ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ຈະຕິດຕາມເບິ່ງ ເຂດທະເລຈີນໃຕ້ ວ່າ ຄວາມເຄັ່ງຕຶງ ຈະຫລຸດລົງຫລືບໍ່? (ວີດີໂອ ພາສາລາວ/ອັງກິດ)


US Monitors S. China Sea after Beijing Knocks Down Proposal
please wait

No media source currently available

0:00 0:02:35 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ສະຫະລັດກ່າ​ວວ່າ ຕົນ​ຈະຕິດຕາມເບິ່ງ​ສະຖານະການ ຢູ່ບໍລິເວນ
ນ່ານນໍ້າ​ ໃນເຂດທະ​ເລ​ຈີນ​ໃຕ້ ​ເພື່ອ​ເບິ່ງ​ວ່າ ຈະມີ​ການຫລຸດ​ຜ່ອນ​
ຄວາມ​ເຄັ່ງ​ຕຶງ​ໃດໆລົງ ຫລືບໍ່ ຫລັງ​ຈາກ​ທີ່ຈີນໄດ້​ປະຕິ​ເສ​ດ ຕໍ່ຂໍ້
​ສະ​ເໜີ​ຂອງສະຫະລັດ ຢູ່​ກອງ​ປະຊຸມອາຊ່ຽນ ທີ່ມຽນມາ ​ເພື່ອໃຫ້
ໂຈະ​ການ​ປະ​ພຶດທີ່ເປັນການ​ກໍ່ກວນ​ຢູ່​ທີ່​ນັ້ນ. Scott Stearns
ນັກ​ຂ່າວວີ​ໂອ​ເອປະຈຳກະຊວງ​ຕ່າງປະ​ເທດ ລາຍ​ງານ​ວ່າ ລັດຖະ
ມົນຕີ​ຕ່າງປະ​ເທດສະຫະລັດ ​ທ່ານ John Kerry ​ໄດ້ກ່າວເຊັ່ນນັ້ນ
ຢູ່ອອສເຕຣເລຍ ບ່ອນທີ່ທ່ານເດີນທາງໄປພົບປະ​ກັບບັນດາ​ເຈົ້າ
​ໜ້າ​ທີ່ລັດຖະບານແຄນເບີຣາ ຫລັງ​ຈາກ​ກອງ​ປະຊຸມ​ທີ່ມຽນມາ ຊຶ່ງ
ກິ່ງ​ສະຫວັນ ຈະ​ນຳລາຍລະອຽດ ມາສະ​ເໜີ​ທ່ານ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ​ ​ເຂົາ​ເຈົ້າ​ຈະຕິດຕາມ​ສັງ​ເກດ​ເບິ່ງ​ “ພວກກ້ອນຫີນ
ພວກປະກາລັງຢູ່ໃຕ້​ທະ​ເລ ​ແລະພວກຫາດ​ຊາຍ​ຕື້ນໆ​ຢູ່​ໃນເຂດທະ​ເລຈີນໃຕ້" ​ນັ້ນເພື່ອ
​ຊ​ອກຫາ​ຮ່ອງ​ຮອຍ​ວ່າ ໄດ້ມີການຫລຸດຜ່ອນການ​ປະ​ເຊີນ​ໜ້າ​ກັນລົງ ຫລືບໍ່ ຢູ່ໃນບໍລິເວນ
ນ່ານນຳ ທີ່ ໜ່ວຍ​ຍາມ​ຝັ່ງ​ຈີນ​ໄດ້ປະ​ທະ​ກັນ​ກັບ​ ກຳ​ປັ່ນຈາກຫວຽດນາມ ແລະ​ຟິລິບ​ປີນ.
ອິນ​ໂດ​ເນ​ເຊຍ ບຣູ​ໄນ ມາ​ເລ​ເຊຍແລະ​ໄຕ້​ຫວັນ ​ກໍຍາດກັນອ້າງເອົາກຳມະສິດ ໃນນ່ານນຳ້
ດັ່ງກ່າວຄືກັນ​ ຊຶ່ງເຮັດ​ໃຫ້ຂົງ​ເຂດນັ້ນ ຊຶ່ງ​ເປັນ​ເສັ້ນທາ​ງເດີນ​ທະເລ​ເສັ້ນ​ນຶ່ງທີ່​ມີກຳປັ່ນສັນ
ຈອນໄປມາ ຫລາຍ​ທີ່​ສຸດ​ຢູ່ໃນໂລກ ​ກາຍ​ເປັນ​ຈຸດເດືອດ ທີ່ອາດລະເບີດຂຶ້ນໄດ້ທຸກເມື່ອ
ໂດຍຈະມີຜົນ​ກະທົບດ້ານ​ການ​ພານິດ ທີ່ໃຫຍ່ຫລວງ ​ຕິດຕາມ​ມາ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ລັດຖມົນ​ຕີ​ຕ່າງ​ປະ​ເທດສະຫະລັດ ທ່ານ Kerry ​ໄດ້​ມີ​ຄວາມ​ຫວັງ​ວ່າ ບັນດາ​ລັດຖະມົນຕີ
ຕ່າງປະ​ເທດອາຊ່ຽນ ທີ່​ປະຊຸມກັນຢູ່ມຽນມານັ້ນ ຈະຕົກລົງເຫັນ​ດີ ຕໍ່ການ​ຍຸດຕິການກະທຳ
ໃດໆກໍຕາມທີ່ເປັນການ​ກໍ່ກວນແລະເກາະຜິດ ຢູ່ໃນ​ທະ​ເລ​ຈີນໃຕ້. ​ແຕ່ວ່າ ຈີນ​ໄດ້ຖ່ວງດຶງ
ບໍ່ໃຫ້ການເຄື່ອນ​ໄຫວ​ດັ່ງກ່າວນັ້ນ​ເກີດຂຶ້ນ ​ພາ​ໃຫ້ກອງ​ປະຊຸມອາ​ຊ່ຽນຕ້ອງຮັບເອົາຂໍ້ຕົກລົງ
​ທີ່ໃຊ້ຄຳເວົ້າອ່ອນໆ ແລະ​ບໍ່​ມີ​ອຳນາດຜູກມັດ.

