ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກການເມືອງ ສຫລ ແນເປົ້າໃສ່ ຜູ້ມີສິດປ່ອນບັດ ເອເຊຍ


US Political Parties Eye Asian American Vote
please wait

No media source currently available

0:00 0:03:34 0:00

ຊາວ​ເອ​ເຊຍ ແມ່ນ​ເປັນ​ຊົນ​ກຸ່ມ​ນ້ອຍ ທີ່​ມີ​ການ​ເຕີບ​ໃຫ​ຍ່​ຂະ​ຫ​ຍາຍ
​ໂຕ​ໄວ​ທີ່​ສຸດ ​ຢູ່​ໃນ​ສະ​ຫະ​ລັດ​ ແລະ​ບັນ​ດານັກ​ລັດ​ຖະ​ສາດ ກ່າວ​ວ່າ
​ເຂົາ​ເຈົ້າ​ເລີ້ມ​ມີ​ອິດທິ​ພົນ ​ຕໍ່​ການ​ເມືອງຂອງ​ອາ​ເມ​ຣິ​ກາ​ແລ້ວ. ພວກ
​ນັກ​ການ​ເມືອງ​ຈາກ​ທັງ​ສອງ​ພັກ ພວມ​ຮຽກ​ຮ້ອງ​ໄປ​ຍັງ​ຊາ​ວ​ອາ​ເມ​ຣິ
​ກັນ​ເຊື້ອ​ສາ​ຍ​ເອ​ເຊຍເພື່ອ​ຂໍ​ຄະ​ແນນ​ສຽງຈາກ​ເຂົາ​ເຈົ້າໃນ​ລະ​ຫວ່າງ​
ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ການ​ດຳລົງ​ຕຳ​ແໜ່ງຂອງປະທານາທິບໍ
ດີ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 4 ພະ​ຈິກ​ອາ​ທິດ​ໜ້າ. ແຕ່ວ່າການ​ຊັກ​ຊວນ
​ໃຫ້​ເຂົາ​ເຈົ້າ​ໄປ​ປ່ອນ​ບັດ​ນັ້ນກໍ​ມີ​ບັນ​ຫາ​ທ້າທາຍ​ຢູ່. Elizabeth Lee
ມີ​ລາຍ​ງານ​ ກ່ຽວ​ກັບ​ເລື່ອງນີ້ ດັ່ງ​ໄພ​ສານ ຈະ​ນຳ​ມາສ​ະ​ເໜີ​ທ່ານໃນ
​ອັນ​ດັບ​ຕໍ່​ໄປ.

ທີ່​ລັດ​ແຄ​ລີ​ຟໍ​ເນຍ ພວກ​ອາ​ສາ​ສະ​ໝັກຫາ​ສຽງ​ຊຶ່ງ​ມີ​ຕັ້ງ​ແຕ່​ຊາວ
​ຈີນ ໄປ​ຫາ​ຊາວ​ກຳ​ປູ​ເຈຍພາກັນ​ໂທ​ລະ​ສັບ ໄປ​ຫາ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍຢູ່​ໃນ
​ເຂດ​ນະ​ຄອນ​ລອ​ສ​ແອນ​ຈີ​ລິ​ສເພື່ອຂໍ​ຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າໄປປ່​ອນ​ບັດ. ທ່ານ​ນາງ Tan
zila Ahmed ນັກ​ຊ່ຽວ​ຊານດ້ານ​ການ​ປ່ອນ​ບັດກ່າວ​ວ່າ ດັ້ງ​ເດີມ​ແລ້ວພວກ​ນັກ​ການເມືອ​ງ
​ບໍ່ເຄີຍໃຫ້​ຄວາ​ມ​ສຳ​ຄັນແກ່​ພວກ​ມີ​ສິດ​ເລືອກຕັ້ງ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ.

“ນຶ່ງ​ໃນ​ບັນ​ຫາ​ໃຫ​ຍ່​ສຸດ​ກໍ​ຄື​ຜູ້​ຄົນ​ຄິດ​ວ່າ ຊາວ​ເອ​ເຊຍ​ເປັນ​ກຸ່ມ​ນຶ່ງ​ດຽວ​ທີ່​ໃຫ​ຍ່​ທີ່​ສຸດ
ແຕ່​ພວກ​ເຮົາ​ບໍ່​ແມ່ນ ພວກ​ເຮົາ​ແມ່ນ​ແຕກ​ຕ່າງ​ກັນຫລາຍ.”

ແຕ່​ນາງ Ahmed ເວົ້າ​ວ່າ ແຕ່​ມີ​ບາງ​ສິ່ງ​ບາງ​ຢ່າງ​ ໄດ້​ປ່ຽນ​ແປງ​ໄປ ສຳ​ລັບ​ການເລືອກ​ຕັ້ງ
ໃນຄັ້ງ​ນີ້.

