ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊາຍ ສະຫະລັດ ຄົນນຶ່ງ ຖືກກ່າວຫາ ວາງແຜນໂຈມຕີ ສະຫລະຊີບ ໃສ່ຄ້າຍທະຫານ


ເຮືອນຂອງຄອບຄົວພວກທະຫານແລະປະຊາຊົນ ທີ່ຄ້າຍ Fort Riley ລັດ Kansas.
ເຮືອນຂອງຄອບຄົວພວກທະຫານແລະປະຊາຊົນ ທີ່ຄ້າຍ Fort Riley ລັດ Kansas.

ກະຊວງ​ຍຸດ​ຕິ​ທຳສະຫະລັດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຜູ້​ຊາຍ
ຄົນນຶ່ງ ​ໃນເມືອງ Topeka ລັດ Kansas ​ໄດ້​ຖືກ​ກ່າວ​ຫາ​ ຢູ່​ທີ່
ສານ​ລັດຖະບານ​ກາງວ່າ ພະຍາ ຍາມ​ບີບຄະ​ນວນ​ລະ​ເບີດ​ ທີ່
ຫ້າງໃສ່ລົດໃຫ້ແຕກຂຶ້ນຢູ່່​ທີ່​ຄ້າຍ​ທະຫານ ​ອັນ​ເປັນ​ພາກສ່ວນ​
ນຶ່ງຂອງການວາງ​ແຜນ ເພື່ອສະໜັບສະ​ໜູນ​ກຸ່ມລັດ​ອິສລາມ.

ບັນດາ​ເຈົ້າ​ໜ້າທີ່​ກ່າວ​ວ່າ ທ້າວ John Booker ອາຍຸ 20 ປີ
​ໄດ້​ຖືກ​ຈັບໃນ​ວັນ​ສຸກວານນີ້ ​ເວລາ​ລາວ ​ແລະ​ເຈົ້າ​ໜ້າ​ທີ່​ສື​ບລັບ
ລັດຖະບານ​ກາງ​ໄດ້​ພໍ້ກັນ​ຢູ່​ໃກ້​ກັບ ​ຄ້າຍ​ທະຫານດັ່ງກ່າວ ເພື່ອ
ພະຍາມປະກອບ ໃນອັນ​ທີ່​ລາວ​ບໍ່ຮູ້ຈັກວ່າ ​ເປັນ​ລະ​ເບີດ​ທີ່​ບໍ່​ມີ
​ແຮງ. ຜູ້​ຊາຍ​ຄົນທີສອງ ຈາກເມືອງ Topeka ຄືທ້າວ
Alexander Blair ​ອາຍຸ 28 ປີ ກໍໄດ້​ຖືກ​ຈັບ​ເຊັ່ນດຽວ​ກັນ ​ແລະ​ຖືກ​ກ່າວ​ຫາ​ໃນ​ວັນ​ສຸກ
ວານນີ້ ​ໃນ​ຖານທີ່​ຜູ້ກ່ຽວຮູ້ເລື້ອງ ການວາງ​ແຜນ​ຂອງທ້າວ Booker ​ແຕ່ບໍ່ໄດ້​ລາຍ​ງານ
ຕໍ່ເຈົ້າ​ໜ້າ​ທີ່.

​ລັດຖະມົນຕີຊ່ວຍວ່າການ ກະຊວງຍຸດຕິ​ທຳ ສະຫະລັດ ທ່ານ Carlin ກ່າວ​ວ່າ ທ້າວ
Booker ມີ​ຈຸດປະສົງ​ຢາກ​ຈະປະຕິບັດການ​ໂຈມ​ຕີ ​ໃນ​ນາມລັດ​ອິສລາມ. ນອກນັ້ນລາ​ວ
ຍັງຖືກ​ກ່າວ​ຫາວ່າ ພະຍາຍາມ​ໃຫ້ກາ​ນສະໜັບສະໜູນທາງດ້ານ ວັດຖຸສິ່ງຂອງ​ແກ່​ກຸ່ມທີ່
ຖືກລະບຸວ່າ ເປັນອົງການກໍ່​ການ​ຮ້າຍ​ຕ່າງປະ​ເທດ.

ຖ້າ​ຫາກ​ຖືກ​ພົບເຫັນວ່າມີຄວາມຜິດ ທ້າວ Booker ອາດ​ປະ​ເຊີ​ນໜ້າ​ກັບໂທດ ໜັກທີ່ສຸດ
ຄືຕິດ​ຄຸກຕະຫລອດ​ຊີວິດ.

US Bomplot
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG