

ການລົງນາມໃນຂໍ້ຕົກລົງ ເພື່ອໃຫ້ການຊ່ວຍເຫຼືອແກ່ລາວສຳຫລັບ ໂຄງການພັດທະນາທາງເລືອກ ເພື່ອທົດແທນການປູກຝິ່ນ ຢູ່ໃນເຂດແຂວງຫົວພັນ ໄດ້ມີຂຶ້ນເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ Daniel A. Clune ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳລາວ ລົງນາມຮ່ວມກັບ ທ່ານກຸ ຈັນສີນາ ປະທານຄະນະກຳມະການ ກວດກາ ແລະຄວບຄຸມຢາເສບຕິດ ແຫ່ງຊາດລາວ.

ໂດຍການຊ່ວຍເຫຼືອໃນຄັ້ງນີ້ ມີມູນຄ່າລວມ 1 ລ້ານ 5 ແສນດອນລາ ຊຶ່ງແບ່ງເປັນ 1 ລ້ານ
ສຳຫລັບການດຳເນີນງານ ໃນລະຍະ 2 ປີທຳອິດ ກັບອີກ 5 ແສນ ສຳຫລັບການດຳເນີນ
ງານ ໃນປີທີ 2-3 ພາຍໃຕ້ເປົ້າໝາຍ ທີ່ຈະລົບລ້າງການປູກຝິ່ນ ດ້ວຍການແກ້ໄຂບັນຫາ ຄວາມຍາກຈົນຂອງປະຊາຊົນລາວ ໃນເຂດ 2 ເມືອງຂອງແຂວງຫົວພັນ ທີ່ຍັງຄົງພາກັນ
ລັກລອບປູກຝິ່ນ ຢູ່ໃນປັດຈຸບັນນີ້.

ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫລືອແກ່ລາວ ໃນໂຄງການ ດັ່ງກ່າວນີ້ ນັບແຕ່ປີ
1989 ເປັນຕົ້ນມາ ໂດຍຄິດເປັນມູນຄ່າ ການຊ່ວຍເຫລືອ ລວມຫລາຍກວ່າ 33 ລ້ານ
ດອນລາ ທີ່ໄດ້ປະກອບສ່ວນຢ່າງສຳຄັນ ເຂົ້າໃນການຫລຸດຜ່ອນ ບັນຫາຄວາມທຸກຈົນ
ຂອງປະຊາຊົນລາວ ໃນເຂດແຂວງຫົວພັນ ຜົ້ງສາລີ ແລະ ຫລວງພະບາງ ທັງກໍຍັງມີສ່ວນ
ເຮັດໃຫ້ການປູກຝິ່ນ ໃນແຂວງ ພາກເໜືອຂອງລາວ ລົດລົງຈາກ 27,000 ກວ່າເຮັກຕາ
ໃນປີ 1989 ມາເປັນ 1,500 ເຮັກຕາ ໃນປີ 2005 ອີກດ້ວຍ.

ທາງການສະຫະລັດ ຍັງໄດ້ໃຫ້ການຊ່ວຍເຫຼືອ ໃນການພັດທະນາປັບປຸງ ການບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະທຳຄວາມຜິດ ກ່ຽວກັບຢາເສບຕິດ ແລະ ການຍົກລະດັບ ປະສິດທິພາບ ການບຳບັດຜູ້ຕິດຢາເສບຕິດ ຢູ່ສູນບຳບັດ ຕ່າງໆ.
ທາງການສະຫະລັດ ຍັງໄດ້ໃຫ້ການຊ່ວຍເຫຼືອ ໃນການພັດທະນາປັບປຸງ ການບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະທຳຄວາມຜິດ ກ່ຽວກັບຢາເສບຕິດ ແລະ ການຍົກລະດັບ ປະສິດທິພາບ ການບຳບັດຜູ້ຕິດຢາເສບຕິດ ຢູ່ສູນບຳບັດ ຕ່າງໆ.