ເມື່ອຖືກຖາມ​ກ່ຽວ​ກັບ​ຂໍ້ຕົກລົງ​ທີ່​ອ່ອ​ນ​ແອ​ນັ້ນ ທ່ານ Kerry ເວົ້າ​ວ່າ ທ່ານ​ຄິດ​ວ່າ “ພາສາທີ່
ໃຊ້ຢູ່ໃນຂໍ້ຕົກລົງນັ້ນ ແມ່ນ​ໄປ​ໄກ​ພຽງພໍ” ທີ່ຈະພາໃຫ້ບັນລຸ​ຄວາມ​ກ້າວໜ້າ​ ໃນລະດັບນຶ່ງ.

ທ່ານ Kerry ກ່າ​ວວ່າ: “ພວກ​ເຮົາ​ບໍ່​ໄດ້​ພະຍາຍາມຈະໃຫ້ມີການຮັບເອົາຂໍ້ສະເໜີນັ້ນ
ໃນຮູບແບບທີ່ໄດ້ສະເໜີໄປ.
ພວກ​ເຮົາພຽງແຕ່ ພະຍາຍາມ​ສະເໜີສິ່ງໃດສິ່ງນຶ່ງ ທີ່​ຜູ້​
ຄົນ​ສາມາດ
ໂອບອຸ້ມ​ເອົາ. ຫລາຍໆ​ປະ​ເທດໄດ້​ຕັດສິນ​ໃຈເລືອກເອົາໃນສິ່ງທີ່ພວກ
ເຂົາ​ເຈົ້າ​ຢາກຈະ​ເຮັດ. ມັນເປັນ​ຂັ້ນຕອນຂອງຄວາມສະໝັກໃຈ.

