ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ອະນຸມັດ ໃຫ້ບິນ​ສອດແນມ ເທິງ​ເຂດນ່ານຟ້າ ຂອງ​ຊີ​ເຣຍ (ວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຖະແຫລງຕໍ່ສື່ຂ່າວ ຢູ່ທີ່ ເມືອງ Edgartown ລັດ Massachusatts.
ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຖະແຫລງຕໍ່ສື່ຂ່າວ ຢູ່ທີ່ ເມືອງ Edgartown ລັດ Massachusatts.

ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ທຳນຽບຂາວ ຄົນ​ນຶ່ງ​ກ່າວ​ວ່າ ປະທານາ
ທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ອະນຸຍາດ ​ໃຫ້ທຳ
ການບິນ​ສອດແນມ ເທິງ​ເຂດນ່ານຟ້າ​ຂອງ​ຊີ​ເຣຍ.

​ເຈົ້າໜ້າ​ທີ່​ຄົນນີ້ ​ກ່າວໃນຕອນ​ແລງ​ຂອງ​ວັນຈັນ​ວານ​ນີ້ວ່າ ທ່າ​ນ​
ໂອ​ບາ​ມາ ຍັງບໍ່​ໄດ້​ອະນຸມັດ​ການປະຕິບັດ​ງານ​ທາງ​ທະຫານ​ໃດໆ
​ແຕ່​ວ່າ ສະຫະລັດ ພວມກະກຽມ​ທາງ​ເລືອກດ້ານທະຫານ ​ເພື່ອ​ຕໍ່
ຕ້ານ​ພວກ​ນັກ​ລົບ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ທີ່​ໄດ້ເຂົ້າ​ຢຶດ​ເອົາ​ເນື້ອ
ທີ່​ອັນ​ກວ້າງ​ຂວາງ ໃນພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ​ແລະພາກ​
ເໜືອ​ ​ພ້ອມ​ທັງ ພາກ​ຕາ​ເວັນ​ຕົກຂອງອີຣັກນຳດ້ວຍ.

​ເຮືອບິນ​ລົບຂອງ​ສະຫະລັດ ​ໄດ້​ປະຕິບັດ​ງານ​ໂຈມ​ຕີ​ທາງອາກາດ ຢູ່​ໃນ​ອີຣັກ ​ເພື່ອ​ຊ່ວຍ
​ເຫຼືອ ກອງ​ກຳລັງ​ອີຣັກ​ ແລະ​ຊາວເຄີ​ດ ຢຶດ​ເອົາເຂດ​ແດນຄືນຈາກ​ພວກ​ຫົວ​ຮຸນ​ແຮງ ລວມ
ທັງ ເຂື່ອນ​ໄຟຟ້າ​ພະລັງ​ນ້ຳ Mosul ຊຶ່ງ​ເປັນ​ບ່ອນ​ສະໜອງ​ພະລັງ​ໄຟຟ້າ ​ທີ່ສຳຄັນໃຫ້​ແກ່
ຊາ​ວອີຣັກນັ້ນ.

ບັນດາ​ເຈົ້າໜ້າ​ທີ່ທຳນຽບຫ້າ​ແຈ ​ໄດ້ໃຫ້​ຄວາມ​ເຫັນ​ວ່າ ຈຳເປັນຈະຕ້ອງ ໄດ້ທຳການ​ໂຈມ​ຕີ
ກຸ່ມ​ລັດ​ອິສລາມ ຢູ່​ໃນ​ທັງ​ສອງ​ປະເທດ ຄືອີຣັກແລະ ຊີເຣຍ.

ການ​ປະຕິ​ງານ​ທາງ​ທະຫານທີ່ວ່ານີ້​ແມ່ນ​ຈະເຮັດ​ໃຫ້​ມີ​ຄວາມ​ສັບສົນຍ້ອນ​ ສົງຄາມ​ກາງ​ເມືອງ ​ທີ່ກຳລັງດຳເນີນຢູ່​ໃນ​ຊີ​ເຣຍ​. ບັນດາ​ເຈົ້າໜ້າ​ທີ່ທຳ ນຽບຂາວ ກ່າວ​ວ່າ ທ່ານໂອ​ບາ​ມາ ບໍ່​ຢາກ​ໃຫ້​ການໂຈມຕີຂອງ​ສະຫະ ລັດ​ນີ້ ​ເບິ່ງຄືວ່າ​ ເປັນ​ການ​ຊ່ວຍປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ຜູ້​ທີ່​ໄດ້​ຖິ້ມ​ໂທດຊ້ຳແລ້ວຊ້ຳອີກ​ໃສ່​ພວກ “ກໍ່​ການ​ຮ້າຍ” ສຳ​ຫລັບ​ບັນຫາຂັດແຍ້​ງ ທີ່​ໄດ້​ດຳເນີນມາ ຢູ່ໃນ​ປະ​ເທດ​ຂອງ​ທ່ານ ​ເປັນ​ເວລາ ຫຼາຍກວ່າ 3 ປີ​ແລ້ວນັ້ນ.

SYRIA VOSOT
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG