ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ລົບ​​ເກົ່າ ໜ່ວຍ​ກ້າ​ຕາຍ ກອງທັບເຮືອ ສຫລ ກ່າວວ່າ ລາວເປັນຜູ້ສັງຫານ Bin Laden


ຊາວບ້ານ ກຳລັງ ຫຼຽວເບິ່ງ ເຮລິຄອບເຕີທະຫານ ທີ່ບິນຢູ່ເທິງ ບ່ອນຫລົບ​ລີ້ ຂອງ Osama bin Laden ຜູ້ນຳ​ກຸ່ມກໍ່​ການ​ຮ້າຍ al-Qaida ທີ່ຖືກຍິງຕາຍ ໃນເມືອງ Abbottabad ປະເທດປາກິສຖານ.
ຊາວບ້ານ ກຳລັງ ຫຼຽວເບິ່ງ ເຮລິຄອບເຕີທະຫານ ທີ່ບິນຢູ່ເທິງ ບ່ອນຫລົບ​ລີ້ ຂອງ Osama bin Laden ຜູ້ນຳ​ກຸ່ມກໍ່​ການ​ຮ້າຍ al-Qaida ທີ່ຖືກຍິງຕາຍ ໃນເມືອງ Abbottabad ປະເທດປາກິສຖານ.

ນັກ​ລົບເກົ່າ ຈາກໜ່ວຍ​ກ້າຕາຍ ຂອງກອງທັບ​ເຮືອ​ສະຫະລັດ
ຄົນ​ນຶ່ງ ກ່າວ​ວ່າ ລາວ​ແມ່ນ​ຜູ້ໂຈມຕີ ໃນຕອນ​ກາງຄືນ ​ທີ່ໄດ້​ຍິງ
​ສັງຫານ ທ້າວ Osama bin Laden ຜູ້ນຳ​ກຸ່ມກໍ່​ການ​ຮ້າຍ
al-Qaida ຢູ່​ທີ່​ບ່ອນ​ຫລົບລີ້​ ໃນ​ປາ​ກິ​ສຖານ ​ເມື່ອ​ປີ 2011
ຜ່ານ​ມາ.

ຊື່​ຂອງ​ລາວ​ໄດ້​ຖືກ​ປິດ​ລັບ​ມາ​ ເປັນ​ເວລາຫຼາຍກວ່າ 3 ປີແລ້ວ
​ແຕ່ ທ່ານ Robert O’Neil ບອກ​ກັບບັນດາອົງການ​ຂ່າວຂອງ​
ສະຫະລັດ​ວ່າ ລາວເປັນຜູ້​ຍິງ​ປືນ​ສາມ​ລູກ ໃສ່ bin Laden ທີ່
​ຖືກໜ້າຜາກ 2 ລູກ ​ແລະ ຕິດຕາມ​ດ້ວຍລູກ​ທີ​ສາມ ໃນ​ເວລາ
ຜູ້ກ່ຽວ​ລົ້ມລົງໃສ່ພື້ນຕໍ່ໜ້າ​ຕຽງ​ນອນ ຢູ່ເຮືອນຂອງລາວ ​ໃນ​ເມືອງ
Abbottabad ປະເທດ​ປາ​ກິ​ສຖານ.

ທ່ານ O’Neil ກ່າວ​ວ່າ ລາວ​ຢູ່ໃກ້ໆຜູ້ທຳອິດ ຂອງແຖວໜ່ວຍ​ກ້າ​ຕາຍ Navy ​SEAL ທີມທີ 6 ທີ່​ບຸກ​ເຂົ້າ​ໄປ​ໃນບ່ອນຫລົບ​ລີ້ ຂອງ bin Laden ​ແລະ ​ໄດ້​ປະ​ເຊີນ​ໜ້າ​ກັບ​ຜູ້​ວາງ​ແຜນ​ໂຈມ​ຕີ​ສະຫະລັດ ຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ເມື່ອ​ປີ 2001 ທີ່​ໄດ້​ສັງຫານເກືອບ 3,000 ຄົນ.

ທ່ານ O’Neil ​ເວົ້າວ່າ ໜ່ວຍ​ກ້າ​ຕາຍ​ SEAL ຄົນທຳ​ອິດທີ່​ໄດ້ໄປ​ເຖິງ​ຫ້ອງ​ຂອງ bin Laden ​ນັ້ນ ໄດ້ຍິງ​ຜູ້ກ່ຽວໃນທັນທີແຕ່​ປາກົດ​ວ່າ​ບໍ່​ຖືກ​ ກ່ອນ​ໜ້າ​ລາວ​ໄດ້​ເຫັນ bin Laden ຜ່ານ​ທາງ​ກ້ອງ ​ທີ່ສາມາດແນມ ເຫັນໃນຕອນ​ກາງຄືນ​ ຂອງ​ລາວນັ້ນ.

ທ່ານ O’Neil ​ໄວ 38 ປີ ກ່າວ​ຕໍ່​ໄປ​ວ່າ ຢ່າງ​ນ້ອຍ ມີສະມາຊິກຂອງ​ໜ່ວຍກ້າຕາຍ SEAL
ອີກ​ສອງ​ຄົນ ​ໄດ້​ຍິງ​ bin Laden ຕື່ມ​ອີກ​ ​ລວມທັງ Matt Bissonnette ຜູ້​ທີ່​ໄດ້​ຂຽນ​ປຶ້ມ​
ຫົວ​ນຶ່ງ​ອອກ​ມາ​ກ່ອນ​ໜ້າ​ນີ້ ກ່ຽວ​ກັບ​ການ​ໂຈມ​ຕີ ທີ່​ມີ​ຊື່ວ່າ No Easy Day ຫຼື ບໍ່​ມີ​ມື້​ງ່າຍ​ດາຍ.

BIN LADEN SHOOTER CNPK
please wait

No media source currently available

0:00 0:01:14 0:00

XS
SM
MD
LG