ນອກຈາກນັ້ນ ທາງການສະຫະລັດ ຍັງໄດ້ໃຫ້ການຊ່ວຍເຫຼືອ
ໃນການພັດທະນາປັບປຸງ ການບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະທຳ
ຄວາມຜິດກ່ຽວກັບຢາເສບຕິດ ແລະ ການຍົກລະດັບປະສິດ
ທິພາບ ການບຳບັດຜູ້ຕິດຢາເສບຕິດ ຢູ່ສູນບຳບັດຕ່າງໆ ທັງໃນ
ເຂດນະຄອນຫລວງວຽງຈັນ ແລະຕ່າງແຂວງ ໃນທົ່ວປະເທດອີກ
ດ້ວຍ ທັງນີ້ໂດຍຖືເປັນໂຄງການຕໍ່ເນື່ອງ ທີ່ທາງການສະຫະລັດ
ໄດ້ໃຫ້ການຊ່ວຍເຫຼືອ ແກ່ລາວນັບແຕ່ປີ 1989 ເປັນຕົ້ນມາ ແລະ
ຈົນເຖິງປັດຈຸບັນນີ້ ກໍປາກົດວ່າທາງການສະຫະລັດ ໄດ້ໃຫ້ການ
ຊ່ວຍເຫຼືອແກ່ລາວ ໃນການແກ້ໄຂບັນຫາ ກ່ຽວກັບຢາເສບຕິດ
ຄິດເປັນມູນຄ່າລວມ ຫລາຍກວ່າ 45 ລ້ານດອນລາ ແລ້ວ.

ທາງດ້ານທ່ານກຸ ກໍໄດ້ຖະແຫລງຍອມຮັບວ່າ ການຊົມໃຊ້ ແລະ
ລັກລອບຄ້າຢາເສບຕິດໄດ້ເປັນບັນຫາ ທີ່ມີລະດັບຄວາມຮຸນແຮງເພີ້ມ ຂຶ້ນຢ່າງຕໍ່ເນື່ອງ
ທັງໃນຕົວເມືອງ ແລະ ເຂດຊົນນະບົດຂອງລາວ ຊຶ່ງຈະເຫັນໄດ້ ຈາກການຈັບກຸມແກ໊ງ
ຄ້າຢາເສບຕິດໄດ້ເຖິງ 2,140 ກວ່າຄົນ ຈາກ 1,581 ກໍລະນີໃນຮອບ 1 ປີ ທີ່ຜ່ານມາ
ທັງຍັງໄດ້ລົງໂທດຕໍ່ຜູ້ກະທຳຄວາມຜິດ ໃນຂັ້ນສູງສຸດ ທີ່ກຳນົດໄວ້ໃນ ກົດໝາຍອີກດ້ວຍ.

ຍິ່ງໄປກວ່ານັ້ນ ການດຳເນີນມາດຕະການດັ່ງກ່າວນີ້ ກໍຍັງໄດ້ມີການນຳໃຊ້ ຕໍ່ບັນດາເຍົາ
ວະຊົນ ທີ່ຕິດຢາ ຫຼື ເປັນນັກຄ້າຢາເສບຕິດລາຍຍ່ອຍ ທີ່ເຄີຍຖືກຈັບກຸມ ແລະ ຜ່ານການ
ສຶກສາອົບຮົມມາແລ້ວ ແຕ່ກໍຍັງບໍ່ມີການປະພຶດຕົວໃຫ້ດີຂຶ້ນ ແຕ່ຢ່າງໃດ ດັ່ງທີ່ເຈົ້າໜ້າທີ່
ຝ່າຍປາບປາມຢາເສບຕິດຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ພວກຢາບ້າ ມັນກໍພົບຄວາມຫຍຸ້ງຍາກ ບາງຄົນກະເອົາໄປ ດັດສ້າງ ບາງຄົນກໍ
ເອົາໄປດຳເນີນຄະດີຫຼາຍຄັ້ງ ອອກມາກໍບໍ່ມີການປ່ຽນແປງ ພວກນີ້ນິ ຖ້າເຫັນນີ້ ຈະດຳເນີນການຈັບກຸມໂລດ ເພາະວ່າມັນມີການກະທຳຜິດແລ້ວ.”

ສ່ວນສູນບຳບັດຄົນຕິດຢາທັງ 9 ແຫ່ງກໍໄດ້ຮອງຮັບເຍົາວະຊົນ ທີ່ຕິດຢາຈຳນວນທັງໝົດ 6,600 ກວ່າຄົນ ແຕ່ເກີນກວ່າ 60 ເປີເຊັນ ທີ່ຜ່ານການບຳບັດ ໄປແລ້ວນັ້ນ ໄດ້ກັບຄືນໄປ
ເສບຢາອີກເທື່ອໃໝ່ ຈຶ່ງເຊື່ອວ່າ ໃນຕະຫລອດປີ 2014 ນີ້ ຈະມີເຍົາວະຊົນລາວຕິດຢາບ້າ
ເພີ້ມຂຶ້ນ ເປັນຫຼາຍກວ່າ 1 ແສນຄົນຢ່າງແນ່ນອນ.

XS
SM
MD
LG