ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີ່ປຶກສາ ທະຫານ ອາເມຣິກັນ ເລີ້ມໃຫ້ການ ຊ່ອຍເຫຼືອ ແກ່ ອີຣັກ (ສະໄລດ໌/ວີດີໂອ)


US Military Advisers Ready to Start Helping Iraq
please wait

No media source currently available

0:00 0:02:30 0:00

​ສະຫະລັດ ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜຸນຢ່າງ
ແຂງຂັນແລະຕໍ່ເນື່ອງແກ່ອີຣັກ ຂະນະທີ່ປະເທດດັ່ງກ່າວພວມທຳ
ການສູ້ລົບ ກັບກຸ່ມຫົວຮຸນແຮງຊຸນນີ່ ແລະເວລານີ້ ອົງປະກອບທີ່
ສຳຄັນຂອງການຊ່ອຍເຫຼືອທີ່ວ່ານັ້ນຄືທີ່ປຶກສາທາງດ້ານທະຫານ
ຂອງສະຫະລັດ ​ແມ່ນສາມາດເຂົ້າປະຕິບັດໜ້າທີ່ໄດ້ແລ້ວ ທັງນີ້ກໍ
ຍ້ອນຂໍ້ຕົກລົງລະຫວ່າງລັດຖະບານສະຫະລັດແລະອີຣັກທີ່ໄດ້ໃຫ້
ການຄຸ້ມຄອງ ທາງດ້ານກົດໝາຍ ຕໍ່ກອງກຳລັງ ຂອງສະຫະລັດ.
ແຕ່ຂະນະດຽວກັນກໍມີຄວາມວິຕົກກັງວົນເພີ້ມຂຶ້ນກ່ຽວກັບວ່າການ
ສະໜັບສະ​ໜຸນດັ່ງກ່າວ ຈະຊ່ວຍ​ໄດ້ ໜ້ອຍຫຼາຍປານໃດທ່າມກາງ
ທີ່ມີຮ່ອງຮອຍ ສະແດງໃຫ້ເຫັນວ່າ ກອງທັບອີຣັກ ພວມຈະພັງທະ
ລາຍລົງ ພາຍໃຕ້ຄວາມກົດດັນ. ຜູ້ສື່ຂ່າວວີໂອເອ Jeff Seldin ມີ
ລາຍງານ ກ່ຽວກັບເລື່ອງນີ້ຈາກທຳນຽບຫ້າແຈ ດັ່ງໄພສານ ຈະນຳມາສະເໜີທ່ານ.

ພາບທີ່ພວກຫົວຮຸນແຮງຈາກກຸ່ມລັດອິສລາມໃນອີຣັກແລະ Levant ທີ່ເອີ້ນຫຍໍ້ວ່າ ISIL ຫລື ISIS ພາກັນສະຫລອງໄຊຊະນະນັ້ນ ​ແມ່ນເປັນພາບ ທີ່ຄຸ້ນເຄີຍຕາຫຼາຍຂຶ້ນນັບມື້ຢູ່ໃນອີຣັກ. ແຕ່ພວກທີ່ຫລົບໜີ ພາກັນເລົ່າເລື້ອງ ລາວອັນໜ້າຢ້ານກົວ ທີ່ພວກເຂົາເຈົ້າ​ໄດ້​ພົບ​ພໍ້​ມາ.

ທ້າວ Ali Shebban ຊຶ່ງເປັນຜູ້ປະສົບໄພສົງຄາມຄົນນຶ່ງກ່າວວ່າ “ຂ້ອຍຢາກມີ ກ້ອງຖ່າຍ ຮູບຈັກໜ່ວຍນຳຂ້ອຍ ເພື່ອຖ່າຍເອົາ ສິ່ງທີ່ໄດ້ເກີດຂຶ້ນ ກັບພວກເຮົາ ເພື່ອວ່າ ພວກ ທ່ານຈະໄດ້ເຫັນກັບຕາຂອງພວກທ່ານເອງ ການປະທະກັນໄດ້ເກີດທຸກໆແຫ່ງ ພວກ ເດັກນ້ອຍ ແມ່ຍິງ ແລະຜູ້ເຖົ້າຜູ້ແກ່ຕ່າງກໍພາກັນແລ່ນຫລົບໜີ.”