​ແຕ່​ຂໍ້ຕົກລົງສະບັບນັ້ນບໍ່ໄດ້ໄປໄກ ເຖິງຂັ້ນກ່າວຫາປັກ​ກິ່ງຢ່າງກົງໆ​ ​ວ່າຝ່າຝືນ​ກົດໝາຍ
ສາກົນ ອີງ​ຕາມທ່ານ Michael Auslin ນັກວິ​ເຄາະ​ຈາກ ສະຖາບັນວິສາຫະກິດອາເມຣິ
ກັນ ຫລື American Enterprise Institute.

ທ່ານ Aislin ກ່າວ​ວ່າ: “ຖ້າ​ຫາກ​ທ່ານພຽງ​ແຕ່ຈະສືບຕໍ່ເວົ້າ​ວ່າ ‘ພວກ​ເຮົາ​ບໍ່​ຕ້ອງ​ການ
ການປະ
ພຶດ​ທີ່​ບີບ​ບັງຄັບ’ ຈີນ​ກໍຈະ​ກ່າວ​ວ່າ ‘ເອີ ພວກ​ເຮົາ​ບໍ່​ໄດ້​ບີບ​ບັງ​ຄັບ. ມັນບໍ່ແມ່ນ
ການກະ
ທຳທີ່ບີບບັງຄັບ.’ ​ທ່ານຕ້ອງ​ໃຊ້​ວິທີທີ່​ແຕກຕ່າງ​ໄປ.”

ຖ້າບໍ່ມີການນຳໃຊ້ວິທີທີ່ແຕກຕ່າງໄປແລ້ວ ທ່ານ Auslin ກ່າວ​ວ່າ ຈີນ​ກໍຈະ​ສືບຕໍ່​ຕີ​ຄວາມ
​ໝາຍໃໝ່ຢູ່ເລື້ອຍໆ ຂອງແນວ​ຄິດ​ກ່ຽວກັບ​ການຄວບຄຸມ​ເຂດ​ນໍ້າ​ແດນ​ດິນ ທີ່​ເປັນຈຸດຜິດ
ຖຽງ​ກັນ​ນັ້ນ.

ທ່ານ Aislin ກ່າວ​ວ່າ: ສິ່ງ​ທີ່​ຈີນພ​ະຍາ​ຍາມ​ຈ​ະ​ເຮັດ ກໍຄືກ່າວ​ວ່າ “ບໍ່ ບໍ່​ໄດ້ມີ​ການ​ຜິດ
ຖຽງ​ກັນ. ບໍ່​ມີ​ການ​ຜິດຖຽງ​ກັນ​ກ່ຽວກັບ​ເກາະ Senkakus. ບໍ່​ມີ​ການ​ຜິດຖຽງ​ກັນ​ກ່ຽວ
​ກັບ
Spratleys ບໍ່ມີ​ການ​ໂຕ້​ຖຽງ​ກັນ​ ກ່ຽວ​ກັບ​ສ່ວນໃຫຍ່ຂອງທະ​ເລຈີນ​ໃຕ້​. ບໍ່​ມີ​
ການ
ໂຕ້​ຖຽງ​ກັນ​ກ່ຽວກັບ ເຂດນ່ານ​ຟ້າ ADIZ ຢູ່ເໜືອທະ​ເລ​ຈີນ​ຕາ​ວັນ​ອອກ ​ເພາະ
ວ່າພວ
ກ​ເຮົາ ປະ​ເທດຈີນ ເປັນຜູ້ປົກຄອງ​ເຂດຕ່າງໆເຫລົ່ານັ້ນທັງໝົດ.”

