ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາກຕາເວັນອອກສຽງເໜືອ ສະຫະລັດ ຕຽມຮັບມື ກັບພາຍຸຫິມະ ທີ່ເປັນໄປໄດ້


ພວກລົດກຳລັງແລ່ນຂ້າມຂົວ George Washington ທີ່
ນະຄອນນີວຢອກ .
ພວກລົດກຳລັງແລ່ນຂ້າມຂົວ George Washington ທີ່ ນະຄອນນີວຢອກ .

ກົມ​ອຸ​ດຕຸ​ນິຍົມ​ວິທະຍາ​ແຫ່ງ​ຊາດ​ສະຫະລັດ ​ໄດ້​ອອກ​ຄຳ​ເຕືອນ
​ກ່ຽວ​ກັບ​ພາຍຸ​ຫິມະ ສຳ​ຫລັບ​ບໍລິ​ເວນ​ນະ​ຄອນ​ໃຫຍ່ໆ​ ຫຼາຍ​ແຫ່ງ​
ຢູ່​ທາງພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ປະ​ເທດ ວ່າ​ຈະມີ​ຫິມະ​
ຕົກ​ໜັກ ​ແລະ ລົມ​ພາຍຸ​ແຮງ ທີ່​ຄາດ​ກັນ​ວ່າ​ຈະ​ສົ່ງ​ຜົນ​ກະທົບ​ຢູ່
​ຂົງ​ເຂດ​ດັ່ງກ່າວ ໃນວັນ​ຈັນ​ມື້​ນີ້ ​ແລະ ວັນ​ອັງຄານ​ມື້​ອື່ນ.

ຫິມະຫຼາຍກວ່າ 60 ຊັງ​ຕິ​ແມັດ ອາດ​ຕົກລົງ​ໃສ່​ຫົວ​ເມືອງ​ໃຫຍ່​
​ແລະ ຫົວ​ເມືອງ​ນ້ອຍຕ່າງໆ ຈາກນະຄອນ New York ຫາ
Boston ​ແລະ ​ຕົກເຂົ້າ​ເຖິງພາກ​ຕາ​ເວັນ​ອອກ​ຂອງ Canada.

ລະບົບ​ພາຍຸທີ່​ຂັບ​ດັນ​ອອກ​ມາ​ຈາກ​ພາກ​ກາງຂອງ​ສະຫະລັດ
ຍັງ​ຄາດ​ກັນ​ວ່າ​ຈະ​ນຳ​ເອົາ​ຫິມະລົງມາທາງໃຕ້ໄກຈົນ​ເຖິງນະຄອນຫລວງ Washington D.C. ​ແຕ່​ນະຄອນຫລວງ​ແຫ່ງ​ຊາດສ່ວນ​ໃຫຍ່​ຈະ​ຖືກ​ລະ​ເວັ້ນຈາກ​ສະພາບ “ຂາວ​ໝົດ”
ທີ່​ມີ​ການ​ຄາດ​ຄະ​ເນ​ໄວ້​ ສຳ​ຫລັບ​ຈຸດ​ຕ່າງໆ​ຢູ່​ທາງ​ພາກ​ເໜືອ​ສຸດ​ນັ້ນ.

ການ​ສັນຈອນໄປມາ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ດ້ວຍ​ລົດ ລົດ​ໄຟ ​ແລະ ​ເຮືອບິນ ​ແມ່ນ
​ຄາດ​ກັນ​ວ່າ ຈະ​ມີ​ການ​ລົບກວນ​ຢ່າງ​ໜັກໜ່ວງ ​ໃນ​ຂະນະ​ທີ່​ພະຍຸ​ດັ່ງກ່າວ​ນັ້ນ ພັດຜ່ານ​ຂຶ້ນ
ມາ​ທາງແຄມຝັ່ງພາກ​ຕາ​ເວັນ​ອອກ. ລົມ​ທີ່​ພັດ​ແຮງ ນອກ​ຝັ່ງ​ມະຫາ​ສະມຸດ Atlantic ຍັງ​ອາດຈະ​ກໍ່​ໃຫ້​ເກີດ​ມີ​ນ້ຳຖ້ວມ​ຕາມ​ແຄມ​ຝັ່ງອີກໄດ້.

ຫິມະ​ທີ່​ຄາດ​ກັນ​ໄວ້​ລ່ວງ​ໜ້າວ່າ​ ຈະຕົກລົງ​ມາຈາກພະຍຸຫິມະ​ນັ້ນ ​ແມ່ນ​ຈະຕິດຕາມມາ
ດ້ວຍ ພາຍຸ​ຫິມະ​ລູກນ້ອຍ ທີ່​ຈະ​ນຳເອົາ​ຫິມະມາ​ຕົກ​ໃສ່​ໃນບາງ​ບໍລິ​ເວນ​ດຽ​ວກັນນັ້ນ ຫຼາຍ
ຊັງ​ຕີແມັດຕື່ມ​ອີກ ຊຶ່ງ​ຄາດ​ກັນ​ວ່າ ຈະ​ມີ​ຜົນ​ກະທົບ​ໃນ​ອີກ​ມື້​ນຶ່ງສອງ​ມື້​ຂ້າງ​ໜ້າ​ນີ້. ​

XS
SM
MD
LG