US Support for Iraqi Security Forces and US Interests

ກຳລັງຂອງສະຫະລັດທີ່ສົ່ງໄປສະໜັບສະໜຸນ
ກຳລັງຮັກສາຄວາມປອດໄພ ຂອງອີຣັກ ແລະ
ຜົນປະໂຫຍດ ຂອງສະຫະລັດ:

- ຖ້ຽວບິນສັງເກດການ ຢູ່ເໜືອອີຣັກມື້ລະ 30-
35 ຖ້ຽວ
- ກຳປັ່ນບັນທຸກເຮືອບິນ USS George
H.W. Bush
, ເຮືອລາດຕະເວນຕິດລູກ
ສອນໄຟນຳວິຖີລຳນຶ່ງແລະເຮືອພິຄາດຕິດ
ລູກສອນໄຟນຳວິຖີລຳນຶ່ງຖືກສົ່ງໄປປະຈຳ
ຢູ່ເຂດອ່າວອາເຣເບຍ
- ພະນັກງານທະຫານ 300 ຄົນ ຖືກສົ່ງໄປ
ເປັນທີ່ປຶກສາ ແກ່ທະຫານອີຣັກ
- Marines ກຳປັ່ນລຳລຽງພົນສະເທີນນ້ຳ
ສະເທີນບົກ ເຄື່ອນໄປຍັງອ່າວອາເຣເບຍ
ພ້ອມກັບເຮືອບິນ ແລະທະຫານມາຣີນ

Source: U.S. Department of Defense

ຢູ່ທີ່ສະຫະລັດໄດ້ມີການຮຽກຮ້ອງເພີ້ມຂຶ້ນໃຫ້ທຳການໂຈມຕີທາງ
ອາກາດ ຈາກບັນດາສະມາຊິກສະພາ ເຊັ່ນ ສະມາຊິກສະພາຕ່ຳ
Adam Kinzinger ຈາກລັດອິລລີນອຍຊຶ່ງເປັນນັກລົບເກົ່າທີ່ເຄີຍ
ຖືກສົ່ງໄປປະຕິບັດງານຢູ່ໃນອີຣັກຫລາຍໆຄັ້ງມາແລ້ວ ທີ່​ໄດ້ກ່າວ
ໃນພິທີ ທີ່ຈັດຂຶ້ນ​ເພື່ອ​ໃຫ້​ກຽດແກ່ພວກທະຫານທີ່ໄດ້ເສຍຊີວິດໄປ
ນັ້ນ.

ທ່ານ Kinzinger ເວົ້າວ່າ “ພວກເຮົາຈະບັງຄັບໃຫ້ກຸ່ມ ISIS
ຢູ່ແຕ່ໃນໝູ່ບ້ານ ທີ່ພວກເຂົາຢູ່ ໃນເວລານີ້ ຢູ່ໃນຫົວເມືອງ
ທີ່ພວກເຂົາຢູ່ ຈຳກັດ​ເສລີພາບ​ໃນການເຄື່ອນໄຫວໄປມາ
ຂອງພວກເຂົາແລະອຳນວຍໃຫ້ກອງທັບອີຣັກຍຶດເອົາພື້ນ
ທີ່ຂອງພວກ ເຂົາເຈົ້າກັບຄືນມາ.”

ທຳນຽບຫ້າແຈ ພວມທຳການຈັດສົ່ງຢ່າງຮີບດ່ວນ ລູກກະສຸນ ລູກ
ປືນໃຫຍ່ລົດຖັງແລະອຸບປະກອນອື່ນໆໄປໃຫ້ກຳລັງຮັກສາຄວາມ
ປອດ​ໄພຂອງອີຣັກ.

ໃນມື້ວັນຈັນຜ່ານມານີ້ກະຊວງປ້ອງກັນປະເທດຂອງອີຣັກໄດ້ເຜີຍ
​ແຜ່ວິດີໂອ ທີ່ທາງກະຊວງກ່າວວ່າ ສະແດງໃຫ້ເຫັນເຮືອບິນເຮຣີຕອບເຕີ້ອີຣັກ ພວມຍິງລູກ ສອນໄຟໃສ່ກຳລັງຂອງກຸ່ມ ISIL ​ໂດຍ​ໄດ້ຂັບໄລ່ການໂຈມຕີ ໃກ້ໆໂຮງກັ່ນນ້ຳມັນທີ່ສຳຄັນ ແຫ່ງນຶ່ງ.

ແຕ່ວ່າ ​ໃນ​ຂະນະ​ດຽວ​ກັນ ກໍມີລາຍງານຂ່າວກ່ຽວກັບ ສະພາບການທີ່ຊຸດໂຊມລົງຢູ່ຕາມບໍ ລິເວນຊາຍແດນ ທີ່ຕິດກັບຈໍແດັນ.

ທ້າວ Nouri Hussein ຄົນຂັບລົດບັນທຸກ ເວົ້າວ່າ “ພວກທະຫານພວມຖອຍອອກຈາກ ເຂດຊາຍແດນ. ດ່ານຊາຍແດນບໍ່ມີຄວາມໝັ້ນຄົງ. ສະຖານະການ ບໍ່ມີຄວາມທຸ່ນ ທ່ຽງໃນເວລານີ້.”

ເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ ກ່າວວ່າ ກຳລັງຮັກສາຄວາມໝັ້ນຄົງຂອງອີຣັກ ກຳລັງປະເຊີນກັບບັນຫາຫຼາຍຢ່າງ ຮວມທັງການຂາດຜູ້ນຳຢູ່ໃນບາງເຂດ ແຕ່ວ່າບັນຫານີ້ ມີຢູ່ໃນຂອບເຂດ ທີ່ເລິກໜາປານໃດນັ້ນ ແມ່ນຍັງເປັນຄຳຖາມຢູ່.

ອະດີດເຈົ້າໜ້າທີ່ສະຫະລັດບາງຄົນກ່າວວ່າ ການຕັ້ງຄວາມຫວັງໃດໆກໍຕາມ ໄວ້ນຳກຳລັງ ຮັກສາຄວາມປອດໄພຂອງອີຣັກໃນເວລານີ້ແມ່ນອາດຈະເປັນການຊີ້ນຳໄປໃນທາງທີ່ຜິດ.

ທ່ານນາງ Sarah Chayes ຊຶ່ງ​ເຄີຍເປັນທີ່ປຶກສາພິເສດຂອງອະດີດປະທານເສນາທິການ ຮ່ວມຂອງກອງທັບສະຫະລັດ ພົນເຮືອເອກ Mike Mullen ມີຄວາມ​ເຫັນ​ດັ່ງ​ນີ້.

ທ່ານນາງ Chayes ເວົ້າວ່າ “ຖ້າ​ຫາກ​ວ່າ ລັດຖະບານເປັນລັດຖະບານ ທີ່ມີການຈຳ ແນກຢ່າງຮ້າຍແຮງ ທາງດ້ານສາສະໜາ ຫຼືມີການສໍ້ລາດບັງຫລວງ ຢ່າງຮ້າຍແຮງ ຫຼືບໍ່ກໍທັງສອງຢ່າງນັ້ນ​ແລ້ວ ປະຊາຊົນສ່ວນໃຫຍ່ ກໍ​ຈະຮູ້ສຶກວ່າເຂົາເຈົ້າໄດ້ຖືກຕັດ ສິດ ຖືກ​ຕັດຂາດ​ອອກ​ຈາກ​ລັດຖະບານ ແລະຄວາມຈິງແລ້ວໄດ້ຖືກລົບລູ່ໂດຍລັດ ຖະບານເຂົາເຈົ້າເອງ ສະ​ນັ້ນແລ້ວ​ ບໍ່ວ່າຈະໃຊ້ກຳລັງ ຮັກສາຄວາມປອດ​ໄພ ໃນ ເຂດທ້ອງຖິ່ນຫຼາຍປານໃດ ກໍບໍ່ສາມາດຈະທົດແທນ ຕໍ່ການຂາດເຂີນໃນເລື່ອງນີ້ ໄດ້.”

ທ່ານ Paul Floyd ອະດີດກຳລັງ​ພິ​ເສດ Ranger ຂອງກອງທັບບົກແລະນັກວິເຄາະການ ທະຫານກ່າວວ່າ “ແລະໃນຂະນະທີ່ ກອງກຳລັງຮັກສາຄວາມປອດ​ໄພຂອງອີຣັກ ໂດຍສະ ເພາະແລ້ວ ຢູ່ໃນເຂດພາກເໜືອຂອງປະເທດ ປາກົດວ່າ ກຳລັງສະຫລາຍຫາຍໂຕໄປນັ້ນ ຍຸດທະສາດຂອງພວກ ISIL ຈຶ່ງເບິ່ງຄືວ່າ ໄດ້ຜົນດີ.

ທ່ານ Floyd ກ່າວຜ່ານທາງ Skype ວ່າ “ພວກເຂົາມີປະສິດທິຜົນຫຼາຍທີ່ສຸດຍ້ອນສາ ມາດເຄື່ອນ​ໄຫວ​ໄປມາ​ ໄດ້ດີ​ແບບ​ນີ້ ຢູ່ໃນບໍລິເວນພູມສາດ ອັນກວ້າງຂວາງ ແລະ ໂດຍພື້ນຖານແລ້ວ ກໍແມ່ນຂະຫຍາຍກຳລັງທາງທະຫານອອກໄປ ຈົນເຖິງຈຸດທີ່ບໍ່ ສາມາດມີປະສິດທິຜົນ ອີກຕໍ່ໄປແລ້ວ.”

ບັດນີ້ ແມ່ນຂຶ້ນ​ຢູ່​ກັບຄະນະທີ່ປຶກສາ ທາງທະຫານຂອງສະຫະລັດ ທີ່ຈະຊອກຫາທາງເບິ່ງ
ວ່າ ພວກເຂົາເຈົ້າຈະຊ່ວຍອີຣັກ ພິກປີ້ນສະຖານະການ ໄດ້ຫລືບໍ່.

XS
SM
MD
LG