“ຂ້ອຍ​ຄິດ​ວ່າ ນີ້​ແມ່ນ​ເທື່ອ​ທຳ​ອິດ ທີ່​ເຮົາ​ໄດ້​ເຫັນ​ ພວກ​ນັກ​ການ​ເມືອງ​ພາກັນ​ຢຸດ
ຄິດ ​ແລະເວົ້າ​ວ່າ ‘ດຽວ​ກ່ອນ ຄົນ​ພວກ​ນີ້ແມ່ນ​ໃຜ? ເຮົາ​ຈະ​ເອົາເຂົາ​ເຈົ້າ​ເຂົ້າ​ມາ​
ເປັນ​ພາກ​ສ່ວນ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງຂອງ​ພວກ​ເຮົາເອົາມາ​ເປັນ​ພາ​ກ​ສ່ວນ​
ນຶ່ງ​ ຂອງ​ພັກ​ການ​ເມືອງ​ພວກ​ເຮົາໄດ້​ແນວໃດ?”

ທ່ານ​ນາງ Judy Chu ສະ​ມາ​ຊິກ​ສະ​ພາ​ຕ່ຳ ສະ​ຫະ​ລັດ ຈາກ​ລັດແຄລີ​ຟໍ​ເນຍ ຊຶ່ງເປັນ​ປະ
ທານ​ຄະ​ນະ​ຜູ້​ແທນ​ຈາກ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ ກ່າ​ວ​ວ່າ ນັ້ນ​ກໍ​ຍ້ອນ​ວ່າບັນ​ດາ​ຜູ້​ມີ​ສິດ​ປ່ອນ​
ບັດ​ຊາວອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ​ເລີ້ມ​ມີ​ອິດທິ​ພົນ​ຫຼາຍ​ຂຶ້ນ​ຕໍ່​ຜົນ​ການ​ເລືອກ​ຕັ້ງ​ໃນ​ທົ່ວ
​ປະ​ເທດ.

“ຢູ່​ໃນ​ບາງ​ລັດ​ນັ້ນ ເຂົາ​ເຈົ້າ​ເປັນ​ຜູ້​ມອບ​ຄະ​ແນນ​ສຽງ​ ລື່ນ​ກັນ​ພຽງ​ເລັກ​ນ້ອຍ ທີ່​ນຳ
ໄຊ​ຊະ​ນະມາ​ໃຫ້ ເຊັ່ນ​ວ່າໃນ ລັດ​ເນ​ວາ​ດາ​ ແລະ​ເວີ​ຈີ​ເນຍ ພວກ​ເຂົາ​ເຈົ້າ​ແມ່ນ​ຈຳ ນວນສ່ວນຮ້ອຍ​ ທີ່​ເພີ້​ມຂຶ້ນ​ເລື້ອຍໆ ທີ່​ສາ​ມາດ​ມີ​ອິດ​ທິ​ພົ​ນ​ ຕໍ່​ຜົນ​ຂອງ​ການ​ເລືອກ​
ຕັ້ງ​ທີ່​ມີ​ຄະ​ແນນ​ສຽງ​ໃກ້​ຄຽງ​ກັນຫຼາ​ຍ.”

ທ່ານ​ນາງ Chu ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັ​ທ ແມ່ນ​ລົງ​ສະ​ໝັກ​ເລືອກ​ຕັ້ງ​ເພື່ອ​ແຂ່ງຂັນ​ເອົາ​ຕຳ​
ແໜ່ງ​ຕື່ມ​ອີກ ໃນ​ເຂດ​ທີ່​ມີ​ຊາວ​ເອ​ເຊຍ​ປາ​ຊີ​ຟິກ​ປະ​ກອບ​ເປັນ​ເກືອບ ໔໐ ເປີ​ເຊັນນັ້ນ. ທ່ານ​
ນາງ​ເວົ້າ​ວ່າ ສຳ​ລັບ​ພວກ​ນັກ​ການ​ເມືອງ​ ພາ​ສາ​ແມ່ນ​ນຶ່ງ​ໃນ​ບັນ​ຫາ​ຂັດ​ຂວາງ​ທີ່​ໃຫ​ຍ່​ທີ່ສຸດຕໍ່
​ການ​ຍື່ນ​ມື​ໄປ​ຫາປະ​ຊາ​ຄົມ​ເອ​ເຊຍນັ້ນ.