ລັດຖະມົນຕີຕ່າງປະ​ເທດ​ຈີນ ທ່ານ Wang Yi ​ໄດ້​ສ​ະ​ເໜີຕໍ່ສະມາຄົມ ASEAN ວ່າ ຈະທຳ
“ການປຶກສາແບບເພື່ອນມິດ” ກັບອາຊ່ຽນ ແຕ່ໄດ້ຢືນຢັດຢ່າງໜັກແໜ້ນ ໃນສິດທິຂອງປັກ

ກິ່ງ ທີ່ຈະປ້ອງກັນອະທິປະໄຕແລະຜົນປະໂຫຍດຂອງຕົນ ຕ້ານອັນທີ່ທ່ານຮ້ອງວ່າ “ການ
ເກາະຜິດທີ່ໄຮ້ເຫດຜົນ.”

ກ່ຽວກັບການຕັ້ງຂໍ້ສົງໄສ ຂອງອົງການຂ່າວຂອງລັດຈີນ ກ່ຽວກັບ “ເຈດຕະນາອັນແທ້ຈິງ
ຂອງວໍຊິງຕັນ” ນັ້ນ ຮອງໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງ Marie Harf
ກ່າວວ່າ ບໍ່ແມ່ນວໍຊິງຕັນ ທີ່ກຳລັງເຮັດໃຫ້ເຂດທະເລ ຈີນໃຕ້ ບໍ່ມີຄວາມຖຸ່ນທ່ຽງ.

ທ່ານນາງ Marie Harf ເວົ້າວ່າ: “ມັນແມ່ນການກະທຳແບບຮຸກຮານ ທີ່ຈີນໄດ້ເຮັດມາ
ທີ່ກຳລັງເຮັດໃຫ້ເປັນເຊັ່ນນັ້ນ. ທຸກສິ່ງທຸກຢ່າງທີ່ພວກເຮົາກຳລັງເຮັດແມ່ນເພື່ອຫລຸດ
ຜ່ອນຄວາມເຄັ່ງ
ຕຶງລົງ ເພື່ອໃຫ້ຜູ້ຄົນຫາທາງແກ້ໄຂຄວາມແຕກຕ່າງຂອງເຂົາເຈົ້າ
ໂດຍທາງການທູດ ບໍ່ແມ່ນຜ່ານມາດຕະການບີບບັງຄັບ ຫລືບັ່ນທອນສະຖຽນລະ
ພາບ
ດັ່ງທີ່ພວກເຮົາໄດ້ເຫັນຈີນກະທຳຫລາຍຂຶ້ນເລື້ອຍໆ ໃນຊຸມເດືອນທີ່ຜ່ານມາ.

ເຈົ້າພາບກອງປະຊຸມສຸດຍອດອາຊ່ຽນປີນີ້ ລັດຖະມົນຕີຕ່າງປະເທດມຽນມາ ທ່ານວັນນາ
ມ່ອງ ລະວິນ (Wunna Muang Lwin) ກ່າວວ່າ:

“ມັນບໍ່ແມ່ນ ພັກຝ່າຍ​ນຶ່ງ​ກຳລັງ​ພະຍາ​ຍາມ​ຈະ​ຊັກ​ຈູງຝ່າຍອື່ນໆ ໃຫ້ຕໍ່ຕ້ານ​ປະ​ເທດ​ນຶ່ງ​.
ມັນ​ແມ່ນອາ​ຊ່ຽນ​ທັງ​ໝົດ ​ແຕ່​ບໍ່​
ແມ່ນ​ອາ​ຊ່ຽນ​ ແຂ່ງກັບປະ​ເທດຈີນ ແຕ່ອາຊ່ຽນທັງໝົດ
ທີ່ຈະ​ແກ້​ໄຂ​ບັນຫາ​ຜິດ​ຖຽງ​ກັນເຫລົ່າ​ນີ້ ໄດ້ຢ່າງ​ສັນຕິ.

XS
SM
MD
LG