ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ເຄື່ອນໄຫວ ເພື່ອຢຸດເຊົາໃຊ້ ລະເບີດຝັງດິນ ເທື່ອລະຂັ້ນ


ທະຫານອັຟການິສຖານ Ali Raza ອາຍຸ 30 ປີ ກຳລັງຊອກຫາ ລະເບີດຝັງດິນ
ທະຫານອັຟການິສຖານ Ali Raza ອາຍຸ 30 ປີ ກຳລັງຊອກຫາ ລະເບີດຝັງດິນ

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ກ່າວ​ວ່າ ສະຫະລັດ ​ກຳລັງ​ເຄື່ອນ​
ໄຫວ​ເພື່ອ​ຢຸດເຊົາ ​ການເກັບ​ສະ​ສົມລະ​ເບີດຝັງ​ດິນ ທີ່ໃຊ້ເພື່ອຕໍ່
ຕ້ານ​ມະນຸດ.

ລັດຖະບານທ່ານ Obama ກ່າວ​ວ່າ ສະຫະລັດຈະ​ບໍ່​ຜະ​ລິດ ຫລື
​ຊື້ມາ ລະ​ເບີດ​ຝັງ​ດີ​ນຕໍ່ຕ້ານບຸກຄົນ ອີກ​ຕໍ່​ໄປແລ້ວ ​ແລະໃນ​ທີ່​ສຸດ
ກໍມີ​ແຜນທີ່​ຈະເຂົ້າເປັນພາຄີຂອງສົນທິສັນຍານາໆຊາດເພື່ອ
ເກືອດຫ້າມການນຳໃຊ້ອາວຸດດັ່ງກ່າວນີ້.

ການ​ປະກາດ​ໃນ​ວັນ​ສຸກວານ​ນີ້ ​ມີຂື້ນ​ຢູ່​ກອງປະຊຸມ ທີ່​ເມືອງ
Maputo ປະ​ເທດMozambique ​ທີ່ແນໃສ່​ເພື່ອ​ທົບ​ທວນສົນທິສັນຍາທີ່​ມີ​ອາ​ຍຸ 15 ປີ ທີ່
ຮູ້​ກັນ​ໃນ ນາມ ສົນທິສັນຍາ Ottawa ນັ້ນ.

​ໂຄສົກ​ສະພາຄວາມ​ໝັ້ນຄົງ​ແຫ່ງຊາດຂອງສະຫະລັດ ທ່ານ​ນາງ Caitlin Hay-den ກ່າວ​
ວ່າ ຜູ້​ຕາງໜ້າສະຫະລັດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສະຫະ ລັດ “ກຳລັງ​ດຳເນີນ
ການຢ່າງແຂງຂັນເພື່ອຫາທາງ​ແກ້​ໄຂທີ່​ເໝາະ​ສົມ ທີ່ຈະຍິນ ຍອມຕາມ ແລະ​ໃນ​ທີ່​ສຸດ​
ອະນຸຍາດ​ໃຫ້ສະຫະລັດໄດ້ເຂົ້າຮ່ວມ ໃນສົນທິສັນຍາ Ottawa.”

​ແຕ່​ທ່ານ Steve Goose ຜູ້ອຳນວຍການ ດ້ານອາວຸດ​ຂອງກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ​ແລະ​ປະທານໃນການປຸກລະດົມເພື່ອຫ້າມບໍ່ໃຫ້ ມີການ​ໃຊ້​ລະ​ເບີດ​ຝັງ​ດິນ​ຂອງ ສະຫະລັດ ກ່າວ​ວ່າ ການ​ປະກາດ​ດັ່ງກ່າວ​ນີ້ ແມ່ນ ຍັງ​ບໍ່​ເປັນ​ທີ່​ພຽງພໍ.

ທ່ານ Goose ກ່າວ​ວ່າ “ມັນ​ບໍ່ມີເຫດຜົນເລີຍສຳລັບສະຫະລັດ ທີ່ຈະ​ຮັບ​ຮູ້​ວ່າ​ອາ​ວຸດ​ຄວນ​
ຈະ​ຖືກ​ຫ້າມ ​ເພາະວ່າ​ມັນເປັນ​ໄພ​ຕໍ່​ດ້ານມະນຸດສະທຳ ​ໃນ​ຂະນະ​ທີ່ມີ​ທາງ​ເລືອກ​ທີ່ຈະ​ໃຊ້
​ມັນອີກ​ຢູ່​ໃນໄລຍະຫລາຍ​ປີຕໍ່ໜ້າ.” ທ່ານກ່າວ​ວ່າ ສະຫລັດ ຄວນທີ່​ຈະ​ກຳ​ນົດວັນເວລາ​ເພື່ອ​
ເຂົ້າຮ່ວມສົນທິສັນຍາ​ຫ້າມໃຊ້​ລະ​ເບີດ​ຝັງ​ດິນໂດຍ ໝາຍໝັ້ນຈະ​ບໍ່​ໃຊ້​ອາວຸດ​ດັ່ງກ່າວ ​ແລະ​ເລີ້ມ​ທຳລາຍອາວຸດ​ທີ່ເກັ

XS
SM
MD
LG