“ສຳ​ລັບຫລ​າຍໆຄົນ​ແລ້ວ ອັງ​ກິດ​ບໍ່​ແມ່ນ​ພາ​ສາ​ປາກ​ເວົ້າ​ທີ ໑ ຂອງ​ເຂົາ​ເຈົ້າ ແລະ
ນັ້ນ​ໝາຍ​ຄວາມ​ວ່າ ຖ້​າ​ພວກ​ເຮົາ​ຈະ​ເຮັດ​ເອກ​ກະ​ສານ​ກ່ຽວ​ກັບ​ການ​ປ່ອນ​ບັດ​ ມັນ​
ກໍ​ຄວນ​ຈະ​ຖືກ​ແປ​ເປັນ​ພາ​ສາ​ຕ່າງໆ.”

ນອກນັ້ນ​ແລ້ວ ​ກໍ​ມີ​ສື່ມວນ​ຊົນ​ຂອງ​ຊົນ​ກຸ່ມ​ນ້ອຍ​ຫຼາຍໆ​ກຸ່ມ​. ທ້າວ David Artan ຈາກ​ອິນ​
ໂດ​ເນ​ເຊຍ ​ກ່າວ​ວ່າ ນັ້ນ​ຄື​ບ່ອນ​ທີ່​ລາວ​ໄດ້​ຮັບ​ຂ່າວ​ຕ່າງໆ.

“ຕາມ​ປົກ​ກະ​ຕິ​ແລ້ວແມ່ນຈາກວາ​ລະ​ສານ ກໍ​ຄືວາ​ລະ​ສານ​ຂອງ​ປະ​ຊາຄົມ​ຊາວ​ອິນ​
ໂດ​ເນ​ເຊຍ.”

ການ​ຢັ່ງ​ຫາງ​ສຽງ ​ສະ​ແດງ​ໃຫ້​ເຫັນ​ວ່​າ ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ ພາກັນ​ປ່ອນ​ບັດ
ໃຫ້ພັກ​ເດ​ໂມ​ແຄ​ຣັດ​ ຫຼາຍກວ່າ​ ພັກ​ຮີ​ພັບ​ບ​ລີ​ກັນ. ແຕ່ນ​າງ Allison Watanabe ສະ​ມາ​
ຊິກ​ຂອງ​ພັກເດ​ໂມ​ແຄ​ຣັ​ທ ກ່າວ​ວ່າ ນາງ​ຈ​ະ​ບໍ່​ປ່ອນ​ບັດ​ເອົາຜູ້​ສະມັກ​ເລືອກ​ຕັ້ງ​ ຍ້ອນ​ເຫດ
ຜົນ​ພຽງແຕ່ວ່າ ​ຜູ້ກ່ຽວເປັນ​ຄົນ​ເອ​ເຊຍ​ເທົ່າ​ນັ້ນ.

“ຈະ​ບໍ່​ປ່ອນ​ເອົາ​ເດັດ​ຂາດ ຖ້າ​ຜູ້​ສະ​ໝັກ​ບໍ່​ມີ​ຄ່າ​ນິຍົມ ​ແບບ​ດຽວກັບ​ຂ້ອຍ.”

ນັກ​ລັດ​ຖະ​ສາດ Morris Levy ກ່າວວ່າ ມີຊາວອາເມຣິກັນເຊື້ອສາຍເອເຊຍເປັນຈຳນວນ ຫຼວງຫຼາຍ ທີ່ບໍ່ໄດ້ລະບຸຕົນເອງວ່າ ສັງກັດພັກການເມືອງໃດນຶ່ງ.

“ແມ່ນ​ແຕ່ໃນໝູ່ ບັນດາຜູ້ມີສິດປ່ອນບັດ ທີ່ໄດ້ລົງຄະແນນສຽງ ໃຫ້ແກ່ພັກເດໂມ
ແຄຣັທໃນລະຫວ່າງການເລືອກຕັ້ງ 2 – 3 ຄັ້ງຜ່ານມານີ້ກໍຕາມ ຫຼາຍໆຄົນຍັງລັງ
ເລໃຈ ທີ່ຈະເວົ້າວ່າ ຂ້ອຍເປັນສະມາຊິກພັກເດໂມແຄຣັທ.”

ທັງສອງພັກການເມືອງ ຕ່າງກໍພະຍາຍາມຫາທາງ ເພື່ອໃຫ້ໄດ້ຮັບຄະແນນສຽງ ຈາກ​ຊາວ
​ອາ​ເມຣິກັນ ເຊື້ອສາຍເອ​ເຊຍ. ທ່ານ Shawn Steel ສັງກັດຢູ່ໃນຄະນະກຳມະການແຫ່ງ ຊາດຂອງພັກຣີພັບບລີກັນ ມີ​ຄວາມ​ເຫັນ​ວ່າ.

“​ເຂົາ​ເຈົ້າ​ເປັນກຸ່ມຄົນເຂົ້າເມືອງທີ່ປະສົບຄວາມສຳເລັດຫຼາຍທີ່ສຸດຊຶ່ງສາມາດປັບ ໂຕຢູ່ໃນອາເມຣິກາ ໄດ້ໄວທີ່ສຸດ ແລະມີປະສິດທິຜົນຫຼາຍທີ່ສຸດ. ​ເຂົາ​ເຈົ້າ​ເປັນ​ສິ່ງ​
ທີ່​ດີ​ທີ່​ສຸດ ສຳລັບການປ່ຽນແປງ ຂອງພັກຣີພັບບລີກັນ ບໍ່ແມ່ນພຽງແຕ່ໃຫ້ເຂົາເຈົ້າ ປ່ອນບັດເອົາເທົ່ານັ້ນ ແຕ່ໃຫ້ເຂົາເຈົ້າເປັນຜູ້ນຳພາພັກຣີພັບບລີກັນນຳດ້ວຍ.”

ພັນລະຍາຂອງທ່ານ ຄືທ່ານນາງ Mitchelle Steel ແມ່ນນຶ່ງໃນບັນດາຜູ້ສະໝັກຫລາຍໆ ຄົນຂອງພັກຣີີພັບບລີກັນ ທີ່ລົງແຂ່ງຂັນເອົາຕຳແໜ່ງຢູ່ໃນທັງ​ລະດັບ​ລັດ ແລະລະດັບທ້ອງ ຖິ່ນໃນລັດແຄລີຟໍເນຍ. ທ່ານນາງພວມລົງສະໝັກແຂ່ງຂັນເອົາຕຳແໜ່ງນຶ່ງໃນລັດຖະບານ
ຂອງເຂດເມືອງ Orange ຫລື Orange County.

ທ່ານນາງ Michelle Steel ກ່າວວ່າ “ຄະນະກຳມະການແຫ່ງຊາດ ຂອງພັກຣີພັບບລີ ກັນ ກຳລັງຈັບຕາເບິ່ງ ເຂດ Orange County ຍ້ອນວ່າ ມີແມ່ຍິງເອເຊຍ 4 ຄົນ ລົງແຂ່ງຂັນແລະນັ້ນຈະພາໃຫ້ມີການປ່ຽນແປງໂສມໜ້າຂອງພັກຣີີພັບບລີກັນດ້ວຍ.”

​ແນວ​ໃດ​ກໍ​ຕາມ ເຖິງແມ່ນຈຳນວນຜູ້ມີສິດປ່ອນບັດ ຊາວອາເມຣິກັນເຊື້ອສາຍເອເຊຍ ຈະ ເຕີບໃຫຍ່ຂະຫຍາຍໂຕກໍຈິງແຕ່ຫລາຍໆຄົນຍັງຈະສືບຕໍ່ບໍ່ທັນມີການຕັດສິນໃຈໃນໄລຍະ ສັ້ນເທື່ອ ອີງຕາມອາຈານລັດຖະສາດ Levy.

“ເຮົາຍັງມີພວກຄົນເຂົ້າເມືອງເປັນຈຳນວນຫຼວງຫຼາຍ ດັ່ງນັ້ນໃນຂະນະທີ່ເຮົາສືບ
ຕໍ່ຊຸກຍູ້ໃຫ້ກຸ່ມທີ່ອາດເປັນຜູ້ມີສິດປ່ອນບັດໃໝ່ ແລະປະຊາຊົນຈຸໃໝ່ ທີ່ພວມເລີ້ມ
ຊອກຫາຕຳແໜ່ງໃນລະບົບການເມືອງສະຫະລັດນີ້ ກໍແມ່ນມີທ່າທາງວ່າ ເປີເຊັນ
ຂອງພວກທີ່ຍັງບໍ່ມີການຕັດສິນໃຈຢູ່ໃນໄລຍະສັ້ນ ​ແມ່ນ​ຈະ​ມີ​ເພີ້​ມຂຶ້ນ.”

ທ່ານ​ກ່າວ​ວ່າ ການຍາດແຍ່ງເອົາຄະ​ແນນ​ສຽງຂອງເຂົາເຈົ້າ ແມ່ນໝາຍຄວາມວ່າ ບັນດາ ພັກການເມືອງ ຕ້ອງໄດ້ຍື່ນມືໄປຫາປະຊາຄົມກຸ່ມຕ່າງໆ ຂອງຊາວເອເຊຍ ແລະ​ເອົາຜູ້ສະ ໝັກ ທີ່ເປັນຄົນອາເມຣິກັນເຊື້ອສາຍເອເຊຍລົງແຂ່ງຂັນນຳ.

US Parties Face Challenge Motivating Hispanic Voters
please wait

No media source currently available

0:00 0:03:02 0:00

XS
SM
MD
LG